ສານຊີ້ແຈ້ງວ່າກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແມ່ນເຫດການການເມືອງສຳຄັນຍິ່ງຂອງພັກ, ລັດ ແລະ ປະຊາຊົນລາວ.
ພິທີເດີນສວນສະໜອງກ້ອນກຳລັງ ຂ່ຳນັບຮັບຕ້ອນ 50 ປີແຫ່ງວັນຊາດສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ (ພາບ: TTXVN)
ເນື່ອງໃນໂອກາດພັກປະຊາຊົນປະຕິວັດລາວ ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII, ວັນທີ 5 ມັງກອນ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ສົ່ງສານອວຍພອນໄປຍັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ. ສານຊີ້ແຈ້ງວ່າກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແມ່ນເຫດການການເມືອງສຳຄັນຍິ່ງຂອງພັກ, ລັດ ແລະ ປະຊາຊົນລາວ. ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຮຽງບ່າຮຽງໄຫຼ່ພ້ອມກັບພັກ, ລັດ ແລະ ປະຊາຊົນລາວ ໃນທຸກໄລຍະປະຫວັດສາດ. ພາຍໃຕ້ການຊີ້ນຳຢ່າງສະຫຼາດສ່ອງໄສຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວຈະສືບຕໍ່ຍາດໄດ້ຜົນສຳເລັດໃໝ່ຫຼາຍຢ່າງ, ຍິ່ງໃຫຍ່ກ່ວາອີກ, ປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XII ຢ່າງມີໄຊ, ສ້າງປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ນັບມື້ນັບຈະເລີນຮຸ່ງເຮືອງ.
(ແຫຼ່ງຄັດຈາກ VOV)