• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວິຖີຊີວິດ ຂອງ ຄົນ ຫວຽດ

ບັນ​ດາ​ຮ້ານ​​ອາ​ຫານ​ທີ່​ເກົ່າ​ແກ່​ຢູ່​ແຂວງ ກ່າ​ເມົາ

ໃນ​ທ່າ​ມ​ກາງ​ຈັງ​ຫວະ​ການ​ດຳ​ລົງ​ຊີ​ວິດ​ທີ່​ຄຶກ​ຄື້ນ, ທັນ​ສະ​ໄໝ​ຂອງ​ຕາ​ແສງ​ຈຳ​ນວນ​ໜຶ່ງ​ຢູ່​ໃຈ​ກາງ​ແຂວງ ກ່າ​ເມົາ, ມີ​ຮ້ານ​ນ້ອຍໆຫຼາຍ​ແຫ່ງ​ໄດ້​ຄົງ​ຕົວ​ມາ​ເປັນ​ເວ​ລາ​ນັບ​ສີບໆ​ປີ ຊື່ງ​ໄດ້​ຫວນ​ຄືນ​ໄລ​ຍະ​ເວ​ລາ​ທີ່​ໄດ້ຜ່ານມາແຕ່ດົນນານ. ນັ້ນ​ແມ່ນ​ບັນ​ດາ​ຜູ້​ມີ​ອາ​ຍຸ​ສູງ​ຢາກ​ຫວນ​ຄືນ​ຄວາມ​ຊົງ​ຈຳ​ໃນຍາມ​ເຍົາ​ໄວ, ຜູ້​ໜຸ່ມ​ຢາກ​ຊອກ​ຮູ້​ອາ​ດີດ​ຕະ​ການ ແລະ ຜູ້​ຢູ່​ໄກ​ຈາກ​ບ້ານ​ເກີດ​ເມືອງນອນ​ສາ​ມາດ​ກັບ​ຄືນມາຫາ​ລົດ​ຊາດ​ທີ່​ລື້ງເຄີຍ​ຂອງ​ບ້ານ​ເກີດ​ເມືອງນອນ.

ຮ້ານຂາຍ​ນ້ຳ​ຫວານ​ຖົ່ວ ອົງ​ຢູ ຕັ້ງຢູ່​ໃນ​ຮ່ອມ​ທາງ​ນ້ອຍ​ຂອງ​ຕາ​ແສງ 2, ອວ່າຍໜ້າ​​ອອກໄປທາງ​ແມ່​ນ້ຳ ກ່າ​ເມົາ​ ຍາມ​ໃດ​ກໍ່​ມີ​ແຂກ​ມາ​ຢ່າງ​ຄັບ​ຄາ​ໜາ​ແໜ້ນ. ເຈົ້າ​ຂອງ​ຮ້ານ​ແມ່ນ​ແມ່​ຍິງ 2 ຄົນ​ມີ​ອາ​ຍຸ​ເກືອບ 70 ປີ, ຜົມ​ງອກ​ໝົດ​ແຕ່​ຍັງ​ມີ​ຄວາມ​ຫ້າວ​ຫັນ​ເຮັດ​ນ້ຳ​ຫວານ​ແຕ່​ລະ​ຈອກ​ໃຫ້​ແກ່​ແຂກ. ນັ້ນ​ແມ່ນ​ນ້ອງ​ສາວ 2 ຄົນ​ຂອງ ອົງ​ຢູ, ເຈົ້າ​ຂອງ​ເກົ່າ​ຂອງ​ຮ້ານ ແລະ ສືບ​ຕໍ່​ຂາຍ​ນ້ຳ​ຫວານ​ຖົ່ວ​ແທນ​ອ້າຍ​ຂອງ​ຕົນ ແລະ ນຳເອົາ​ບັນ​ດາ​ລົດ​ຊາດ​ຂອງ​ນ້ຳ​ຫວານ​ຖົ່ວ​ຊະ​ນິດ​ຕ່າງໆ​​ທີ່​ລື້ງ​ເຄີຍພ້ອມ​ກັບ​ນ້ຳ​ແຂງໄສ ມາ​ສູ່​ຄົນ ກ່າ​ເມົາ ແລະ ແຂກ​ຄົນ. ປ້າ ໂງ​ທິ​ອຽນ ເຈົ້າ​ຂອງ​ຮ້ານ​ນ້ຳ​ຫວານ​ຖົ່ວ ໃຫ້​ຮູ້​ວ່າ:

