• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ພະລາຊະວັງ ອານດິ້ງ

ພະລາຊະວັງ ອານດິ້ງ (ເລກທີ 97 ຖະໜົນ ຟານດິ່ງຟຸ່ງ, ນະຄອນ ເຫວ້) ແມ່ນ ສະຖາປັດຕະຍະກຳ ສິລະປະ ຂອງ ລາຊະວົງ ຫງວຽນ,

ພະລາຊະວັງ​ ອານ​ດິ້ງ​ ໃນ​ເມື່ອ​ກ່ອນ​ ມີ​ຊື່​ວ່າ​ ວັງ​ ຟຸ້ງຮ໋ວາ, ສ້າງ​ດ້ວຍ​ໄມ້ ​ຕັ້ງ​ຢູ່​ຝັ່ງ​ແມ່​ນ້ຳ​ ອານ​ກື້ວ. ພະລາຊະວັງ ອານດິ້ງ ຖືກສ້າງຂຶ້ນໂດຍ ກະ ສັດ ໂດ່ງແຄ໋ງ ໃນປີ 1917 ໃຫ້ລູກຊາຍກົກຂອງ ຕົນ - ກະສັດ ຂາຍດິ້ງ - ເປັນ ພະລາຊະວັງ ສ່ວນຕົວ ເພື່ອດໍາລົງຊີວິດ ຕັ້ງແຕ່ ກະສັດ ຂາຍດິ້ງ ຍັງເປັນ ມົງກຸດ ລາຊະກຸມມາມ ຈົນເຖິງວັນ ທີ່ພະອົງ ໄດ້ຂຶ້ນຄອງບັນ ລັງ. ພາຍຫຼັງ ​ພິທີ​ຂຶ້ນ​ຄອງ​ລາດ ໃນ​ປີ 1917, ກະສັດ ຂາຍດິ້ງ ​ໄດ້​ໃຊ້​ເງິນ​ສ່ວນຕົວ ເພື່ອ​ສ້ອມ​ແປງ ​ວັງ ຟຸ້ງຮ໋ວາ ຕາມແບບທັນ​ສະ​ໄໝ, ​ ​ຫັນກິດ ຈະກຳດ້ວຍ​ໄມ້​ນີ້ ​ໃຫ້​ກາຍ​ເປັນ ​ວັງ​ທີ່​ສວຍ​​ງາມ​ທີ່​ສຸດ ​ຂອງ ​ຫວຽດນາມ ​ໃນ​ເວລາ​ນັ້ນ ແລະ ປ່ຽນ​ຊື່​ເປັນ ວັງ ອານ​ດິ້ງ​. ສືບ​ຕໍ່​ຮີດຄອງ​ປະ​ເພນີ ​ຈາກ ​ຄົນ​ຮຸ່ນກ່ອນ, ​ກະສັດ ຂາຍດິ້ງ ​ໄດ້​ມອບ​ພະລາຊະ​ວັງ ອານດິ້ງ ​ໃຫ້ລາຊະກຸມມານ ຫວິ໊ງຖຸ້ຍ (​ຕໍ່​ມາ​ແມ່ນ​ກະສັດ ​ບ໊າວ​ດ້າຍ).

