• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວິຖີຊີວິດ ຂອງ ຄົນ ຫວຽດ

“ປິວ​ສະ​ບັດ ຫວຽດ​ນາມ”: ມອບ​ທຸງ​ຊາດ, ຝາກ​​ຄວາມ​ຮັກ​ຊາດຢ່ຽງ​ເຕັມ​ປ່ຽມ

ການເອົາທຸງຊາດໄປສູ່ຫຼາຍເຂດພາກ, ມອບໃຫ້ປະຊາຊົນເຂດຊາຍແດນ ຫຼື ປ່ຽນທຸງຜືນໃໝ່ໃຫ້ແກ່ຊາວປະມົງຢູ່ເຂດທະເລໝູ່ເກາະ, ນັ້ນແມ່ນວຽກງານຂອງບັນດາເພື່ອນໜຸ່ມໃນໂຄງການ “ປິວສະບັດ ຫວຽດນາມ”. ທຸງຊາດແຕ່ລະຜືນທີ່ໄດ້ມອບນັ້ນ ລ້ວນແຕ່ບັນຈຸສານແຫ່ງການເຊື່ອມຕໍ່ບັນດາຫົວໃຈທີ່ມີຄວາມຮັກອັນດຽວກັນ ນັ້ນຄື ນ້ຳໃຈຮັກຊາດ.
ບັນດາຜູ້ກໍ່ຕັ້ງໂຄງການ “ປິວສະບັດ ຫວຽດນາມ” (ພາບ: daibieunhandan.vn)

ໃກ້ຈະຮອດ 7 ໂມງແລງ, ສຽງເອີ້ນອັນຊັດແຈ້ງຂອງນາຍບ້ານຍັງຄົງດັງຂຶ້ນເລັ່ງໃຫ້ແຕ່ລະຄອບຄົວໄປຮັບເອົາທຸງຊາດ. ຫຼາຍຄົນກຳລັງກຽມພາເຂົ້າແລງ ຍັງບໍ່ທັນເຂົ້າໃຈວ່າມີເລື່ອງຫຍັງເກີດຂຶ້ນ ແຕ່ຫຼັງຈາກນັ້ນ ຕ່າງກໍມີຄວາມດີໃຈເມື່ອໄດ້ຮັບຂອງຂວັນທີ່ມີຄວາມໝາຍນີ້ແບບບໍ່ຄາດຄິດນີ້ຈາກບັນດາສະມາຊິກໃນໂຄງການ “ປິວສະບັດ ຫວຽດນາມ”. ໝູ່ບ້ານ ເຮີມົງ ປາວີແມ່ນສະຖານທີ່ສຸດທ້າຍໃນວິວັດການນຳເອົາທຸງຊາດໄປເຖິງ ແມ່ວວາກ, ຕາແສງ ຊາຍແດນເຂດພູພຽງຫີນແຂວງ ຕວຽນກວາງ. ມີຫຼາຍຄອບຄົວ ພາຍຫຼັງໄດ້ຮັບທຸງແລ້ວ ກໍຂ້ຽວເອົາຜືນເກົ່າລົງເພື່ອແຂວນຜືນໃໝ່ໃນທັນທີ, ບາງຄອບຄົວທີ່ກ່ອນໜ້ານັ້ນຍັງບໍ່ທັນມີທຸງ, ເຂົາເຈົ້າກໍເກັບທຸງໄວ້ດ້ວຍຄວາມດີໃຈເພື່ອຖ້າຕອນເຊົ້າມື້ຕໍ່ມາຈະຈັດແຈງບ່ອນແຂວນທຸງ. ມື້ໜຶ່ງຂອງໝູ່ບ້ານແຫ່ງນີ້ທີ່ແຂກມາທ່ຽວບໍ່ຫຼາຍ ພັດມີຄວາມຄຶກຄັກຂຶ້ນ ຍ້ອນນ້ຳໃຈອັນອົບອຸ່ນ ເຊິ່ງບັນດາເພື່ອນໜຸ່ມຈາກ ຮ່າໂນ້ຍ ໄດ້ນຳມາໃຫ້. ອ້າຍ ເຈິ່ນລິງເຊີນ, ຢູ່ບ້ານ ເຮີມົງ ປາວີ, ໃຫ້ຮູ້ວ່າ:

“ຜ່ານໂຄງການ “ປິວສະບັດ ຫວຽດນາມ”, ຂ້າພະເຈົ້າເຫັນວ່າ ບັນດາເພື່ອນໜຸ່ມນັ້ນ ມີແນວຄິດທີ່ດີ ແລະ ມີຄວາມໝາຍວັດທະນະທຳມະນຸດທີ່ສຸດ. ສຳລັບບັນດາໝູ່ບ້ານເຂດພູສູງ, ເຮົາກໍແນະນຳໃຫ້ເຂົາເຈົ້າ ຄວນເຂົ້າໄປມອບຢູ່ບັນດາໝູ່ບ້ານວັດທະນະທຳການທ່ອງທ່ຽວຊຸມຊົນ. ເຮັດຄືແນວນັ້ນຈະມີຄວາມໝາຍກວ່າ ແລະ ຊ່ວຍໃຫ້ພໍ່ແມ່ປະຊາຊົນຍົກສູງນ້ຳໃຈ ກໍຄືປະສິດທິຜົນຂອງການໂຄສະນາ ແລະ ຄວາມຮັກບ້ານເກີດເມືອງນອນ, ນ້ຳໃຈຮັກຊາດຈະໄດ້ຮັບການແຜ່ກະຈາຍຢ່າງກວ້າງຂວາງກວ່າອີກ”.

ບັນດາສະມາຊິກໃນທິມງານມອບທຸງຊາດໃຫ້ປະຊາຊົນຢູ່ໝູ່ບ້ານ ເຮີມົງ ປາວີ (ພາບ: VOV)

ໂດະກິມຟຸກ, ນັກກິລາຫຼີ້ນບານສິລະປະ(Freestyle football) ທີ່ເຄີຍໄປສະແດງໃນທົ່ວໂລກ, ນາງ ຫງວຽນມິງເຟືອງ Tiktoker ທີ່ໄດ້ຮູ້ຈັກເຖິງດ້ວຍບົດເຕັ້ນຮັກຊາດທີ່ໂດ່ງດັງໃນສື່ສັງຄົມອອນໄລ ແລະ ນັກຂ່າວ ນາງ ຫງວຽນເຟືອງຮັ່ງ ໄດ້ພ້ອມກັນສ້າງຕັ້ງໂຄງການ “ປິວສະບັດ ຫວຽດນາມ” ປີ 2025 ຂຶ້ນມາ. ກ່ອນນັ້ນ, ເຂົາເຈົ້າໄດ້ຜັນຂະຫຍາຍບັ້ນເຄື່ອນໄຫວ “ໝາກບານ 1.000 ໜ່ວຍໃຫ້ນ້ອງໆ” ແລະ ໃນການເດີນທາງເອົາໝາກບານແຕ່ແຂວງ ຕວຽນກວາງ ໄປຍັງ ກາເມົາ, ເຂົາເຈົ້າໄດ້ພົບກັບເລື່ອງລາວທີ່ຕື້ນຕັນໃຈ ແລ້ວຈາກນັ້ນຈຶ່ງຝັກໄຝ່ສ້າງຕັ້ງໂຄງການ “ປິວສະບັດ ຫວຽດນາມ”. ນາງ ຫງວຽນເຟືອງຮັ່ງ ໃຫ້ຮູ້ວ່າ:

“ເມື່ອພວກເຮົາເດີນທາງມາຮອດໝູ່ບ້ານຊາວປະມົງຢູ່ ເຊີ່ມເຊີນ, ແຂວງ ແທັງຮວ໊າ, ມີເຮືອຫາປາຫຼາຍລຳທີ່ພວມຈອດຢູ່ຫັ້ນ, ທຸງຊາດຖືກຂາດໝົດພາຍຫຼັງຖືກພາຍຸພັດຖະຫຼົ່ມ. ບັນດາຊາວປະມົງຢູ່ຫັ້ນເວົ້າວ່າ ເຖິງວ່າທຸງຈະຂາດ ແຕ່ກໍຕ້ອງແຂວນເພື່ອໃຫ້ເຂົາເຈົ້າຮູ້ວ່າ ນີ້ແມ່ນເຮືອຂອງ ຫວຽດນາມ. ຈາກນັ້ນ, ພວກຂ້າພະເຈົ້າຈຶ່ງຕັດສິນໃຈຈະພ້ອມກັນນຳເອົາທຸງ 1.000 ຜືນໄປຍັງທົ່ວປະເທດ”.

