• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

“ດວງຕາ” ຂອງ ເຈື່ອງຊາ

ບັນດາພາບພົດທີ່ປະທັບໃຈທີ່ສຸດເມື່ອມາເຖິງ ເຈື່ອງຊາ ແມ່ນບັນດາທະຫານເຮືອທີ່ປະຕິບັດໜ້າທີ່ຢູ່ທະເລ, ໝູ່ເກາະ, ປະກົດຕົວສະຫງ່າລາສີ ແລະ ມີລະບຽບວິໄນ; ບັນດານັກຮົບ ທຳໜ້າທີ່ເວນຍາມ ແລະ ລາດຕະເວນ ປຽບທຽບ ໄດ້ກັບ “ດວງຕາ” ຂອງ ເຈື່ອງຊາ - ເວນຍາມ ທັງເວັນທັງຄືນ, ປົກປັກຮັກສາ ອະທິປະໄຕ, ຮັກສາຄວາມສະຫງົບສຸກ ຢູ່ໝູ່ ເກາະ ທະເລ ທີ່ແສນຮັກແພງຂອງປະເທດຊາດ. 

ບົດ ແລະ ພາບ: VNP/ເຊີນເຫງ້ຍ - ແປໂດຍ: ຢືຟຽນ

ຊາວໜຸ່ມ ຣັດເຊຍ ໃຫ້ຄວາມສົນໃຈຕໍ່ກັບການແຂ່ງຂັນແປພາສາ ຫວຽດນາມ

ຊາວໜຸ່ມ ຣັດເຊຍ ໃຫ້ຄວາມສົນໃຈຕໍ່ກັບການແຂ່ງຂັນແປພາສາ ຫວຽດນາມ

ຮອບຊີງຊະນະເລີດ ການແຂ່ງຂັນແປພາສາ ຫວຽດນາມ ທົ່ວປະເທດ ສະຫະພັນ ລັດເຊຍ ຄັ້ງທີ 5 ໄດ້ຈັດຂຶ້ນໃນວັນທີ 21 ມີນາ ຢູ່ສະຖາບັນການພົວພັນສາກົນ ແຫ່ງລັດ ມົສກູ (MGIMO) ດ້ວຍຮູບແບບປະສົມ ໂດຍກົງ ແລະ ອອນລາຍ.ໄດ້ເລີ່ມດຳເນີນໃນປີ 2022, ເຫດການປະຈຳປີນີ້ ໄດ້ປະກອບສ່ວນຊຸກຍູ້ ການເຜີຍແຜ່ພາສາ ຫວຽດນາມ ແລະ ບັນດາການສຶກສາຄົ້ນຄວ້າກ່ຽວກັບ ຫວຽດນາມ ຢູ່ ສະຫະພັນ ລັດເຊຍ.

Top