• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພັນຕີ ດັ້ງແທ່ງຈຸງ-ຂັ້ນອາຈານຂອງວິຊາໂດດຈ້ອງ

ທ່ານພັນຕີ ດັ້ງແທ່ງຈຸງ ຫາກໍ່ເສຍຊີວິດໃນເຫດເຮືອບິນທະຫານ Mi-171 ຂອງເຫຼົ່າທັບ ປ້ອງກັນ ອາກາດ (ກະຊວງປ້ອງກັນ ປະເທດ) ຖືກອຸບັດຕິເຫດ ແລະ ຕົກຢູ່ ຮ່ວາລາກ-ຮ່າໂນ້ຍ ເມື່ອວັນທີ 7 ກໍລະກົດ 2014 ໃນເວລາພວມປະຕິບັດໜ້າທີ່ ສອນເຝິກຊ້ອມການໂດດຈ້ອງ. ທ່ານພັນຕີ ດັ້ງແທ່ງຈຸງ ພວມເປັນຄູສອນ, ນັກກິລາໂດດຈ້ອງ ຂອງສູນຝຶກຊ້ອມຄົ້ນຫາກູ້ໄພ ທາງອາກາດ ແຫ່ງຊາດ. ທ່ານພັນຕີ ດັ້ງແທ່ງຈຸງ ເກີດປີ 1966, ເຂົ້າເປັນທະຫານເມື່ອປີ 1987. ລາວຮູ້ຈັກກັບກິລາໂດດຈ້ອງ ເມື່ອໄດ້ສົ່ງມາທຳການສອນຝຶກຊ້ອມໂດດຈ້ອງໃນປີ 1989. ດ້ວຍຄວາມຮັກເມົາມົວຢ່າງສຸດອົກສຸດໃຈກັບກິລາໂດດຈ້ອງ, ພາຍຫຼັງເກືອບ 10 ປີ, ທ່ານພັນຕີ ດັ້ງແທ່ງຈຸງ ກາຍເປັນຂັ້ນອາຈານໃນວິຊາໂດດຈ້ອງ ດ້ວຍປະສົບການ ແລະ ຄວາມຮູ້ດ້ານ ເຕັກນິກໂດດຈ້ອງຫຼາຍຊະນິດທີ່ແຕກຕ່າງກັນ. ເປັນສະມາຊິກຜູ້ທີ່ດີເດັ່ນຂອງສະໂມສອນ Vietwings ຮ່າໂນ້ຍ, ລາວພ້ອມກັບສະມາຊິກຕ່າງໆ ບໍ່ພຽງແຕ່ເຮັດໃຫ້ວິຊາໂດດຈ້ອງ ນັບມື້ນັບເຜີຍແຜ່ກວ້າງຢູ່ບັນດາແຂວງ, ນະຄອນພາຍໃນ ເທົ່ານັ້ນ, ຫາກຍັງຈັດຕັ້ງບັນດາ ການແຂ່ງຂັນໂດດຈ້ອງຂັ້ນສາກົນອີກດ້ວຍ. ຂ່າວພາບຫວຽດນາມ ຂໍແນະນຳເຖິງບັນດາ ທ່ານ ຜູ້ອ່ານ ຮູບພາບຈຳນວນໜຶ່ງກ່ຽວກັບພັນຕີ ດັ້ງແທ່ງຈຸງ ໃນເວລາໄປໂດດຈ້ອງຢູ່ແຂວງ ຮ່ວາບິ່ງ ກັບບັນດາສະມາຊິກຂອງ ສະໂມສອນ Vietwings ຮ່າໂນ້ຍ.
ບົດ: ເງິນຮ່າ - ພາບ: ເຈີ່ນແທງຢາງ

 


Top