• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ພິິທີໄຫວ້ບູຊາ ບັນພະບຸລຸດ ຂອງ ຊາວເຜົ່າ ໂລໂລ

ເຊັ່ນດຽວກັບ ເຜົ່າອື່ນໆ ຢູ່ ຫວຽດນາມ, ຊາວເຜົ່າ ໂລໂລ ເຊື່ອວ່າ ທຸກສິ່ງທຸກຢ່າງຕາມ​ປະ​ເພນີ, ​ເມື່ອ​ຄົນ​ໃນ​ຄອບຄົວ​ ໂລ​ໂລ​ ຕາຍ​ແຕ່ 3 -4 ປີ, ລູກ​ຊາຍ​ກົກ​ໃນ​ຄອບຄົວ ​ຈະ​ຕັ້ງ​ແທ່ນ​ບູຊາ​ບັນພະບຸລຸດ ​ແລະ ​ທຳພິທີ ເຊີນ​ດວງ​ວິນ​ຍານ​ຂຶ້ນ​ແທ່ນ​ບູຊາແລ້ວສ້າງສີລາຈາລຶກຊື່, ອາຍຸ ແລະ ຕຳແໜ່ງຮູບ ເພື່ອການສັກກະລະບູຊາ. ແທ່ນບູຊາ ບັນພະບູລຸດ ແມ່ນຕັ້ງຢູ່ ແປະຝາເຮືອນຫ້ອງກາງ, ກົງກັນຂ້າມກັບ ປະຕູຫຼັກ. ຢູ່ ແທ່ນບູຊາ ມີຫຸ່ນດ້ວຍໄມ້ ຊຶ່ງເປັນສັນຍາລັກ ໃຫ້ວິນຍານບັນພະບຸລຸດ. ຊາວ​ເຜົ່າ​ ໂລ​ໂລ​ ມັກ​ຈັດ ພິທີໄຫວ້​ບູຊາ​ບັນພະບຸລຸດ ​ໃນ​ເດືອນ​ທັນວາ​ ຂອງ​ ທຸກໆ​ ປີ, ເຂົາເຈົ້າອາດຈະເຮັດ​​ສະເພາະພາຍ​ໃນ​ຄອບ​ຄົວ. ​ເມື່ອ​ຈັດ​ພິທີ​ໄຫວ້​ບູຊາ​ ຢູ່ຫໍບູຊາ ຂອງບ້ານ, ທຸກ​ຄອບຄົວ​ໃນ​ບ້ານ​ ຈະ​ປະກອບສ່ວນ ເຄື່ອງສັງຄະທານ​ ​ແລະ ​ຮ່ວມກັນຈັດ​ພິທີ.

ໝໍເຢົາ ລໍ່ຊີ່ປ໋າວ ແລະ ຊາວເຜົ່າໂລໂລ ທີ່ບ້ານ ສາງປ໊າອາ, ເທດສະບານ ແມ່ວວາກ, ແຂວງ ຮ່າຢາງ ທຳພິທີ ໄຫວ້ບູຊາ ບັນ ພະບຸລຸດ. 
ໝໍເຢົາ ຈັດເຄື່ອງສັງຄະທານ ທີ່ຈະຖວາຍ ຕໍ່ບັນພະບຸລຸດ ກ່ອນທຳພິທີ.


ໝໍເຢົາ ລໍ່ຊີ່ປ໋າວ ຕາງໜ້າ​ຊາວບ້ານ​ເຜົ່າ​ໂລ​ໂລ ​​ໄຕ້​ທູບ​ທຽນ​ອາ​ໄລ​ຫາ​ບັນພະບຸລຸດ ​ແລະ ຜູ້​ມີ​ບຸນ​ຄຸນງາມຄວາມດີ ​ກັບ​ຊາວ​ເຜົ່າ​ໂລ​ໂລ ​ໃນ​ພິທີ.
ກອງທອງ ຂອງ ຊາວເຜົ່າ ໂລໂລ ໃຊ້ໃນພິທີ ໄຫວ້ບູຊາ. 
ລວດລາຍ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຢູ່ເທິງ​ກອງ​ທອງ​​ຂອງ​ຊາວ​ເຜົ່າ ​ໂລ​ໂລ.
ຊາວ​ເຜົ່າ ​ໂລ​ໂລ​ນຸ່ງ​ຊຸດເສື້ອ​ຜ້າ​ທີ່​ສວຍ​ງາມ​ທີ່​ສຸດ​ ໃນ​ພິທີ ເຮັດບຸນສຳຄັນ​.
ທຸກ​ຄົນ​ໃນ​ໝູ່​ບ້ານ​ຢືນ​ຢູ່​ໜ້າ​ ແທ່ນ​ບູ​ຊາ​ບັນ​ພະ​ບູ​ລຸດ ​ເພື່ອ​ໃຫ້ໝໍເຢົາ ທຳພິທີ ອຳລາປູ່ຍ່າຕາຍາຍ ໃນພິທີໄຫວ້ບູຊາ ບັນພະບຸລຸດ. 
ພາຍຫຼັງ​ພິທີ​​ບູຊາ ​ຢູ່​ຕໍ່ໜ້າ​ ແທ່ນ​ບູຊາ​ບັນພະບຸລຸດ​ແລ້ວ, ຊາວ​ບ້ານ​ໄດ້​ເຕົ້າ​ໂຮມ​ໃນບັນດາ​ບົດ​ຟ້ອນ ​ແລະ ບົດ​ເພງ​ຂອງ​ຊາວ​ເຜົ່າ​ໂລ​ໂລ.

