ມໍລະດົກ ທີ່ມີຊີວິດ ຢູ່ໃຈກາງ ນະຄອນຫຼວງ ຮ່າໂນ້ຍ

ມໍລະດົກ ທີ່ມີຊີວິດ ຢູ່ໃຈກາງ ນະຄອນຫຼວງ ຮ່າໂນ້ຍ

ຢູ່ລຽບຕາມສາຍນ້ຳ ໂຕລິກ, ເຂດ ແກ໊ໝອກ - ເຊິ່ງເປັນພື້ນທີ່ທາງ ວັດທະນະທຳ ທີ່ເກົ່າແກ່ ຂອງ ທັງລອງ (ຮ່າໂນ້ຍ) ໃນເມື່ອກ່ອນ ຍັງ ຄົງຮັກສາບັນດາຄຸນຄ່າ ທີ່ເປັນເອກະລັກ ຜ່ານງານບຸນປະເພນີ ຂອງ 5 ໝູ່ບ້ານ. ໄດ້ຖືກຮັບຮອງ ເປັນມໍລະດົກ ວັດທະນະທຳ ທີ່ເປັນ ນາມມະທຳ ຂອງຊາດ, ງານບຸນດັ່ງກ່າວ ໄດ້ເປີດໂອກາດໃຫ້ ນັກ ທ່ອງທ່ຽວ ໄດ້ສຳຜັດ ກັບປະຫວັດສາດ ອັນຍາວນານ ແລະ ວິຖີຊີ ວິດ ວັດທະນະທຳ ຂອງຊຸມຊົນ ຢູ່ໃຈກາງ ນະຄອນຫຼວງ ຮ່າໂນ້ຍ.

ສັກສິດ ໄດ້ຖືກເຕົ້າໂຮມກັນ ຢູ່ເດີ່ນສາລາບ້ານ ເພື່ອເຮັດພິທີ ກ່ອນການຈັດຂະບວນແຫ່. ພາບ: ກົງດາດ/VNP 

ແກ໊ໝອກ ແມ່ນຊື່ເອີ້ນອີກຢ່າງໜຶ່ງຂອງເຂດ ເຍິນມຸກ ເຊິ່ງແມ່ນ ເຂດຊຸມຊົນ ທີ່ປະກົດຕົວຂຶ້ນ ມາແຕ່ດົນນານ ໃນປະຫວັດສາດຂອງ ທັງລອງ. ຜ່ານການຜັນແປປ່ຽນແປງຫຼາຍຢ່າງ ຂອງ ພື້ນທີ່ການປົກ ຄອງ ແລະ ທີ່ຢູ່ອາໄສ, ເຂດ ເຍິນມຸກ ໄດ້ຖືກແບ່ງອອກ ເປັນຫຼາຍ ຫົວໜ່ວຍໝູ່ບ້ານ ທີ່ແຕກຕ່າງກັນ. ໃນນັ້ນ, ເຍິນມຸກມົນ ປະກອບມີ 5 ໝູ່ບ້ານຄື: ຢາບເຍິ໋ດ, ກວານເຍິນ, ຈິ໋ງກິງ, ກືລົກ ແລະ ຟຸ່ງຄວາງ ມັກຈະເອີ້ນລວມກັນວ່າ 5 ໝູ່ບ້ານ ໝອກ. ນີ້ແມ່ນ ກຸ່ມຊຸມຊົນ ທີ່ມີ ຄວາມຜູກພັນກັນ ຢ່າງສະໜິດແໜ້ນ ທາງດ້ານພູມສາດ, ປະຫວັດ ສາດ ແລະ ການດຳເນີນຊີວິດ ວັດທະນະທຳ, ສ້າງເປັນພື້ນທີ່ ວັດ ທະນະທຳ ໝູ່ບ້ານ ທີ່ມີລັກສະນະ ສະເພາະ ຢູ່ ທ່າມກາງຕົວເມືອງ ຮ່າໂນ້ຍ ໃນປັດຈຸບັນ.  

