ຕອນເຊົ້າວັນທີ 21 ກຸມພາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມລັດຖະບານກັບບັນດາທ້ອງຖິ່ນ ໃນການປະຕິບັດຂໍ້ສະຫຼຸບຂອງສູນກາງ, ບັນດາມະຕິຂອງສະພາແຫ່ງຊາດ, ລັດຖະບານກ່ຽວກັບການເຕີບໂຕເສດຖະກິດ. ກອງປະຊຸມໄດ້ເຊື່ອມຕໍ່ທາງໄກກັບຈຸດເຊື່ອມຕໍ່ສົດ 63 ທ້ອງຖິ່ນ.
ສະພາບກອງປະຊຸມ (ພາບ: ຫວູ້ຄວຽນ)
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຊີ້ແຈ້ງວ່າ ບັນດາເປົ້າໝາຍພັດທະນາທີ່ ຫວຽດນາມ ວາງອອກໃນໄລຍະທີ່ຈະມາເຖິງແມ່ນ: ການເຕີບໂຕ 8% ຂຶ້ນໄປໃນປີ 2025 ແລະ ເຕີບໂຕ 2 ຕົວເລກໃນຊຸມປີຕໍ່ໄປ; ມຸ່ງໂປເຖິງ 2 ເປົ້າໝາຍຍຸດທະສາດ 100 ປີ; ສູ້ຊົນຮອດປີ 2030 ຫວຽດນາມ ແມ່ນປະເທດພວມພັດທະນາ, ມີອຸດສາຫະກຳທັນສະໄໝ, ລາຍຮັບປານກາງສູງ, ຮອດປີ 2045 ກາຍເປັນປະເທດພັດທະນາ, ລາຍຮັບສູງ. ຕາມທ່ານນາຍົກລັດຖະມົນຕີ, ນີ້ແມ່ນຈຸດເວລາທີ່ທົ່ວປະເທດເພີ່ມລະດັບຄວາມໄວ, ບືນຕົວຂຶ້ນ, ໝູນໃຊ້ທຸກໂອກາດເພື່ອນຳປະເທດຊາດ “ກ້າວໄປໄວ, ແຮງ, ໃກ, ບືນຕົວສູງ” ກ່ວາອີກບົນເສັ້ນທາງພັດທະນາ:
ຖ້າຢາກໃຫ້ທົ່ວປະເທດເຕີບໂຕກ່ວາ 8%, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນກໍ່ຕ້ອງເຕີບໂຕກ່ວາ 8%. ໄປຄຽງຄູ່ກັບການເຕີບໂຕໄວ ແຕ່ຍັງຕ້ອງມີຄວາມຍືນຍົງ, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນຊີວິດສັງຄົມ, ຄວາມຍຸດຕິທຳ ຄວາມກ້າວໜ້າສັງຄົມ, ບໍ່ໃຫ້ໃຜຖືກປະໄວ້ຢູ່ເບື້ອງຫຼັງ ແລະ ຕ້ອງຮັບປະກັນສິ່ງແວດລ້ອມ.
ທ່ານນາຍົກລັດຖະມົນຕີໄດ້ຊີ້ໃຫ້ເຫັນບັນດາໜ້າທີ່, ມາດຕະການຈຸດສຸມຕ້ອງຜັນຂະຫຍາຍໃນທັນທີ ໃນເດືອນກຸມພາ ແລະ ໄຕມາດທີ 1, ລວມມີ: ສູ້ຊົນລະດັບການເຕີບໂຕ GDP ບັນລຸ 8% ຂຶ້ນໄປ; GDP ສະເລ່ຍຕໍ່ຫົວຄົນກ່ວາ 5000 USD; ລະດັບເພີ່ມ ສະເລ່ຍ CPI ປະມານ 4,5-5%; ສືບຕໍ່ສ້າງລະບອບລະບຽບການໃຫ້ສົມບູນແບບ; ຮັບປະກັນກົງຈັກການຈັດຕັ້ງກະທັດລັດ, ມີປະສິດທິພາບ, ປະສິດທິຜົນ; ຍູ້ແຮງການປະຕິຮູບບໍລິຫານ, ການເຫັນເປັນດີຈີຕອນ; ສຸມໃສ່ເຮັດໃໝ່ບັນດາກຳລັງໜູນເຕີບໂຕແບບເກົ່າ ແລະ ຊຸກຍູ້ບັນດາກຳລັງເຕີບໂຕໃໝ່; ຍູ້ແຮງການປ່ອຍເງິນລົງທຶນພາກລັດ; ຍູ້ແຮງການປ້ອງກັນຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້, ການຟູມເຟືອຍ; ເພີ່ມທະວີການພົວພັນຕ່າງປະເທດ, ເຊື່ອມຕົວເຂົ້າກັບສາກົນ.
(ແຫຼ່ງຄັດຈາກ VOV)