ພ້ອມກັບກອງທອງ, ວາດຟ້ອນ, ຊຸດອາພອນ...ໃນພິທີໄຫວ້ ບູຊາ ຕ່າງກໍມີສີສັນພິເສດ ແລະ ເຂັ້ມຂຸ້ນໄປດ້ວຍ  ສິລະປະທີ່ ເປັນເອກະລັກ ຂອງ ຊາວຊົນເຜົ່າໂລໂລ. 

ປົກກະຕິແລ້ວ, ພິທີໄຫວ້ບູຊາ ບັນພະບຸລຸດຂອງຊາວເຜົ່າ ໂລໂລ ມີ 3 ພາກສ່ວນຕົ້ນຕໍຄື: ພິທີຖວາຍເຄື່ອງບູຊາ, ພິທີ ລະນຶກ ແລະ ພິທີ ອຳລາບັນພະບຸລຸດ. ​ໃນ​ພິທີໄຫວ້ບູຊາ, ​ໝໍເຢົາ​ ຈະ​ທໍາ​ພິທີ ຖວາຍ ເຄື່ອງສັງຄະທານ, ​ແລ້ວ​ສູດ ​ເພື່ອ​ເຊີນ​ບັນພະບຸລຸດ ມາ​ເຂົ້າ​ຮ່ວມ​ພິທີ ​ຢູ່​ຕໍ່ໜ້າ​ທຸກ​ຄົນ​ໃນ​ຄອບຄົວ ​ແລະ ຊຸມ​ຊົນ. ຫຼັງຈາກນັ້ນ, ຊາວເຜົ່າ ໂລໂລ ຈະທຳພິທີ ຕີກອງທອງ ເພື່ອໃຫ້ ທຸກຄົນໄດ້ຟ້ອນ ຕາມ ຈັງ ຫວະສຽງກອງ, ລະນຶກເຖິງຜູ້ທີ່ໄດ້ລ່ວງລັບໄປແລ້ວ ຢູ່ຕໍ່ໜ້າ ແທ່ນບູ ຊາ ບັນພະບຸລຸດ. ສິ້ນ​ສຸດ​ການໄຫວ້ບູຊາ, ຊາວ​ເຜົ່າ ​ໂລ​ໂລ​ຈະ​ທຳ​ພິ​ທີ​ອຳ​ລາ. ເຂົາເຈົ້າຕີກອງທອງ ແລ້ວ ດັງໄຟ​ ຢູ່​ກາງ​ເດີ່ນ​ເພື່ອ​ໃຫ້ໝໍ ເຢົາ ຈະສູດ ​ຕໍ່​ບັນພະບຸລຸດ​ ກ່ຽວ​ກັບ​ເລື່ອງເຈົ້າເຮືອນ ຖວາຍ ເຄື່ອງ​ບູຊາ​ ເພື່ອ​ສົ່ງ​ບັນພະບຸລຸດ​ກັບ​ຄືນ​ສູ່​ສະຫວັນ.

ຫຼັງ​ຈາກ​ພິທີສິ້ນສຸດລົງ, ທາງຄອບຄົວ ຈະ​ເຊີນ​ທຸກ​ຄົນ​ເຂົ້າ​ຮ່ວມ​ຮັບ​ປະທານ​ອາຫານ, ກິນເຫຼົ້າກັບ​ຄອບຄົວ. ເຄື່ອງສັງຄະທານ ທັງໝົດ ຈະຖືກແບ່ງໃຫ້ທຸກຄົນ ເພື່ອເປັນການຂອບໃຈ ຈາກເຈົ້າ ຂອງ ເຮືອນ ຕໍ່ທຸກຄົນ ທີ່ມາຊ່ວຍ ຄອບຄົວໃນການທຳພິທີ..

