• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ພັນລະຍາ ສະຫາຍ ເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ລາວ ຢ້ຽມຢາມແຂວງ ນິງບິ່ງ

ໃນຕອນເຊົ້າວັນທີ 27 ມັງກອນ 2026, ທ່ານນາງ ໂງເຟືອງລີ, ພັນລະຍາ ສະຫາຍ ເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍ ທ່ານນາງ ນາລີ ສີສຸລິດ, ພັນລະຍາ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ເດີນທາງໄປຢ້ຽມຢາມແຂວງ ນິງບິ່ງ.
ທ່ານນາງ ໂງເຟືອງລີ ແລະ ທ່ານນາງ ນາລີ ສີສຸລິດ ຖະຫວາຍທູບທຽນ ຢູ່ຫໍບູຊາ ເຈົ້າຍິງ ໂຍ່ຍຮວາ. ພາບ: ມິງດຶກ/VNA

ທ່ານນາງ ໂງເຟືອງລີ ແລະ ທ່ານນາງ ນາລີ ສີສຸລິດ ຊົມການສະແດງສິລະປະ ໃນບົດເພງ "ຫວຽດ-ລາວ ຮ່ວມບົດເພງດຽວກັນ" ໂດຍນັກສຶກສາ ມະຫາວິທະຍາໄລ ຮວາລື ສະແດງ. ພາບ: ມິງດຶກ/VNA
ທ່ານນາງ ໂງເຟືອງລີ ແລະ ທ່ານນາງ ນາລີ ສີສຸລິດ ຖະຫວາຍທູບທຽນ ຢູ່ຫໍບູຊາ ເຈົ້າຍິງ ໂຍ່ຍຮວາ. ພາບ: ມິງດຶກ/VNA
ທ່ານນາງ ໂງເຟືອງລີ ແລະ ທ່ານນາງ ນາລີ ສີສຸລິດ ຖະຫວາຍທູບທຽນ ຢູ່ຫໍບູຊາ ເຈົ້າຍິງ ໂຍ່ຍຮວາ. ພາບ: ມິງດຶກ/VNA
ທ່ານນາງ ໂງເຟືອງລີ ແລະ ທ່ານນາງ ນາລີ ສີສຸລິດ ມອບຊໍ່ດອກໄມ້ ໃຫ້ແກ່ບັນດານັກສຶກສາ ມະຫາວິທະຍາໄລ ຮວາລື ພາຍຫຼັງການສະແດງສິລະປະ. ພາບ: ມິງດຶກ/VNA

ປະຕິບັດໂດຍ: VNP/VNA

ນຳເອົາ ບຸນເຕັດ ມາສູ່ເຂດເສດຖະກິດ ພິເສດ ຫຼີເຊີນ

ນຳເອົາ ບຸນເຕັດ ມາສູ່ເຂດເສດຖະກິດ ພິເສດ ຫຼີເຊີນ

ໃນຂະນະທີ່ບຸນເຕັດ ປະຈຳຊາດ ປີມະເມຍ 2026 ໃກ້ຈະມາເຖິງ, ຢູ່ທີ່ ທ່າເຮືອ ຊາກີ່, ຕາແສງ ດົງເຊີນ (ແຂວງ ກວາງຫງາຍ), ບັນດາເຮືອ ຂົນ ສົ່ງສິນຄ້າ ໄດ້ພາກັນເຂົ້າທຽບທ່າ ຢ່າງຄຶກຄື້ນ ເພື່ອລຳລຽງສິນຄ້າ ອຸປະ ໂພກ ບໍລິໂພກ ແລະ ເຄື່ອງຂອງ ທີ່ຈຳເປັນຕ່າງໆ ອອກສູ່ເຂດເສດຖະ ກິດພິເສດ ຫຼີເຊີນ ເພື່ອຮັບໃຊ້ ຄວາມຕ້ອງການຂອງປະຊາຊົນ. ໃນ ໄລ ຍະ 10 ວັນ ຜ່ານມາ, ປະລິມານສິນຄ້າ ທີ່ສົ່ງຈາກແຜ່ນ ດິນໃຫຍ່ ອອກສູ່ເກາະ ຫຼີເຊີນ ຜ່ານທ່າເຮືອ ຊາກີ່ ມີຫຼາຍກວ່າ 2.000 ໂຕນ. ເພື່ອຕອບສະໜອງ ຄວາມຕ້ອງການທີ່ເພີ່ມສູງຂຶ້ນ, ຄະນະຄຸ້ມຄອງທ່າເຮືອແຂວງ ກວາງຫງາຍ ໄດ້ຈັດວາງ ກຳລັງບຸກຄະລາກອນ ແລະ ພາຫະນະ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ເຮືອສິນຄ້າ ເຂົ້າທຽບທ່າ ແລະ ຂົນຖ່າຍ ສິນຄ້າ ຢ່າງທັນການ ພ້ອມທັງຮັບປະກັນຄວາມປອດໄພ ໃນເຂດທ່າເຮືອ.

Top