ຫຸ່ນຍົນບໍລິການ ຢູ່ຮ້ານ ກາເຟ

ຫຸ່ນຍົນບໍລິການ ຢູ່ຮ້ານ ກາເຟ

ຮ້ານ ກາເຟ ແຫ່ງອະນາຄົດ ຂອງ Twitter Bean Coffee ຕັ້ງຢູ່ຖະ ໜົນ ຫວູ໊ຟ້າມຮ່າມ, ເມືອງ ເກົ່າໄຢ ເຊິ່ງມີຫຸ່ນຍົນເປັນຜູ້ບໍລິການ, ໄດ້ ເປີດໂຕຄັ້ງທຳອິດຢູ່ ຮ່າໂນ້ຍ.

ທ່ານນາງ ເລີມກ່ຽວແອວງ, ຜູ້ກໍ່ຕັ້ງ Twitter Bean Coffee ໃຫ້ຮູ້ວ່າ: “ແນວຄິດນີ້ ແມ່ນມາຈາກຄວາມປາດຖະໜາ ທີ່ຈະນຳເອົາເຕັກໂນໂລ ຊີ ເຂົ້າໃກ້ຊີວິດປະຈຳວັນຫຼາຍຂຶ້ນ, ໂດຍເນັ້ນໃສ່ກຸ່ມໄວໜຸ່ມ. ພວກ ຂ້າພະເຈົ້າຕ້ອງການສ້າງພື້ນທີ່ໃຫ້ລູກຄ້າ ໄດ້ສຳຜັດກັບເຕັກໂນໂລຊີ ໃນຮູບແບບທີ່ເປັນມິດ ແລະ ເປັນທຳມະຊາດ, ເພື່ອໃຫ້ທຸກຄົນ ເຫັນ ວ່າ ເຕັກໂນໂລຊີ ແລະ AI ບໍ່ໄດ້ຢູ່ໄກ, ມັນຕິດພັນກັບຊີວິດ ປະຈຳວັນ ຢູ່ສະເໝີ”.

ຮ້ານກາເຟ Twitter Beans Coffee ແມ່ນຮ້ານ ກາເຟ ແຫ່ງທຳອິດຢູ່ ຮ່າໂນ້ຍ ທີ່ນຳໃຊ້ຮູບແບບເຕັກໂນໂລຊີ ດິຈິຕອນ ເຂົ້າໃນການບໍລິການ. 
ເປັນຄັ້ງທຳອິດທີ່ຮ້ານກາເຟແຫ່ງໜຶ່ງນຳໃຊ້ຫຸ່ນຍົນເພື່ອປຸງແຕ່ງເມນູໃຫ້ລູກຄ້າ.

ການນຳໃຊ້ຫຸ່ນຍົນ ເຂົ້າໃນການດຳເນີນງານ ໄດ້ພົບກັບຄວາມຫຍຸ້ງ ຍາກ, ທີມງານຕ້ອງໄດ້ຕັ້ງ ໂປຣແກຣມ ແຕ່ລະການເຄື່ອນໄຫວ ຂອງ ແຂນ ຫຸ່ນຍົນ ຢ່າງລະອຽດ ເຊັ່ນ: ການຈັບບ່ວງ, ການເອົານ້ຳຮ້ອນ ຫຼື ຖອກນ້ຳກ້ອນ ໃຫ້ຖືກຕ້ອງຊັດເຈນ. ການອອກແບບເສັ້ນທາງ, ຄວາມ ໄວ ໃນການເຄື່ອນທີ່ ແລະ ການຕິດຕໍ່ພົວພັນ ກໍຖືກຄິດໄລ່ ຢ່າງລະ ມັດລະວັງ ເພື່ອຮັບປະກັນຄວາມປອດໄພ.

ຕາມທ່ານນາງ ແອວງ ແລ້ວ, ສິ່ງທ້າທາຍທີ່ໃຫຍ່ຫຼວງ ຄືການເຮັດ ແນວໃດ ໃຫ້ຜູ້ດື່ມ ກາເຟ ຮູ້ສຶກວ່າ ຫຸ່ນຍົນ ມີຄວາມໃກ້ຊິດ ແລະ ເປັນ ມິດ, ແທນທີ່ຈະຮູ້ສຶກລັງເລໃຈ. ຫຸ່ນຍົນ ບໍ່ໄດ້ມາແທນທີ່ມະນຸດ, ພຽງ ແຕ່ ນຳມາປະສົບການທີ່ໜ້າສົນໃຈ ແລະ ມີປະໂຫຍດ ຫຼາຍຂຶ້ນ.