ໃນຊີວິດການເຊື່ອຖືທາງໃຈ ​ຂອງ​ຊາວ​ເຜົ່າ​ ໂລ​ໂລ, ພິທີ​ໄຫວ້​ບູຊາ​ບັນພະບຸລຸດ​ ແມ່ນ​ພິທີ​ກຳ​ ວົງຈອນຊີວິດ. ນອກຈາກມີ​ຄວາມ​ໝາຍ ​ສຶກສາວົງຄະນາຍາດ​ ມຸ່ງສູ່ ກົກເຄົ້າເຫງົ້າກໍ, ຄວາມຮູ້ບຸນຄຸນ​ຕໍ່​ບັນ ພະບຸລຸດ, ​ສຶກສາ​ສິນທຳ ທີ່ວ່າ “ໄດ້ກິນເຂົ້າຄິດເຖິງ ຄຸນນາ, ໄດ້ ກິນ ປາ ຄິດເຖິງຄຸນນ້ຳ, ພິທີ​ໄຫວ້​ບູຊາ​ບັນພະບຸລຸດ​ ຍັງ​ເປັນການ ເຊື່ອມ​ຕໍ່​​ຊຸມ​ຊົນ, ຄອບຄົວ, ວົງຕະກຸນ, ໝູ່​ບ້ານດ້ວຍກັນ. ດ້ວຍ​​ການ​ປະຕິ ບັດ​ຄວາມ​ເຊື່ອ​ຖື​ທີ່​ເປັນ​ເອກະລັກ ແລະ ມີຄຸນຄ່າ ວັດທະນະທຳ ພື້ນເມືອງ ທີ່ມີສີສັນພິເສດໃນຕົວຈິງ, ຊາວ​ເຜົ່າ​ໂລ​ໂລ ​ໄດ້​ປະກອບ ສ່ວນ​ເຂົ້າ​ໃນ​ການ​ປະດັບ​ປະດາ​ວັດທະນະທຳ ຫວຽດນາມ ​ໃຫ້​ມີ​ຄວາມ​ຫຼາກ​ຫຼາຍ, ອຸດົມສົມບູນ ​ແລະ ​ເປັນ​ເອກະລັກ​ ຍິ່ງຂຶ້ນ.

ປະຕິບັດ: ຫວຽດເກື່ອງ - ແປໂດຍ: ບິກລຽນ

ການເຊີ້ງສິງໂຕແມວ - ທ່າເຕັ້ນ ມໍລະດົກ ຢູ່ເຂດຊາຍແດນ ແຂວງ ລ້າງເຊີນ

ການເຊີ້ງສິງໂຕແມວ - ທ່າເຕັ້ນ ມໍລະດົກ ຢູ່ເຂດຊາຍແດນ ແຂວງ ລ້າງເຊີນ

ໃນພື້ນທີ່ ວັດທະນະທຳ ຢູ່ເຂດຊາຍແດນຫ່າງໄກສອກຫຼີກ, ການ ເຊີ້ງສິງໂຕແມວ ຂອງ ຊົນເຜົ່າ ໄຕ່ ແລະ ນຸ່ງ ຢູ່ແຂວງ ລ້າງເຊີນ ບໍ່ພຽງແຕ່ເປັນການສະແດງ ໃນງານບຸນລະດູບານໃໝ່ເທົ່ານັ້ນ, ແຕ່ຍັງເປັນສັນຍາລັກແຫ່ງຄວາມເຊື່ອໝັ້ນ, ຄວາມປາດຖະໜາ ແລະ ລັກສະນະຈຳເພາະ ຂອງທ້ອງຖິ່ນ ອີກດ້ວຍ. ໄດ້ຮັບການ ຮັບຮອງ ເປັນມໍລະດົກ ວັດທະນະທຳ ທີ່ເປັນນາມມະທຳ ຂອງ ຊາດ, ການເຊີ້ງນີ້ ກຳລັງໄດ້ຮັບການ ອະນຸລັກຮັກສາ, ຕົກທອດ ແລະ ຖ່າຍທອດຕໍ່ໆ ກັນຢ່າງມີຊີວິດຊີວາໃນທຸກມື້ນີ້.

Top