ເຂົ້າໜຽວ ຝູ໋ເຖື້ອງ ໜຽວນຸ້ມ ຫອມແຊບ
ທຸກໆ ປີ ໃນວັນທີ 8 ເດືອນຈຽງ ຕາມຈັນທະປະຕິທິນ, ຢູ່ບໍລິເວນ ສາລາວັດ ໝູ່ບ້ານ ຝູ໋ຢາ, ຕາແສງ ຝູ໋ເຖື້ອງ, ງານບຸນເຂົ້າໜຽວ ຝູ໋ເຖື້ອງ ໄດ້ຮັບການຈັດຂຶ້ນຢ່າງຄຶກຄື້ນ, ດຶງດູດຊາວບ້ານ ແລະ ນັກທ່ອງທ່ຽວ ຈຳນວນຫຼວງຫຼາຍ. ງານບຸນບໍ່ພຽງແຕ່ເປັນໂອກາດ ເຊີດຊູ ອາຊີບ ໜຶ້ງເຂົ້າໜຽວ ແບບດັ້ງເດີມເທົ່ານັ້ນ, ແຕ່ຍັງ ປະກອບສ່ວນ ໂຄສະນາເຜີຍແຜ່ ຝູ໋ເຖື້ອງ ໃຫ້ເປັນ ຈຸດໝາຍປາຍທາງ ດ້ານວັດ ທະນະທຳ ແລະ ອາຫານການກິນ ທີ່ເປັນເອກະລັກ ຂອງ ນະຄອນຫຼວງ ອີກດ້ວຍ.
ໝູ່ບ້ານ ຝູ໋ເຖື້ອງ (ເມືອງ ໄຕໂຮ່, ຮ່າໂນ້ຍ) ມີອາຊີບ ໜຶ້ງເຂົ້າໜຽວ ແບບດັ້ງເດີມ ທີ່ມີຊື່ສຽງໃນດິນແດນ ຮ່າໂນ້ຍ. ດ້ວຍຄຸນຄ່າ ທີ່ເປັນເອກະລັກ, ອາຊີບ ເຮັດເຂົ້າໜຽວ ຢູ່ທີ່ນີ້ ໄດ້ຮັບຮອງ ເປັນມໍລະດົກ ວັດທະນະທຳ ທີ່ເປັນນາມມະທຳ ຂອງຊາດ.
ໃນສະໄໝກ່ອນ, ເມືອງຫຼວງ ຮ່າແທ່ງ (ຮ່າໂນ້ຍ) ມີຄຳກ່າວໄວ້ວ່າ: “ໝູ່ບ້ານ ກ້າ ມີຕົ້ນໂພ/ມີແມ່ນ້ຳ ໃຫ້ອາບເຢັນ, ມີອາຊີບ ໜຶ້ງເຂົ້າ ໜຽວ”. ໝູ່ບ້ານ ກ້າ ໃນອະດີດ, ປັດຈຸບັນ ແມ່ນສັງກັດ ຕາແສງ ຝູ໋ເຖື້ອງ ມີອາຊີບ ໜຶ້ງເຂົ້າໜຽວ ຕັ້ງແຕ່ເມື່ອໃດບໍ່ມີໃຜຮູ້. ໂດຍອາໄສ ແຫຼ່ງນ້ຳ ທ່ີໃສເຢັນ ຂອງ ແມ່ນ້ຳ ຢີ້ຮ່າ (ແມ່ ນ້ຳແດງ) ແລະ ດິນສັນດອນ ທີ່ອຸດົມສົມບູນ, ບ້ານ ກ້າ ໃນອະດີດ ມີທົ່ງນາເຂົ້າ ທີ່ອຸດົມສົມບູນ. ຈາກທົ່ງນາ ທີ່ຈະເລີນພັນເຫຼົ່ານີ້, ຊາວບ້ານ ກ້າ ໄດ້ປູກເຂົ້າສອງຊະນິດ ທີ່ໃຫ້ຄຸນນະພາບດີເລີດຄື ເຂົ້າໜຽວ “ເນັບກ໋າຍຮວາວ່າງ” (ປະເພດເຂົ້າໜຽວ ພິເສດ ຢູ່ເຂດທ່ົ່ງພຽງ ພາກເໜືອ ຫວຽດນາມ) ແລະ ເຂົ້າໜຽວ ເຢົາແກວ. ເພື່ອໃຫ້ໄດ້ ເຂົ້າໜຽວ ທີ່ຫອມແຊບ ແລະ ມີລົດຊາດ ຂອງ ເຂົ້າໜຽວ ຝູ໋ເຖື້ອງ, ຊາວບ້ານ ຢູ່ທີ່ນີ້ ຕ້ອງໃຊ້ຄວາມພະຍາຍາມ ຢ່າງຍິ່ງ.
