ຮູຕ້ຽວ ນາມວາງ

ຮູຕ້ຽວ ນາມວາງ

ໃນວິວັດທະນາການແຫ່ງການສ້າງສາ ແລະ ພັດທະນາ ຂອງ ນະຄອນ ໂຮ່ຈີມິນ, ອາຫານການກິນ ຍາມໃດກໍແມ່ນໜຶ່ງໃນ ບັນດາສັນຍະລັກ ທີ່ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຈິດໃຈ ແຫ່ງຄວາມເປີດເຜີຍ ແລະ ການເຊື່ອມໂຍງ ຂອງນະຄອນ ທີ່ໃຫຍ່ ທີ່ສຸດຢູ່ ຫວຽດນາມ. ຮູຕ້ຽວ ນາມວາງ ແມ່ນໜຶ່ງ ໃນເຍື່ອງອາຫານ ທີ່ເປັນຕົວແທນ ໃຫ້ແກ່ການປະສົມປະສານ ທາງດ້ານວັດທະນະທໍານັ້ນ.

ຮູຕ້ຽວ ນາມວາງ ນຳມາເຊິ່ງປະສົບການດ້ານອາຫານ ທີ່ອຸດົມສົມບູນ, ເປັນການຕົກຜຶກ ຈາກການປະສົມປະສານ ທາງດ້ານວັດທະນະທຳ ແລະ ລົດຊາດ ທີ່ເປັນເອກະລັກ ສະເພาະ ຂອງດິນແດນພາກໃຕ້. ພາບ: ຫງວຽນລວນ/VNP

ມີຕົ້ນກໍາເນີດມາຈາກຊຸມຊົນຊາວ ຈີນ ແລະ ໄດ້ຮັບອິດທິພົນ ຈາກ ອາຫານ ກໍາປູເຈຍ, ຮູຕ້ຽວ ນາມວາງ ໄດ້ຮັບການ ຕ້ອນຮັບ, ດັດ ແປງ ແລະ ພັດທະນາ ໂດຍຄົນ ຫວຽດນາມ ຈົນກາຍເປັນສ່ວນ ໜຶ່ງທີ່ຂາດບໍ່ໄດ້ ໃນຊີວິດການກິນ ຂອງ ພາກໃຕ້, ໂດຍສະເພາະ ແມ່ນຢູ່ນະຄອນ ໂຮ່ຈີມິນ.  

ຈຸດເດັ່ນທີ່ເປັນເອກະລັກ ຂອງອາຫານເຍື່ອງນີ້ ແມ່ນຢູ່ທ່ີນໍ້າ ຊຸບທີ່ໃສ, ມີລົດຊາດ ຫວານກົມກ່ອມ ທີ່ໄດ້ ຈາກນໍ້າຕົ້ມ ກະດູກໝູ ປະສົມກັບກຸ້ງແຫ້ງ ແລະ ປາມຶກແຫ້ງ. ເສັ້ນ ຮູຕ້ຽວ ທີ່ມີຄວາມໜຽວນຸ້ມ ເຂົ້າກັນໄດ້ດີ ກັບເຄື່ອງປະກອບ ທີ່ຫຼາກຫຼາຍ ເຊັ່ນ: ໝູບົດ, ຊີ້ນໝູສົດ, ຕັບໝູ, ໄຂ່ນົກກະທາ ແລະ ກຸ້ງຕົ້ມ, ສ້າງລົດຊາດທີ່ກົມກ່ອມ, ເຂັ້ມຂົ້ນແຕ່ບໍ່ໄຂມັນ.

 

 

ນອກຈາກນັ້ນ, ຜັກແກ້ມຕ່າງໆ ເຊັ່ນ: ຖົ່ວງອກ, ຜັກສະຫຼັດ, ຜັກຕັ້ງໂອ ພ້ອມກັບໝາກນາວ ແລະ ໝາກເຜັດສົດ ກໍມີສ່ວນ ຊ່ວຍ ເຮັດໃຫ້ລົດຊາດ ມີຄວາມສົມດຸນ, ສະແດງໃຫ້ເຫັນເຖິງ ເອກະລັກ ຂອງອາຫານ ຫວຽດນາມ ທີ່ຍາມໃດກໍເນັ້ນໃສ່ ຄວາມສົດໃໝ່ ແລະ ຄວາມກົມກ່ອມ ລະຫວ່າງເຄື່ອງປະກອບ ຕ່າງໆ.

