ການພົວພັນລະຫວ່າງ ອາເມລິກາ-ລັດເຊຍ ພວມມີບັນດາບາດກ້າວຫັນປ່ຽນທີ່ໜ້າສົນໃຈ. ເລື່ອງບັນດາເຈົ້າໜ້າທີ່ອະວຸໂສ ອາເມລິກາ ແລະ ລັດເຊຍ ເມື່ອວັນທີ 18 ກຸມພາ ໄດ້ດຳເນີນການເຈລະຈາຄັ້ງທຳອິດຢູ່ Ryiadh (Saudi Arabia) ນັບແຕ່ເມື່ອເກີດການປະທະກັນຢູ່ ຢູແກຼນ ໃນເດືອນກຸມພາ ປີ 2022 ແມ່ນເຫດການທີ່ເປັນບາດລ້ຽວ, ເປີດໄລຍະໃໝ່ໃນການພົວພັນລະຫວ່າງສອງປະເທດມະຫາອຳນາດ, ພ້ອມທັງຈະສາມາດກະທົບຢ່າງແຮງຕໍ່ສະພາບການເມືອງ ແລະ ຄວາມໝັ້ນຄົງສາກົນໃນປະຈຸບັນ.
ການເຈລະຈາຂອງຄະນະຜູ້ແທນ ອາເມລິກາ-ລັດເຊຍ ຢູ່ Saudi Arabia ໃນວັນທີ 18/02 (ພາບ: Reuters)
ໂດຍໄດ້ດຳເນີນໄປໃນເວລາບໍ່ຮອດ 1 ອາທິດ ພາຍຫຼັງການໂອ້ລົມທາງໂທລະສັບລະຫວ່າງທ່ານປະທານາທີບໍດີ ອາເມລິກາ Donald Trump ແລະ ທ່ານປະທານາທີບໍດີ ລັດເຊຍ Vladimir Putin ນັ້ນ, ການເຈລະຈາຢູ່ Ryiadh ໃຫ້ເຫັນວ່າ ທັງ ອາເມລິກາ ແລະ ລັດເຊຍ ລ້ວນແລ້ວແຕ່ໄດ້ຕີລາຄາສູງເລື່ອງເຊື່ອມຕໍ່ບັນດາການພົບປະໂດຍກົງ ພາຍຫຼັງເວລາຍາວນານທີ່ສອງປະເທດ ໄດ້ຕົກເຂົ້າສູ່ສະພາບສູ້ຢັນກັນຢ່າງແຮງ.
ທ່ານ Sergey Lavrov ລັດຖະມົນຕີການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ: ໃນສານສະບັບທຳອິດຝາກເຖິງກັນທີ່ການເຈລະຈາ, ທ່ານເອງ ແລະ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio ລ້ວນແຕ່ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງໂອ້ລົມສົນທະນານຳກັນ ຂະນະທີ່ຜົນປະໂຫຍດແຫ່ງຊາດຂອງບັນດາຝ່າຍ ບໍ່ຄ້າຍຄືກັນ, ແທນທີ່ເຮັດໃຫ້ຄວາມບໍ່ລົງລອຍກັນເກີນຄວາມຄວບຄຸມ ແລະ ກາຍເປັນການສູ້ຢັນກັນ. ນີ້ກໍ່ແມ່ນທັດສະນະທີ່ ທ່ານປະທານາທີບໍດີ ລັດເຊຍ Vladimir Putin ສະໜັບສະໜູນ:
ມາດຕະການແກ້ໄຂໃຫ້ທຸກບັນຫາທີ່ຮ້າຍແຮງ ລວມທັງການແກ້ໄຂການປະທະກັນຢູ່ ຢູແກຼນ ນັ້ນແມ່ນເພີ່ມຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ອາເມລິກາ ແລະ ລັດເຊຍ. ຖ້າບໍ່ເປັນແນວນັ້ນ, ນີ້ຈະແມ່ນເລື່ອງທີ່ບໍ່ສາມາດເປັນໄປໄດ້. ຈຸດປະສົງຂອງການພົບປະແມ່ນເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດ. ສຳລັບບັນດາຝ່າຍທີ່ກ່ຽວຂ້ອງອື່ນໆ, ລັດເຊຍ ບໍ່ເຄີຍໄດ້ປະຕິເສດການພົບປະກັບ ເອີລົບ ແລະ ການເຈລະຈາກັບ ຢູແກຼນ ຈັກເທື່ອ.
