ແມ່ຍິງ ຫວຽດນາມ - ຈາກບ່ອນໄດ້ຮັບການມອບສິດ ໄປສູ່ການເປັນຜູ້ນໍາພາການພັດທະນາ
ໃນສະພາບການທີ່ ຫວຽດນາມ ພວມເຊື່ອມໂຍງ ເຂົ້າກັບສາກົນ ຢ່າງກວ້າງຂວາງເລິກເຊິ່ງນັ້ນ, ແມ່ຍິງ ນັບມື້ນັບຢືນຢັນບົດບາດຂອງຕົນ ບໍ່ພຽງແຕ່ເປັນຜູ້ໄດ້ຮັບການຊົມໃຊ້ເທົ່ານັ້ນ, ແຕ່ຍັງເປັນຜູ້ມີສ່ວນຮ່ວມ ໃນການພັດທະນາອີກດ້ວຍ. ນັບແຕ່ການສຶກສາ, ເສດຖະກິດ ໄປຈົນເຖິງການມີສ່ວນຮ່ວມໃນການວາງນະໂຍບາຍ, ບາດກ້າວຂະຫຍາຍຕົວ ຂອງແມ່ຍິງ ໄດ້ສ່ອງແສງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມມຸ່ງໝັ້ນ ຂອງ ຫວຽດນາມ ໃນການສົ່ງເສີມສິດທິມະນຸດ ແລະ ຄວາມສະເໝີພາບຍິງ - ຊາຍ.
ໃນຊຸມປີມໍ່ໆ ມານີ້, ແມ່ຍິງ ຫວຽດນາມ ນັບມື້ນັບເປັນເຈົ້າການ ໃນການຍາດແຍ່ງກາລະໂອກາດ ເພື່ອການພັດທະນາຕົນເອງ ຢ່າງຮອບດ້ານ. ຄວາມສາມາດໃນການເຂົ້າເຖິງການສຶກສາ, ວຽກເຮັດງານທໍາ ແລະ ແຫຼ່ງກໍາລັງແຮງຕ່າງໆ ໃນສັງຄົມໄດ້ຮັບການເປີດກວ້າງ ອັນໄດ້ສ້າງເງື່ອນໄຂ ໃຫ້ແກ່ເຂົາເຈົ້າ ມີສ່ວນຮ່ວມ ຢ່າງເລິກເຊິ່ງ ເຂົ້າໃນພື້ນຖານເສດຖະກິດ ແລະ ຊີວິດການເປັນຢູ່ຂອງສັງຄົມ. ນັບແຕ່ການເລີ່ມສ້າງອາຊີບໃໝ່, ການດຳເນີນທຸລະກິດ ໄປຈົນເຖິງຂົງເຂດຕ່າງໆ ທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ, ແມ່ຍິງ ຫວຽດນາມ ພວມຄ່ອຍໆ ຢືນຢັນຄວາມອາດສາມາດ ແລະ ບົດບາດຂອງຕົນ ໃນຂະບວນວິວັດແຫ່ງການພັດທະນາ.n.
ໄປຄຽງຄູ່ກັນນັ້ນ, ລະບົບນະໂຍບາຍ ກ່ຽວກັບຄວາມສະເໝີພາບຍິງ - ຊາຍ ແລະ ການມອບສິດ ໃຫ້ແກ່ແມ່ຍິງ ຫວຽດນາມ ໄດ້ຮັບການປັບປຸງໃຫ້ສົມບູນແບບ ຢ່າງບໍ່ຢຸດຢັ້ງ. ບັນດາຂໍ້ກຳນົດທາງດ້ານນິຕິກໍາ ນັບມື້ນັບ ອໍານວຍຄວາມສະດວກ ໃຫ້ແມ່ຍິງ ເຂົ້າຮ່ວມໃນກົງຈັກການນຳພາ, ການຄຸ້ມຄອງ ກໍຄືການປະກອບສ່ວນສຽງເວົ້າ ໃນວິວັດການສ້າງ ແລະ ຈັດຕັ້ງປະຕິບັດນະໂຍບາຍ. ນີ້ແມ່ນພື້ນຖານ ອັນສຳຄັນ ເພື່ອຮັບປະກັນສິດໃນການມີສ່ວນຮ່ວມ ແລະ ສິດໃນການພັດທະນາ ຂອງ ແມ່ຍິງ ໃນສັງຄົມທີ່ທັນສະໄໝ.
