ຫຼັງເຮືອນທີ່ໃຫຍ່ໂຕ, ອາຍຸກວ່າ 300 ປີ ຢູ່ຕາແສງ ນ່ານມາ ມີ ຮູບ ຊົງເໝືອນດັ່ງ “ປ້ອມທີ່ໝັ້ນ” ຊ່ຶງມີຄວາມແຕກຕ່າງ ກັບ ເຮືອນ ຂະ ໜາດນ້ອຍ ແລະ ລຽບງ່າຍອື່ນໆ ທີ່ພົບເຫັນ ຂອງ ຊາວ ເຜົ່າ ນຸ່ງ ຢູ່ ເມືອງ ຊີ໋ນເມີ່ນ, ແ
ຫ່າງຈາກໃຈກາງຕາແສງ ນ່ານມາ ປະມານ 3 ກິໂລແມັດ, ເຮືອນບູຮານຫຼັງນີ້ໄດ້ຮັບການກໍ່ສ້າງ ຕາມແບບເຮືອນ “ປ້ອມທີ່ໝັ້ນ”. ຫຼັງ ອີງໃສ່ພູເຂົາ, ຫັນໜ້າສູ່ທາງທິດໃຕ້ ເບິ່ງອອກຮ່ອມພູ ທີ່ມີທົ່ງນາ ຂັ້ນໄດ ທີ່ຄົດໂຄ້ງ. ຝາເຮືອນ ສ້າງດ້ວຍດິນທັບ ທີ່ເກົ່າແກ່ ເຊິ່ງສະແດງໃຫ້ເຫັນສີເຫຼືອງຊໍ້າ ຂອງ ວັນເວລາ. ຄວາມສວຍງາມ ແບບດັ້ງເດີມ, ລຽບງ່າຍ ຈາກວັດຖຸກໍ່ສ້າງ ຂອງ ຊາວຊົນເຜົ່າ ຢູ່ເຂດ ພູສູງ ເຮັດໃຫ້ເຮືອນ ມີຄວາມປະທັບໃຈຍິ່ງຂຶ້ນ. ພາບລວມຂອງເຮືອນຈາກມູມສູງ. ເດີ່ນຟ້າຂອງເຮືອນບູຮານແມ່ນບ່ອນ ທີ່ລູກຫຼານຂອງຄອບຄົວ ຕະກຸນ ຫຼີ໋ມັກຫຼິ້ນ.ບັນດາຮວງເຂົ້າ ໃນງານບຸນ ອະທິຖານລະດູການ ຖືກແຂວນຢູ່ເທິງປະຕູຫ້ອງຮັບແຂກ.
|
ປັດຈຸບັນ, ນີ້ແມ່ນເຮືອນຢູ່ ຂອງ 2 ຄອບຄົວ ຂອງ ອ້າຍນ້ອງ ຕະກຸນ ຫຼີ໋. ເຖິງວ່າໄດ້ຮັບການກໍ່ສ້າງມາດົນກວ່າ 300 ປີແລ້ວ, ແຕ່ເຮືອນຫຼັງນີ້ ແມ່ນບ່ອນໃຊ້ຊີວິດ ຂອງ ຕະກຸນ ຫຼີ໋ ຈາກຮຸ່ນ ສູ່ຮຸ່ນ, ເພາະສະນັ້ນຈຶ່ງໄດ້ຮັບການຮັກສາ ຢ່າງລະມັດລະວັງທີສຸດ. ຂະໜາດທີ່ໃຫຍ່ໂຕ, ກວ້າງຂວາງ ຂອງ ເຮືອນແມ່ນຫຼັກຖານສະແດງໃຫ້ເຫັນວ່າ ໃນສະໄໝກ່ອນ, ບັນພະບຸລຸດ ຂອງ ເຂົາເຈົ້າ ເປັນຄົນທີ່ມີອຳນາດ ແລະ ຮັ່ງມີ. ເບິ່ງຈາກມູມສູງ, ກຸ່ມເຮືອນ ມີ 3 ຫຼັງໃຫຍ່ ພ້ອມກັບ ກຳແພງ ທັບດ້ວຍດິນ ມີຄວາມໜາ ເຄິ່ງແມັດ ທີ່ສ້າງຂຶ້ນ ຢູ່ທາງໜ້າ. ທັງໝົດສ້າງເປັນ “ປ້ອມທີ່ໝັ້ນ” ຮູບສາກ ຄັກແນ່ ແລະ ໝັ້ນແກ່ນ ກວມເອົາເນື້ອທີ່ດິນຫຼາຍຮ້ອຍ ແມັດມົນທົນ. ປັດຈຸບັນ ຢູ່ເທິງ ຝາກຳແພງ ຍັງຄົງຮ່ອງຮອຍ ຂອງ ປ່ອງຍິງປືນ. ຊົນເຜົ່າ ນຸ່ງ ສະໄໝກ່ອນ ຢູ່ເຂດພູດອຍ ສ້າງເຮືອນແບບນີ້ ເພື່ອການປ້ອງກັນສັດຕູ ແລະ ຜູ້ຮ້າຍອ້າຍໂຈນ. |
ຮ່ອງຮອຍວັນເວລາເທິງຕົ້ນໄມ້ ຢູ່ລະບຽງ ເຮືອນບູຮານ. ຫຼັງຄາເຮືອນ ຖືກມຸງດ້ວຍດິນຂໍຜູ້ ແລະ ດິນຂໍແມ່. ຫ້ອງຮັບແຂກແມ່ນບ່ອນທີ່ ຊາວເຜົ່າ ນຸ່ງຈັດງານລ້ຽງ ແລະ ຮ້ອງ ເພງ ເຊີລີ.
