• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວິຖີຊີວິດ ຂອງ ຄົນ ຫວຽດ

ເມື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ໄປ​ຄຽງ​ຄູ່​ກັບ​ການ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ

ໃນຊຸມວັນບຸນເຕັດປີມະເມຍ 2026, ການເຄື່ອນໄຫວເອົາໃຈໃສ່ເບິ່ງແຍງບຸນເຕັດໃຫ້ແກ່ຄົນທຸກຍາກ, ຜູ້ມີຄວາມສ່ຽງສູງກວ່າເພີ່ນໄດ້ຈັດຂຶ້ນຢູ່ບັນດາແຂວງ ນະຄອນ. ລັດຖະບານ ແລະ ບັນດາທ້ອງຖິ່ນໄດ້ສະຫງວນເງິນຈຳນວນນັບພັນຕື້ດົ່ງ, ສົມທົບກັບບັນດາແຫຼ່ງກຳລັງສັງຄົມ ເພື່ອຮັບປະກັນໃຫ້ “ປຊຊ ທຸກຄົນ ລ້ວນແຕ່ໄດ້ຮັບບຸນເຕັດດ້ວຍຄວາມເບີກບານມ່ວນຊື່ນ”. ການເອົາໃຈໃສ່ເບິ່ງແຍງບຸນເຕັດໃຫ້ແກ່ ປຊຊ ບໍ່ພຽງແຕ່ແມ່ນການເຄື່ອນໄຫວກຸສົນເທົ່ານັ້ນ, ຫາກຍັງແມ່ນການສະແດງໃຫ້ເຫັນການຮັບປະກັນການພັດທະນາເສດຖະກິດຕິດພັນກັບຄວາມຍຸດຕິທຳ ແລະ ຄວາມກ້າວໜ້າທາງສັງຄົມຢ່າງມີຊີວິດຊີວາອີກດ້ວຍ.
(ພາບປະກອບ: VOV)

ການເອົາໃຈໃສ່ເບິ່ງແຍງບຸນເຕັດໃຫ້ແກ່ຄອບຄົວນະໂຍບາຍ, ຄອບຄົວປະສົບກັບຄວາມທຸກຍາກ ແມ່ນໜຶ່ງໃນບັນດາແຜນນະໂຍບາຍໃຫຍ່ ຊື່ງພັກ ແລະ ລັດໄດ້ເອົາໃຈໃສ່ເປັນພິເສດ ແລະ ປະຕິບັດໃນຕະຫຼອດຫຼາຍປີຜ່ານມາ.

ການຊີ້ນຳຢ່າງໃກ້ຊິດຈາກສູນກາງ   

ເພື່ອກະກຽມຕອ້ນຮັບບຸນເຕັດປະເພນີ ປີມະເມຍ 2026, ລັດຖະບານ ແລະ ປະທານປະເທດ ໄດ້ປະກາດໃຊ້ບັນດານະໂຍບາຍຊີ້ຂາດເອົາໃຈໃສ່ເບິ່ງແຍງບຸນເຕັດ ຢ່າງລຽນຕິດ. ຂອງຂວັນນັບລ້ານພູດທີ່ມີມູນຄ່າແຕ່ 11-23 USD ໄດ້ຮັບການເຊັນອະນຸມັດເພື່ອສົ່ງໄປຍັງແຕ່ລະຄອບຄົວນະໂຍບາຍ, ຄອບຄົວຜູ້ມີຄຸນງາມຄວາມດີ.

ຂະບວນການ "ບຸນເຕັດແຫ່ງຄວາມເມຕາ" (ພາບ: VGP)

ເມື່ອໄປຢ້ຽມຢາມ, ມອບຂອງຂັວນບຸນເຕັດໃຫ້ບັນດາຄອບຄົວນະໂຍບາຍ, ຄອບຄົວທຸກຍາກ ແລະ ຜູ້ອອກແຮງຢູ່ຕາແສງ ຖຸຍຊວັນ, ນະຄອນ ເຫ້ວ, ທ່ານ ເລຮວ່າຍຈຸງ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:  

