“ບັນດາການປະຕິຮູບເຊິ່ງທ່ານເລຂາທິການໃຫຍ່ ໂຕເລິມ ພວມຜັນຂະຫຍາຍ ແມ່ນຈຳເປັນທີ່ສຸດເພື່ອຍົກລະດັບຂອງ ຫວຽດນາມ ໃນໂລກ ໃນການຜະລິດບັນດາຜະລິດຕະພັນເຕັກໂນໂລຢີສູງ ເພື່ອແນໃສ່ຫຼຸດພົ້ນອອກຈາກບ້ວງລາຍຮັບປານກາງ.
ວັນທີ 8 ສິງຫາ, ໂຮງຮຽນນະໂຍບາຍສາທາລະນະ Crawford ຂຶ້ນກັບມະຫາວິທະຍາໄລແຫ່ງຊາດ ອົດສະຕາລີ ໄດ້ຈັດກອງປະຊຸມສຳມະນາອັບເດັດ ຫວຽດນາມ ປີ 2025. ກອງປະຊຸມສຳມະນາ ໄດ້ແນະນຳກ່ຽວກັບບັນດາການປ່ຽນແປງໃໝ່ກົງຈັກອຳນາດການປົກຄອງ, ນະໂຍບາຍເສດຖະກິດ, ການຄ້າ, ກະສິກຳ ແລະ ສະພາບແວດລ້ອມຢູ່ ຫວຽດນາມ ໃນໄລຍະມໍ່ໆມານີ້.
ໃນກອງປະຊຸມສຳມະນາ, ບັນດານັກຄົ້ນຄວ້າ ໄດ້ສຸມໃສ່ແບ່ງປັນຂໍ້ມູນອັບເດັດກ່ຽວກັບ ຫວຽດນາມ ໃນ 3 ດ້ານ, ລວມມີ: ການເມືອງ, ເສດຖະກິດ - ການຄ້າ, ສະພາບແວດລ້ອມ ແລະ ກະສິກຳ… ຕີລາຄາກ່ຽວກັບບັນດາການປະຕິຮູບທີ່ພວມດຳເນີນຢູ່ ຫວຽດນາມ ໃນປັດຈຸບັນ, ທ່ານ ສາດສະດາຈານ Carl Thayer ໃຫ້ຮູ້ວ່າ ນີ້ແມ່ນບາດກ້າວເດີນທີ່ຈຳເປັນເພື່ອໃຫ້ ຫວຽດນາມ ສາມາດພັດທະນາຢ່າງກະໂດດຂັ້ນໃນອະນາຄົດ:
“ບັນດາການປະຕິຮູບເຊິ່ງທ່ານເລຂາທິການໃຫຍ່ ໂຕເລິມ ພວມຜັນຂະຫຍາຍ ແມ່ນຈຳເປັນທີ່ສຸດເພື່ອຍົກລະດັບຂອງ ຫວຽດນາມ ໃນໂລກ ໃນການຜະລິດບັນດາຜະລິດຕະພັນເຕັກໂນໂລຢີສູງ ເພື່ອແນໃສ່ຫຼຸດພົ້ນອອກຈາກບ້ວງລາຍຮັບປານກາງ. ບັນດາຂົງເຂດທັງໝົດ ເຊິ່ງ ຫວຽດນາມ ຕ້ອງເຮັດ ເພື່ອບັນລຸໄດ້ຜົນສຳເລັດນັ້ນ ລ້ວນແຕ່ໄດ້ຮັບຄວາມເອົາໃຈໃສ່ພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ.”
(ແຫຼ່ງຄັດຈາກ VOV)