• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ທ່ອງ​ທ່ຽວ ຮ່າ​ໂນ້ຍ ບຸກ​ທະ​ລຸ​ຢ່າງ​ແຮງ​ຍາມ​ຕົ້ນ​ປີ 2026: ບັນ​ລຸ​ລາຍ​ຮັບ​ກວ່າ 2.000 ຕື້​ດົ່ງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ສາ​ກົນ

ລາຍຮັບທັງໝົດທີ່ເກັບມາຈາກຂະແໜງທ່ອງທ່ຽວບັນລຸ 2,1 ພັນຕື້ດົ່ງ (ກວ່າ 92 ລ້ານ USD), ເພີ່ມຂຶ້ນປະມານ 254%.
ໂບດໃຫຍ່ນະຄອນ ຮ່າໂນ້ຍ ເປັນສະຖານທີ່ທ່ອງທ່ຽວໜຶ່ງທີ່ດຶງດູດແຂກທ່ອງທ່ຽວເປັນຈຳນວນຫຼາຍໃນວັນທີ 01/01/2026

ພາຍໃນ 4 ວັນພັກບຸນປີໃໝ່ສາກົນ 2026 (ແຕ່ວັນທີ 01 ຫາວັນທີ 04 ມັງກອນ 2026), ຄາດວ່າ ຮ່າໂນ້ຍ ໄດ້ຕ້ອນຮັບແຂກທ່ອງທ່ຽວປະມານ 560.000 ເທື່ອຄົນ, ເພີ່ມຂຶ້ນປະມານ 250% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ແຂກທ່ອງທ່ຽວສາກົນບັນລຸປະມານ 110.000 ເທື່ອຄົນ, ເພີ່ມຂຶ້ນເກືອບ 287%. ລາຍຮັບທັງໝົດທີ່ເກັບມາຈາກຂະແໜງທ່ອງທ່ຽວບັນລຸ 2,1 ພັນຕື້ດົ່ງ (ກວ່າ 92 ລ້ານ USD), ເພີ່ມຂຶ້ນປະມານ 254%. ໝາກຜົນດັ່ງກ່າວໄດ້ສະແດງໃຫ້ເຫັນລະດັບຟື້ນຟູ ແລະ ການເຕີບໂຕຢ່າງແຮງຮັບແຕ່ຊຸມວັນຕົ້ນປີຂອງຂະແໜງທ່ອງທ່ຽວນະຄອນຫຼວງ.

        ຕາມການຕີລາຄາຂອງຂະແໜງທ່ອງທ່ຽວແລ້ວ, ລະດັບການເພີ່ມຂຶ້ນຢ່າງແຮງນັບທັງດ້ານປະລິມານ ແລະ ລາຍຮັບນັ້ນ ກໍຍ້ອນໂອກາດພັກບຸນປີໃໝ່ແກ່ຍາວຮອດ 4 ວັນ, ຄວາມຫຼາກຫຼາຍ, ການປ່ຽນແປງໃໝ່ຂອງລະບົບຜະລິດຕະພັນທ່ອງທ່ຽວ, ການປະສານສົມທົບຢ່າງກົມກ່ຽວລະຫວ່າງມໍລະດົກ, ວັດທະນະທຳທີ່ເປັນມູນເຊື້ອກັບເຕັກໂນໂລຢີທີ່ທັນສະໄໝ.

(ແຫຼ່ງຄັດຈາກ VOV)

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ.

Top