ມາຍັງເຂດປ່າທໍາມະຊາດ Tanyoli ນິງຖ້ວນ

ທ່ອງທ່ຽວ

ມາຍັງເຂດປ່າທໍາມະຊາດ Tanyoli ນິງຖ້ວນ

ເຂດທ່ອງທ່ຽວ Tanyoli ກວ້າງ 10 ເຮັກຕາ ຕັ້ງຢູ່ບ້ານ ເຊີນຫາຍ, ເມືອງ ຖ້ວນນາມ, ແຂວງ ນິງຖ້ວນ ກຳລັງເປັນຈຸດນັດໝາຍປາຍ ທາງແຫ່ງໃໝ່ ໃນການດຶງດູດນັກທ່ອງທ່ຽວ ໃຫ້ມາສໍາຜັດປະສົບ ການຕົວຈິງ ນອນໃນຕູບຜ້າເຕັ້ນ ມົງໂກລີ, ເອົາຊະນະ ເກມຜະຈົນໄພ ເທິງໂນນຊາຍ ທ່ີເຕັມໄປດ້ວຍແສງແດດ ແລະ ສາຍລົມ, ອາບນໍ້າທະເລ ທີ່ໃສເຢັນສະບາຍ ແລະ ຮັບປະທານ ບັນດາລາຍການ ອາຫານພິເສດ ຂອງ ນິງຖ້ວນ. 

ເຂດທ່ອງທ່ຽວ Tanyoli ກວ້າງ 10 ເຮັກຕາ ຕັ້ງຢູ່ບ້ານ ເຊີນຫາຍ, ເມືອງ ຖ້ວນນາມ, ແຂວງ ນິງຖ້ວນ ກຳລັງເປັນຈຸດນັດໝາຍປາຍ ທາງແຫ່ງໃໝ່ ໃນການດຶງດູດນັກທ່ອງທ່ຽວ ໃຫ້ມາສໍາຜັດປະສົບ ການຕົວຈິງ ນອນໃນຕູບຜ້າເຕັ້ນ ມົງໂກລີ, ເອົາຊະນະ ເກມຜະຈົນໄພ ເທິງໂນນຊາຍ ທ່ີເຕັມໄປດ້ວຍແສງແດດ ແລະ ສາຍລົມ, ອາບນໍ້າທະເລ ທີ່ໃສເຢັນສະບາຍ ແລະ ຮັບປະທານ ບັນດາລາຍການ ອາຫານພິເສດ ຂອງ ນິງຖ້ວນ. 

ມູມໜຶ່ງຂອງເຂດທ່ອງທ່ຽວ Tanyoli ກວ້າງ 10 ເຮັກຕາ ຕັ້ງຢູ່ບ້ານ ເຊີນຫາຍ, ເມືອງ ຖ້ວນນາມ, ແຂວງ ນິງທ້ວນ, ຢູ່ໄກໆ ແມ່ນ ໂນນ ຊາຍ ນາມເກືອງ ແລະ ຫາດຊາຍທະເລ. ພາບ: ກົງດາດ/VNP

 

Tanyoli ຕັ້ງຢູ່ໃນທະເລຊາຍນ້ອຍ ທີ່ເຕັນໄປດ້ວຍແສງແດດ ແລະ ສາຍລົມ ພ້ອມກັບບັນດາ ໂນນຊາຍຂາວ ທີ່ເປັນຄື້ນ, ແຖວພູຫີນ ທີີ່ມີຄວາມງາມແບບທຳມະຊາດ  ແລະ ຫາດຊາຍທະເລ ທີ່ມີນໍ້າ ໃສຈົນເຫັນພື້ນ. ດ້ວຍ​ທ່າໄດ້ປຽບດັ່ງກ່າວ, ​ເຂດ​ທ່ອງ​ທ່ຽວ Tanyoli ​ໄດ້​ຮັບ​ການກໍ່​ສ້າງ​ເປັນຈຸດໝາຍປາຍທາງ​ທີ່​ດຶງ​ດູດ​ໃຈ,​ ມີສີສັນ ສະ ເພາະພິເສດ ສະຫງວນໃຫ້ແກ່ຜູ້ມັກການຄົ້ນພົບ, ເອົາຊະນະທຳ ມະຊາດ, ການ​ຜະ​ຈົນ​ໄພ ​ແລະ ສໍາຜັດກັບວັດທະນະທຳ ທ້ອງຖິ່ນ. 