ບັນດາສະມາຊິກໃນທິມງານໄດ້ມອບທຸງນັບພັນຜືນໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນ ແລະ ທະເລໝູ່ເກາະ

ໃນເດືອນກັນຍາ 2025, ບັນດາສະມາຊິກໃນກຸ່ມໄດ້ມີບັ້ນເຄື່ອນໄຫວທຳອິດຢູ່ເຂດພິເສດ ຝູກຸຍ, ແຂວງ ຢາລາຍ. ບໍ່ພຽງແຕ່ມອບທຸງເທົ່ານັ້ນ, ກຸ່ມນີ້ ຍັງຊ່ວຍຊາວປະມົງແຂວນທຸງອີກດ້ວຍ. ບັນດາຫຼັກທຸງທີ່ມີຄວາມສູງ 4,5ແມັດ ແມ່ນສິ່ງທ້າທາຍໜຶ່ງສຳລັບບັນດາເພື່ອນໜຸ່ມທີ່ດຳລົງຊີວິດຢູ່ເຂດຕົວເມືອງ. ແຕ່ພາຍຫຼັງຄວາມຫຍຸ້ງຍາກຫຼາຍຢ່າງນັ້ນ, ເຂົາເຈົ້າກໍໄດ້ຊ່ວຍໃຫ້ພໍ່ແມ່ປະຊາຊົນປ່ຽນທຸງໃໝ່ໃຫ້ເຮືອຫາປາສຳເລັດທັງໝົດ. ສຳລັບເຂົາເຈົ້າ, ເມື່ອເຫັນທຸງຜືນໃໝ່ທີ່ປິວສະບັດກໍໝາຍຄວາມວ່າເຮືອທີ່ເຄື່ອນໄຫວຢູ່ນອກຝັ່ງ ຈະຢັ້ງຢືນອະທິປະໄຕຂອງ ຫວຽດນາມ. ນີ້ແມ່ນສິ່ງທີ່ໜ້າເອກອ້າງທະນົງໃຈທີ່ສຸດ ເມື່ອໄດ້ປະກອບສ່ວນເລັກໆນ້ອຍໆຂອງຕົນເຂົ້າໃນການໄປຈັບຫາປາຂອງພໍ່ແມ່ປະຊາຊົນຊາວປະມົງແຕ່ລະຖ້ຽວ. ນາງ ຫງວຽນມິງເຟືອງ ໃຫ້ຮູ້ວ່າ:

“ໂຄງການດັ່ງກ່າວໄດ້ເລີ່ມມາຈາກນ້ຳໃຈຮັກຊາດ, ແມ່ນຊາວ ຫວຽດນາມ ທີ່ຮັກທຸງຊາດຂອງ ຫວຽດນາມ. ນີ້ກໍແມ່ນບັນດາຄວາມປາດຖະໜາທີ່ລຽບງ່າຍທີ່ສຸດ. ແລະຫຼັງຈາກນັ້ນ ເມື່ອພວກຂ້າພະເຈົ້າຜ່ານຂະບວນການເດີນທາງໄປມອບທຸງໃຫ້ແກ່ພໍ່ແມ່ປະຊາຊົນ, ໄດ້ເຫັນຮອຍຍິ້ມ, ຄວາມພາກພູມໃຈ ແລະ ຄວາມຮັກ, ຄວາມຮູ້ສຶກນຶກຄິດທີ່ຄືກັນສ່ວນໃດໜຶ່ງຂອງພໍ່ແມ່ປະຊາຊົນທຸກຄົນ, ພວກເຮົາຍິ່ງມີກຳລັງແຮງໃຈດຳເນີນໂຄງການນີ້ຕື່ມອີກ”.

ບັນດາເຂດດິນແດນທີ່ໂຄງການ “ປິວສະບັດ ຫວຽດນາມ” ໄດ້ໄປຜ່ານນັ້ນ ລ້ວນແຕ່ໄດ້ບັນທຶກພາບໄວ້ ແລະ ໄດ້ເອົາລົງໃນສື່ສັງຄົມອອນລາຍ ເພື່ອແຜ່ກະຈາຍການກະທຳທີ່ສວຍງາມ ແລະ ນ້ຳໃຈຮັກຊາດໄປເຖິງເພື່ອນໜຸ່ມຫຼາຍຄົນ. ທ້າວ ໂດະກິມຝຸກ ໃຫ້ຮູ້ວ່າ:

