• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫ້ວ ຕ້ອນຮັບ ວັນບຸນວິສາຂະບູຊາ ທ່າມກາງບັນຍາກາດ ທີ່ເບີກບານມ່ວນຊື່ນ

ນະຄອນຫຼວງ​ເກົ່າ ​ເຫ້ວ​ແມ່ນສູນ​ກາງ ​ທາງພຸດທະ​ສາສະໜາ​ ທີ່​ສຳ ຄັນ ​ຂອງ​ ປະ​ເທດ. ພາຍຫຼັງ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການແຜ່ລະບາດ​ໂຄ​ວິດ-19 ​ເປັນ​ເວລາ​ກວ່າ 2 ປີ, ວັນ​ບຸນວິສາຂະບູຊາ ປີ ພສ 2566 ນີ້ ຢູ່ ​ເຫ້ວ ​ໄດ້​ຮັບການ ຈັດຂຶ້ນ ຢ່າງສົມກຽດ, ເຄັ່ງຂຶມ​, ສ້າງ​ບັນຍາ ກາດ​ ເບີກບານ​ມ່ວນ​ຊື່ນໃນ​ທົ່ວນະຄອນ. ນີ້​ກໍ່​ແມ່ນ​ກິດຈະກຳ ຕອບ​ສະໜອງ ງານ​ບຸນ​ລະດູຮ້ອນ ເພື່ອ​ແນ​ໃສ່ເຮັດໃຫ້ບັນດາລາຍການ ໃນງານບຸນ ທີ່ດຳເນີນໄປໃນ 4 ລະດູຂອງປີ ໄດ້ມີຄວາມອຸດົມສົມ ບຸນ ຍິ່ງຂຶ້ນ, ​ທັງ​ເສີມຂະຫຍາຍບັນດາຄຸນຄ່າ ທາງວັດທະນະທຳ ທີ່ ມີຄຸນລັກສະນະຈຳເພາະ, ທັງສ້າງຂຶ້ນ ຜະລິະຕະພັນ ທ່ອງທ່ຽວ ທີ່ ເປັນເອກະລັກ, ມຸ່ງ​ໄປ​ເຖິງ​ສັບປະດາ ງານມະໂຫລານ ເຫວ້ 2022 “ມໍລະດົກ​ວັດທະນະທຳ ກັບ​ການ​ເຊື່ອມ​ໂຍງ​ ແລະ ​ພັດ​ທະ​ນາ​" ທີ່​ຈະ​ຈັດຂຶ້ນ​ໃນ​ທ້າຍ​ເດືອນ​ມິ​ຖຸ​ນາ ​ທີ່ຈະມາເຖິງ​.

ແຕ່ໃດ​ມາແລ້ວ, ເມື່ອເຖິງ ມື້ເພັງ ເດືອນ ສີ່, ວັນບຸນວິສາຂະບູຊາ ​ບໍ່​ພຽງ​ແຕ່​ ແມ່ນ​ກິດ​ຈະ​ກຳ​ທາງ​ດ້ານ​ສາ​ສະ​ໜາ​ ແລະ​ ຄວາມ​ເຊື່ອ​ຖື​ຂອງ ​ຊາວ​ພຸດ​ເທົ່າ​ນັ້ນ, ແຕ່​ຍັງ​ໄດ້ມີການ​ພັດ​ທະ​ນາ​ ສ້າງປອງດອງ ກັບ​ຊີ​ວິດ, ເປັນເຫດການ​ວັດ​ທະ​ນະ​ທຳ, ເຮັດໃຫ້ ຊີວິດ ວັດທະນະ ທຳ ແລະ ຄວາມເຊື່ອຖື ຂອງ ຊາວເມືອງຫຼວງເກົ່າ ອຸດົມສົມບູນ ແລະ ໂດດເດັ່ນຂຶ້ນຕື່ມ. ​ເສດຖະກິດ, ວັດທະນະທຳ-ສັງຄົມ​ຂອງ​ເມືອງ​ ເຫ້ວ​ ໃນ​ທຸກ​ວັນ​ນີ້​ ໄດ້ມີການ​ພັດທະນາ​ຢ່າງ​ໝັ້ນຄົງ, ການດຳ ລົງຊີວິດ ດ້ານຄວາມເຊື່ອຖື ສາສະໜາ ໄດ້ຮັບຄວາມເອົາໃຈໃສ່ ຈາກລັດຖະບານ, ​​ສ້າງ​ເງື່ອນ​ໄຂ​ພັດທະນາ​ຢ່າງ​ແຂງ​ແຮງ, ເພາະສະ ນັ້ນ ​ພະສົງສຳມະເນນ ແລະ ພຸດທະສາສະນິກະຊົນ ແລະ ປະຊາ ຊົນ ​ເປັນ​ຈຳນວນ​ຫຼວງ​ຫຼາຍ ​ລ້ວນ​ແຕ່​ມີ​ຄວາມເຊື່ອ​ໝັ້ນ​ ​ແລະ ດີໃຈ, ຈາກນັ້ນພ້ອມແລ້ວທີ່ຈະ ພ້ອມກັບ​​ລັດຖະບານ ​ຮ່ວມ​ມື ​ກໍ່ສ້າງ ​ບ້ານ​ເກີດ​ເມືອງ​ນອນ​ ໃຫ້ນັບມື້ນັບ ສວຍ​ງາມ​ຍ່ິງຂຶ້ນ. ສິ່ງດັ່ງກ່າວໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ວ່າ ຊາວ ​ເມືອງ​ເຫ້ວ ​ແລະ ຊາວ​ພຸດ ​ສະ ຫຼອງ ຕ້ອນຮັບ ວັນບຸນວິສາຂະບູຊາ ​ປີ​ນີ້​ ດ້ວຍການເຄື່ອນໄຫວຫຼາຍ ຢ່າງ​ທີ່​ໜ້າ​ດຶງດູດໃຈ ​ແລະ ມີ​ຄວາມ​ໝາຍ. ບັນຍາກາດ​ເບີກບານ​ມ່ວນ​ຊື່ນ​ນັ້ນ ບໍ່​ພຽງ​ແຕ່​ໄດ້​ຈັດ​ຂຶ້ນ​ຢູ່​ຕາມ​ວັດ​ວາອາຮາມ, ສະຖາບັນ ສົງ, ຫໍບູຊາ ນັບຫຼາຍ​ຮ້ອຍ​ແຫ່ງ​ເທົ່າ​ນັ້ນ, ແຕ່​ຍັງ​ໄດ້​ແຜ່​ລາມ​ໄປ​ທົ່ວ​ຖະໜົນ, ຮ່ອມ​ບ້ານ ທຸກສາຍ ແລະ ແຕ່ລະຫຼັງເຮືອນ ​ໃນ​ນະຄອນ ຫຼວງ​ບູຮານ.


ປະຕິບັດ: ແທງຮ່ວາ - ແປໂດຍ: ບິກລຽນ


Top