ພະລາຊະວັງ ອານດິ້ງ ມີທັງໝົດ 22 ຫ້ອງໃຫຍ່ ແລະ ນ້ອຍ. ພິ​ເສດ, ຊັ້ນ​ໜຶ່ງ ມີ 7 ຫ້ອງ​ທີ່ໄດ້ຮັບການ ປະດັບປະດາແບບ ຫຼູຫຼາ ແລະ ພົ້ນເດັ່ນສຸດແມ່ນຫ້ອງໂຖງ. ຊັ້ນສອງລວມມີ 8 ຫ້ອງ, ແມ່ນບ່ອນ ດໍາລົງຊີວິດ ແລະ ພັກຜ່ອນ. ຊັ້ນ​ສາມ ມີ 7 ຫ້ອງ, ເປັນ​ບ່ອນ​ຢູ່​ອາ​ໄສ​ຂອງ​ເຈົ້າ​ພະຊົນທະນີ ຕື່ກຸງ ແລະ ບ່ອນ​ບູ​ຊາ. ພາບ: ເຈືອງຫວື໊ງ
ລວດລາຍປະດັບປະດາ ຢູ່ເທິງ ປະຕູທາງເຂົ້າ ຕາມແບບ ຂອງພະລາຊະວັງ ເຫວ້. ພາບ: ເຈືອງຫວື໊ງ
ຮູບແຕ້ມເທິງຝາປະທາຍຢູ່ພະລາຊະວັງ ອານດິ້ງ ມີອາຍຸປະມານ 100 ປີ, ແມ່ນບັນດາຮູບແຕ້ມທີ່ຍອດຢ້ຽມ ຂອງໄລຍະເຊື່ອມຕໍ່ ລະ ຫວ່າງສິລະປະພື້ນເມືອງ ແລະ ສິລະປະໃໝ່ຂອງ ຫວຽດນາມ ໃນ ຕົ້ນສະຕະວັດທີ XX. ພາບ: ເຈືອງຫວື໊ງ
ພາບພະລາຊິນີ ນາມເຟືອງ ທີ່ພະລາຊະວັງ ອານດິ້ງ ຖ່າຍ ໃນເວລາ ເພິ່ນຍັງມີຊີວິດ. ພາບ: ເຈືອງຫວື໊ງ
ຊຸດໂຕະຕັ່ງຕາມ​ແບບ ​ເອີ​ຣົບ ​ຢູ່​ພະ​ລາ​ຊະ​ວັງ ອານດິ້ງ. ພາບ: ເຈືອງຫວື໊ງ
ຂັ້ນ​ໄດຄູ່​ ຂຶ້ນ​ສູ່​ຊັ້ນ​ 2 ຢູ່​ພະ​ລາ​ຊະ​ວັງ ອານ​ດິ້ງ ຖືກ​ຕົບ​ແຕ່ງ​ຢ່າງ​ລະ​ອຽດ ແລະ ສວຍ​ງາມ. ພາບ: ເຈືອງຫວື໊ງ

ພາຍຫຼັງ​ການ​ປະຕິວັດ ​ເດືອນ ​ສິງຫາ ປີ 1945, ​ກະສັດ ​ບ໊າວດ້າຍ ​ໄດ້​ສະລະ​ລາຊະ​ບັນລັງ, ພ້ອມ​ກັບ​ຄອບຄົວ, ພະລາຊິນີ ​ນາມ​ເຟືອງ, ພະຊົນທະນີ ຕື່ກຸງ ແລະ ຊາຊະກຸມມານ, ລາຊະທິດາ ​ໄດ້​ຍ້າຍ​ ຈາກ​ພະລາຊະ​ວັງ ເຫວ້ ມາ​ໃຊ້ຊີວິດຢູ່ ພະລາຊະວັງ ອານດິ້ງໃນ​ໄລຍະ​ການ​ປົກຄອງ ​ຂອງ​ ມະຫາກະສັດ ຂາຍດິ້ງ (1916-1925) ​ແລະ ບ໊າວດ້າຍ (1926-1945), ພະລາຊະ​ວັງ ອານດິ້ງ ​ແມ່ນ​ສະຖານ​ທີ່​ຈັດພິທີຕ້ອນຮັບແຂກ ​ແລະ ຈັດງານ ສະ​ເຫຼີມສະຫຼອງ ຂອງ ພະບໍລົມວົງສານຸວົງ​ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ ຂອງ​ເສນາອາມາດ ໃນ ລາຊະວັງ ​ແລະ ບັນດາ​ເຈົ້າ​ໜ້າ​ທີ່ ສັງກັດລັດຖະບານ​ ອາລັກຂາ ຝຣັ່ງ. ນີ້​ແມ່ນ​ສະ​ຖານ​ທີ່​ສະ​ແດງ​ໃຫ້​ເຫັນ​ເຖິງ ​ໄລຍະໜຶ່ງ ​ທີ່​ຄອບ​ຄົວ​ຂອງ​ອະ​ດີດ​ມະຫາກະສັດ ບ໊າ​ວ​ດ້າຍ ໄດ້​ດຳ​ລົງ​ຊີ​ວິດ ​ຫຼັງ​ຈາກ ສະລະ ລາຊະບັນລັງ (ເດືອນ​ສິງ​ຫາ 1945).

