• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳການພົວພັນຄູ່ຮ່ວມມືຮອບດ້ານ ການາດາ - ຫວຽດນາມ ພັດທະນາຢ່າງແຮງ

ໃນໄລຍະຈະມາເຖິງ 2 ຝ່າຍຕ້ອງສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຮັກສາບັນດາກົນໄກໂອ້ລົມສົນທະນາ 2 ຝ່າຍທີ່ພວມມີຢູ່ແລ້ວຢ່າງເປັນປະຈຳ.
ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານນາງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ການາດາ (ພາບ TTXVN)

ນຳການພົວພັນຄູ່ຮ່ວມມືຮອບດ້ານ ການາດາ - ຫວຽດນາມ ພັດທະນາຢ່າງແຮງ. ນີ້ແມ່ນຄຳຢືນຢັນຂອງທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ທີ່ການພົບປະກັບທ່ານນາງ Stefanie Beck, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ການາດາ, ໃນຕອນບ່າຍວັນທີ 20 ກຸມພາ, ຢູ່ ຮ່າໂນ້ຍ, ເນື່ອງໃນໂອກາດທ່ານນາງມາຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມການໂອ້ລົມສົນທະນານະໂຍບາຍປ້ອງກັນຊາດຂັ້ນຮອງລັດຖະມົນຕີ ຫວຽດນາມ - ການາດາ ຄັ້ງທີ 3.

        ທ່ານນາງ ເລທິທູຮັ່ງ, ເນັ້ນໜັກວ່າ, ເພື່ອໃຫ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ການາດາ ສືບຕໍ່ພັດທະນາຢ່າງມີສະຖຽນລະພາບ ແລະ ແທດຈິງກວ່າ, ໃນໄລຍະຈະມາເຖິງ 2 ຝ່າຍຕ້ອງສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຮັກສາບັນດາກົນໄກໂອ້ລົມສົນທະນາ 2 ຝ່າຍທີ່ພວມມີຢູ່ແລ້ວຢ່າງເປັນປະຈຳ, ຄື: ການທາບທາມຄວາມເຫັນດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດ, ການທາບທາມຄວາມເຫັນນະໂຍບາຍປ້ອງກັນຊາດ, ຄະນະກຳມະການປະສົມດ້ານເສດຖະກິດ…

        ສ່ວນທ່ານນາງ Stefanie Beck, ຢືນຢັນວ່າ, ການາດາ ຈະສືບຕໍ່ສົມທົບກັບ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອນຳການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດໃຫ້ພັດທະນາຢ່າງແຮງກວ່າ, ພ້ອມກັນນັ້ນ, ທ່ານນາງກໍ່ໃຫ້ຄຳໝັ້ນສັນຍາຈະສືບຕໍ່ໜູນຊ່ວຍ ຫວຽດນາມ ເຂົ້າຮ່ວມຂົງເຂດຮັກສາສັນຕິພາບຂອງສະຫະປະຊາຊາດຢ່າງຕັ້ງໜ້າ ແລະ ມີປະສິດທິຜົນກວ່າ. ເນື່ອງໃນໂອກາດນີ້, ຮອງລັດຖະມົນຕີ 2 ທ່ານກໍ່ໄດ້ແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

(ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະບານກັບບັນດາທ້ອງຖິ່ນກ່ຽວກັບການເຕີບໂຕເສດຖະກິດ

ກອງປະຊຸມລັດຖະບານກັບບັນດາທ້ອງຖິ່ນກ່ຽວກັບການເຕີບໂຕເສດຖະກິດ

ນີ້ແມ່ນກອງປະຊຸມຄັ້ງທຳອິດລະຫວ່າງລັດຖະບານ ແລະ ບັນດາທ້ອງຖິ່ນ ພາຍຫຼັງລັດຖະບານໄດ້ບູລະນະກົງຈັກໃຫ້ສົມບູນແບບ ພາຍຫຼັງກອງປະຊຸມວິສາມັນຄັ້ງທີ 9 ຂອງສະພາແຫ່ງຊາດ ຫວຽດນມາມ ຊຸດທີ 15

Top