ໃນຊຸມປີມໍ່ໆ ມານີ້, ແມ່ຍິງ ຫວຽດນາມ ນັບມື້ນັບເປັນເຈົ້າການ ໃນການຍາດແຍ່ງກາລະໂອກາດ ເພື່ອການພັດທະນາຕົນເອງ ຢ່າງຮອບດ້ານ. ຄວາມສາມາດໃນການເຂົ້າເຖິງການສຶກສາ, ວຽກເຮັດງານທໍາ ແລະ ແຫຼ່ງກໍາລັງແຮງຕ່າງໆ ໃນສັງຄົມໄດ້ຮັບການເປີດກວ້າງ ອັນໄດ້ສ້າງເງື່ອນໄຂ ໃຫ້ແກ່ເຂົາເຈົ້າ ມີສ່ວນຮ່ວມ ຢ່າງເລິກເຊິ່ງ ເຂົ້າໃນພື້ນຖານເສດຖະກິດ ແລະ ຊີວິດການເປັນຢູ່ຂອງສັງຄົມ.
ນອກຈາກບັນດາຜົນສຳເລັດແລ້ວ, ຫວຽດນາມ ຍັງໃຫ້ຄວາມສຳຄັນຕໍ່ການປົກປ້ອງແມ່ຍິງ ຈາກສິ່ງທ້າທາຍໃໝ່ໆ, ນັບແຕ່ການໃຊ້ຄວາມຮຸນແຮງໃນຄອບຄົວ, ຄວາມຮຸນແຮງ ບົນພື້ນຖານທາງເພດ ໄປຈົນເຖິງຄວາມສ່ຽງ ໃນໂລກເຕັກໂນໂລຊີ ສາລະສົນເທດ. ການເພີ່ມທະວີນະໂຍບາຍປະກັນສັງຄົມ, ການປົກປ້ອງສຸຂະພາບ ແລະ ສິດທິໃນການຈະເລີນພັນ ຂອງແມ່ຍິງ ເຊິ່ງໄດ້ສະແດງໃຫ້ເຫັນເຖິງ ວິທີການເຂົ້າເຖິງຢ່າງຮອບດ້ານ ໃນການຮັບປະກັນສິດທິມະນຸດ.
ໃນປັດຈຸບັນ, ແມ່ຍິງ ຫວຽດນາມ ບໍ່ພຽງແຕ່ເປັນຜູ້ໄດ້ຮັບການຊົມໃຊ້ ຈາກນະໂຍບາຍ ເທົ່ານັ້ນ, ແຕ່ໄດ້ກາຍເປັນກຳລັງແຮງ ທີ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວິວັດການພັດທະນາ. ການເພີ່ມຂຶ້ນ ຂອງ ອັດຕາສ່ວນແມ່ຍິງ ທີ່ເຂົ້າຮ່ວມ ໃນອົງການຕົວແທນປະຊາຊົນ ແລະ ຕຳແໜ່ງ ການນຳພາ ໄດ້ສະແດງໃຫ້ເຫັນບົດບາດ ທີ່ນັບມື້ນັບຈະແຈ້ງ ຂອງແມ່ຍິງ ໃນຊີວິດການເມືອງ ແລະ ສັງຄົມ. ດ້ວຍບາດກ້າວຂະຫຍາຍຕົວດັ່ງກ່າວ, ແມ່ ຍິງ ຫວຽດນາມ ພວມປະກອບສ່ວນ ສ້າງສັງຄົມໜຶ່ງທີ່ກວມລວມ, ຍຸຕິທຳ ແລະ ພັດທະນາຢ່າງຍືນຍົງ.
ບົດ: ບິກເວິນ/VNP - ພາບ: VNP - ແປໂດຍ: ບິກລຽນ













