ດ້ວຍຄວາມຄິດເຮັດແນວໃດ ເພື່ອບືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກ, ທ່ານ ຮວິ່ງແທັງເລິມ ຢູ່ຕາແສງ ເຍີນອ໊າຍ ນະຄອນ ເກິ່ນເທີ ໄດ້ກ້າຫານລົບລ້າງສວນຕົ້ນໄມ້ກິນໝາກບໍ່ໃຫ້ມູນຄ່າສູງຫັນໄປສູ່ປູກໝາກຖົ່ວລຽນ. ທິດກ້າວເດີນນີ້ ໄດ້ຊ່ວຍຄອບຄົວທ່ານບໍ່ພຽງແຕ່ສ້າງການດຳລົງຊີວິດເປັນປົກກະຕິເທົ່ານັ້ນ ຫາກຍັງເຮັດໃຫ້ເສດຖະກິດຄອບຄົວນັບມື້ນັບຂະຫຍາຍຕົວ.
ສວນໝາກຖົ່ວລຽນຂອງທ່ານ ຮວິ່ງແທັງເລິມ
ປັດຈຸບັນ ທ່ານ ຮວິ່ງແທັງເລິມ ແມ່ນຫົວໜ້າສະຫະກອນ ເຕິນແທັ່ງ ດ້ວຍສະມາຊິກ 19 ຄົນ, ເນື້ອທີ່ປູກໝາກຖົ່ວລຽນ 14 ກວ່າເຮັກຕາ. ແຕ່ລະປີສະຫະກອນໄດ້ຂາຍໝາກຖົ່ວລຽນອອກສູ່ຕະຫຼາດ ແຕ່ 250 ຫາ 300 ໂຕນ, ລາຍຮັບຂອງບັນດາສະມາຊິກໃນສະຫະກອນເປັນປົກກະຕິ ສະເພາະທ່ານ ເລິມ ແຕ່ລະປີມີລາຍໄດ້ 2 ຕື້ກວ່າດົ່ງ. ທ່ານ ເລິມ ເປີດເຜີຍວ່າ:
“ເມື່ອເຂົ້າສູ່ລະດູການເກັບກູ້ ກໍ່ຮ່ວມສຳພັນກັບຜູ້ສົ່ງອອກ, ບັນດາວິສາຫະກິດບໍ່ເກັບຊື້ໃນສວນໂດຍກົງ, ບັນດາສະມາຊິກສະຫະກອນ ຂາຍໃຫ້ພວກພໍ່ຄ້າຊາວຂາຍ, ແລ້ວເຂົາກໍ່ຂາຍໃຫ້ວິສາຫະກິດ. ຕ້ອງສ້າງເຄື່ອງໝາຍການຄ້າເປັນທີ່ຮຽບຮ້ອຍແລ້ວ ສົນອອກກໍ່ເປັນປົກກະຕິ. ພະແນກວິທະຍາສາດເຕັກໂນໂລຊີກໍ່ພວມສ້າງໂຄງການໂຄສະນາບັນດາເຄື່ອງໝາຍການຄ້າ, ໝາກຖົ່ວລຽນ ເຊິ່ງແມ່ນສິນພິເສດຂອງນະຄອນ ເກິ່ນເທີ”.
ເມື່ອເຫັນໄດ້ເຖິງມູນຄ່າທາງດ້ານເສດຖະກິດສູງຈາກຕົ້ນໝາກຖົ່ວລຽນ, ບັນດາຄອບຄົວກໍ່ພ້ອມກັນຮຽນຮູ້ ແລະ ປູກໃນເນື້ອທີ່ຂອງຄອບຄົວຕົນ. ແຕ່ເພື່ອໃຫ້ຜະລິດຕະພັນເປັນເອກະພາບ, ມີເຄື່ອງໝາຍການຄ້າ ແລະ ມີຊື່ສຽງ, ທ່ານ ເລິມ ໄດ້ຂົນຂວາຍປະຊາຊົນພ້ອມກັນສ້າງຕັ້ງສະຫະກອນ ເຕິນແທັງ. ປັດຈຸບັນສະຫະກອນມີສະມາຊິກ 19 ຄົນ ດ້ວຍຍອດເນື້ອທີ່ປູກຝັງປະມານ 14 ເຮັກຕາ. ປະລິມານໝາກຖົ່ວລຽນເກັບກູ້ໃນແຕ່ລະປີແມ່ນປະມານ 250 ໂຕນ. ເພື່ອຮັກສາເຄື່ອງໝາຍໝາກຖົ່ວລຽນຂອງສະຫະກອນໃຫ້ໝັ້ນຄົງ, ບັນດາສະມາຊິກໃນສະຫະກອນ ບໍ່ນຳໃຊ້ຢາປ້ອງກັນພືດທີ່ນອນໃນສາລະບານຫ້າມ. ທາງສະຫະກອນພຽງນຳໃຊ້ຢາຊະນິດຕ່າງໆ ທີ່ໄດ້ຮັບອະນຸຍາດ ແລະ ຄວບຄຸມຢ່າງໜັກແໜ້ນ. ປັດຈຸບັນການຜະລິດຂອງສະກອນໄດ້ບັນລຸມາດຖານ ຫວຽດກາບ ມຸ່ງໄປສູ່ການຍົກສູງມາດຖານຄວາມປອດໄພ. ຄວາມຫວັງຢ່າງໃຫຍ່ຫຼວງຂອງທ່ານ ເລິມ ແມ່ນນຳໝາກຖົ່ວລຽນຂອງ ເກິ່ນເທີ ບໍ່ພຽງແຕ່ຮັບໃຊ້ຕະຫຼາດຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງສ້າງຄວາມເຊື່ອໝັ້ນ ໃຫ້ແກ່ຜູ້ບໍລິໂພກສາກົນອີກດ້ວຍ. ຢາກເຮັດແນວນັ້ນ ຜະລິດຕະພັນຕ້ອງສະອາດປອດໄພ ບັນລຸຄຸນນະພາບສູງ, ນີ້ແມ່ນພື້ນຖານເພື່ອໃຫ້ໝາກຖົ່ວລຽນ ເກິ່ນເທີ ອອກສູ່ຕະຫຼາດສາກົນ. ທ່ານ ເລິມໃຫ້ຮູ້ອີກວ່າ:
“ພຽງແຕ່ສະເໜີພໍ່ແມ່ພີ່ນ້ອງຂອງຕົນເຮັດຕາມທິດປອດໄພ ບໍ່ພຽງແຕ່ຮັບໃຊ້ໃຫ້ຊາວຕ່າງປະເທດເທົ່ານັ້ນ, ໝາກຖົ່ວລຽນຍັງຮັບໃຊ້ຢູ່ພາຍໃນປະເທດກໍ່ຕ້ອງມີຄວາມປອດໄພອີກດ້ວຍ. ຜູ້ບໍລິໂພກຢູ່ພາຍໃນປະເທດກໍ່ຕ້ອງເຊື່ອໝັ້ນວ່າ ໝາກຖົ່ວລຽນທີ່ເຂົາເຈົ້າກິນນັ້ນ ທັງສະອາດ ທັງມີຄຸນນະພາບສູງ”.
ທ່ານ ຫງວຽນອຸດແອັມ ຮອງປະທານຄະນະກຳມະການປະຊາຊົນຕາແສງ ເຍິນອ໊າຍ ນະຄອນ ເກິ່ນເທີ ໃຫ້ຮູ້ວ່າ: “ຍອດເນື້ອທີ່ຕົ້ນໄມ້ກິນໝາກໃນບໍລິເວນຕາແສງປັດຈຸບັນແມ່ນ 3.000 ກວ່າເຮັກຕາ. ປັດຈຸບັນບາງຜະລິດຕະພັນຕົ້ນໄມ້ກິນໝາກຂອງທ້ອງຖິ່ນໄດ້ສ້າງກາໝາຍສິນຄ້າ ແລະ ເຂົ້າຮ່ວມໂຄງການ ແຕ່ລະຕາແສງ ຜະລິດຕະພັນໜຶ່ງ (OCOP). ທ່ານ ແອັມ ເວົ້າວ່າ:
“ສຳລັບຕົ້ນໄມ້ກິນໝາກທີ່ເປັນປາຍແຫຼມຂອງຕາແສງ ສ່ວນຫຼາຍແມ່ນຕົ້ນໄມ້ກິນໝາກທີ່ໃຫ້ມູນຄ່າເສດຖະກິດສູງ. ບົນພື້ນຖານນັ້ນ ທາງຕາແສງໄດ້ສົມທົບກັບບັນດາວິສາຫະກິດກໍ່ຄືບັນດາສະຫະກອນຈະເຮັດແນວໃດ ຈະຮ່ວມສຳພັນກັບບັນດາວິສາຫະກິດ ເພື່ອສ້າງລະຫັດເຂດປູກ ກໍ່ຄືບັນດາຂັ້ນຕອນຜະລິດ ກ່ຽວກັບມາດຖານທີ່ປອດໄພ ຫວຽດຫາບ, ໂກຣບານກາບ. ເຮັດແນວໃດສາມາດຮ່ວມສຳພັນກັບວິສາຫະກິດໄດ້ ເພາະວ່າເຂົາເຈົ້າຈຳໜ່າຍຜະລິດຕະພັນໄດ້ດີກວ່າ”.
ດ້ວຍການປ່ຽນແປງດ້ານຈິນຕະນາການກ້າຄິດກ້າທຳເດີນຕາມເສັ້ນທາງຜະລິດກະສິກຳປອດໄພໝັ້ນຄົງ, ທ່ານ ຮວິ່ງແທັງເລິມ ໄດ້ຮັບການເຊີດຊູຈາກສູນກາງສະມາຄົມຊາວກະສິກອນ ຫວຽດນາມ ວ່າແມ່ນຊາວກະສິກອນ ຫວຽດນາມ ດີເດັ່ນ ປີ 2025 ແລະ ທ່ານໄດ້ຮັບໃບຍ້ອງຍໍຫຼາຍໃບຈາກສູນກາງລົງຮອດທ້ອງຖິ່ນ. ແບບຢ່າງຂອງທ່ານ ເລິມ ກໍ່ແມ່ນຫຼັກຖານຢັ້ງຢືນໃຫ້ແກ່ກະສິກຳ ພຽງມີຄວາມໝັ້ນຄົງຢ່າງແທ້ຈິງ ຂະນະທີ່ຕ້ອງບັນລຸຄຸນນະພາບຄວາມປອດໄພ ແລະ ຮ່ວມສຳພັນກັບຕະຫຼາດເປັນພື້ນຖານ.
(ແຫຼ່ງຄັດຈາກ VOV)