• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວິຖີຊີວິດ ຂອງ ຄົນ ຫວຽດ

ຜູ້ສະສົມເທບເກົ່າ 1500 ໜ່ວຍ

ປັດຈຸບັນ, ທ່ານຫງວຽນ​ຊວນ​ຖຸຍ ​ເປັນ​ໜຶ່ງ​ໃນ​ບັນດາຜູ້ ​ສະສົມ​ເທບເກົ່າ ເປັນ​ຈຳນວນ​ຫຼາຍ, ປະມານ1500 ໜ່ວຍ. ສຳລັບ ເພິ່ນແລ້ວ, ນັ້ນບໍ່ພຽງແຕ່ເປັນຄວາມມັກ, ຄວາມຫຼົງໄຫຼແລະລະອຽດ ເທົ່ານັ້ນ, ແຕ່ເໜືອກວ່າສິ່ງອື່ນໃດແມ່ນວິທີການທີ່ຊາວຮ່າໂນ້ຍໃນທຸກວັນນີ້ສາມາດເກັບຄວາມຊົງຈຳກ່ຽວກັບຮ່າໂນ້ຍໃນອະດີດຜ່ານມາ ອີກດ້ວຍ.

ທ່ານ ຖຸຍໃຫ້ຮູ້​ວ່າ: “ເມື່ອ​ເຕັກ​ໂນ​ໂລ​ຊີ​ພັດ​ທະ​ນາແລ້ວຜູ້ຄົນ ຈະ​ລືມ ເທບ ​ເກົ່າໄປ. ແຕ່ເນື່ອງຈາກວ່າ ຂ້າພະເຈົ້າເປັນລຸ້ນ 7x,ເທບ ເກົ່າ ທີ່ກ່ຽວພັນກັບຊຸມປີ ເປັນນັກສຶກສາຂອງຂ້າພະເຈົ້າ, ສະນັ້ນ ຂ້າພະເຈົ້າຍັງ ຕ້ອງການທີ່ຈະຊອກຫາສິ່ງທີ່ລະນຶກຂອງຕົນ.​ ເມື່ອ​ເກັບ​ກຳ​ໄດ້​ແລ້ວ, ຂ້າພະ​ເຈົ້າ​ກໍ່​ມີ​ມາດຖານ​ຂອງ​ຕົນ​ເອງແມ່ນຊອກ​ຫາ​ ເທບ ​ທີ່​ມີ​ຢູ່ ຫວຽດນາມໃນ​ເມື່ອກ່ອນ”.

ໃນຫ້ອງເຮັດວຽກມີເນື້ອທີ່ປະມານ 202, ຢູ່ຖະໜົນ ໂກລິງ (ຮ່າໂນ້ຍ), ທ່ານ ຖຸຍ ທັງໂອ້ລົມກັບພວກຂ້າພະເຈົ້າ,ທັງທຳຄວາມສະອາດຊຸດສະສົມ ເທບເກົ່າ ເຊິ່ງຕ້ອງໃຊ້ເວລາ 5 ປີໃນການເກັບສະສົມ ຢ່າງລະມັດລະວັງ. ​ເມື່ອ​ພວກ​ຂ້າພະເຈົ້າ​ຖາມ​ກ່ຽວ​ກັບ​ ເທບ ບາງ​ໜ່ວຍ ​ທີ່​ຊາວ​ຫວຽດນາມ ​ຫຼາຍ​ຄົນ​ໃຊ້​ໃນ​ເມື່ອ​ກ່ອນ, ເພິ່ນ​ຮູ້ສຶກ​ຢາກ​ແບ່ງປັນ.

