Festival ແຄນມົ້ງ - ງານບຸນ ດອກຄາຍປ່າ ປີ 2026 ໄຂຂຶ້ນໃນຕອນຄ່ຳວັນທີ 3 ມັງກອນ, ຢູ່ຕາແສງ ໝູ່ກາງຈາຍ, ແຂວງ ລາວກາຍ ດ້ວຍຫຼາຍກິດຈະກຳທີ່ດູດດື່ມ, ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວເຂົ້າຮ່ວມເປັນຈຳນວນຫຼາຍ.
Festival ແຄນມົ້ງ - ງານບຸນ ດອກຄາຍປ່າ ປີ 2026 ໄຂຂຶ້ນໃນຕອນຄ່ຳວັນທີ 3 ມັງກອນ, ຢູ່ຕາແສງ ໝູ່ກາງຈາຍ, ແຂວງ ລາວກາຍ
ນີ້ແມ່ນໂອກາດເພື່ອໃຫ້ ໝູ່ກາງຈາຍ ສືບຕໍ່ໂຄສະນາ, ແນະນຳຄວາມສາມາດບົ່ມຊ້ອນ, ທ່າແຮງ, ຄວາມງາມຂອງທິວທັດທຳມະຊາດ ແລະ ສີສັນວັດທະນະທຳທີ່ເປັນເອກະລັກຂອງເຂດດິນແດນແຫ່ງນີ້ເຖິງເພື່ອນມິດສາກົນ, ແຂກທ່ອງທ່ຽວພາຍໃນ ແລະ ນອກແຂວງ. ນີ້ແມ່ນພື້ນຖານສຳຄັນເພື່ອສ້າງບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກ, ຍືນຍົງຂອງໝູ່ກາງຈາຍ ແລະ ບັນດາທ້ອງຖິ່ນໃກ້ຄຽງໃນໄລຍະໃໝ່. ທ່ານ ຫງວຽນເຖແອັງ, ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ, ໃຫ້ຮູ້ວ່າ:
“ຜ່ານວິທະຍຸ, ໜັງສືພິມ ຂ້າພະເຈົ້າຈຶ່ງຮູ້ວ່າ ງານບຸນດອກຄາຍປ່າພວມຈັດຂຶ້ນຢູ່ ໝູ່ກາງຈາຍ ແລະ ຂ້າພະເຈົ້າມານີ້ ເພື່ອຢ້ຽມຊົມ ແລະ ລົງຕົວຈິງ. ຂ້າພະເຈົ້າຮູ້ສຶກວ່າມີຄວາມເອກອ້າງທະນົງໃຈ ແລະ ຕື້ນຕັນໃຈທີ່ສຸດ ເມື່ອເຫັນບັນດາງານບຸນວັດທະນະທຳທີ່ເປັນມູນເຊື້ອຂອງຊາດ ຍາມໃດກໍໄດ້ຮັບການອະນຸລັກຮັກສາ, ເສີມຂະຫຍາຍເພື່ອໃຫ້ແຂກທ່ອງທ່ຽວມາຢ້ຽມຊົມ ແລະ ລົງຕົວຈິງ. ແລະ ເມື່ອມານີ້, ພວກຂ້າພະເຈົ້າໄດ້ຮັບຊົມຄວາມງາມຂອງດອກຄາຍປ່າ ເຊິ່ງພວມເບັ່ງບານອວດສີສັນຢູ່ທົ່ວເຂດພາກເໜືອຕາເວັນຕົກຂອງ ຫວຽດນາມ”.
(ແຫຼ່ງຄັດຈາກ VOV)