ອາຊີບໜຶ້ງເຂົ້າໜຽວ ຝູ໋ເຖື້ອງ ໄດ້ມີມາເປັນເວລາຫຼາຍຮ້ອຍປີ, ຕິດພັນຢ່າງໃກ້ຊິດ ກັບຊີວິດຂອງຊາວບ້ານ. ດ້ວຍເຄັດລັບ ທີ່ໄດ້ ຮັບການສືບທອດມາຫຼາຍເຊັ່ນຄົນ ໃນວົງຕະກຸນ ແລະ ວັດຖຸດິບ ທີ່ມີຄຸນນະພາບ, ເຂົ້າໜຽວ ຝູ໋ເຖື້ອງ ມີຄວາມຫອມໜຽວສະເໝີ, ໄດ້ກາຍເປັນອາຫານ ທີ່ຄຸ້ນເຄີຍ ຂອງຄົນຮ່າໂນ້ຍ ແລະ ປາກົດ ຢູ່ໃນໂອກາດ ທີ່ສຳຄັນຫຼາຍຢ່າງເຊັ່ນ: ງານສູ່ຂໍ-ງານແຕ່ງດອງ, ບຸນປີໃໝ່. ປັດຈຸບັນ, ຊ່າງຝີມືໜຸ່ມຫຼາຍຄົນ ໄດ້ສືບທອດ ປະເພນີ ຂອງ ພໍ່ແມ່, ທັງຮັກສາວິທີການໜຶ້ງເຂົ້າໜຽວ ແບບດັ້ງເດີມ, ທັງ ສ້າງສັນໃຫ້ມີລົດຊາດໃໝ່ອີກຫຼາຍຊະນິດ, ຊ່ວຍໃຫ້ຍີ່ຫໍ້ ເຂົ້າໜຽວ ຝູ໋ເຖື້ອງ ນັບມື້ນັບຢືນຢັນ ຖານະຂອງຕົນ ໃນສິລະປະ ອາຫານການກິນ ຂອງ ຮ່າໂນ້ຍ.
ຢູ່ ຝູ໋ເຖື້ອງ, ເກືອບວ່າ ທຸກຄົນໃນບ້ານຕ່າງກໍຮູ້ວິທີ ໜຶ້ງເຂົ້າໜຽວ, ເຮັດເຂົ້າໜົມເຄັກ ແລະ ຕົ້ມເຫຼົ້າ. ຄົນລຸ້ນສືບທອດ ຄົນຮຸ່ນກ່ອນ, ຮຸ່ນສູ່ຮຸ່ນ ສ້າງເປັນອາຊີບມູນເຊື້ອ ເປັນເວລາ ຫຼາຍຮ້ອຍປີ ໃຫ້ ໝູ່ບ້ານບູຮານແຫ່ງນີ້. ປັດຈຸບັນ, ໝູ່ບ້ານ ຝູ໋ເຖື້ອງ ມີຊ່າງຝີມື 3 ຄົນ ແລະ ປະມານ 600 ຄອບຄົວທີ່ກຳລັງ “ດັງໄຟ” ໜຶ້ງເຂົ້າໜຽວ ເພື່ອ ນໍາໄປຂາຍທົ່ວ ຮ່າໂນ້ຍ. ກະຕ່າເຂົ້າໜຽວ ຂອງ ພວກແມ່, ພວກເອື້ອຍ ບໍ່ພຽງແຕ່ ຊ່ວຍໃຫ້ຄອບຄົວ ຂອງຊາວ ບ້ານ ກ້າ ໃນອະດີດ ຜ່ານຜ່າ ຄວາມອຶດຫິວ, ເຂົ້າໜຽວ ຝູ໋ເຖື້ອງ ໃນປັດຈຸບັນ ຍັງຊ່ວຍໃຫ້ຊາວບ້ານ ສ້າງຮັ່ງຄຸນມີ, ກາຍເປັນສິນຄ້າ ທີ່ມີຄຸນຄ່າ ທາງເສດຖະກິດສູງ, ນຳເອົາຜົນປະໂຫຍດ ມາໃຫ້ແກ່ ຊາວບ້ານ ແລະ ທ້ອງຖິ່ນອີກດ້ວຍ.
ບົດ ແລະ ພາບ: ຫວຽດເກື່ອງ - ແປໂດຍ: ບິກລຽນ