• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ-ຈີນ ຢ້ຽມຊົມເຂດທົດລອງເປີດການແພດສາກົນ Fangchenggang

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 10, ທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານພົນໂທ ຕົງ ຈຸ່ນ ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ພ້ອມດ້ວຍຄະນະຜູ້ແທນຂອງສອງປະເທດ ໄດ້ໄປຢ້ຽມຊົມເຂດທົດລອງເປີດການແພດສາກົນ Fangchenggang, ຈີນ.

ຢູ່ທີ່ນີ້, ມີເຂດວາງສະແດງຂອງເຂດທົດລອງການແພດ ແລະເຂດວາງສະແດງການຢາພື້ນເມືອງ. ເຂດວາງສະແດງຂອງເຂດທົດລອງການແພດໄດ້ແນະນຳກ່ຽວກັບແຜນຜັງ ແລະໂຄງສ້າງການພັດທະນາຂອງເຂດທົດລອງ, ກໍ່ຄືສະພາບການຮ່ວມມື ແລະແລກປ່ຽນກັບບັນດາປະເທດສະມາຊິກຂອງອົງການຮ່ວມມື ຊຽງໄຮ້ (SCO) ແລະບັນດາປະເທດອາຊຽນ.

ເຂດວາງສະແດງການແພດ-ການຢາພື້ນເມືອງ ໄດ້ວາງສະແດງຊັບພະຍາກອນອຸດົມສົມບູນ ກ່ຽວກັບເພສັດຊະກຳເປັນສັດ ແລະພືດຢູ່ເຂດອ່າວພາກເໜືອ ແລະສາຍພູ Shiwan dashan, ກໍ່ຄືຄວາມສາມາດບົ່ມຊ້ອນຂອງທີ່ຕັ້ງພູມສາດເອກະລັກສະເພາະ ແລະແຫຼ່ງຊັບພະຍາກອນອຸດົມສົມບູນ ເພື່ອພັດທະນາຂະແໜງການແພດ-ການຢາພື້ນເມືອງ ທີ່ມີລັກສະນະຊົນເຜົ່າ, ຜ່ານນັ້ນຊຸກຍູ້ການພົບປະແລກປ່ຽນ ແລະການຮ່ວມມືສາກົນໃນຂົງເຂດການແພດ-ການຢາພື້ນເມືອງ.

ດັ່ງລຸ່ມນີ້ແມ່ນຮູບພາບທີ່ເຂດທົດລອງເປີດການແພດສາກົນ Fangchenggang:


(ແຫຼ່ງຄັດຈາກ ໜັງສືພຶມກອງທັບປະຊາຊົນ)

ບາດ​ກ້າວ​ໃໝ່​ໃນ​ນະ​ໂຍ​ບາຍ​ເຮືອນ​ຢູ່

ບາດ​ກ້າວ​ໃໝ່​ໃນ​ນະ​ໂຍ​ບາຍ​ເຮືອນ​ຢູ່

ໃນ​ເວ​ລາ​ບໍ່​ຮອດ​ເດືອນ​ໜຶ່ງ, ມີຫຼາຍ​ຄຳ​ຊີ້​ນຳ​ສຳ​ຄັນ​ຈາກ​ສູນ​ກາງ, ລັດ​ຖະ​ບານ ແລະ ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ເຖິງ​ນະ​ໂຍ​ບາຍ​ເຮືອນ​ຢູ່ອາໄສ​ໄດ້​ຮັບ​ການ​ປະ​ກາດ​ໃຊ້. ບັນ​ດາ​ນະ​ໂຍ​ບາຍ​ຊີ້​ຂາດ​ໃໝ່​ສະ​ແດງ​ໃຫ້​ເຫັນ​ການ​ຫັນ​ປ່ຽນ​ຢ່າງ​ເລິກ​ເຊິ່ງກວ່າ​ໃນ​ຈິນ​ຕະ​ນາ​ການ​ນະ​ໂຍ​ບາຍ, ຈາກ​ເປົ້າ​ໝາຍ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນມີ​ກຳ​ມະ​ສິດ​ເຮືອນ​ຢູ່​ໄປ​ຍັງ​ການ​ຮັບ​ປະ​ກັນ​ສິດເຂົ້າ​ເຖິງ​ເຮືອນ​ຢູ່ທີ່​ເໝາະ​ສົມ​ກັບ​ຄວາມ​ສາ​ມາດ​ໃນ​ການ​​ໃຊ້ຈ່າຍ.

Top