ການແຫ່ວໍ ແມ່ນພິທີກຳ ທີ່ໂດດເດັ່ນທີ່ສຸດ ໃນງານບຸນ 5 ໝູ່ບ້ານ ໝອກ. ພາບ: ກົງດາດ/VNP
ຂະບວນແຫ່ ເຄື່ອນຍ້າຍຢ່າງຊ້າໆ ແລະ ສະຫງ່າຜ່າເຜີຍ ຢູ່ຕາມສາຍທາງຕ່າງໆ ຂອງເຂດ ເຍິນມຸກ. ພາບ: ກົງດາດ/VNP

ໃນຊີວິດທາງ ຈິດວິນຍານ ຂອງ ຊາວບ້ານທັງ 5 ໝູ່ບ້ານ ໝອກ, ການບູຊາ ເທບພະເຈົ້າ ຜູ້ປົກປ້ອງ ແມ່ນມີບົດບາດ ເປັນໃຈກາງ. ແຕ່ລະໝູ່ບ້ານ ລ້ວນແຕ່ມີສາລາບ້ານ, ມີສະຖາບັນ ວັດທະນະທຳ ພື້ນເມືອງ ເພື່ອບູຊາເທບພະເຈົ້າ ຜູ້ຄຸ້ມຄອງຕົນ. ບັນດາເຈົ້າຫຼັກ ເມືອງ ຂອງບ້ານ ບໍ່ພຽງແຕ່ ແມ່ນບຸກຄົນ ທີ່ມີຄຸນງາມຄວາມດີ ຕໍ່ໝູ່ ບ້ານ ແລະ ປະເທດຊາດເທົ່ານັ້ນ, ແຕ່ຍັງແມ່ນ ສັນຍະລັກແຫ່ງ ສິນ ທຳ, ຄວາມເຊື່ອໝັ້ນ ແລະ ການປົກປັກຮັກສາອັນສັກສິດ ສຳລັບຊຸມຊົນ ອີກດ້ວຍ.

ບົນພື້ນຖານຄວາມເຊື່ອຖືດັ່ງກ່າວ, ງານບຸນ 5 ໝູ່ບ້ານ ໝອກ ໄດ້ ກໍາເນີດຂຶ້ນ ແລະ ຮັກສາໄວ້ຜ່ານຫຼາຍລຸ້ນຄົນ ຄືດັ່ງການດຳເນີນຊີ ວິດວັດທະນະທຳ ລວມ ຂອງທົ່ວເຂດ ແກ໊ໝອກ. ງານບຸນໄດ້ຈັດຂຶ້ນ ແຕ່ວັນທີ 10 ຫາ 12 ເດືອນ ກຸມພາ (ຕາມຈັນທະປະຕິທິນ) ເພື່ອ ແຫ່ບັນດາເທບພະເຈົ້າ ຜູ້ປົກປັກຮັກສາໝູ່ບ້ານ ໄປທ່ຽວຊົມລະດູ ບານໃໝ່, ຊົມທິວທັດ ຂອງ ທັງ 5 ໝູ່ບ້ານ ແລະ ອະທິຖານ ຂໍໃຫ້ ປະເທດຊາດມີຄວາມສະຫງົບສຸກ, ປະຊາຊົນ ມີຄວາມຜາສຸກ...

ວໍສັກສິດ ໄດ້ຖືກແຫ່ຜ່ານເຂດທີ່ຢູ່ອາໄສ, ສະແດງໃຫ້ເຫັນເຖິງ ຄວາມຜູກພັນ ລະຫວ່າງ ຄວາມເຊື່ອຖື ແລະ ຊີວິດການເປັນຢູ່. ພາບ: ກົງດາດ/VNP
ບັນດາສະມາຊິກ ໃນຂະບວນແຫ່ ປະສານງານກັນ ຢ່າງຄ່ອງແຄ້ວ ໃນເວລາເຄື່ອນຍ້າຍວໍ. ພາບ: ກົງດາດ/VNP 
 