 

ລະບົບການຂຽນ ໂປຣແກຣມ ຂອງຫຸ່ນຍົນຖືກຕັ້ງຄ່າຢ່າງຊັດເຈນເກືອບສົມບູນແບບ ຈາກໄລຍະຫ່າງ, ເວລາຖືຈັບໃນຂະບວນການປຸງແຕ່ງ. 

ທ່ານນາງ ແອວງ ກ່າວວ່າ “ໃນແຕ່ລະມື້, ພວກຂ້າພະເຈົ້າ ຍິ່ງມີຄວາມ ສຸກຫຼາຍຂຶ້ນ ເມື່ອເຫັນ ການເຮັດວຽກຂອງບັນດາຫຸ່ນຍົນ, ຕັ້ງແຕ່ການ ເຄື່ອນໄຫວ ແຕ່ລະຢ່າງ ໄປຈົນເຖິງການເຊື່ອມຕໍ່ກັນ ແລະ ກັບພື້ນທີ່ ຂອງຮ້ານ. ນັ້ນບໍ່ພຽງແຕ່ ເປັນຄວາມຮູ້ສຶກແປກໃຈເທົ່ານັ້ນ, ແຕ່ຍັງ ເປັນຄວາມຮູ້ສຶກ ມີຄວາມສຸກ ຈາກຜົນສຳເລັດ ຂອງ ການສ້າງສັນ ອີກດ້ວຍ”.

ປັດຈຸບັນ, ຮ້ານມີຫຸ່ນຍົນສີ່ໂຕ ທີ່ມີຊື່ໃກ້ຊິດຄື: “ບ໋າວ”, “ທື”, “ຈີ” ແລະ “ຕູ໋”, ຫຸ່ນຍົນແຕ່ລະໂຕ ຮັບຜິດຊອບບົດບາດສະເພາະເຊັ່ນ: ການຊົງ ກາເຟ, ການຂຽນໂຕໜັງສື ຈີນ, ການຖ່າຍຮູບ ແລະ ການບໍລິການ.

ຫຸ່ນຍົນບໍລິການຍົກເຄື່ອງດື່ມຈະຖືກຕັ້ງ ໂປຣແກຣມ ຕຳແໜ່ງໂຕະ, ພະນັກງານພຽງແຕ່ວາງເຄື່ອງດື່ມຂຶ້ນ ແລະ ຫຸ່ນຍົນຈະເຄື່ອນຍ້າຍໄປຫາຕຳແໜ່ງບ່ອນນັ່ງຂອງລູກຄ້າໂດຍອັດຕະໂນມັດ.

ຫຸ່ນຍົນ “ບ໋າວ”-ມີຮູບຄ້າຍ ແມວ ເຕັກໂນໂລຊີ ໂຕໜຶ່ງ, ສາມາດບໍລິ ການແຕ່ 6 ໂມງເຊົ້າ ເຖິງ 11 ໂມງກາງຄືນ. ດ້ວຍຄວາມສາມາດ ໃນ ການຮັບຮູ້ ການຕິດຕໍ່ ຜ່ານຫົວ ແລະ ຫູ, “ບ໋າວ” ນຳມາເຊິ່ງຄວາມຮູ້ສຶກສະດວກສະບາຍໃຫ້ແກ່ລູກຄ້າ, ໂດຍສະເພາະ ແມ່ນເດັກນ້ອຍ.

ໃນຂະນະດຽວກັນ, “ຕູ໋” - barista robot, ຮັບຜິດຊອບໃນການ ຊົງ ກາເຟ ດ້ວຍທ່າທາງທີ່ຊຳນານ. ກາເຟ ໜຶ່ງຈອກທີ່ “ຕູ໋” ຊົງແມ່ນ ໃຊ້ ເວລາ ປະມານ 2,5-3,5 ນາທີ, ເທົ່າກັບ ຫຼື ໄວກວ່າຄົນ. ການຕັ້ງ ໂປຣແກຣມ ໃຫ້ “ຕູ໋” ຈະຕ້ອງມີຄວາມລະອຽດອ່ອນ ໃນທຸກລາຍລະ ອຽດ: ຕັ້ງແຕ່ຄວາມກວ້າງ ຂອງ ມື ໄປຈົນເຖິງ ຄວາມຖືກຕ້ອງ ໃນການ ຈັບ ແລະ ຖອກວັດຖຸດິບ.