ພາຍຫຼັງ​ເກືອບ​ເຄິ່ງ​ສັດ​ຕະ​ວັດ​ ຖືກ​ລືມໄປ, ພາຍ​ໃຕ້ຜົນກະທົບ ຂອງ ​ເວ​ລາ​ ແລະ ​ສົງ​ຄາມ, ຄວາມ​ງາມ​ຂອງ​ພະ​ລາ​ຊະ​ວັງ ອານດິ້ງ ໄດ້​ຖືກ​ຕົກ ຕໍ່າລົງ, ຊຳ້ບໍ່ໜຳຍັງຖືກ​ທຳລາຍອີກດ້ວຍ. ໃນ​ປີ 2002, ພະ​ລາຊະ​ວັງ​ ອານ​ດິ້ງ​ ໄດ້​ຖືກສົ່ງມອບ ໃຫ້​ສູນ​ອະນຸລັກ​ຮັກສາ ປູສະນີຍະສະຖານ ກຸງເກົ່າ ເຫວ້ ​ເພື່ອ​ການຄຸ້ມ​ຄອງ ​ແລະ ບູລະນະ ປະຕິສັງຂອນ ​ເພື່ອ​ຟື້ນ​ຟູ​ຄືນໃໝ່ ຄວາມ​ງາມແບບດັ້ງເດີມ ຂອງ​ຫໍຜາສາດ ​ໃນ​ຕົ້ນ​ສະຕະວັດ​ທີ XX. ກິດຈະການ​ທັງ​ໝົດ​ ໄດ້​ຮັບ​ການ​ກໍ່​ສ້າງ​ ດ້ວຍ​ເນື້ອ​ທີ່​ກວ່າ 23.0002, ມຸ່ງ​ໜ້າ​ໄປ​ທາງ​ທິດ​ໃຕ້​, ບ່ອນມີ​ຝັ່ງ​ແມ່​ນ້ຳ ອານກື້ວ. ​ໃນ​ເບື້ອງ​ຕົ້ນ, ​ເມື່ອ​ຍັງ​ຄົງເປັນດັ້ງເດີມ, ພະລາຊະວັງ ມີປະມານ 10 ກິດຈະກໍາໃຫຍ່, ນ້ອຍເຊັ່ນ: ທ່າເຮືອ, ປະຕູໂຂງ, ສາລາ ຈຸງເລີບ, ​ຫໍ ຂາຍເຕື່ອງ, ໂຮງລະຄອນ ກື໊ວຕືດ່າຍ, ຄອກສັດ, ໜອງນຳ້... ​ຜ່ານ​ການເວລາກວ່າ 100 ປີ ​ແລະ ຍ້ອນ​ສົງຄາມ​ທຳລາຍ, ມາ​ຮອດ​ປັດຈຸ​ບັນ, ພະລາຊະວັງ ດ່ັງກ່າວ ຍັງ​ເຫຼືອ​ແຕ່​ກິດຈະກຳ 3 ແຫ່ງ​ຄື: ປະຕູໃຫຍ່, ​ສາລາ ຈຸງເລີບ ແລະ ຫໍ ຂາຍເຕື່ອງ. 

ພະລາຊະວັງ ອານດິ້ງ. ພາບ: ເຈືອງຫວື໊ງ
ສະ​ຖາ​ປັດ​ຕະ​ຍະ​ກຳ​ ອາຊີ-ເອີ​ຣົບ ​ຢູ່​ພະ​ລາ​ຊະ​ວັງ ອານດິ້ງ. ພາບ: ເຈືອງຫວື໊ງ
ປະຕູຫຼັກ ເຂົ້າວັງ ອານດິ້ງ. ພາບ: ເຈືອງຫວື໊ງ