ເມື່ອ​ກ່ອນ​ແມ່ນ​ແມ່ ແລະ ອ້າຍ​​ຂາຍ, ແມ່ເສຍ​ແລ້ວ, ອ້າຍກໍ່​ປ່ວຍ, ດັ່ງ​ນັ້ນ​ ບໍ່​ໄດ້​ຂາຍ​ອີກ, ປະ​ຈຸ​ບັນ​ ສອງ​ເອື້ອຍ​ນ້ອງ​ສືບ​ຕໍ່​ຂາຍ, ໄດ້​ຂາຍມາເປັນເວ​ລາ 54 ປີ​ແລ້ວ. ນ້ຳ​ຫວານ​ຖົ່ວ​ມີຫຼາຍ​ຊະ​ນິດ​ຄື: ຖົ່ວ​ຂຽວ, ຖົ່ວ​ແດງ, ແປ້ງ​ເຜືອກ, ໜາກນັດ, ກ້ວຍ….

ຊາວ ກ່າ​ເມົາ ຫຼາຍ​ຄົນ​ໄດ້​ເອີ້ນ​ ນ້ຳ​ຫວານ​ຖົ່ວ​ ແມ່ນ​ເຍື່ອງ​ໜຶ່ງ​ໃນຄາວ​ເຍົາ​ໄວ. ນີ້​ແມ່ນ​ສະ​ຖານ​ທີ່ລື້ງ​ເຄີຍ​ຂອງ​ຊຸມມື້​ທີ່​ແມ່​​​ເອົາເງິນ​ໃຫ້ມາແວ່​ມາ​ຮ້ານ​ກິນ​ນ້ຳ​ຫວານ​ຖົ່ວທີ່​ຫວານ​ເຢັນ. ເພື່ອນ ເຈຶອງ​ທິ​ຕູ​ຈິງ ໃຫ້​ຮູ້​ວ່າ:

ມື້ນີ້​ກັບ​ເມືອ​ບ້ານ ຂ້າ​ພະ​ເຈົ້າ​ໄດ້​ເລືອກ​ຮ້ານ​ນ້ຳ​ຫວານ​ແຫ່ງນີ້ ຍ້ອນ​ບັນ​ຍາ​ກາດ​ສະ​ຫງົບ​ງຽບ, ຢາກ​ເບິ່ງ​ອອກ​ໄປແມ່​ນ້ຳ. ຂ້າ​ພະ​ເຈົ້າ​ຮູ້​ຈັກ​ກັບ​ຮ້ານ​ນ້ຳ​ຫວານ​ແຫ່ງນີ້​ນັບ​ແຕ່​ເວ​ລາ​ຮຽນ​ມັດ​ທະ​ຍົມ​ຕອນ​ຕົ້ນ, ຄາວ​ຍັງ​ນ້ອຍ​ເຄີຍ​ໄປຫຼີ້ນ​ນຳ​ໝູ່, ດຽວນີ້​ໄປ​ຮຽນ​ຢູ່ ໄຊ​ງ່ອນ, ເມື່ອ​ກັບ​ເມືອ​ບ້ານກໍ່​ແວ່​ຮ້ານ​ແຫ່ງນີ້.

ຢູ່​ແຂວງ ກ່າ​ເມົາ ມີ​ຮ້ານ​ຂາຍ​ເຂົ້າ​ໜົມ ບັນ​ກົງ ຫຼາຍ​ຮ້ານ, ຮ້ານ​ແຕ່​ລະ​ແຫ່ງ​ພັດໄດ້​ຕິດ​ພັນ​ກັບ​ຄວາມ​ລື້ງເຄີຍ ແລະ ເລື່ອງ​ລາວສະ​ເພາະ​ທີ່​ກ່ຽວ​ຂ້ອງ​ເຖິງ​ຊີ​ວິດ​ຂອງ ປ​ຊ​ຊ ຢູ່​ອ້ອມ​ແອ້ມ. ຢູ່ນີ້, ເຂົາ​ເຈົ້າ​ບໍ່​ໄດ້​ເອີ້ນ​ຊື່ປ້າ​ເຈົ້າຂອງ​ຮ້ານ​ດ້ວຍ​ຊື່​ແທ້, ຫາກ​ໄດ້​ເອີ້ນ​ວ່າ​ ​ປ້າ​ຂາຍ ບັນ​ກົງ, ຜູ້​ທີ່​ເຮັດ​ອາ​ຫານ​ທີ່​ແຊບ​ໆໃນ​ທຸກ​ຕອນ​ແລງ. ປ້າ ຮວ່າງ​ທິ​ຄຽມ ໃຫ້​ຮູ້​ວ່າ:

ຂ້າ​ພະ​ເຈົ້າ​ຂາຍ​ເຂົ້າ​ໜົມ​ນີ້ມາໄດ້ 35 ປີ​ແລ້ວ, ແຕ່​ກ່ອນ​ແມ່​ຂ້າ​ພະ​ເຈົ້າ​ຂາຍ, ດຽວນີ້ກໍ່​ຂາຍ​ຕາມ​ແມ່, ເຂົ້າ​ໜົມ​ນີ້​​ເຮັດ​ດ້ວຍແປ້ງ​ເຂົ້າ​ຈ້າວ, ເຂົ້າ​ໜຽວ, ຖົ່ວ​ຂຽວ, ຊີ້​ນໝູ, ແລ້ວ​​ເອົາ​ໄປຈືນ. ຂ້າ​ພະ​ເຈົ້າ​ໄດ້​ຂາຍ​ນັບ​ແຕ່​ປີ 1990 ມາຮອດດຽວນີ້, ກໍ່​ບໍ່​ໄດ້​ກຳ​ໄລຫຼາຍ​ແຕ່ກໍ່​ພໍ​ຢູ​ພໍ​ກິນ.

ຢູ່​ຫ່າງ​ຈາກ​ຮ້ານ​ຂາຍ​ ບັນ​ກົງ, ຢູ່​ຕາ​ແສງ ອານ​ຊວຽ​ນ ກໍ່​ມີ​ຮ້ານ​ຂາຍ​ກະ​ແລມ​ກ້ວຍ​ແຫ່ງ​ໜຶ່ງ​ທີ່​ຍາມ​ໃດ​ກໍ່​ມີ​ແຂກ​ມາຫຼາຍ, ພິ​ເສດ​ແມ່ນ​ບັນ​ດາ​ເພື່ອນ​ໜຸ່ມ. ​ເຖິງ​ເບິ່ງ​ຄື​ວ່າ ຮ້ານ​ແຫ່ງນີ້​ໄດ້​ສ້ອມ​ແປງ​ໃໝ່​ຢ່າງ​ໃຫ່​ຍ​ໂຕ​ສວຍ​ງາມ ແຕ່ກໍ່​ມີ​ບັນ​ດາ​ເຍື່ອງ​ອາ​ຫານທີ່ໄດ້​ຄົງ​ຕົວ​ມາ​ເປັນ​ເວ​ລາ​ນັບ​ສີບໆປີ​ແລ້ວ. ປ້າ ຟ້າມ​ທິ​ມີຮວ່າ, ເຈົ້າ​ຂອງ​ຮ້ານ ໃຫ້​ຮູ້​ວ່າ:

ຂ້າ​ພະ​ເຈົ້າ​ໄດ້​ຂາຍ​ມາເປັນ​ເວ​ລາ 40 ປີ​ແລ້ວ, ຂາຍ​ບັນ​ດາ​ເຍື່ອງ​ອາ​ຫານ​ພື້ນ​ເມືອງ, ແມ່​ໄດ້​ຖ່າຍ​ທອດ​ເຄັດລັບ​ໃຫ້. ກະ​ແລມ​ກ້ວຍ ​ມີ​ແປ້ງ, ກ້ວຍ ແລະ ກະ​ທິ…

