• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ເຂົ້າໜົມຖົ່ວຂຽວ – ອາຫານແຊບ ຂອງ ຊາວ ຮ່າໂນ້ຍ

ເມື່ອ​ເວົ້າເຖິງ ​ຮ່າ​ໂນ້ຍ, ມີ​ຫຼາຍ​ຄົນ​ຈະຄິດເຖິງ​ ​ອາ​ຫານ​ເຂົ້າໜົມ ຖົ່ວຂຽວ. ລາຍການອາຫານ​ນີ້ ໄດ້​ກາຍ​ເປັນ​ ລັກສະນະ​ທີ່ ເປັນ ເອກະລັກ ແລະ ຄຸ້ນ​ເຄີຍ, ເຮັດໃຫ້ຫວນ​ຄືນ​ເຖິງ ຄວາມ​ຊົງ​ຈຳ​ ຫຼາຍ​ຢ່າງ​ ສໍາລັບ ​ຊາວ​ ຮ່າ​ໂນ້ຍ ​ລຸ້ນ​ຕ່າງໆ.
ສຳລັບເຍືຶ່ອງອາ​ຫານ​ນີ້, ຊາວ ​ຮ່າ​ໂນ້ຍ ​ໃນ​ສະ​ໄໝ​ກ່ອນ​ ເຄີຍໃຊ້ ເພື່ອການບູຊາ​ພະ​ພຸດ​ທະ​ເຈົ້າ ແລະ ບັນ​ພະ​ບຸ​ລຸດ. ນີ້​ຍັງແມ່ນ​ອາ ຫານວ່າງທີ່​ແຊບ​​ ເພື່ອ​ຮັບແຂກທີ່ຮັກແພງ​. ຮູບພາບ ທີ່ຄຸ້ນເຄີຍ ຂອງແຕ່ລະຄົນ ແມ່ນເຂົ້າໜົມໝາກຖົ່ວຂຽວ ຖືກຕັດອອກ ເປັນ ຮູບດອກຈັນ ພ້ອມກັບເຕົ້າຊາດອກບົວ. 

ການທໍາເຂົ້າໜົມຖົ່ວຂຽວ ແມ່ນຂ້ອນຂ້າງຫຍຸ້ງຍາກ ແລະ ພີຖີພິ ຖັນ. ສ່ວນປະກອບຕົ້ນຕໍ ແມ່ນຖົ່ວຂຽວ, ເຊິ່ງຕ້ອງໄດ້ກະກຽມ ກ່ອນ ໜຶ່ງເດືອນ. ເຂົ້າໜົມຖົ່ວຂຽວ ທີ່ແຊບ ຕ້ອງໄດ້ປຸງແຕ່ງ ຈາກ ປະ ເພດ ຖົ່ວຂຽວ ເມັດນ້ອຍໆ ທັງເມັດ, ໃນມີສີຂຽວອ່ອນ ຫາກບໍ່ ແມ່ນ ປະເພດ ຖົ່ວຂຽວ ເມັດໃຫຍ່, ຂ້າງໃນມີສີເຫຼືອງ ຖືກຂາຍທົ່ວໄປຢູ່ ຕະຫຼາດ. ນອກ​ນີ້ ​ຍັງ​ຕ້ອງ​ກຽມ​ເຄື່ອງ​ປະກອບ​ອື່ນໆ ຕື່ມອີກ​ເຊັ່ນ: ນ້ຳຕານ, ໝາກງາ​ຂົ້ວ ​ແລະ ໝາກແໜ່ງ...


ປັດຈຸບັນ, ຫຼາຍຄົນປ່ຽນໝາກແໜ່ງ ດ້ວຍ vanilla ແລະ ບາງບ່ອນ ບໍ່ໄດ້ເຕົ້າດ້ວຍນ້ຳຕານ ແຕ່ໃຊ້ນ້ຳອ້ອຍແທນ, ເຖິງຈະປຸງແຕ່ງ ແບບ ໃດກໍ່ຕາມ, ການປຸງແຕ່ງ ແບບເກົ່າ ກໍ່ຍັງແຊບ ແລະ ຫອມທີ່ສຸດ.


ສ່ວນປະກອບຕົ້ນຕໍ ສໍາລັບການເຮັດເຂົ້າໜົມຖົ່ວຂຽວ ປະກອບມີ ໝາກຖົ່ວຂຽວ, ນໍ້າຕານຂາວ ແລະ ໝາກງາ.


ເຂົ້າໜົມຖົ່ວຂຽວ ແມ່ນອາຫານ ທີ່ຂາດບໍ່ໄດ້ ໃນພາເຂົ້າຂອງຊາວ ຫວຽດນາມ ເມື່ອໂອກາດປີໃໝ່ ວຽນມາເຖິງ. 