ຕ້ອງໃຊ້​ເວ​ລາ​ຫຼາຍ​ປີ​ ແລະ​ ຄວາມພະຍາຍາມຢ່າງຍິ່ງ, ປັດ​ຈຸ​ບັນ​ທ່ານ ຖຸຍ ເປັນ​ເຈົ້າ​ຂອງ​ ເທບ ​ປະ​ມານ 1500 ໜ່ວຍ​. ພາບ: ຫວຽດເກື່ອງ/VNP
ມຸມໜຶ່ງ​ໃນຊຸດສະສົມ ເທບ ເກ່ົາ ຂອງ​ທ່ານ ຫງວຽນ​ຊວນ​ຖຸຍ, ​ໃນ​ນັ້ນ​ມີ​ຫຼາຍ​ໜ່ວຍທີ່ຍັງໃໝ່ ​ແລະ ບໍ່​ທັນໄດ້ໃຊ້​ຈັກເທື່ອ. ພາບ: ຫວຽດເກື່ອງ/VNP
ທ່ານ ຖຸຍ ໃຊ້​ເວລາ​ຫຼາຍ​ ກັບການດູແລ ເທບ ​ເກົ່າ. ພາບ: ຫວຽດເກື່ອງ/VNP
ເທບ​ເກົ່າ​ຫຼາຍໜ່ວຍຂອງ​ທ່ານ ຖຸຍ ມີອາຍຸ​ກ​ວ່າ 50 ປີ. ພາບ: ຫວຽດເກື່ອງ/VNP
ເນື່ອງຈາກການດູແລຢ່າງລະມັດລະວັງຫຼາຍ, ເທບສ່ວນໃຫຍ່ໃນຊຸດສະສົມຂອງທ່ານ ຖຸຍ ແມ່ນຍັງໃຊ້ໄດ້ດີ. ພາບ: ຫວຽດເກື່ອງ/VNP
ເທບເກ່ົາ ໄດ້ທ່ານ ຖຸຍ ຈັດຕັ້ງໃນຫ້ອງເຮັດວຽດແບບມີ​ລັກ​ສະ​ນະ​ວິ​ທະ​ຍາ​ສາດ​ຫຼາຍ​. ພາບ: ຫວຽດເກື່ອງ/VNP
ດ້ວຍ​ຄວາມ​ຊຳນານ​ໃນ​ຖາ​ນະ​ເປັນ​ຈິດຕະກອນ, ທ່ານ ຖຸຍ ຍັງ​ໄດ້​ອອກ​ແບບ ​ແລະ ແຕ້ມ​ສະ​ແຕມ​ປະດັບ​ປະດາ​ຄືນ​ໃໝ່​ສຳລັບເທບ ​ເກົ່າ. ພາບ: ຫວຽດເກື່ອງ/VNP
ສະແຕມອັນໜຶ່ງໄດ້ຖືກແຕ້ມໂດຍທ່ານ ຖຸຍ ເອງເພື່ອແຕ່ງຕົວໃຫ້ລູກຫຼານທາງວິນຍານຂອງເພິ່ນ. ພາບ: ຫວຽດເກື່ອງ/VNP
ເທບເຫຼົ່າ​ນີ້​ສ່ວນ​ຫຼາຍ​ແມ່ນ​ຊື້​ຢູ່​ ຫວຽດ​ນາມ, ​ແຕ່​ທ່ານ ​ຖຸຍ ​ຍັງ​ຊອກ​ຫາ​ແລະ ​ຊື້​ ເທບ ​ຢູ່​ເວັບ​ໄຊ​ຂອງ​ຕ່າງ​ປະ​ເທດ. ພາບ: ຫວຽດເກື່ອງ/VNP
ທ່ານ ຖຸຍ ຍັງຈື່ໄດ້ຢ່າງຈະແຈ້ງ ແລະ ບັນທຶກໄວ້ການຊື້ ເທບ ແຕ່ລະໜ່ວຍ ໃນຈຳນວນ ເທບ ກວ່າ 1000 ໜ່ວຍ ທີ່ເພິ່ນເປັນເຈົ້າຂອງ. ພາບ: ຫວຽດເກື່ອງ/VNP
ປັດຈຸ​ບັນ, ທ່ານ ຖຸຍ ຍັງ​ໄດ້​​ຕັ້ງ​ສະ​ໂມ​ສອນ​ ຜູ້ມີຄວາມນິຍົມມັກຕໍ່ ເທບ ​ເພື່ອ​ແລກປ່ຽນ, ພົບ​ປະ​​,ແບ່ງປັນຄວາມຮັກມັກ ກັບການສະສົມ ເທບ ເກົ່າ ຢູ່ ​ຫວຽດນາມ. ພາບ: ຫວຽດເກື່ອງ/VNP

ໃນບັນດາສິ່ງເຫຼົ່ານັ້ນ ສາມາດເວົ້າເຖິງ ເທບ ໜ່ວຍໜຶ່ງຖືຍີ່ຫໍ້ Sharp 777, ໃນເມື່ອກ່ອນ ມັນຖືວ່າ “ລາຊາcassette, ຖືກນຳມາຈາກ ເຢຍລະມັນ ໂດຍຄົນງານ ທ່ີໄປອອກແຮງງານຢູ່ຕ່າງປະເທດ ຫຼື ໂດຍລູກເຮືອ, ມັນບໍ່ມີຂາຍຢູ່ ຫວຽດນາມ ຫຼື ເທບ ຍີ່ຫໍ້ QT88 ທີ່ເອີ້ນກັນວ່າ“ລາຊີນີ cassette” ເພາະມີຄວາມງາມ ແລະ ເປັນອຸປະກອນອັນໜຶ່ງ ທີ່ດີ,ໄດ້ຮ້ານຂາຍນຳໃຊ້ເພື່ອບັນທຶກເທບຂາຍ. ພິເສດແມ່ນ ເທບ ຍີ່ຫໍ້ Sharp 939,ມັນແມ່ນໜຶ່ງໃນບັນດາ ເທບ ທີ່ມີພະລັງສູງທີ່ຖືກນໍາໃຊ້ໃນຫ້ອງປະຊຸມ ແລະ ງານດອງ ໃນອະດີດ.