ນອກຈາກນັ້ນ, ຫຸ່ນຍົນ “ທື” ສ້າງຄວາມສົນໃຈ ດ້ວຍຄວາມສາມາດ ໃນການຂຽນໂຕໜັງສື ຈີນ ດ້ວຍຄຳວ່າ: “ສອບເສັງຢູ່ໃສ ໄດ້ຜ່ານ ຢູ່ ຫັ້ນ”, “ຊີວິດເບີກບານ”, “ຍຸກແຫ່ງການພັດທະນາ”. ສ່ວນ ຫຸ່ນຍົນ “ຈີ” ເປັນຜູ້ຊ່ຽວຊານດ້ານການຖ່າຍຮູບ ທີ່ລະນຶກດ້ວຍ ເອັບເຟັກ slow-motion, ສ້າງພາບທີ່ສົດໃສ ໃຫ້ກັບລູກຄ້າ ເກັບຮັກສາປະສົບການ.

ພື້ນທີ່ປະສົບການການຖ່າຍວິດີໂອ, ຖ່າຍຮູບດ້ວຍຫຸ່ນຍົນຢູ່ຮ້ານ. 

ທ່ານນາງ ຮວ່າງທູ - ລູກຄ້າ Gen Z ສະແດງຄວາມຮູ້ສຶກວ່າ: “ໃນ ເບື້ອງຕົ້ນ ຂ້າພະເຈົ້າຂ້ອນຂ້າງ ຢາກຮູ້ຢາກເຫັນ ເພາະບໍ່ຮູ້ວ່າ ຫຸ່ນຍົນ ບໍລິການ ກາເຟ ຈະເປັນແນວໃດ. ແຕ່ເມື່ອຕິດຕາມຫຸ່ນຍົນ ເຮັດວຽກ ຕັ້ງແຕ່ຂັ້ນຕອນການສັ່ງ ຈົນເຖິງການກະທຳແຕ່ລະຢ່າງເຊັ່ນ: ຖອກນ້ຳ ກ້ອນ, ຖອກກາເຟ ລ້ວນແຕ່ສະດວກສະບາຍ, ສ້າງຄວາມຮູ້ສຶກເປັນ ສ່ວນຕົວ, ສໍາລັບຄົນ ທີ່ມັກຄວາມເປັນສ່ວນຕົວ”.

ການປະກົດຕົວຂອງຫຸ່ນຍົນໄດ້ສ້າງພື້ນທີ່ການຊີມກາເຟແບບໃໝ່.

ທ່ານນາງ ແອວງ ເຊື່ອວ່າ ການສ້າງສັນປະດິດສ້າງ ບໍ່ພຽງແຕ່ສຳລັບ ບັນດາບໍລິສັດເຕັກໂນໂລຊີ ເທົ່ານັ້ນ, ແມ່ນແຕ່ຂະແໜງ F&B (Food and Beverage-ປະເພດບໍລິການທຸລະກິດອາຫານ, ຮ້ານອາຫານ, ຮ້ານການກິນດື່ມ) ກໍສາມາດສ້າງສັນໄດ້, ຂໍພຽງແຕ່ພວກເຮົາ ຖື ມະ ນຸດ ເປັນຈຸດໃຈກາງ. ທຸກໆ ທຸລະກິດ ຫວຽດນາມ ສາມາດປະກອບ ສ່ວນ ເຂົ້າໃນຍຸກແຫ່ງການພັດທະນາ ຂອງຊາດ ດ້ວຍບາດກ້າວສ້າງ ສັນໃນອາຊີບ ຂອງ ຕົນເອງ. Twitter Bean Coffee ບໍ່ພຽງ ແຕ່ເປັນ ຮ້ານ ກາເຟ ເທົ່ານັ້ນ-ແຕ່ເປັນການຢືນຢັນຢ່າງໜັກແໜ້ນ ວ່າ: ເຕັກ ໂນໂລຊີ ສາມາດເປັນມິດ, ການປະດິດສ້າງສາມາດເລີ່ມຕົ້ນຈາກ ສິ່ງ ທີ່ລຽບງ່າຍ ແລະ ອະນາຄົດ ສາມາດເລີ່ມຕົ້ນຈາກ ກາເຟ ໜຶ່ງຈອກ”.

ບົດ: ເງິນຮ່າ/VNP - ພາບ: ແຄ໋ງລອງ - ແປໂດຍ: ຢືຟຽນ


Top