• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ເຂົ້າໜົມໄກ ໄຊງ່ອນ

ອາຫານວ່າງຢູ່ ໄຊງ່ອນ (ນະຄອນ ໂຮ່ຈີມິນ) ມີຢູ່ບໍ່ອຶດ, ແຕ່ເຂົ້າໜົມໄກ ຍັງເປັນລາຍການອາຫານ ເປັນທີ່ນິຍົມ ຮັບປະທານ ຂອງ ນັກທ່ອງທ່ຽວ ຢູ່ສະເໝີ  ຍ້ອນລົດ ຊາດເຜັດໆ ແລະ ຫອມກອບ ຂອງມັນ. ເຂົ້າໜົມໄກ ບໍ່ ພຽງແຕ່ເປັນອາຫານວ່າງ ເທົ່ານັ້ນ ແຕ່ຍັງໄດ້ ຮັບເລືອກ ເປັນລາຍການ ອາຫານສຳຮອງ ເມື່ອຄອບຄົວ ຈັດ ງານ ລ້ຽງພີ່ນ້ອງ, ໝູ່ເພື່ອນ ຍ້ອນມີການ ປຸງແຕ່ງງ່າຍ, ກິນແຊບ ທັງເປັນ ອາຫານ ທີ່ມີຄວາມງາມສະດຸດຕາ ເມື່ອປຸງສຳເລັດອີກດ້ວຍ. 
ຢູ່ຫຼາຍມູມຂອງຖະໜົນສາຍຕ່າງໆ ຢູ່ ໄຊງ່ອນ ເຊັ່ນ: ເຈິ່ນກວກຖາວ, ຕະຫຼາດ ບ່າຈ໊ຽວ... ນັກທ່ອງທ່ຽວ ສາມາດພົບເຫັນໄດ້ງ່າຍ ຮູບພາບ ຂອງ ຜູ້ຂາຍ ອາຫານ ມືໜຶ່ງປັ້ນເຂົ້າໜົມ, ອີກມືໜຶ່ງ ຄົນເຂົ້າໜົມໄກ ຢູ່ໝໍ້ນຳ້ມັນທີ່ຟົດ ຊຶ່ງສົ່ງກິ່ນຫອມ ຢ່າງໄວເປັນຈັງຫວະ.

ຮັບປະທານເຂົ້າໜົມໄກ ໝົດສອງຈານໃນຄັ້ງໜຶ່ງ ຂອງ ບັນດານ້ອງນັກຮຽນ ເມື່ອເລີກຮຽນ ກາຍເປັນເລື່ອງທຳ ມະດາ. ຮູບພາບ ນັກຮຽນກິນ ເຂົ້າໜົມ ທັງໂອ້ລົມກັນ ດ້ວຍຄວາມຍິ້ມແຍ້ມແຈ້ມໃສ ຢູ່ຂ້າງຫາບຂາຍ ອາຫານເຄື່ອນທີ່ ກຳລັງສົ່ງກິ່ນ ຫອມກຸ່ນໆ ໄດ້ກາຍເປັນ ອະນຸສອນ ທີ່ບໍ່ອາດຈະລືມ ໄດ້ ໃນຄວາມຊົງຈຳ ຂອງຫຼາຍຄົນ ໃນສະໄໝ ທີ່ເປັນ ນັກຮຽນ ຢູ່ນະຄອນ ໄຊງ່ອນ...





ວັດຖຸດິບຕົ້ນຕໍ ເພື່ອປຸງແຕ່ງເຂົ້າໜົມນີ້ລວມມີ ແປ້ງ ມັນຕົ້ນ ແລະ ແປ້ງເຂົ້າຈ້າວ. ວິທີການທຳ ຄື: ປອກ ເປືອກຫົວມັນ ແລ້ວນຳໄປແຊ່ນຳ້ ລ້າງໃຫ້ສະອາດ ແລະ ຂູດເອົາສ່ວນແປ້ງ. ແປ້ງນີ້ນຳໄປປົນກັບແປ້ງໝີ່, ໝາກເຜັດຜົງ, ໃບຜັກບົ່ວ, ຜັກຊີ ແລ້ວປັ້ນເປັນ ກ້ອນ ນ້ອຍໆ ຮູບມົນ ຫຼື ຮູບຍາວແລ້ວແຕ່ຄວາມມັກ ແລ້ວ ນຳລົງໄປຈືນໃນ ໝໍ້ນຳ້ມັນທ່ີຟົດ ເມື່ອເຫັນມີສີເຫຼືອງ ສະເໝີກັນ ຈຶ່ງຕັກອອກ.

ເຂົ້າໜົມໄກ ໄຊງ່ອນ ເປັນລາຍການອາຫານ ທີ່ໄດ້ຮັບ ຄວາມນິຍົມມັກ ຈາກບັນດານັກທ່ອງທ່ຽວຕ່າງປະເທດ, ພິເສດແມ່ນວົງການໄວໜຸ່ມ ສ ເກົາຫຼີ, ຍີ່ປຸ່ນ... ຜູ້ມັກ ຄົ້ນຄວ້າກ່ຽວກັບ ວັດທະນະທຳ ການກິນດື່ມ ຫວຽດ ນາມ.
ປະຕິບັດ: ຫງວຽນລວນ
 

ໝົກ ໄກ່ - ອາຫານ ຈານເດັດ ທີ່ເຂັ້ມຂຸ້ນດ້ວຍ ລົດຊາດ ຂອງ ພາກຕາເວັນຕົກສ່ຽງເໜືອ

ໝົກ ໄກ່ - ອາຫານ ຈານເດັດ ທີ່ເຂັ້ມຂຸ້ນດ້ວຍ ລົດຊາດ ຂອງ ພາກຕາເວັນຕົກສ່ຽງເໜືອ

ອາຫານ ຂອງ ຊາວເຜົ່າ ເມ່ື່ອງ ແມ່ນມີຊື່ສຽງມາແຕ່ດົນນານ ກັບ ບັນດາ ລາຍການອາຫານ ທີ່ເຂັ້ມຂຸ້ນໄປດ້ວຍລົດຊາດ ຂອງ ເຂດ ພູຜາປ່າດົງ, ໂດຍນໍາໃຊ້ ສ່ວນປະກອບ ຈາກທໍາມະຊາດ ແລະ ມີ ວິທີການປຸງແຕ່ງ ທີ່ເປັນເອກະລັກ. ເມື່ອບໍ່ດົນມານີ້, ອາຫານໃໝ່ ທີ່ມີຊື່ວ່າ “ໝົກໄກ່” ໄດ້ກໍາເນີດຂຶ້ນ ເຊິ່ງເປັນການປະສົມປະສານ ທີ່ລະອຽດອ່ອນ ລະຫວ່າງປະເພນີ ແລະ ການສ້າງສັນ, ໂດຍຮັບປະ ກັນວ່າ ຈະດຶງດູດໃຈ ນັກຊີມ ທັງຫຼາຍ ທ່ີນິຍົມ ການຄົ້ນຫາອາຫານ.

Top