ການເຄື່ອນໄຫວຢ້ຽມຢາມຖາມຂ່າວ, ມອບຂອງຂວັນບຸນເຕັດແມ່ນການເຄື່ອນໄຫວທີ່ມີຄວາມໝາຍ      , ສະແດງໃຫ້ເຫັນຄວາມຮັບຜິດຊອບ ແລະ ອາລົມຈິດຄວາມຮັກແພງຂອງພັກ, ລັດ, ແນວໂຮມປະເທດຊາດ, ສະຫະພັນໃຫ່ຍແຮງງານ ຫວຽດນາມ ທີ່ມີຕໍ່ ປຊຊ ເວົ້າລວມ, ບັນດາຄອບຄົວນະໂຍບາຍ, ຄອບຄົວຜູ້ມີຄຸນງາມຄວາມດີ ແລະ ປຊຊ ທີ່ຍັງປະສົບກັບຄວາມຫຍຸ້ງຍາກ ເວົ້າສະເພາະ. ເຖິງວ່າບັນດາພູດຂອງຂວັນບໍ່ມີມູນຄ່າຫຼາຍກໍ່ຕາມ ແຕ່ພວກຂ້າພະເຈົ້າຫວັງວ່າ ນີ້ໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງພັກ, ລັດ ແລະ ຂັ້ນຕ່າງໆ ແລະ ຫວັງວ່າ ປຊຊ ຈະຕ້ອນຮັບບຸນເຕັດດ້ວຍຄວາມອົບອຸ່ນ, ອີ່ມໜຳສຳລານກວ່າ.

ຮ່າໂນ້ຍ ມອບຂອງຂວັນບຸນເຕັດ (ພາບ : VTV)

ໃນໂອກາດບຸນປີໃໝ່ປະຈຳຊາດປີນີ້, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຄາດວ່າຈະໄດ້ມອບຂອງຂວັນເກືອບ 30.000 ພູດ ໃຫ້ແກ່ຜູ້ທຸກຍາກ, ກຳມະກອນຜູ້ອອກແຮງງານ ແລະ ຜູ້ປະສົບກົບຄວາມຫຍຸ້ງຍາກເປັນພິເສດ.      

 ຈຸດພົ້ນເດັ່ນໃໝ່ຂອງຂະບວນການປີນີ້ແມ່ນການຈັດຕັ້ງສັບປະດາ “ບຸນເຕັດແຫ່ງຄວາມເມດຕາປານີ” ຢູ່ຂັ້ນຕາແສງ ທີ່ໄດ້ດຳເນີນຢ່າງຕໍ່ເນື່ອງແຕ່ວັນທີ 2 – 9 ກຸມພາ 2026, ດ້ວຍຫຼາຍກິດຈະກຳຄື: ໄປຕະຫຼາດບຸນເຕັດແຫ່ງຄວາມເມດຕາປານີ, ຫໍ່ເຂົ້າຕົ້ມ, ການລະຫຼິ້ນພື້ນເມືອງ, ສ້າງສະຖານທີ່ເຊື່ອມຕໍ່ວົງຄະນະຍາດ, ນຳບັນດາກິດຈະກຳເບິ່ງແຍງດູແລບຸນເຕັດ ຫຍັບໃກ້ເຂົ້າກັບປະຊາຊົນນັບແຕ່ຂັ້ນຮາກຖານ.

ຄວາມເປັນເຈົ້າການຈາກທ້ອງຖິ່ນ    

ຢູ່ຮ່າໂນ້ຍ, ນະຄອນໄດ້ມອບຂອງຂວັນກວ່າ 1,16 ລ້ານພູດ ດ້ວຍຍອດເງິນກວ່າ 574 ຕື້ ດົ່ງ (ກວ່າ 22 ຕື້ USD). ນອກຈາກນັ້ນ, ຄະນະກຳມະການປະຊາຊົນບັນດາຕາແສງ ແລະ ຫົວໜ່ວຍກໍ່ໄດ້ເປັນເຈົ້າການລະດົມແຫຼ່ງກຳລັງຫັນເປັນສັງຄົມຕື່ມອີກເພື່ອໜູນຊ່ວຍບັນດາເປົ້າໝາຍໃຫ້ສອດຄ່ອງກັບເງື່ອນໄຂຕົວຈິງ. ທ່ານນາງ ຮວ່າງທິຮຽນຈາງ, ປະທານຄະນະກຳມະການແນວໂຮມປະເທດຊາດ ເມືອງ ກຽນຮຶງ (ຮ່າໂນ້ຍ) ໃຫ້ຮູ້ວ່າ:    

