• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີຜູ້​ໂດຍ​ສານ 1 ຄົນ​ເສຍ​ຊີ​ວິດ​ໃນ​ເຫດ​ເຮືອ​ບິນ ສິງ​ກະ​ໂປ ​ປະ​ສົບ​ກັບ​ສະ​ພາບ​ອາ​ກາດ​ຮ້າຍ​ແຮງ

ເຮືອບິນ Boeing 777 – 300R ໝາຍເລກ SQ321 ຂອງ ສິງກະໂປ Airlines, ລວມມີຜູ້ໂດຍສານ 211 ຄົນ ແລະ ສະມາຊິກໃນຈຸບິນ 18 ຄົນ, ເລີ່ມບິນຈາກນະຄອນຫຼວງ ລອນດອນ (ອັງກິດ) ມາຍັງ ສິງກະໂປ ໃນວັນທີ 21 ພຶດສະພາ ປະສົບກັບສະພາບອາກາດຢ່າງຮ້າຍແຮງ ໃນຂະນະບິນຮອດເຂດນ່ານຟ້າທາງທິດຕາຕົກຂອງ ໄທ.
ສະພາບການພາຍໃນຂອງເຮືອບິນ ໃນຂະນະເກີດເຫດ (ພາບ: Straist Times)

ມີຜູ້ໂດຍສານ 1 ຄົນເສຍຊີວິດ ແລະ ປະມານ 30 ຄົນ ຮັບບາດເຈັບ ຂະນະທີ່ເຮືອບິນຂອງບໍລິສັດການບິນ Singapore Airlines ທີ່ເລີ່ມບິນຈາກ ລອນດອນ ໄປຍັງ ສິງກະໂປ ປະສົບກັບສະພາບອາກາດຮ້າຍແຮງ. ສະນັ້ນ ຈຳເປັນຕ້ອງລົງຈອດໂດຍດ່ວນຢູ່ ບາງກອກ (ໄທ) ໃນວັນທີ 21 ພຶດສະພາ.

ຂໍ້ມູນຂ່າວດັ່ງກ່າວໂດຍບໍລິສັດການບິນ Singapore Airlines ແລະ ຜູ້ມີໜ້າທີ່ຮັບຜິດຊອບຂອງ ໄທ ຢັ້ງຢືນ ໂດຍໃຫ້ຮູ້ວ່າ  ເຮືອບິນ Boeing 777 – 300R ໝາກເລກ SQ321  ຂອງ ສິງກະໂປ Airlines, ລວມມີຜູ້ໂດຍສານ 211 ຄົນ ແລະ ສະມາຊິກໃນຈຸບິນ 18 ຄົນ, ເລີ່ມບິນຈາກນະຄອນຫຼວງ ລອນດອນ (ອັງກິດ) ມາຍັງ ສິງກະໂປ ໃນວັນທີ 21 ພຶດສະພາ ປະສົບກັບສະພາບອາກາດຢ່າງຮ້າຍແຮງ ໃນຂະນະບິນຮອດເຂດນ່ານຟ້າທາງທິດຕາຕົກຂອງ ໄທ. ເຮືອບິນລຳດັ່ງກ່າວ ຈຳເປັນຕ້ອງລົງຈອດໂດຍດ່ວນຢູ່ສະໜາມບິນສາກົນ Suvarnabhumi ຢູ່ນະຄອນຫຼວງ ບາງກອກ (ໄທ).

(ແຫຼ່ງຄັດຈາກ VOV)

ຫວຽດນາມ ເພີ່ມທະວີການຮ່ວມມື 2 ຝ່າຍກັບ UNESCO ແລະ ບັນດາປະເທດສະມາຊິກ

ຫວຽດນາມ ເພີ່ມທະວີການຮ່ວມມື 2 ຝ່າຍກັບ UNESCO ແລະ ບັນດາປະເທດສະມາຊິກ

ການນຳ UNESCO ແລະ ຫົວໜ້າຄະນະຜູ້ຕາງໜ້າລ້ວນແຕ່ຕີລາຄາສູງການພົວພັນຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ກັບ UNESCO ແລະ ບັນດາປະເທດສະມາຊິກ

Top