ຫວຽດນາມ ຈະສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ເປັນເພື່ອນທີ່ດີ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈສຳລັບບັນດາປະເທດໃນໂລກ, ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ເພື່ອຈຸດປະສົງສັນຕິພາບ, ຮ່ວມມື, ພັດທະນາຢູ່ພາກພື້ນ ແລະ ໃນໂລກ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສົ່ງສານເຖິງບັນດາການນຳ ອາຊຽນ ແລະ ປະຊາຊົນ ອາຊຽນ
ເນື່ອງໃນໂອກາດສະເຫຼີມສະຫຼອງ 58 ປີແຫ່ງວັນສ້າງຕັ້ງ ອາຊຽນ (8/8/1967 - 8/8/2025) ແລະ 30 ປີແຫ່ງວັນ ຫວຽດນາມ ເຂົ້າຮ່ວມ ອາຊຽນ, ຕອນຄ່ຳວັນທີ 8 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສົ່ງສານເຖິງບັນດາການນຳ ອາຊຽນ ແລະ ປະຊາຊົນ ອາຊຽນ.
ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ຫວຽດນາມ ຈະສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ເປັນເພື່ອນທີ່ດີ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈສຳລັບບັນດາປະເທດໃນໂລກ, ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ເພື່ອຈຸດປະສົງສັນຕິພາບ, ຮ່ວມມື, ພັດທະນາຢູ່ພາກພື້ນ ແລະ ໃນໂລກ. ຫວຽດນາມ ໃຫ້ຄຳໝັ້ນສນັຍາສືບຕໍ່ປະກອບສ່ວນ ແລະ ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອສ້າງ ອາຊຽນ ສາມັກຄີ, ມີຄວາມເຫັນດີເຫັນພ້ອມ, ເປັນເອກະພາບໃນຫຼາຍຮູບຫຼາຍສີ ແລະ ນຳ ອາຊຽນ ພັດທະນາຢ່າງວ່ອງໄວ, ຍືນຍົງ ອີງໃສ່ວິທະຍາສາດ, ເຕັກໂນລຢີ ແລະ ນະວັດຕະກຳ.
(ແຫຼ່ງຄັດຈາກ VOV)