ຫວຽດນາມ ຢືນອັນດັບທີ 4, ຖັດຈາກທິມຊາດ ໂປໂລຍ, ລັດເຊຍ ແລະ ຮຸງກາຣີ. ດ້ວຍໝາກຜົນດັ່ງກ່າວ, ທິມຊາດ ຫວຽດນາມ ນອນໃນກຸ່ມ 4 ປະເທດ ແລະ ເຂດແຄວ້ນທີ່ຄວ້າໄດ້ໝາກຜົນສູງສຸດໃນການແຂ່ງຂັນ IOAI ປີ 2025.
ຫວຽດນາມ ຢືນອັນດັບທີ 4 ໃນການແຂ່ງຂັນ IOAI ປີ 2025 (ພາບ: TTXVN)
ວັນທີ 8 ສິງຫາ, ກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ ໄດ້ໃຫ້ຂ່າວກ່ຽວກັບຜົນການແຂ່ງຂັນ Olympic ປັນຍາປະດິດສາກົນ (IOAI) ປີ 2025 ຂອງທິມຊາດ ຫວຽດນາມ ຢູ່ນະຄອນຫຼວງ ປັກກິ່ງ, ຈີນ. ຕາມນັ້ນແລ້ວ, ທິມຊາດ ຫວຽດນາມ ຍາດໄດ້ຜົນງານສູງ ຢູ່ທັງສອງເນື້ອໃນແຂ່ງຂັນສ່ວນບຸກຄົນ ແລະ ແຂ່ງຂັນເປັນທິມ.
ໃນຮູບແບບການແຂ່ງຂັນສ່ວນບຸກຄົນ, ຫວຽດນາມ ຍາດໄດ້ຫຼຽນຄຳ 3 ຫຼຽນ, ຫຼຽນເງິນ 1 ຫຼຽນ ແລະ ຫຼຽນທອງ 3 ຫຼຽນ ແລະ ລາງວັນຊົມເຊີຍ 1 ລາງວັນ. ສ່ວນໃນການເສັງເປັນທິມ, ຫວຽດນາມ ຢືນອັນດັບທີ 4, ຖັດຈາກທິມຊາດ ໂປໂລຍ, ລັດເຊຍ ແລະ ຮຸງກາຣີ. ດ້ວຍໝາກຜົນດັ່ງກ່າວ, ທິມຊາດ ຫວຽດນາມ ນອນໃນກຸ່ມ 4 ປະເທດ ແລະ ເຂດແຄວ້ນທີ່ຄວ້າໄດ້ໝາກຜົນສູງສຸດໃນການແຂ່ງຂັນ IOAI ປີ 2025, ສືບຕໍ່ຢັ້ງຢືນທີ່ຕັ້ງຂອງການສຶກສາ ຫວຽດນາມ ບົນເວທີແຂ່ງຂັນປັນຍາປະດິດສາກົນ.
ການແຂ່ງຂັນ Olympic ປັນຍາປະດິດສາກົນ (IOAI) 2025 ໄດ້ຈັດຂຶ້ນແບບເຊິ່ງໜ້າຢູ່ນະຄອນຫຼວງ ປັກກິ່ງ, ປະເທດ ຈີນ ແຕ່ວັນທີ 2 ສິງຫາ ຫາວັນທີ 8 ສິງຫາ, ດ້ວຍການເຂົ້າຮ່ວມຂອງນັກສຶກສາທັງໝົດ 300 ຄົນ ຂອງ 78 ທິມ ທີ່ມາຈາກ 60 ປະເທດ ແລະ ເຂດແຄວ້ນ.
(ແຫຼ່ງຄັດຈາກ VOV)