ຄົ້ນພົບ

“ປ້ອມທີ່ໝັ້ນ” ອາຍຸກວ່າ 300 ປີ ຢູ່ ຊີ໋ນເມີ່ນ

ຫຼັງເຮືອນທີ່ໃຫຍ່ໂຕ, ອາຍຸກວ່າ 300 ປີ ຢູ່ຕາແສງ ນ່ານມາ ມີ ຮູບ ຊົງເໝືອນດັ່ງ “ປ້ອມທີ່ໝັ້ນ” ຊ່ຶງມີຄວາມແຕກຕ່າງ ກັບ ເຮືອນ ຂະ ໜາດນ້ອຍ ແລະ ລຽບງ່າຍອື່ນໆ ທີ່ພົບເຫັນ ຂອງ ຊາວ ເຜົ່າ ນຸ່ງ ຢູ່ ເມືອງ ຊີ໋ນເມີ່ນ, ແ
ຫ່າງ​ຈາກ​ໃຈກາງ​ຕາ​ແສງ ນ່ານມາ ​ປະມານ 3 ກິ​ໂລ​ແມັດ, ​ເຮືອນ​ບູຮານຫຼັງ​ນີ້​ໄດ້​ຮັບ​ການ​ກໍ່ສ້າງ​ ຕາມ​ແບບ​ເຮືອນ “ປ້ອມທີ່ໝັ້ນ”. ຫຼັງ ອີງໃສ່​ພູ​ເຂົາ, ຫັນໜ້າສູ່ທາງ​ທິດ​ໃຕ້ ​ເບິ່ງອອກຮ່ອມ​ພູ​ ທີ່​ມີ​ທົ່ງ​ນາ ຂັ້ນໄດ ທີ່​ຄົດໂຄ້ງ. ຝາເຮືອນ ສ້າງດ້ວຍດິນທັບ ທີ່ເກົ່າແກ່ ເຊິ່ງສະແດງໃຫ້ເຫັນສີເຫຼືອງຊໍ້າ ຂອງ ວັນເວລາ. ຄວາມສວຍງາມ ແບບດັ້ງເດີມ, ລຽບງ່າຍ ຈາກວັດຖຸກໍ່ສ້າງ ຂອງ ຊາວຊົນເຜົ່າ ຢູ່ເຂດ ພູສູງ ເຮັດໃຫ້ເຮືອນ ມີຄວາມປະທັບໃຈຍິ່ງຂຶ້ນ.

ພາບລວມຂອງເຮືອນຈາກມູມສູງ. 

ເດີ່ນ​ຟ້າ​ຂອງ​ເຮືອນບູຮານ​ແມ່ນ​ບ່ອນ ​ທີ່​ລູກ​ຫຼານ​ຂອງ​ຄອບຄົວ ຕະກຸນ ຫຼີ໋​ມັກ​ຫຼິ້ນ.

ບັນດາຮວງເຂົ້າ ໃນງານບຸນ ​ອະ​ທິ​ຖານ​ລະ​ດູ​ການ ຖືກ​ແຂວນ​ຢູ່​ເທິງ​ປະ​ຕູ​ຫ້ອງຮັບແຂກ.