|
ພື້ນເຮືອນແມ່ນເຮັດຈາກຫີນສີຂຽວ ຖືກຕັດ ເຈາະໃຫ້ຊື່, ພຽງ ແລະ ຈັດລຽງຢ່າງປານີດ ເພື່ອສ້າງເປັນຖານຮອງ ທີ່ແໜ້ນໜາ ໃຫ້ກັບ ໂຄງປະກອບ ຂອງ ຫຼັງເຮືອນ. ເສົາ, ຂາງ, ຂື່ ຂອງ ເຮືອນ ແມ່ນ ເຮັດດ້ວຍໄມ້ດູ່. ຝາ, ເສົາ, ຂາງ, ຂື່, ທ່ີເຮັດດ້ວຍໄມ້ ໃນເຮືອນ ຍັງແຂງດີ. ລວດລາຍແກະສະຫຼັກ, ປະດັບປະດາ ຢູ່ເທິງໄມ້, ເທິງຫີນ ຍັງປະກົດ ຂຶ້ນຢ່າງຊັດເຈນ... ປັດຈຸບັນ, ຫ້ອງຕ່າງໆ ຢູ່ພາຍໃນ ກຸ່ມເຮືອນ ໄດ້ຖືກປ່ຽນແປງ ໃຫ້ມີໜ້າທີ່ ທີ່ແຕກຕ່າງ ກັນ ກັບຂອງເດີມ, ແຕ່ ທັດສະນີຍະພາບທັງໝົດ ຂອງ ກຸ່ມເຮືອນ “ປ້ອມທີ່ໝັ້ນ” ນີ້ຍັງຄົງ ຮັກສາໄວ້ໄດ້ຄືເກົ່າ. ບັນດາຮຸ່ນຄົນໃນຄອບຄົວ ຕະກຸນ ຫຼີ໋ ໃນຊຸດພື້ນເມືອງໂດຍແມ່ຍິງ ດຳລົງຊີວິດຢູ່ທີ່ນີ້ ຫຍິບດ້ວຍຕົນເອງ.
ແມ່ຍິງ ໃນຄອບຄົວນີ້ ຍັງຄົງຕໍ່າຜ້າປໍປ່ານ ແລະ ຍ້ອມສີຜ້າ ທຸກມື້. ບັນດາລວດລາຍແກະສະຫຼັກ ຍັງຄົງປະກົດ ໃຫ້ເຫັນຢ່າງແຈ້ງຊັດ ຢູ່ປ່ອງຢ້ຽມ ຫ້ອງຮັບແຂກຂອງເຮືອນບູຮານ. |
ຍິ່ງໄປກວ່ານັ້ນ, ເມື່ອໄປຢ້ຽມຢາມເຮືອນບູຮານ, ພວກເຮົາຈະໄດ້ເຂົ້າສູ່ບັນຍາກາດແຫ່ງການດຳລົງຊີວິດທີ່ເປັນເອກະລັກ ຂອງ ຄອບຄົວ ຊາວເຜົ່າ ນຸ່ງ ຢູ່ທີ່ນີ້. ຢູ່ເທິງຂອບປະຕູໄມ້ຂອງຫ້ອງຮັບແຂກ, ປັດຈຸບັນໄດ້ຖືກປ່ຽນເປັນສີດຳຊໍ້າ ແລະ ໝັ້ນຄົງຄືກັບ ຫີນ ຕາມວັນເວລາ ແມ່ນຮວງເຂົ້າ ທີ່ຖືກເກັບຮັກສາໄວ້ຕະຫຼອດປີ. ນີ້ແມ່ນ ບັນດາຮວງເຂົ້າ ທີ່ສັກສິດ ໃນງານບຸນ ໄຫວ້ຟ້າ ເພື່ອ ພາວະນາໃຫ້ລະດູ ເກັບກ່ຽວ ໄດ້ຮັບໝາກຜົນດີ, ຊຶ່ງແມ່ນ ພິທີກໍາ ສຳຄັນທີ່ສຸດຂອງຊາວເຜົ່າ ນຸ່ງ. ຢູ່ໃນຫ້ອງ ທີ່ຢູ່ໃກ້ກັບເຮືອນຄົວ ຈະເຫັນເຄື່ອງມືຕໍ່າ ປໍປ່ານ, ຍ້ອມຜ້າ. ແມ່ຍິງໃນຄອບຄົວນີ້ ຍັງປູກປໍປ່ານ, ຕໍ່າຫູກ, ຍ້ອມຜ້າ, ຫຍິບຊຸດອາພອນແບບມູນເຊື້ອ ສີຄາມທີ່ລຽບງ່າຍ ແຕ່ຈັບຕາຈັບໃຈ ໃນທຸກໆ ວັນ.
ປະຕິບັດ: ຫວຽດເກື່ອງ - ແປໂດຍ: ບິກລຽນ