ໝົກ ໄກ່ - ອາຫານ ຈານເດັດ ທີ່ເຂັ້ມຂຸ້ນດ້ວຍ ລົດຊາດ ຂອງ ພາກຕາເວັນຕົກສ່ຽງເໜືອ

ໝົກ ໄກ່ - ອາຫານ ຈານເດັດ ທີ່ເຂັ້ມຂຸ້ນດ້ວຍ ລົດຊາດ ຂອງ ພາກຕາເວັນຕົກສ່ຽງເໜືອ

ອາຫານ ຂອງ ຊາວເຜົ່າ ເມ່ື່ອງ ແມ່ນມີຊື່ສຽງມາແຕ່ດົນນານ ກັບ ບັນດາ ລາຍການອາຫານ ທີ່ເຂັ້ມຂຸ້ນໄປດ້ວຍລົດຊາດ ຂອງ ເຂດ ພູຜາປ່າດົງ, ໂດຍນໍາໃຊ້ ສ່ວນປະກອບ ຈາກທໍາມະຊາດ ແລະ ມີ ວິທີການປຸງແຕ່ງ ທີ່ເປັນເອກະລັກ. ເມື່ອບໍ່ດົນມານີ້, ອາຫານໃໝ່ ທີ່ມີຊື່ວ່າ “ໝົກໄກ່” ໄດ້ກໍາເນີດຂຶ້ນ ເຊິ່ງເປັນການປະສົມປະສານ ທີ່ລະອຽດອ່ອນ ລະຫວ່າງປະເພນີ ແລະ ການສ້າງສັນ, ໂດຍຮັບປະ ກັນວ່າ ຈະດຶງດູດໃຈ ນັກຊີມ ທັງຫຼາຍ ທ່ີນິຍົມ ການຄົ້ນຫາອາຫານ.

ເພື່ອສ້າງສັນ ໝົກໄກ່ ທີ່ສົມບູນແບບ, ສ່ວນປະກອບ ຈະຕ້ອງຖືກ ຄັດເລືອກ ຢ່າງລະມັດລະວັງ. ນັ້ນແມ່ນ ໄກ່ລ້ຽງຕາມພູ ແມ່ນໄກ່ ທີ່ລ້ຽງ ແບບທໍາມະຊາດ, ກິນເຂົ້າເປືອກ, ສາລີ, ຈະເຮັດໃຫ້ມີເນື້ອ ແໜ້ນ ແລະ ໃຫ້ຊີ້ນ ລົດຊາດຫວານຫອມ ໂດຍມີນໍ້າໜັກທີ່ເໝາະ ສົມລະຫວ່າງ 1,5 -1,8 ກິໂລກຣາມ. ຜັກບົວລະພາ ແລະ ເມັດ ໂຢ໊ຍ (Michelia tonkinensis A. Chev) ແມ່ນເຄື່ອງເທດພື້ນເມືອງ ຂອງ ເຂດພູດອຍ, ນໍາເອົາກິ່ນຫອມ ແລະ ລົດຊາດເຜັດອ່ອນໆ. ແຈ່ວ ບອງແຫ້ງ ແມ່ນອາຫານພິເສດ ຂອງ ພາກຕາເວັນຕົກສ່ຽງ ເໜືອ, ຖືກນໍາໃຊ້ ເພື່ອເອືອບໄກ່, ສ້າງລົດຊາດທີ່ແຊບ ແລະ ຍາກ ທີ່ຈະລືມ.

ສ່ວນປະກອບ ການເຮັດໝົກໄກ່ ປະກອບມີໄກ່ ລ້ຽງຕາມພູ ແລະ ເຄື່ອງເທດຕ່າງໆ ຂອງ ພາກຕາເວັນຕົກສ່ຽງເໜືອ.
ຜັກຫອມທຸກຊະນິດ, ຂ່າ, ຂີງ, ຫົວຜັກບົ່ວແຫ້ງ ແລະ ໝາກເຜັດສົດ.

