• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດ​ເຊຍ ເລີ່ມ​ຊ້ອມ​ຮົບ​ນິ​ວ​ເຄຼຍຍຸ​ດ​ທະ​ວິ​ທີ

ຮຸ່ງເຊົ້າວັນທີ 22 ພຶດສະພາ, ກະຊວງປ້ອງກັນປະເທດ ລັດເຊຍ ແຈ້ງໃຫ້ຊາບວ່າ ບັນດາກຳລັງຂອງປະເທດນີ້ ໄດ້ເລີ່ມດຳເນີນໄລຍະທີ 1 ຂອງການຊ້ອມຮົບນຳໃຊ້ອາວຸດນິວເຄຼຍຍຸດທະວິທີ, ຫຼື ຍັງໄດ້ເອີ້ນວ່າ ອາວຸດນິວເຄຼຍ ໄຮ້ຍຸດທະສາດ.
ລັດເຊຍ ເລີ່ມດຳເນີນການຊ້ອມຮົບນິວເຄຼຍຍຸດທະວິທີ ຢູ່ເຂດຊາຍແດນທາງທິດໃຕ້ ໃນວັນທີ 21/5/2024 (ພາບ: BQP Nga/Reuters)

ກ່ອນໜ້ານັ້ນ, ສຳນັກຂ່າວສານ TASS ໄດ້ຄັດສະເໜີແຈ້ງການຂອງກະຊວງປ້ອງກັນປະເທດ ລັດເຊຍ ໂດຍໃຫ້ຮູ້ວ່າ ການຊ້ອມຮົບໄດ້ດຳເນີນຢູ່ເຂດທະຫານ ທາງທິດໃຕ້. ລະອຽດ, ກຳລັງລູກສອນໄຟ ຈະຝຶກຊ້ອມການກະກຽມນຳໃຊ້ລະບົບລູກສອນໄຟຍຸດທະສາດ Iskander, ໃນຂະນະທີ່ກຳລັງປ້ອງກັນອາກາດຈະຝຶກຊ້ອມການປະກອບອາວຸດປ້ອງກັນອາກາດ, ລວມທັງລູກສອນໄຟເໜືອສຽງ Kinzhal, ກ່ອນທີ່ເຄື່ອນຍ້າຍໄປຍັງເຂດລາດຕະເວນໃນການຊ້ອມຮົບ.

ແຈ້ງການດັ່ງກ່າວໄດ້ເນັ້ນໜັກເຖິງການຊ້ອມຮົບ ແນໃສ່ຮັບປະກັນຄວາມສາມາດກຽມພ້ອມຮັບມື ເພື່ອປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ລັດເຊຍ ໃນທຸກກໍລະນີ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ເພີ່ມທະວີການຮ່ວມມື 2 ຝ່າຍກັບ UNESCO ແລະ ບັນດາປະເທດສະມາຊິກ

ຫວຽດນາມ ເພີ່ມທະວີການຮ່ວມມື 2 ຝ່າຍກັບ UNESCO ແລະ ບັນດາປະເທດສະມາຊິກ

ການນຳ UNESCO ແລະ ຫົວໜ້າຄະນະຜູ້ຕາງໜ້າລ້ວນແຕ່ຕີລາຄາສູງການພົວພັນຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ກັບ UNESCO ແລະ ບັນດາປະເທດສະມາຊິກ

Top