ຈຸດ​ພົ້ນ​ເດັ່ນ ​ຂອງ​ສະຖາປັດຕະຍະກຳ​ທັງ​ໝົດ ​ຂອງ ​ພະ​ລາຊະ​ວັງ ອານດິ້ງ ​ແມ່ນເຮືອນໃຫຍ່ ຊຶ່ງ​ສົມ​ທຽບ​ກັບ ຫໍຜາສາດ ​ຂອງ​ຊາວ ​ເອີ​ຣົບ, ມີຊ່ືວ່າ ຫໍ ຂາຍເຕື່ອງ. ຫໍດັ່ງກ່າວຕັ້ງ​ຢູ່​ເບື້ອງ​ຫຼັງຂອງ​ ສາລາ ຈຸງເລີບ, ແມ່ນກິດຈະກຳ ສະຖາປັດຕະຍະກຳຫຼັກ ຂອງ ພະລາຊະວັງ. ຊື່ “ຂາຍເຕື່ອງ” ໄດ້ຖືກຕັ້ງໃຫ້ ໂດຍກະສັດ ຂາຍດິ້ງ ດ້ວຍຄວາມໝາຍ ແມ່ນບ່ອນເລີ່ມເກີດຂຶ້ນນິມິດໝາຍອັນດີງາມ. ຫໍ ຂາຍເຕື່ອງ ລວມມີ 3 ຊັ້ນ, ຖືກ​ສ້າງ​ດ້ວຍ​ວັດ​ສະ​ດຸ​ໃໝ່ ​ຕາມ​ແບບ​ຂອງຫໍຜາສາດ ​ເອີຣົບ, ​ມີ​ເນື້ອ​ທີ່ 745 2. ດ້ານໜ້າ ໄດ້ປະດັບປະດາຢ່າງພິຖີພິຖັນ ດ້ວຍລວດລາຍ ຕາມແບບ ຂອງ ຊາວ ໂຣມັນ ສະໄໝໃໝ່ ສະຫຼັບສັບ ກັບ ບັນດາລວດລາຍ ໃນພະລາຊະວັງ ຢູ່ທາງທິດຕາເວັນອອກ ມູນເຊື້ອ (ມັງກອນ, ຫົງ, ເສືອ, ລວດລາຍ…) ມີຈຳນວນທັງໝົດ 22 ຫ້ອງໃຫຍ່, ນ້ອຍ. ໃນນັ້ນ, ຊັ້ນໜຶ່ງມີ 7 ຫ້ອງ ໄດ້ຮັບການປະດັບປະດາ ແບບຫຼູຫຼາ ແລະ ພົ້ນເດັ່ນສຸດແມ່ນຫ້ອງໂຖງ. ຊັ້ນສອງ ລວມມີ 8 ຫ້ອງ, ແມ່ນບ່ອນດໍາລົງຊີວິດ ແລະ ພັກຜ່ອນ. ຊັ້ນສາມ ມີ 7 ຫ້ອງ, ເຄີຍແມ່ນ​ບ່ອນ​ຢູ່​ອາ​ໄສ​ຂອງ​ເຈົ້າ​ພະຊົນທະນີ ຕື່ກຸງ ແລະ ​ບ່ອນ​ບູ​ຊາ. ຈຸດ​ພິ​ເສດ​ທີ່​ສຸດ​ຂອງ ຫໍ ຂາຍເຕືື່ອງແມ່ນ ​ ຫ້ອງ​ໂຖງ ​ທີ່​ມີ​ຮູບ​ແຕ້ມເທິງຝາປະທາຍ 6 ແຜ່ນ ກັບລວດລາຍ ຢ່າງມີຊີວິດຊີວາ ແລະ ສຸສານ 6 ແຫ່ງ ​ຂອງ ບັນດາຮຸ່ນ​ກະສັດ ຫງວຽນ.

 

 ເວລາເປີດພະລາດຊະວັງ ອານດິ້ງ ໃນລະດູຮ້ອນ: ແຕ່ 6:30 17:30 ໂມງ, ໃນລະດູໜາວ: ແຕ່ 7 17ໂມງ, ລາຄາປີ້ ເຂົ້າຊົມ 30.000 ດົ່ງ/ຄົນ.

 


ປະຕິບັດ: ເຈືອງຫວື໊ງ - ແປໂດຍ: ບິກລຽນພະລາຊະວັງ ອານດິ້ງ (ເລກທີ 97 ຖະໜົນ ຟານດິ່ງຟຸ່ງ, ນະຄອນ ເຫວ້) ແມ່ນ ສະຖາປັດຕະຍະກຳ ສິລະປະ ຂອງ ລາຊະວົງ ຫງວຽນ, ມີການເຊື່ອມ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ເຂດບູຮານສະຖານ ສຸສານ ເຈົ້າຄອງ ແຄວ້ນ ຮ່າຕຽນ ມາກກື່ວ-ຜູ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງ ໃນການບຸກເບີກ ແລະ ພັດທະນາ ເຂດດິນ ທາງທິດ ຕາເວັນຕົກສ່ຽງໃຕ້ ຂອງ ປະເທດຊາດ ເມື່ອ 3 ສະຕະວັດ ຜ່ານມາ ໄດ້ຮັບການ ສັກ ກາລະບູຊາ ຈາກຊາວ ຫວຽດນາມ ຮຸ່ນຫຼັງ ຕະຫຼອດປີ. 

Top