“ມີເພື່ອນໜຸ່ມຫຼາຍຄົນໄດ້ເຫັນສິ່ງເຫຼົ່ານັ້ນ ແລະ ເຂົາເຈົ້າກໍຂໍປະກອບທຸງເຂົ້ານຳ. ຂ້າພະເຈົ້າເຫັນວ່າ ພວກຂ້າພະເຈົ້າສາມາດແຜ່ກະຈາຍໄດ້ສິ່ງໃດສິ່ງໜຶ່ງນັ້ນເພື່ອເຮັດແນວໃດໃຫ້ທຸງຊາດສີແດງດາວເຫຼືອງປົກຄຸມໄປທົ່ວປະເທດ ຫວຽດນາມ”.

ທຸງຊາດຈຳນວນ 1.000 ຜືນໄດ້ເອົາໄປເຖິງບັນດາຕາແສງຊາຍແດນແຂວງ ຕວຽນກວາງ ແລະ ທຸງຊາດມີຜືນກວ້າງ54ຕາແມັດ ໄດ້ແຂວນຢູ່ຫຼັກທຸງແຫ່ງຊາດ ຫຼຸງກູ. 500 ຜືນໄດ້ເອົາໄປຍັງເຂດພິເສດ ຝູກຸຍ. ນັບຮ້ອຍ, ນັບພັນຜືນໄດ້ມອບໃຫ້ແຂວງ ກາວບັ່ງ, ດ້ຽນບຽນ ແລະ ຫຼາຍເຂດຊາຍແດນ, ທະເລໝູ່ເກາະ. ບັນດາສະມາຊິກໃນໂຄງການ “ປິວສະບັດ ຫວຽດນາມ” ພວມມີແນວຄວາມຄິດຫຼາຍຢ່າງ, ດ້ວຍຄວາມຝັກໄຝ່ສ້າງບັ້ນເຄື່ອນໄຫວໃນລະດູບານໃໝ່, ລະດູຮ້ອນ, ລະດູໃບໄມ້ຫຼົ່ນ ແລະ ລະດູໜາວ ດ້ວຍບັນດາລາຍການທີ່ແຕກຕ່າງກັນເພື່ອແຜ່ກະຈາຍຄວາມຮັກປະເທດຊາດໃນໃຈປະຊາຊົນແຕ່ລະຄົນ, ຄອບຄົວ ຫວຽດນາມ ແຕ່ລະຫຼັງ ແລະ ມີຄວາມເອກອ້າງທະນົງໃຈເມື່ອເຫັນທຸງຊາດປິວສະບັດ./. 

(ແຫຼ່ງຄັດຈາກ VOV)

ດາຟຸກ - ຈຸດນັດພົບແຫ່ງການທ່ອງທ່ຽວ ສີຂຽວ ເຂດຊານເມືອງ ຮ່າໂນ້ຍ

ດາຟຸກ - ຈຸດນັດພົບແຫ່ງການທ່ອງທ່ຽວ ສີຂຽວ ເຂດຊານເມືອງ ຮ່າໂນ້ຍ

ຕັ້ງຢູ່ເຂດຊານເມືອງ ຮ່າໂນ້ຍ, ຕາແສງ ດາຟຸກ ພວມກ້າວໄປ ເທື່ອລະກ້າວ ໃນການພັດທະນາ ຮູບແບບການທ່ອງທ່ຽວສີຂຽວ. ດ້ວຍທ່າແຮງດ້ານພື້ນທີ່ລຽບຕາມແຄມແມ່ນ້ຳ ກ່າໂລ່, ທັດສະນີຍະພາບ ຂອງໝູ່ບ້ານທີ່ງຽບສະຫງົບ, ດາຟຸກ ໄດ້ຮັບການ ຄາດຫວັງວ່າ ຈະກາຍເປັນຈຸດໝາຍປາຍທາງ ທີ່ດຶງດູດ ສຳລັບ ການທ່ອງທ່ຽວ ໄລຍະສັ້ນ, ເຊິ່ງເປັນບ່ອນ ທີ່ນັກທ່ອງທ່ຽວ ສາມາດ ຄົ້ນຫາຄວາມງາມ ຂອງເຂດຊົນນະບົດ ພາກເໜືອ ທີ່ຕັ້ງຢູ່ໃກ້ກັບ ນະຄອນຫຼວງ...

Top