• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ໃຫ້ຄຳໝັ້ນສັນຍາຢ່າງແຮງຕໍ່ລັດທິຫຼາຍຝ່າຍ ແລະ ຈິດໃຈສາມັກຄີສາກົນ

ຫວຽດນາມ ສະໜັບສະໜູນລັດທິຫຼາຍຝ່າຍຢ່າງແຮງ, ຍາມໃດກໍ່ມານະພະຍາຍາມປະກອບສ່ວນຢ່າງແທດຈິງ, ຕັ້ງໜ້າ ເພື່ອປັບປຸງບັນດາລັດທິຫຼາຍຝ່າຍທົ່ວໂລກ ແລະ ພາກພື້ນ.
(ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ)

ໃນວັນທີ 18 ແລະ 20 ກຸມພາ, ຢູ່ ນິວຢອກ, ອາເມລິກາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດວາລະປຶກສາຫາລືເປີດ ຂັ້ນລັດຖະມົນຕີ ດ້ວຍຫົວຂໍ້ “ການປະຕິບັດລັດທິຫຼາຍຝ່າຍ, ປະຕິຮູບ ແລະ ຍົກສູງປະສິດທິຜົນການຄຸ້ມຄອງທົ່ວໂລກ”.

        ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ, ສະແດງຄວາມວິຕົກກັງວົນຕໍ່ທ່າອ່ຽງເພີ່ມທະວີການກະທຳພຽງລຳພັງຝ່າຍດຽວໃນການພົວພັນສາກົນ, ເຮັດໃຫ້ລະບົບຫຼາຍຝ່າຍເຊິ່ງເຄີຍເປັນພື້ນຖານຂອງການຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນໃນ 8 ທົດສະວັດຜ່ານມາອ່ອນແອລົງ. ທ່ານເນັ້ນໜັກວ່າ, ຕ້ອງປະຕິຮູບບັນດາລະບອບລະບຽບການຫຼາຍຝ່າຍ, ຍົກສູງສຽງເວົ້າ ແລະ ການເຂົ້າຮ່ວມຂອງບັນດາປະເທດພວມພັດທະນາ ເພື່ອຮັບປະກັນລັກສະນະເປັນຕົວແທນ, ປະຊາທິປະໄຕຂອງບັນດາລະບອບດັ່ງກ່າວ. ຫວຽດນາມ ສະໜັບສະໜູນລັດທິຫຼາຍຝ່າຍຢ່າງແຮງ, ຍາມໃດກໍ່ມານະພະຍາຍາມປະກອບສ່ວນຢ່າງແທດຈິງ, ຕັ້ງໜ້າ ເພື່ອປັບປຸງບັນດາລັດທິຫຼາຍຝ່າຍທົ່ວໂລກ ແລະ ພາກພື້ນ, ພິເສດແມ່ນສະຫະປະຊາຊາດ ແລະ ອາຊຽນ. ບັນດາຄວາມມານະພະຍາຍາມດັ່ງກ່າວໄດ້ສ່ອງແສງຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ຕໍ່ຄວາມສາມັກຄີ ແລະ ການຮ່ວມມືສາກົນ, ເພື່ອຜົນປະໂຫຍດຂອງປະຊາຊົນ ຫວຽດນາມ ແລະ ປະກອບສ່ວນສ້າງໂລກແຫ່ງສັນຕິພາບ, ມີຄວາມວັດທະນາຖາວອນ ແລະ ມີຄວາມຍຸຕິທຳຫຼາຍກວ່າສຳລັບທຸກໆຄົນ.

(ແຫຼ່ງຄັດຈາກ VOV)

ນຳການພົວພັນຄູ່ຮ່ວມມືຮອບດ້ານ ການາດາ - ຫວຽດນາມ ພັດທະນາຢ່າງແຮງ

ນຳການພົວພັນຄູ່ຮ່ວມມືຮອບດ້ານ ການາດາ - ຫວຽດນາມ ພັດທະນາຢ່າງແຮງ

ໃນໄລຍະຈະມາເຖິງ 2 ຝ່າຍຕ້ອງສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຮັກສາບັນດາກົນໄກໂອ້ລົມສົນທະນາ 2 ຝ່າຍທີ່ພວມມີຢູ່ແລ້ວຢ່າງເປັນປະຈຳ.

Top