ສອງຝ່າຍໄດ້ຮັບຫຼາຍໝາກຜົນອັນລະອຽດ ໃນການພົບປະຄັ້ງທຳອິດຢູ່ Ryiadh. ກ່ຽວກັບດ້ານການທູດ, ອາເມລິກາ ແລະ ລັດເຊຍ ໄດ້ເຫັນດີເປັນເອກະພາບແຕ່ງຕັ້ງທ່ານເອກອັກຄະລັດຖະທູດຄົນໃໝ່ຢູ່ສອງປະເທດ ພ້ອມທັງສ້າງຕັ້ງຄະນະທູຕານຸທູດຄືນໃໝ່ ດ້ວຍຂອບຂະໜາດໃໝ່ ພາຍຫຼັງຫຼາຍປີທີ່ຖືກຮັດແຄບລົງ ຍ້ອນບັນດາການກະທຳໂຕ້ຕອບທາງການທູດ. ສອງຝ່າຍກໍ່ເຫັນດີເປັນເອກະພາບສ້າງຕັ້ງຄະນະເຈລະຈາ ເພື່ອແກ້ໄຂການປະທະກັນຢູ່ ຢູແກຼນ. ອາເມລິກາ ແລະ ລັດເຊຍ ຍັງໄດ້ປຶກສາຫາລືຫຼາຍບັນຫາອື່ນໆໃນການພົວພັນສອງຝ່າຍ, ຈາກການຮ່ວມມືດ້ານເສດຖະກິດ ຕະຫຼອດຮອດດ້ານພູມສາດການເມືອງ. ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio ເນັ້ນໜັກວ່າ ຖ້າຫາກວ່າ ບັນດາຄວາມບໍ່ລົງລອຍກັນໄດ້ຮັບການຄວບຄຸມ, ສອງຝ່າຍຈະມີຄວາມສາມາດບົ່ມຊ້ອນໃນການຮ່ວມມືກັນທີ່ໃຫຍ່ຫຼວງໃນທຸກດ້ານ:
ມີບັນດາໂອກາດທີ່ດີທີ່ສຸດເພື່ອສ້າງການພົວພັນຄູ່ຮ່ວມມືກັບ ລັດເຊຍ, ກ່ຽວກັບດ້ານພູມສາດການເມືອງ ໃນບັນດາບັນຫາຊື່ງສອງຝ່າຍມີຜົນປະໂຫຍດລວມ ແລະ ດ້ານເສດຖະກິດໃນບັນດາຂົງເຂດທີ່ສາມາດມີປະໂຫຍດໃຫ້ທົ່ວໂລກ ແລະ ສາມາດປົວແປງການພົວພັນລະຫວ່າງສອງປະເທດໃນໄລຍະຍາວນານ.
ຄວາມວິຕົກກັງວົນຂອງ ເອີລົບ
ຕາມວົງການນັກສັງເກດການແລ້ວ, ບັນຫາແກ່ນສານໃນປະຈຸບັນແມ່ນ ເອີລົບ ພວມຕ້ອງຢືນຢູ່ນອກບັນດາການເຈລະຈາລະຫວ່າງ ອາເມລິກາ ແລະ ລັດເຊຍ ແລະ ບໍ່ທັນກຳນົດໄດ້ນະໂຍບາຍທີ່ແທ້ຈິງຂອງອຳນາດການປົກຄອງໃໝ່ຢູ່ ອາເມລິກາ. ໃນບັນດາການປະຊຸມດ່ວນຢູ່ ປາຣີ, ອັງກິດ ແລະ ຝະລັ່ງ, ເຊິ່ງເປັນສອງປະເທດທີ່ມີຄວາມສາມາດດ້ານການທະຫານແຮງກວ່າໝູ່ຢູ່ ເອີລົບ, ແມ່ນສອງປະເທດໄດ້ສະໜັບສະໜູນແຜນການສົ່ງກຳລັງປົກປັກຮັກສາສັນຕິພາບ ເອີລົບ ໄປຍັງ ຢູແກຼນ ຖ້າຫາກວ່າ ບັນດາຝ່າຍບັນລຸໄດ້ຂໍ້ຕົກລົງສັນຕິພາບໃນໄລຍະທີ່ຈະມາເຖິງ, ຖືນີ້ແມ່ນວິທີທີ່ ເອີລົບ ຮັກສາໄດ້ບົດບາດ ແລະ ມີສຽງເວົ້າຕໍ່ນະໂຍບາຍຄວາມໝັ້ນຄົງຂອງທະວີບ. ແຕ່ເຖິງແນວນັ້ນກໍ່ຕາມ, ແຜນການນີ້ ຍັງໄດ້ກໍ່ໃຫ້ເກີດການແບ່ງແຍກຢ່າງໃຫຍ່ຫຼວງພາຍໃນ ເອີລົບ ແລະ ປະສົບກັບການຄັດຄ້ານຢ່າງແຮງຈາກ ເຢຍລະມັນ, ໂປໂລຍ, ອີຕາລີ… ອີກບັນຫາໜຶ່ງສຳລັບ ເອີລົບ, ນັ້ນແມ່ນ, ປະຈຸບັນ, ບັນດາປະເທດ ເອີລົບ ສ່ວນຫຼາຍ ຍັງໄດ້ຮັກສາທັດສະນະແຂງກະດ້າງກັບ ລັດເຊຍ ຢູ່, ແຕ່ຕາມນັກຊ່ຽວຊານຫຼາຍທ່ານແລ້ວ, ໃນໄລຍະຍາວ, ເອີລົບ ຍາກທີ່ຈະສາມາດຮັກສານະໂຍບາຍນີ້ໄດ້ ຖ້າຫາກວ່າການພົວພັນລະຫວ່າງ ອາເມລິກາ ແລະ ລັດເຊຍ ມີການປ່ຽນແປງ. ທ່ານນາງ Angela Stent, ຜູ້ຊ່ຽວຊານຄົ້ນຄ້ວາ ເອີລົບ ຂອງສະຖາບັນ Brookings (ອາເມລິກາ) ໃຫ້ຂໍ້ສັງເກດວ່າ:
ລັດຖະບານ ເອີລົບ ຈຳນວນໜຶ່ງ ອາດຈະເລືອກທີ່ຈະບໍ່ພົບປະຂັ້ນສູງກັບ ລັດເຊຍ ແຕ່ສິ່ງນີ້ ນັບມື້ນັບປະສົບກັບຄວາມຫຍຸ້ງຍາກກ່ວາອີກ. ມີຄຳຖາມຕັ້ງຂຶ້ນ ນັ້ນແມ່ນ ຖ້າຫາກວ່າ ອາເມລິກາ ລົບລ້າງບັນດາຄຳສັ່ງລົງໂທດ ລັດເຊຍ, ເອີລົບ ອາດຈະຮັກສາບັນດາຄຳສັ່ງລົງໂທດຂອງກຸ່ມນີ້ຕໍ່ ລັດເຊຍ ໃນເລລານານເທົ່າໃດ, ຂະນະທີ່ເລີ່ມມີການປຶກສາຫາລືຢູ່ ເອີລົບ ກ່ຽວກັບການນຳເຂົ້າອາຍແກັດຈາກ ລັດເຊຍ ຄືນໃໝ່ ໃນຂະນະທີ່ການພົວພັນລະຫວ່າງສອງຝ່າຍໄດ້ຮັບການປົວແປງ? ຂ້າພະເຈົ້າຄິດວ່າ ນັບມື້ນັບຍາກສຳລັບ ເອີລົບ ໃນເລື່ອງເຮັດໃຫ້ ລັດເຊຍ ຕົກຢູ່ໂດດດ່ຽວ.
ເພື່ອແນໃສ່ຮັບມືກັບສະພາບການບໍ່ເປັນປົກກະຕິຄືໃນປະຈຸບັນ, ໃນຕົ້ນອາທິດໜ້າ (ຄືໃນວັນທີ 24 ກຸມພາ), ທ່ານປະທານາບໍດີ ຝະລັ່ງ Emmanuel Macron ແລະ ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ກໍ່ຈະພ້ອມກັນໄປຢ້ຽມຢາມ ອາເມລິກາ ເພື່ອດຳເນີນການພົບປະເຈລະຈາກັບປະທານາທິບໍດີ ອາເລິກາ Donald Trump ດ້ວຍເປົ້າໝາຍສູງສຸດ ແມ່ນຮັກສາເສົາຄ້ຳຄວາມໝັ້ນຄົງລະຫວ່າງມະຫາສະໝຸດອັກລັງຕິກ ຕໍ່ໜ້າບັນດາການການປ່ຽນແປງນະໂຍບາຍໃນປະຈຸບັນຂອງ ອາເມລິກາ./.