 


ມາຍັງ Tanyoli, ທ່ານຈະຂ້າມທະເລຊາຍ ໂດຍລົດອອບໂຣດ ແຮງສູງ, ການເອົາຊະນະ ເສັ້ນທາງດິນຊາຍ ທີ່ຄົດໂຄ້ງ ສ້າງໃຫ້ ທ່ານ ມີຄວາມກະຕຸ້ນໃຈ ທີ່ຍາກຈະ ພັນລະນາໄດ້. ທ່ານ​ຍັງ​ສາ​ມາດ​ໃຊ້​ລົດອອບໂຣດ ຈາກເຂດທ່ອງທ່ຽວ Tanyoli ຂ້າມຜ່ານ ໄປ ຍັງເຂດ ທະເລຊາຍນ້ອຍ ໝຸ໊ຍຢິງ ເພື່ອລົງໄປບັນດາ ຫາດຊາຍຢູ່ ອ້ອມຂ້າງ.  


ຂ້າມຜ່ານ​ເຂດ​ທະ​ເລ​ຊາຍ​ ທີ່​ກວ້າງ​ໃຫຍ່​ ແມ່ນ​ຫາດ​ຊາຍ​ທະເລ ​ເຊີນ​ຫາຍ ​ທີ່​ຍາວ​ຢຽດ​ດ້ວຍ​ຊາຍ​ຂາວ, ນ້ຳ​ທະ​ເລ​ທີ່ໃສສະອາດ, ມີ ຄວາມສວຍງາມແບບດັ້ງເດີມ. ຢູ່​ທີ່​ນີ້, ປະສົບ​ການ​ທາງ​ທະ​ເລ​ຫຼາຍ​ຢ່າງ​ ແມ່ນ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ ​ຈາກ​ນັກ​ທ່ອງ​ທ່ຽວ​ເຊັ່ນ: ການ​ຂີ່​ເຮືອກາຍັກ, ດຳ​ນ້ຳ​ເພື່ອ​ຈັບ​ເໝັ້ນທະເລ. ນອກຈາກນັ້ນ, ນັກ ທ່ອງທ່ຽວຍັງສາມາດເຂົ້າຮ່ວມ ເກມຜະຈົນໄພ ອື່ນໆ ເຊັ່ນ: ປີນພູ, ຂີ່ມ້າ, ຍິງທະນູ ຫຼື ເຂົ້າຮ່ວມການແຂ່ງລົດອອບໂຣດ ເທິງຫາດ ຊາຍ, ແຂ່ງສະເກັດຫຍ້າ ຫຼື ສຳຜັດກັບເກມ “ໂອນຊາບິນ” ທີ່ສ້າງ ຄວາມສະໜຸກສະໜານຢ່າງຍິ່ງ.


 

ຢູ່ຕິດກັບໂນນຊາຍ ແມ່ນທົ່ງຫຍ້າສີຂຽວ, ໂດຍມີເຮືອນຫຼັງນ້ອຍໆ ສອງສາມຫຼັງ ຕັ້ງຢູ່ໃຕ້ຕົ້ນໝາກພ້າວ, ຢູ່ທີ່ນີ້ ຍັງມີຝູງແກະ ກຳລັງ ເລັມຫຍ້າ... ທັງໝົດໄດ້ສ້າງຄວາມຮູ້ສຶກ ສະບາຍໃຈ ແລະ ນີ້ຍັງ ແມ່ນ ໂອກາດ ທີ່ບໍ່ຄວນພາດ ສຳລັບຜູ້ມັກ ການຖ່າຍຮູບ. 