ຄະນະກຳມະການແນວໂຮມປະເທດຊາດ ເມືອງ ກຽນຮຶງ ໄດ້ຂົນຂວາຍ, ລະດົມປະຊາຊົນໃນບໍລິເວນຕາແສງ ກໍ່ຄືບັນດາຜູ້ໃຈບຸນໃຈກຸສົນ, ບັນດາຫົວໜ່ວຍວິສາຫະກິດ ໃນບໍລິເວນຕາແສງ ຮ່ວມແຮງຮ່ວມໃຈສະໜັບສະໜູນ. ນີ້ກໍ່ແມ່ນປີທຳອິດທີ່ພວກຂ້າພະເຈົ້າຜັນຂະຫຍາຍ ພາຍຫຼັງປະຕິບັດຮູບແບບອຳນາດການປົກຄອງສອງຂັ້ນ. ດ້ວຍແຫຼ່ງກຳລັງທີ່ລະດົມມາໄດ້, ພວກຂ້າພະເຈົ້າໄດ້ມອບຂອງຂວັນ 200 ພູດໃຫ້ແກ່ບັນດາເປົ້າໝາຍທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນ.

ຢູ່ນະຄອນ ໂຮ່ຈີມິນ, ນະຄອນໄດ້ມອບຂອງຂວັນບຸນເຕັດກວ່າ 210.000 ພູດໃຫ້ແກ່ 12 ກຸ່ມເປົ້າໝາຍນະໂຍບາຍທີ່ມີຄຸນງາມຄວາມດີ ດ້ວຍມູນຄ່າແຕ່ 1 ລ້ານດົ່ງ ຫາ 10 ລ້ານດົ່ງ/ພູດ (38,5 – 385 USD). ຕາມພະແນກພາຍໃນ ຫ໋າຍຝ່ອງ ແລ້ວ, ໃນໂອກາດບຸນປີໃໝ່ປະຈຳຊາດປີມະເມຍນີ້, ທາງນະຄອນ ກໍ່ໄດ້ເປັນເຈົ້າການສ້າງແຜນການມອບຂອງຂວັນ ໃຫ້ແກ່ຜູ້ມີຄຸນງາມຄວາມດີກວ່າ 99.000 ຄົນໃນບໍລິເວນນະຄອນ.          

ວຽກງານເບິ່ງແຍງດູແລບຸນເຕັດປີມະເມຍ 2026 ໄດ້ຜັນຂະຫຍາຍຕາມທິດກວມລວມ, ເປັນເອກະພາບໃນທົ່ວປະເທດໄດ້ປະກອບສ່ວນຮັບປະກັນຊີວິດສັງຄົມ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ຕໍ່ການຊີ້ນຳຂອງພັກ, ລັດ.

(ແຫຼ່ງຄັດຈາກ VOV)

ພາເຂົ້າ ກວານຮໍ້ - ວິຖີຊີວິດ ວັດທະນະທໍາ ຂອງ ຊາວ ກິງບັກ

ພາເຂົ້າ ກວານຮໍ້ - ວິຖີຊີວິດ ວັດທະນະທໍາ ຂອງ ຊາວ ກິງບັກ

ເມື່ອບຸນເຕັດ ແລະ ລະດູບານໃໝ່ມາເຖິງ, ຊາວ ກວານຮໍ້ ມັກຈະຊວນ ກັນ ໄປຂັບໃນງານບຸນ, ຫຼັງຈາກນັ້ນກໍ່ເຊີນກັນມາເຮືອນ ເພື່ອຮ່ວມ ຮັບປະທານອາຫານ ທີ່ເຕັມໄປດ້ວຍຄວາມອົບອຸ່ນ ແລະ ຄວາມພິຖີ ພິຖັນ ຕາມຮີດຄອງປະເພນີ ດັ້ງເດີມ ຂອງຊາວ ກິງບັກ (ແຂວງ ບັກ ນິງ). ໃນຊີວິດ ຂອງ ຊາວ ກວານຮໍ້, ສຽງຂັບ ແລະ ພິທີກຳຕ່າງໆ ແມ່ນພາກສ່ວນຫຼັກ, ແຕ່ພາເຂົ້າ ທີ່ຈັດຂຶ້ນເພື່ອ ຕ້ອນຮັບບັນດາອ້າຍ ເອື້ອຍສິລະປິນ ກວານຮໍ້ ຈາກທາງໄກກໍ່ແມ່ນ ຈຸດເດັ່ນ ທາງດ້ານ ວັດທະນະທຳ ທີ່ພິເສດ, ສະແດງໃຫ້ເຫັນເຖິງ ຂະນົບທໍານຽມ ແລະ ມາລະຍາດ ທີສືບທອດກັນມາ ຜ່ານຫຼາຍເຊັ່ນຄົນ. 

Top