ທ່ານ​ ຖຸຍ ​ຍັງ​ເປັນ​ນັກ​ແຕ້ມຄົນໜຶ່ງ, ດັ່ງ​ນັ້ນ​ໃນ​ເວລາສະສົມ, ​ເພິ່ນໄດ້​ສັງ​ເກດ​ເຫັນ​ວ່າ​ ເທບ ​ຕ່າງໆ​ ມັກ​ເສຍ ສະແຕມ, ສະນັ້ນ​ເພິ່ນ​ໄດ້​ສຶກສາ​ບັນດາ​ຕົວ​ແບບ​ຂອງ​ຍີ່​ຫໍ້ ​ແລ້ວ​ຟື້ນ​ຄືນ ສະ​ແຕມ​ທຸກ​ປະ​ເພດ 1000 ກວ່າ​ແຜ່ນ​ເພື່ອ​ມອບ​ໃຫ້​ຜູ້ມັກຫຼິ້ນ.

ເພື່ອບໍ່ໃຫ້ ເທບ ຖືກຊຸ່ມ ແລະ ຕົກໂໝກ, ທ່ານ ຖຸຍ ມັກຈະຕົກ ແຕ່ງຢູ່ໃນຫ້ອງແອ, ນອກຈາກນັ້ນ, ເພິ່ນຍັງໃຫ້ຮ້ານ ກາເຟ ບາງແຫ່ງເຊົ່າເພື່ອຕົກແຕ່ງພື້ນທີ່ຂອງຮ້ານ.

ຕາມ​ທ່ານ​ ຖຸຍ ​ແລ້ວ, ປັດຈຸ​ບັນ, ເພິ່ນໄດ້​ສ້າງ​ຕັ້ງ​ສະ​ໂມ​ສອນ​ຜູ້​ນິຍົມຫຼິ້ນ ເທບ ໂດຍ​ມີ​ສະມາຊິກ​ປະມານ 9.500 ຄົນ​ໃນ​ສາມ​ພາກ​ຂອງ​ປະ​ເທດ. ສະໂມສອນ ຍັງໄດ້ຈັດຕັ້ງງານວາງສະແດງ ເພື່ອແນະນຳຜະລິດຕະພັນເທບເກົ່າ ໃຫ້ຫຼາຍຄົນໄດ້ຮຽນຮູ້, ພ້ອມກັນນັ້ນ ບັນດາສະມາຊິກຍັງໄດ້ພົບປະແລກປ່ຽນຜະລິດຕະພັນເຊິ່ງກັນ ແລະ ກັນ.

ບົດ: ເງິນຮ່າ - ພາບ: ຫວຽດເກື່ອງ - ແປໂດຍ: ຢືຟຽນ

ອາຊີບຕ່ຳຫູກ ຂອງ ຊາວເຜົ່າ ລື້

ອາຊີບຕ່ຳຫູກ ຂອງ ຊາວເຜົ່າ ລື້

ຕັ້ງຫຼາຍເຊ່ັນຄົນມາແລ້ວ, ຊາວເຜົ່າ ລື້ ຢູ່ຕາແສງ ບ້ານຮອນ, ເມືອງ ຕາມເດື່ອງ, ແຂວງ ລາຍເຈົາ ໄດ້ຖືອາຊີບ ຕໍ່າຜ້າພື້ນເມືອງ ເປັນສິ່ງວັດແທກຄວາມຄ່ອງແຄ້ວ ແລະ  ເກັ່ງວຽກບ້ານການເຮືອນ ຂອງແມ່ ຍິງ. ເພາະສະນັ້ນ, ກີ່ຕໍ່າຜ້າພື້ນເມືອງ ຈຶ່ງແມ່ນເຄື່ອງ ໃຊ້ທີ່ສຳຄັນ ແລະ ຂາດບໍ່ໄດ້ໃນຄອບຄົວຊາວເຜົ່າ ລື້. 

Top