ເຕັກໂນໂລຊີ ລົດໄຟຟ້າໃຕ້ດິນ - “ເປີດເສັ້ນທາງ” ການສັນຈອນໃນນະຄອນ ໂຮ່ຈີມິນ
ໂຄງການລົດໄຟຟ້າ ໃນຕົວເມືອງ ຢູ່ນະຄອນ ໂຮ່ຈີມິນ (Ho Chi Minh City Metro) ແມ່ນລະບົບລົດໄຟຟ້າ ໃນຕົວເມືອງ ທີ່ກໍາລັງກໍ່ສ້າງ, ເປັນການປະສົມປະສານລະຫວ່າງລົດໄຟໃຕ້ດິນ (metro), ລົດໄຟຟ້າເທິງດິນ (tramway) ແລະ ລົດໄຟລາງດ່ຽວ (monorail). ລະບົບປະກອບດ້ວຍ 12 ສາຍທາງ ໂດຍມີຄວາມຍາວທັງໝົດ 510 ກມ.
ຄະນະກໍາມະການປະຊາຊົນ ນະຄອນ ໂຮ່ຈີມິນ ໄດ້ຈັດພິທີປະກາດເປີດນໍາໃຊ້ຢ່າງເປັນທາງການ ສາຍທາງລົດໄຟຟ້າ ໃນຕົວເມືອງ ສາຍທີ 1 ນະຄອນ ໂຮ່ຈີມິນ (ເບັນແທ່ງ - ຊວຍຕຽນ) ດ້ວຍຄວາມສາມາດ ບໍລິການ 200 ຖ້ຽວຕໍ່ມື້, ມີຄວາມໄວ 110 ກມ ຕໍ່ຊົ່ວໂມງ ໃນສ່ວນເທິງດິນ ແລະ 80 ກມ ຕໍ່ຊົ່ວໂມງ ໃນສ່ວນໃຕ້ດິນ ໃນທ້າຍປີ 2024. ເວລາເດີນທາງຈາກສະຖານີລົດໄຟ ເບັນແທ່ງ ໄປຄີວລົດ ຊວຍຕຽນ ໃຊ້ເວລາ 29 ນາທີ. ສາຍທາງຕໍ່ໄປແມ່ນສາຍທີ 2 ຄາດວ່າ ຈະເປີດ ນໍາໃຊ້ໃນປີ 2030.
ອີງຕາມແຜນການພັດທະນາລະບົບລົດໄຟຟ້າໃນຕົວເມືອງຕາມຂໍ້ສະຫຼຸບ 49 ຂອງ ກົມການເມືອງ, ກ່ຽວກັບທິດທາງການພັດທະນາ ການຂົນສົ່ງທາງລົດໄຟ ຂອງ ຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2045, ນະຄອນ ໂຮ່ຈີມິນ ໄດ້ກໍານົດເປົ້າໝາຍການສໍາເລັດ 355 ກມ ຂອງ ລົດໄຟຟ້າ ໃນຕົວເມືອງໃນປີ 2035, ແທນ ທີ່ແຜນການກ່ອນໜ້ານີ້ ແມ່ນ 183 ກມ ໃນປີ 2035. ພ້ອມກັນນັ້ນ, ນະຄອນ ໂຮ່ຈີມິນ ໄດ້ວາງເປົ້າໝາຍສໍາເລັດລະບົບລົດໄຟຟ້າໃນຕົວເມືອງ ທັງໝົດ 510 ກມ ໃນປີ 2045.
- ປະຕິບັດໂດຍ: ໂງທິທູບາ - ແປໂດຍ: ຢືຟຽນ