ນ້ຳຊຸບທີ່ໃສ ພ້ອມກັບ ດູກຂ້າງໝູ ຕອນໃຫຍ່ ທີ່ມີຄວາມມັນ ແລະ ກະທຽມ ສີເຫຼືອງຫອມ ທີ່ສົ່ງກິ່ນຫອມອົບອວນ. ພາບ: ຫງວຽນລວນ/VNP

 

ຮູຕ້ຽວ ນາມວາງ ສາມາດຮັບປະທານໄດ້ສອງແບບ ຄື: ແບບນໍ້າ ດັ້ງເດີມ ຫຼື ແບບແຫ້ງທີ່ຄົນໃສ່ນໍ້າຊອດເຂັ້ມຂົ້ນ ໂດຍກິນກັບ ນໍ້າຊຸບຮ້ອນໆ ໜຶ່ງຖ້ວຍ. ບໍ່ວ່າຈະປະກົດຕົວ ຢູ່ໃນຮ້ານອາຫານ ແບບທົ່ວໄປ ຫຼື ໃນຮ້ານອາຫານທີ່ຫຼູຫຼາ, ອາຫານເຍື່ອງນີ້ ກໍຍັງຄົງຮັກສາຄວາມດຶງດູດໃຈໄວ້ໄດ້ຄືເກົ່າ ຍ້ອນລົດຊາດ ທີ່ເປັນເອກະລັກ ແລະ ເລື່ອງລາວ ແຫ່ງການ ແລກປ່ຽນວັດທະນະທໍາ ທີ່ຢູ່ເບື້ອງຫຼັງ.               

 

ຮູຕ້ຽວ ນາມວາງ ສາມາດຮັບປະທານໄດ້ສອງແບບ ຄື: ແບບນໍ້າ ດັ້ງເດີມ ຫຼື ແບບແຫ້ງທີ່ຄົນໃສ່ນໍ້າຊອດເຂັ້ມຂົ້ນ ໂດຍກິນກັບ ນໍ້າຊຸບຮ້ອນໆ ໜຶ່ງຖ້ວຍ. 


ຖ້ວຍຮູຕ້ຽວ ນາມວາງ ເປັນບ່ອນເຕົ້າໂຮມ ຂອງລົດຊາດ ຫຼາຍລະດັບ ດ້ວຍກຸ້ງ, ໄຂ່ນົກກະທາ, ຕັບໝູ, ຊີ້ນໝູສົດ..., ສະແດງໃຫ້ເຫັນຖິງ ການປະສົມປະສານ ວັດທະນະທຳ ອາຫານການກິນ ຜ່ານການປະສົມ ເຄື່ອງປະກອບ ຢ່າງລະອຽດອ່ອນ ແລະ ກົມກ່ອມ. ພາບ: ຫງວຽນລວນ/VNP

ປັດຈຸບັນ, ຮູຕ້ຽວ ນາມວາງ ບໍ່ພຽງແຕ່ເປັນເຍື່ອງອາຫານ ທີ່ຄຸ້ນ ເຄີຍ ຂອງ ຊາວນະຄອນ ໂຮ່ຈີມິນ ເທົ່ານັ້ນ, ແຕ່ຍັງເປັນປະສົບ ການດ້ານອາຫານ ທີ່ໄດ້ຮັບຄວາມນິຍົມ ຈາກນັກທ່ອງທ່ຽວ ສາ ກົນ ຈໍານວນຫຼວງຫຼາຍ ເມື່ອມາ ຫວຽດນາມ.

ບົດ ແລະ ພາບ: ຫງວຽນລວນ/VNP


Top