  ຫຼັງຈາກ ເອົາກະດູກ ອອກແລ້ວ, ຊີ້ນໄກ່ ຈະຖືກເອືອບ ກັບເຄື່ອງ ເທດ ແລະ ສະໝຸນໄພ ເປັນເວລາ 2 ຊົ່ວໂມງ ເພື່ອໃຫ້ ຊີ້ນນຸ້ມ ແລະ ຊຶມລົດຊາດ ໄດ້ທົ່ວເຖິງ. ຈາກນັ້ນ ຊີ້ນໄກ່ ຈະຖືກຊອຍ ເປັນຕ່ອນໆ ພໍດີຄໍາ ແລະ ເອືອບກັບໝາກເຜັນປົ່ນແຫ້ງ ແລະ ໃບຜັກ ບົວລະພາ. ພິເສດແມ່ນ ຈະຫໍ່ດ້ວຍໃບເຕີຍ, ນີ້ແມ່ນຈຸດເດັ່ນ ຂອງ ການສ້າງສັນ ໃໝ່ ທີ່ຊ່ວຍສ້າງຮູບຮ່າງຄື “ໄກ່ ໃສ່ເສື້ອ ສີຂຽວ” ທີ່ສວຍງາມ ເປັນທີ່ ຈັບຕາຈັບໃຈ. ສຸດທ້າຍ, ນໍາໄປຈືນ ຈົນກອບທັງໃບ ແລະ ຈັດໃສ່ ຈານ ທີ່ເຮັດຈາກ ເສັ້ນລ້ອນ ເຟຍແດ໋ນ ກາວບ່ັງ ທີ່ຈືນກອບ.


ໝົກໄກ່ ຖືກຈັດໃສ່ຈານ ທີ່ເຮັດຈາກເສັ້ນລອນ ເຟຍແດ໋ນ ຂອງ ກາວ ບັ່ງ, ສ້າງການປະສົມປະສານ ທີ່ກົມກຽວກັນ ລະຫວ່າງສີສັນ ແລະ ລົດຊາດ. ຊີ້ນໄກ່ ຈະອ່ອນນຸ້ມ ແລະ ມີນໍ້າຫຼາຍ, ມີກິ່ນຫອມ ຂອງ ໃບແຄ່ ແລະ ເມັດໂຢ໊ຍ ອາຫານນີ້ ມັກຈະກິນ ພ້ອມກັບ ເສັ້ນລ້ອນ ຈືນກອບ, ເປັນການປະສົມປະສານ ທີ່ສົມບູນແບບ ລະຫວ່າງ ລົດ ຊາດຫວານ ຂອງ ຊີ້ນໄກ່, ກິ່ນຫອມ ຂອງ ເຄື່ອງເທດ ແລະ ຄວາມ ກອບ ຂອງ ເສັ້ນລ້ອນຈືນ.

ຊີ້ນໄກ່ ຖືກຫໍ່ດ້ວຍໃບເຕີຍ ແລ້ວນໍາໄປຈືນໃນນໍ້າມັນ.

 ໝົກໄກ່ ບໍ່ພຽງແຕ່ເປັນອາຫານ ທ່ີແຊບເທົ່ານັ້ນ, ແຕ່ຍັງເປັນສັນຍາ ລັກ ຂອງ ຄວາມຄິດສ້າງສັນ ແລະ ຄວາມລະອຽດອ່ອນ ໃນອາຫານ ຂອງ ຊາວເຜົ່າ ເມື່ອງ. ອາຫານນີ້ ບໍ່ພຽງແຕ່ ເພີ່ມຄວາມອຸດົມສົມ ບູນ ໃຫ້ກັບວັດທະນະທໍາ ອາຫານ ຂອງ ດິນແດນແຫ່ງນີ້ເທົ່ານັ້ນ, ແຕ່ຍັງປະກອບສ່ວນ ສົ່ງເສີມຄຸນຄ່າດັ້ງເດີມ ໃຫ້ແກ່ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ.

ໝົກໄກ່ ທ່ີສໍາເລັດຮູບ.

   ທີ່ຢູ່ຮ້ານອາຫານ: ບານກວ໋ານ, ເລກທີ 2 ຖະໜົນ ເດື່ອງແທ່ງ, ຕາ ແສງ ເກືອໂດງ, ຮ່າໂນ້ຍ - ສາຍດ່ວນ: 0789818284

ບົດ ແລະ ພາບໂດຍ: ແທງຢາງ - ແປໂດຍ: ບິກລຽນ


Top