ຊາວບ້ານ ທີ່ເຂົ້າຮ່ວມງານບຸນ ນຸ່ງຊຸດເສື້ອ "ຕື້ເທີນ" (ເສື້ອສີ່ປ່ຽງ) ແລະ ກຸບ "ກວາຍທາວ" ຊຶ່ງສ້າງເປັນຈຸດເດັ່ນ ທາງດ້ານວັດທະນະທຳ ໃນງານບຸນ ໝູ່ບ້ານ ໝອກ. ພາບ: ກົງດາດ/VNP 

ແຕກຕ່າງກັບງານບຸນ ປະຈໍາໝູ່ບ້ານ ແຕ່ລະແຫ່ງ, ງານບຸນ 5 ໝູ່ ບ້ານ ໝອກ ມີລັກສະນະເຊື່ອມຕໍ່ ລະຫວ່າງໝູ່ບ້ານ ຢ່າງຈະແຈ້ງ, ສະແດງໃຫ້ເຫັນຢ່າງເລິກເຊິ່ງ ເຖິງຈິດໃຈ ຄວາມສາມັກຄີ ຂອງ ຊຸມຊົນ. ຕາມຮີດຄອງແຕ່ສະໄໝກ່ອນ, ບັນດາໝູ່ບ້ານໄດ້ຮ່ວມກັນ ຈັດງານບຸນ ຢ່າງສົມກຽດ ຕາມຮອບວຽນ ໂດຍຜັດປ່ຽນກັນ ເປັນ ເຈົ້າພາບ. ໃນໂອກາດນີ້, ບັນດາພິທີແຫ່ ແລະ ພິທີບູຊາ ໄດ້ດຳເນີນ ໄປຢ່າງສະຫງ່າຜ່າເຜີຍ, ໂດຍມີຄວາມໝາຍ ອັນເຊີນບັນດາ ເທວະ ດາ ໄປທ່ຽວຊົມ ໃນພື້ນທີ່ລວມ ຂອງເຂດ ແກ໊ໝອກ, ພ້ອມທັງຝາກ ຝັງຄວາມໄຝ່ຝັນ ກ່ຽວກັບຊີວິດ ທີ່ສະຫງົບສຸກ, ຜົນລະປູກ ຈະງອກ ງາມ ແລະ ຊຸມຊົນ ທີ່ມີຄວາມປອງດອງກັນ. 

ພື້ນທີ່ຕາມຖະໜົນຫົນທາງ ໄດ້ກາຍເປັນສ່ວນໜຶ່ງ ຂອງງານບຸນປະເພນີ. ພາບ: ກົງດາດ/VNP 
ພາບການແຫ່ວໍ ໄດ້ສ້າງເປັນຈຸດເດັ່ນທາງດ້ານວັດທະນະທຳ ຢູ່ຕາມຖະໜົນ. ພາບ: ກົງດາດ/VNP
- ຜູ້ແຫ່ວໍ ພະຍາຍາມຮັກສາການຊົງຕົວ ໃນເວລາທີ່ວໍປິ່ນອ້ອມ ຢູ່ເຄິ່ງກາງທາງ ຂອງຂະບວນແຫ່. ພາບ: ກົງດາດ/VNP 
 