ກ່າ​ເມົາ ແມ່ນ​ແຂວງທີ່ມີ​ເນື້ອ​ທີ່​ປູກ​ກ້ວຍຫຼາຍ​ກ່​ວາ​ໝູ່​ຢູ່​ເຂດ​ພາກ​ຕາ​ເວັນ​ຕົກ​ທາງ​ພາກ​ໃຕ້ ຫວຽດ​ນາມ. ຈາກ​ກ້ວຍ​ໜ່ວຍ​ຫອມ​ແຊບ, ປ​ຊ​ຊ ໄດ້​ເຮັດ​ເປັນ​ກະ​ແລມ​ທີ່​ລຽບ​ງ່າຍ​ແຕ່​ມີ​ລົດ​ຊາດ​ສະ​ເພາະ​ຂອງ​ເຂດ​ແມ່​ນ້ຳ. ນັ້ນ​ແມ່ນ​ລົດ​ຊາດ​ຫວານຊ້ອຍ​ຂອງກວ້ຍນ້ຳ​ສຸກ ປະ​ສົມ​ກັບ​ລົດ​ຊາດ​ມັນໆ​ຂອງ​ກະ​ທິ, ຖົ່ວ​ດິນ… ແມ່ນ​ເຍື່ອງ​ຂອງຫວານທີ່​ຫວານ, ແ​ຊບ, ເຢັນ​ ເໝາະກັບ​ອາ​ກາດ​ຮ້ອນ​ເອົ້າ​ຂອງ​ເຂດ​ຕາ​ເວັນ​ຕົກ​ທາງ​ພາກ​ໃຕ້​ທີ່​ສຸດ​.

ຮ້ານອາຫານຢູ່ ກ່າເມົາ
ຮ້ານອາຫານຢູ່ ກ່າເມົາ

ຮ້ານຂາຍ​ອາ​ຫານ​ນ້ອຍ​ແຕ່​ລະ​ຮ້ານ​ຢູ່​ແຂວງ ກ່າ​ເມົາ ຄື​ວ່າ​ໄດ້​ເກັບ​ເລື່ອງ​ລາວ​ສະ​ເພາະ​ຂອງຫຼາຍ​ລຸ້ນ​ຄົນ. ເມື່ອ​ມາ​ແຫ່ງນີ້, ​ເຂົາ​ເຈົ້າ​ບໍ່​ພຽງ​ແຕ່​ໄດ້​ຮັບ​ປະ​ທານ​ບັນ​ດາ​ເຍື່ອງ​ອາ​ຫານ​ທີ່​ເຂັ້ມ​ຂຸ້ນ​ໄປ​ດ້ວຍ​ລົດ​ຊາດ​ພິ​ເສດ​ສະ​ເພາະ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ກັບ​ຄືນ​ສູ່​ບັນ​ຍາ​ກາດ​ທີ່​ລຽບ​ງ່າຍ, ສະ​ຫງົບ​ງຽບ ແລະ ຈັງ​ຫວະ​ການ​ດຳ​ລົງ​ຊີ​ວິດ​ທີ່​ໄປ​ຊ້າໆ​ຂອງ​ເຂດ​ພາກ​ຕາ​ເວັນ​ຕົກໃນເມື່ອກ່ອນ​ອີກ​ດ້ວຍ./.

(ແຫຼ່ງຄັດຈາກ VOV)

ບ່ອນຈັງຫວະຊີວິດ ເລີ່ມຕົ້ນຈາກທ້ອງທະເລ

ບ່ອນຈັງຫວະຊີວິດ ເລີ່ມຕົ້ນຈາກທ້ອງທະເລ

ຈາກບັນດາຫາດຊາຍ ທີ່ຍັງຄົງເຕັມໄປດ້ວຍນ້ຳໝອກຕົກຄ້າງ ຈົນ ຮອດ ທ້ອງເຮືອ ທີ່ເຕັມໄປດ້ວຍກຸ້ງປາ ທີ່ຫາກໍຮອດທ່າ, ຕະຫຼາດຂາຍ ສິນທະເລ ໃນຕອນເຊົ້າ ໄດ້ສະແດງໃຫ້ເຫັນວິຖີຊີວິດ ທີ່ເປັນເອກະລັກ ສະເພາະ ສໍາລັບຊາວເມືອງຝັ່ງທະເລ ຫວຽດນາມ. ການອອກແຮງ ງານ, ວັດທະນະທຳ ແລະ ນ້ຳໃຈຄົນ ໄດ້ປະສານເຂົ້າກັນແບບລຽບ ງ່າຍ ແຕ່ມີຊີວິດຊີວາ, ບ່ອນທີ່ແຕ່ລະວັນໃໝ່ ໄດ້ເລີ່ມຕົ້ນໄປພ້ອມກັບ ທ້ອງທະເລ.

Top