ໝາກຖ່ົວຂຽວ ຫຼັງ​ຈາກ​​ຖືກ​ບົດ​ໃຫ້ມຸ່ນ​ ຈະນໍາໄປ ໝ່ານຳ້ເຢັນ 6 ຊົ່ວ​ໂມງ​. ຫຼັງຈາກນັ້ນ ຮ່ອນເປືອກອອກ ໃຫ້ສະອາດ, ໂຮຍເກືອ ເລັກ ນ້ອຍ, ປະໃຫ້ສະເດັດນໍ້າ ແລ້ວຈຶ່ງ ຖອກໃສ່ຫວດ ໜຶ້ງຈົນສຸກ. ຕຳ ຖົ່ວຂຽວ ສຸກ ໃຫ້ແຫຼກ, ຈາກນັ້ນປັ້ນ ຖົ່ວຂຽວ ເປັນຮູບ ເທົ່າ ໝາກ ພຸກນ້ອຍ. ໃຊ້ມີດ ຊອຍເປັນປ່ຽງບາງໆ, ເຮັດແນວ ນັ້ນສອງສາມ ເທື່ອ ຈົນເຮັດໃຫ້ໝາກຖົ່ວ ແຫຼກດີ ແມ່ນໄດ້. 

ນ້ຳຕານຂາວ ຖືກປະສົມກັບນ້ຳໃຫ້ລະອຽດ, ຕົ້ມນໍ້າຟົດ ແລະ ປະ ໃຫ້ເຢັນ ເປັນນ້ຳຕານແຫຼວ ແລ້ວນຳມາປະສົມໃສ່ ໝາກຖົ່ວ. ເອົາ ສ່ວນປະສົມນີ້ໃສ່ເຕົາໄຟ, ໃຊ້ໄມ້ກະດ້າມຄົນໃຫ້ສະເໝີ ແລະ ຜ່ອນ ຄວາມຮ້ອນລົງເທື່ອລະໜ້ອຍ. ກ່ອນ​ນັ້ນ, ຕ້ອງຕົ້ມ​ນ້ຳ​ໝາກ​ແໜ່ງ ແລະ ​ກັ່ນ​ນ້ຳ​ໃສ​ ແລ້ວ​ຖອກ​ໃສ່​ໝໍ້ປຸງເຂົ້າໜົມຖົ່ວຂຽວ.

ເຂົ້າໜົມຖົ່ວຂຽວ ທີ່ປຸງຮຽບຮ້ອຍແລ້ວ ຈະໄດ້ຕັກໃສ່ຈານ ແລະ ໂຮຍ ໝາກງາ ໃສ່ເທິງ.

ເຂົ້າໜົມຖົ່ວຂຽວ ໄດ້ມາດຕະຖານ ຕ້ອງມີຄວາມກ້ຽງ, ບໍ່ອ່ອນ, ບໍ່ ແຫ້ງເກີນໄປ ແລະ ບໍ່ຕິດມື. ເຂົ້າໜົມຖົ່ວຂຽວ ສຳເລັດ ຈະມີສີເຫຼືອງ ອ່ອນ, ມີກິ່ນຫອມ ຂອງໝາກແໜ່ງ ຫຼື ໝາກງາ ທີ່ເບົາໆ. 

ແລ້ວແຕ່ລົດຊາດ ແລະ ຄວາມມັກ, ແຕ່ລະຄອບຄົວ ຈະມີວິທີ ແຕ່ງ ເຂົ້າໜົມຖົ່ວຂຽວ ທີ່ແຕກຕ່າງກັນ. ມີຄົນໃຊ້ກິ່ນຫອມ ຂອງ ໝາກ ແໜ່ງ ແຕ່ກໍມີຄົນໃຊ້ກິ່ນຫອມ ຂອງ vanilla, ດອກ ໝາກພຸກ, ດອກຊ້ອນ... ກໍ່ວ່າໄດ້. 

ໃນ​ອາກາດ​ທີ່​ໜາວ​ເຢັນ, ​ໄດ້​ຊີມປ່ຽງເຂົ້າໜົມຖົ່ວຂຽວ​ ທີ່​ອ່ອນ​ນຸ້ມ, ​​ເຢັນ​ສະບາຍ, ກິ່ນ​ຫອມ​ຂອງຖົ່ວ​ຂຽວ ປະສົມ​ກັບ ​ກິ່ນ​ຫອມ​ຂອງ​ ໝາກແໜ່ງ ຫຼື ດອກໝາກພຸກ... ຈຶ່ງ​ຮູ້ສຶກ​ໄດ້ເຖິງຄວາມຈັບໃຈ​ຂອງ​ອາຫານ ​ຮ່າໂນ້ຍ.

ບົດ: ກົງດາດ - ພາບ: ແທງຢາງ - ແປໂດຍ: ບິກລຽນ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ ແມ່ນຜະລິດຕະພັນພິເສດ ຂອງເມືອງ ຈຸ່ງແຄ໋ງ, ແຂວງ ກາວບັ່ງ. ໝາກກໍ່ ຈຸ່ງແຄ໋ງ ມີຊື່່ສຽງ ຍ້ອນມີຂະໜາດໃຫຍ່, ເປືອກໜາ, ແກ່ນສີເຫຼືອງ, ຫອມມັນ ແລະ ບັນຈຸປະລິມານ ທາດ ບຳລຸງສູງ. 

Top