ນອກຈາກການເຜົາເຄື່ອງປັ້ນດິນເຜົາດ້ວຍເຕົາອາຍແກັດ, ທຸກໆ ຂັ້ນຕອນໃນການຜະລິດເຄື່ອງປັ້ນດິນເຜົາ
ຂອງຊາວບ້ານ ກິມລານແມ່ນຍັງປະຕິບັດຕາມຮູບແບບຫັດຖະກຳ.
ຂຶ້ນກັບໃບສັ່ງຊື້ສິນຄ້າ, ບັນດານາຍຊ່າງຂອງບ້ານ ກິມລານຈະ ປັ້ນແຕ່ງຜະລິດຕະພັນຕ່າງໆເຫລົ່ານັ້ນອ
ອກມາດ້ວຍມືຂອງຕົນ ເອງຢ່າງຄ່ອງແຄ້ວ.ບັນດາຜະລິດຕະພັນເຫລົ່ານີ້ຈະເຮັດຢ່າງລະອຽດ
ໃຊ້ເວລາ ເຫື່ອແຮງ ແລະ ລາຄາກໍ່ຈະສູງກວ່າຜະລິດຕະ ພັນທີ່ຜະ ລິດອອກມາເປັນລວດໆດ້ວຍເບົ້າຫລໍ່.
ໂຮງງານຜະລິດກະຖຸ້ງດອກໄມ້ຢູ່ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ກິມລານ.
ຊາວບ້ານ ກິມລານ ຄົນໜຶ່ງກຳລັງແຕ່ງລວດລາຍເທິງໄຫເຫຼົ້າ.
ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ກິມລານ ສ່ວນຫຼາຍຜະລິດບັນດາຜະລິດຕະພັນຄື:
ຂັນ, ກະອອມເພື່ອຕົ້ມປາ, ດອງສົ້ມຜັກ… ໃນພາບແມ່ນບັນດາຜະບິດຕະພັນຈະໄດ້ເອົາໄປເຄືອບສີເຄືອບ.
ດິນຂໍກໍ່ເປັນຜະລິດຕະພັນໜຶ່ງມີລັກສະນະສະເພາະຂອງ ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ກິມລານ.
ຫ່າງຈາກນີ້ 5 ປີ, ທີ່ ກິມລານ ມີເຕົາເຜົາເຄື່ອງປັ້ນດິນເຜົາຕາມແບບ ຫັດຖະກຳຫລາຍກວ່າ 1.000 ເຕົາ.
ພາຍມີເຕັກໂນໂລຊີເຜົາເຄື່ອງ ພາຍຫລັງມີເຕັກໂນໂລຊີໃໝ່ເຜົາດ້ວຍອາຍແກັດ, ທົ່ວຕາແສງ ກິມລານ
ເຫຼືອພຽງ 100 ກວ່າຄອບຄົວເທົ່ານັ້ນ ທີ່ຍັງຮັກສາ ການຜະລິດເຄື່ອງປັ້ນດິນເຜົາຕາມແບບມູນເຊື້ອ.
ສາມາດພົບເຫັນຜະລິດຕະພັນເຄື່ອງປັ້ນດິນເຜົາຢູ່ທ່ົວທຸກຮ່ອມ, ທຸກຊອຍ ແລະເສັ້ນທາງຂອງກິມລາມ.
ນອກຈາກບັນຫາສິ່ງແວດລ້ອມເປັນຜິດ, ການນຳໃຊ້ເຕົາເຜົາດ້ວຍຖ່ານຫີນຍັງມີຄວາມສ່ຽງສູງ,
ອັດຕາສ່ວນຂອງການ ຖືກເປ່ເພ ເສຍ ຫາຍຫລາຍ ແລະ ຜະລີດໄດ້ເປັນຈໍານວນໜ້ອຍ.
ນໍາໃຊ້ລະບົບເຕົາເຜົາອາຍແກັດ, ໃຊ້ເວລາເຜົາສູງສຸດພຽງແຕ່ 20 ຊ່ົວໂມງ,
ເປັນເວລາສອງວັນນັບແຕ່ເອົາເຂົ້າເຕົາເຜົາ, ຜະລິດຕະພັນກໍ່ສາມາດຂາຍອອກໄດ້ແລ້ວ.
ໂອ່ງ,ອອມ,ໄຫບັນຈຸເຫຼົ້າໄຫແມ່ນບັນດາຜະລິດຕະພັນທີ່ໄດ້ຮັບການ
ຜະລິດຫຼາຍກວ່າໝູ່ຢູ່ໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາ ກິມລານ.
ຜະລິດຕະພັນດິນຂໍຂອງ ໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາ ກິມລານ
ຖືກຂົນສົ່ງໄປຈຳໜ່າຍຢູ່ບັນດາແຂວງພາກກາງຄື ກວາງງາຍ, ກວາງຈີ້ ແລະ ອື່ນໆ.
ຈາກດິນໜຽວທີ່ເປັນວັດຖຸດິບໃນທ້ອງຖິ່ນ, ພ້ອມກັບການນຳໃຊ້ເຕັກໂນໂລຊີ
ເຜົາເຄື່ອງປັ້ນດິນເຜົາດ້ວຍອາຍແກັດ, ຜະລິດຕະພັນເຄື່ອງປັ້ນດິນ
ເຜົາ ກິມລານ ເພີ່ມຄວາມສາມາດໃນການແກ່ງແຍ້ງ ແລະ ມີຈຸດຢືນຢ່າງໝັ້ນຄົງໃນຕະຫຼາດ. |