• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັດທະນາການພົວພັນຫວຽດນາມ - ສ.ເກົາຫຼີ ໃຫ້ແທດຈິງ, ຮອບດ້ານ ແລະ ມີປະສິດທິຜົນ

ໂດຍຕອບສະໜອງຕາມຄຳເຊີນຂອງທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae Myung, ທ່ານເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ໂຕເລີມ ແລະ ພັນລະຍາ ຈະໄປຢ້ຽມຢາມ ທາງລັດຖະກິດຢູ່ ເກົາຫຼີ ແຕ່ວັນທີ 10 ຫາວັນທີ 13 ສິງຫາ 2025.
ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວນມິນຫວູ້

ນີ້ກໍ່ແມ່ນການຢ້ຽມຢາມທາງລັດຖະກິດຢູ່ ສ. ເກົາຫຼີ ຄັ້ງທຳອິດຂອງທ່ານໂຕເລີມ ໃນຖານະຕຳແໜງ່ເປັນເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ. ການຢ້ຽມຢາມໄດ້ດຳເນີນໄປໃນສະພາບທີ່ການພົວພັນຫວຽດນາມ - ສ.ເກົາຫຼີ ພວມຢູ່ໃນໄລຍະພັດທະນາດີທີ່ສຸດ, ພິເສດແມ່ນພາຍຫຼັງສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນເດືອນທັນວາປີ 2022.

     ຕອບສຳພາດຕໍ່ນັກຂ່າວກ່ຽວກັບຄວາມໝາຍຄວາມສຳຄັນຂອງການຢ້ຽມຢາມຄັ້ງນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວນມິນຫວູ້ ໃຫ້ຮູ້ວ່າ: ສ.ເກົາຫຼີ ແລະ ຫວຽດນາມ ແມ່ນສອງປະເທດຄູ່ຮ່ວມມືແຖວໜ້າຂອງກັນໃນຫຼາຍຂົງເຂດຄື: ການເມືອງ, ການປ້ອງກັກັຊາດ ປິອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ແຮງງານ, ການພົວພັນແລກປ່ຽນປະຊາຊົນ. ນີ້ຈະແມ່ນໂອກາດເພື່ອໃຫ້ສອງຝ່າຍປຶກສາຫາລືຢ່າງເລິກເຊິ່ງກ່ຽວກັບຍຸດທະສາດ, ກຳນົດທິດທາງ ແລະ ມາດຕະການເພື່ອພັດທະນາການພົວພັນລະຫວ່າງສອງປະເທດຢ່າງຕັ້ງໜ້າ, ຮອບດ້ານ ແລະ ມີປະສິດທິຜົນ; ພ້ອມກັນນັ້ນ, ເປີດກວ້າງທິດທາງພັດທະນາໃໝ່ໃນບັນດາຂົງເຂດຮ່ວມມືທີ່ສຳຄັນ ແລະ ມີຄວາມສາມາດບົ່ມຊ້ອນ, ພິເສດແມ່ນດ້ານວິທະຍາສາດ ແລະ ເຕັກໂນໂລຢີ, ນະວັດຕະກຳ, ນຳມາເຊິ່ງຜົນປະໂຫໂຫຍທີ່ແທດຈິງໃຫ້ປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ.

(ແຫຼ່ງຄັດຈາກ VOV)

ໃກ້​ຈະ​ດຳ​ເນີນກອງ​ປະ​ຊຸມ​ສຳ​ມະ​ນາ​ກອງ​ເສ​ນາ​ທິ​ການ​ໃຫຍ່ ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ 80 ປີ ແຫ່ງວັນສ້າງຕັ້ງ, ຕໍ່​ສູ້ ແລະ ເຕີບ​ໃຫຍ່

ໃກ້​ຈະ​ດຳ​ເນີນກອງ​ປະ​ຊຸມ​ສຳ​ມະ​ນາ​ກອງ​ເສ​ນາ​ທິ​ການ​ໃຫຍ່ ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ 80 ປີ ແຫ່ງວັນສ້າງຕັ້ງ, ຕໍ່​ສູ້ ແລະ ເຕີບ​ໃຫຍ່

ກອງປະຊຸມສຳມະນາຈະຈັດຂຶ້ນໃນວັນທີ 14 ສິງຫາ ຢູ່ຮ່າໂນ້ຍ, ດ້ວຍການເຂົ້າຮ່ວມຂອງບັນດາການນຳ, ອະດີດການນຳພັກ, ລັດ; ຜູ້ຕາງໜ້າການນຳບັນດາຄະນະ, ຂະແໜງການ, ໝູ່ຄະນະຢູ່ຂັ້ນສູນກາງ; ການນຳ, ອະດີດການນຳກະຊວງປ້ອງກັນປະເທດ, ກອງເສນາທິການໃຫຍ່, ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ… ພ້ອມດ້ວຍບັນດານັກວິທະຍາສາດ, ຕົວພະຍານປະຫວັດສາດ.

Top