ງານບຸນ ແມ່ນຕິດພັນກັບ ລະບົບສາລາໝູ່ບ້ານ ຂອງ ບັນດາ ບ້ານ ໝອກ ເຊັ່ນ: ສາລາ ຟຸ່ງຄວາງ, ສາລາ ກວານເຍິນ, ສາລາ ກື້ຈິ໋ງ, ສາ ລາ ຢາບເຍິ໋ດ... ສາລາແຕ່ລະແຫ່ງ ແມ່ນສູນລວມ ຂອງ ປະຫວັດ ສາດ, ສະຖາປັດຕະຍະກຳ ແລະ ຄວາມເຊື່ອຖື, ປະກອບສ່ວນສ້າງ ເປັນແຜນທີ່ວັດທະນະທຳ ທີ່ເປັນເອກະລັກ ຂອງເຂດ ເຍິນມຸກ. ການທີ່ບັນດາສາລາໝູ່ບ້ານ ເຂົ້າຮ່ວມ ໃນງານບຸນດຽວກັນນັ້ນ ບໍ່ພຽງແຕ່ ເຮັດໃຫ້ເຫັນໄດ້ຢ່າງເດັ່ນຊັດ ເຖິງສາຍພົວພັນ ອັນສະໜິດແໜ້ນ ລະຫວ່າງໝູ່ບ້ານເທົ່ານັ້ນ, ແຕ່ຍັງສ່ອງແສງ ໃຫ້ເຫັນເຖິງແນວຄິດຊຸມຊົນ ທີ່ກ້າວອອກນອກ ຂອບເຂດໝູ່ບ້ານ ແບບປິດ. ນີ້ຄືຈຸດໜຶ່ງທີ່ກ້າວໜ້າ ໃນໂຄງສ້າງ ວັດທະນະທຳ ພື້ນເມືອງ.

ຂະບວນແຫ່ ມຸ່ງໜ້າສູ່ສາລາບ້ານ – ເຊິ່ງເປັນຈຸດຢຸດແວ່ ທີ່ສຳຄັນ ໃນພື້ນທີ່ຂອງງານບຸນ. ພາບ: ກົງດາດ/VNP
ຊ່ວງເວລາທີ່ແຫ່ວໍສັກສິດ ຂຶ້ນຂັ້ນໄດສູງ ເພື່ອເຂົ້າສູ່ສາລາບ້ານ ເຮັດໃຫ້ຜູ້ຫາມວໍ ຕ້ອງມີຄວາມຄ່ອງແຄ້ວ ໃນການປະສານງານກັນ ເພື່ອຮັກສາການຊົງຕົວ ແຕ່ກໍຍັງຮັບປະກັນ ຄວາມສະຫງ່າຜ່າເຜີຍ. ພາບ: ກົງດາດ/VNP 
ວໍສັກສິດ ຢຸດແວ່ຢູ່ຕໍ່ໜ້າເດີ່ນສາລາບ້ານ ເພື່ອດຳເນີນ ບັນດາພິທີກຳຕ້ອນຮັບ. ພາບ: ກົງດາດ/VNP 

ຄຽງຄູ່ກັບພິທີກໍາທີ່ສັກສິດ ແລ້ວ, ງານບຸນ 5 ໝູ່ບ້ານ ໝອກ ຍັງ ແມ່ນໂອກາດດຳເນີນ ບັນດາການເຄື່ີອນໄຫວທາງດ້ານ ວັດທະນະ ທຳພື້ນເມືອງ, ການຫຼິ້ນແບບດັ້ງເດີມ ແລະ ຮູບແບບການສະແດງ ສິລະປະ ທີ່ເຂັ້ມຂຸ້ນໄປດ້ວຍສີສັນທ້ອງຖິ່ນ. ບັນດາກິດຈະກຳເຫຼົ່າ ນັ້ນ ໄດ້ປະກອບສ່ວນ ເຮັດໃຫ້ຊີວິດ ທາງດ້ານຈິດໃຈ ຂອງຜູ້ຄົນ ອຸ ດົມສົມບູນຍິ່ງຂຶ້ນ, ພ້ອມທັງສ່ອງແສງໃຫ້ເຫັນ ບັນດາຄຸນຄ່າທາງ ດ້ານສະຫງວນຄວາມງາມ, ຄຸນສົມບັດ ແລະ ວິຖີຊີວິດ ທີ່ໄດ້ຮັບ ການສືບທອດຜ່ານຫຼາຍລຸ້ນຄົນ ຂອງ ຊາວ ແກ໊ໝອກ.

  • ບົດ ແລະ ພາບ: ກົງດາດ - ແປໂດຍ: ບິກລຽນ

Top