 


ມາຍັງ Tanyoli, ທ່ານຈະໄດ້ເພີດເພີນກັບລາຍການ ອາຫານພິ ເສດທີ່ມີຊື່ສຽງຂອງດິນແດນ ທີ່ເຕັມໄປດ້ວຍແສງແດດ ແລະ ສາຍ ລົມແຫ່ງນີ້ ເຊັ່ນ: ປີ້ງກະດູກຂ້າງແກະ, ຊີ້ນແກະຕົ້ມກັບໝາກອະ ງຸ່ນ, ປີ້ງ ຊີ້ນແບ້ ແລະ ອາຫານທະເລສົດ ຊະນິດຕ່່າງໆ... ພ້ອມທັງ ໄດ້ຮັບຊົມ ລາຍການຟ້ອນລຳທຳເພງ ຈາກບັນດາບ່າວສາວ, ນາງ ສາວ ເຜົ່າຈຳ ໃນຊຸດພື້ນເມືອງທີ່ມີສະເໜ່.

ໃນຕອນກາງຄືນ, ນັກທ່ອງທ່ຽວ ຈະນອນໃນຕູບຜ້າເຕັ້ນ ມີຮູບ ສາມຫຼ່ຽມ ໃຕ້ຕົ້ນໄມ້ໃຫຍ່ ຫຼື  ຕູບຜ້າເຕັ້ນ ຮູບມົນ ຂະໜາດໃຫຍ່, ເອີ້ນວ່າ ຕູບຜ້າເຕັ້ນ ມົງໂກລີ ຂອງ ຊາວ ພະເນຈອນ. ໃນເຂດ ທ່ອງ​ທ່ຽວ​ມີ ​ຕູບຜ້າ​ເຕັ້ນ 15 ໜ່ວຍ ດ້ວຍ​ຫຼາຍ​ຂະໜາດຊຶ່ງໄດ້​ກາຍ ເປັນໝູ່ບ້ານ ແຫ່ງໜຶ່ງ ຂອງຊາວ ມົງໂກລີ. ນີ້ແມ່ນປະສົບການຕົວ ຈິງທີ່ໜ້າສົນໃຈ ສໍາລັບຜູ້ທີ່ຮັກມັກ ການຄົ້ນພົບ, ຜະຈົນໄພ

ມາຍັງ Tanyol ໃນຕອນເຊົ້າ ໄດ້ເບິ່ງຕາເວັນຂຶ້ນເທິງທະເລ, ໃນ ຕອນບ່າຍ ເບິ່ງຕາເວັນຕົກ ຢູ່ເທິງຍອດ ຂອງ ພູເຂົາ, ໃນຕອນກາງ ຄືນເຕົ້າໂຮມກັນພາຍໃຕ້ແສງສະຫວ່າງ ຈາກກອງໄຟ ທ່າມກາງ ບັນຍາກາດທີ່ໜາວເລັກນ້ອຍ. ຊີວິດທີ່ແຕກຕ່າງ ກຳລັງລໍຖ້າ ນັກ ທ່ອງທ່ຽວ...

ບົດ: ເຊີນເຫງ້ຍ - ພາບ: ກົງດາດ ແລະ ເອກະສານໂດຍ Tanyoli ເປັນຜູ້ສະໜອງໃຫ້ - ແປໂດຍ: ບິກລຽນ

ປ່າສະຫງວນແຫ່ງຊາດ ກາດບ່າ

ປ່າສະຫງວນແຫ່ງຊາດ ກາດບ່າ

ປ່າສະຫງວນແຫ່ງຊາດ ກາດບ່າ ແມ່ນໜຶ່ງໃນບັນດາ ເຂດ ຮັກສາລະບົບນິເວດ ໃຫຍ່ສຸດຢູ່ ຫວຽດນາມ ແລະ ໃນໂລກ. ສະຖານທີ່ນີ້ ປະກອບດ້ວຍຄຸນຄ່າ ທີ່ເປັນເອກະລັກ ຢ່າງຍິ່ງ ມີທັງ ປ່າໄມ້ ແລະ ລະບົບນິເວດທາງທະເລ. ມາ​ຍັງ​ປ່າ​ສະຫງວນ​ແຫ່ງ​ຊາດ ກາດບ່າ, ​ນັກ​ທ່ອງ​ທ່ຽວ​ ຈະ​ໄດ້​ສໍາຜັດ ປະສົບການ ແລະ ສຳ​ຫຼວດ​ລະບົບ​ນິ​ເວດ ຂອງສັດ ​ແລະ ພືດ​ ທີ່​ຫຼາກ​ຫຼາຍ.

Top