ປັດຈຸ​ບັນ, ນີ້​ແມ່ນ​ເຮືອນ​ຢູ່​ ຂອງ 2 ຄອບຄົວ​ ຂອງ ​ອ້າຍ​ນ້ອງ ຕະກຸນ ຫຼີ໋. ​ເຖິງ​ວ່າ​ໄດ້​ຮັບ​ການ​ກໍ່ສ້າງມາ​​ດົນກວ່າ 300 ປີ​ແລ້ວ, ​ແຕ່​ເຮືອນ​ຫຼັງ​ນີ້​ ແມ່ນ​ບ່ອນໃຊ້ຊີວິດ ຂອງ ຕະກຸນ ຫຼີ໋ ຈາກຮຸ່ນ ສູ່ຮຸ່ນ, ເພາະສະນັ້ນ​ຈຶ່ງ​ໄດ້​ຮັບ​ການ​ຮັກສາ​ ຢ່າງ​ລະມັດລະວັງທີສຸດ. ຂະໜາດ​ທີ່ໃຫຍ່ໂຕ, ກວ້າງຂວາງ ຂອງ ເຮືອນ​ແມ່ນ​ຫຼັກ​ຖານ​ສະ​ແດງ​ໃຫ້​ເຫັນວ່າ​ ໃນ​ສະ​ໄໝ​ກ່ອນ, ບັນພະບຸລຸດ ຂອງ​ ເຂົາ​ເຈົ້າ​ ເປັນ​ຄົນ​ທີ່ມີ​ອຳນາດ ​ແລະ​ ຮັ່ງມີ. ເບິ່ງຈາກມູມສູງ, ກຸ່ມເຮືອນ ມີ 3 ຫຼັງໃຫຍ່ ພ້ອມກັບ ກຳແພງ ທັບດ້ວຍດິນ ມີຄວາມໜາ ເຄິ່ງແມັດ ທີ່ສ້າງຂຶ້ນ ຢູ່ທາງໜ້າ. ທັງໝົດສ້າງເປັນ “ປ້ອມທີ່ໝັ້ນ” ຮູບສາກ ຄັກແນ່ ແລະ ໝັ້ນແກ່ນ ກວມເອົາເນື້ອທີ່ດິນຫຼາຍຮ້ອຍ ແມັດມົນທົນ. ປັດຈຸບັນ ຢູ່ເທິງ ຝາກຳແພງ ຍັງຄົງຮ່ອງຮອຍ ຂອງ ປ່ອງຍິງປືນ. ຊົນ​ເຜົ່າ ນຸ່ງ ສະໄໝກ່ອນ ຢູ່ເຂດ​ພູດ​ອຍ​ ສ້າງ​ເຮືອນ​ແບບ​ນີ້​ ເພື່ອ​ການປ້ອງ​ກັນ​ສັດຕູ ແລະ ​ຜູ້ຮ້າຍອ້າຍໂຈນ.

ຮ່ອງຮອຍວັນເວລາເທິງຕົ້ນໄມ້ ຢູ່ລະບຽງ ເຮືອນບູຮານ.

ຫຼັງຄາເຮືອນ ຖືກມຸງດ້ວຍດິນຂໍຜູ້ ແລະ ດິນຂໍແມ່. 

ຫ້ອງຮັບແຂກແມ່ນບ່ອນທີ່ ຊາວເຜົ່າ ນຸ່ງຈັດງານລ້ຽງ ແລະ ຮ້ອງ ເພງ ເຊີລີ. 

ພື້ນເຮືອນແມ່ນເຮັດຈາກຫີນສີຂຽວ ຖືກຕັດ ເຈາະໃຫ້ຊື່, ພຽງ ແລະ ຈັດລຽງຢ່າງປານີດ ເພື່ອສ້າງເປັນຖານຮອງ ທີ່ແໜ້ນໜາ ໃຫ້ກັບ ໂຄງປະກອບ ຂອງ ຫຼັງເຮືອນ. ເສົາ, ຂາງ, ຂື່ ຂອງ ເຮືອນ ແມ່ນ ເຮັດດ້ວຍໄມ້ດູ່. ຝາ, ເສົາ, ຂາງ, ຂື່, ທ່ີເຮັດດ້ວຍໄມ້ ໃນເຮືອນ ຍັງແຂງດີ. ລວດລາຍແກະສະຫຼັກ, ປະດັບປະດາ ຢູ່ເທິງໄມ້, ເທິງຫີນ ຍັງປະກົດ ຂຶ້ນຢ່າງຊັດເຈນ... ປັດຈຸບັນ, ຫ້ອງຕ່າງໆ ຢູ່ພາຍໃນ ກຸ່ມເຮືອນ ໄດ້ຖືກປ່ຽນແປງ ໃຫ້ມີໜ້າທີ່ ທີ່ແຕກຕ່າງ ກັນ ກັບຂອງເດີມ, ແຕ່ ທັດສະນີຍະພາບທັງໝົດ ຂອງ ກຸ່ມເຮືອນ “ປ້ອມທີ່ໝັ້ນ” ນີ້ຍັງຄົງ ຮັກສາໄວ້ໄດ້ຄືເກົ່າ.  ບັນດາຮຸ່ນຄົນໃນ​ຄອບ​ຄົວ ຕະກຸນ ຫຼີ໋ ໃນຊຸດ​ພື້ນ​ເມືອງ​ໂດຍ​ແມ່​ຍິງ ​ດຳ​ລົງ​ຊີ​ວິດ​ຢູ່​ທີ່ນີ້ ຫຍິບດ້ວຍຕົນເອງ.


ແມ່​ຍິງ ​ໃນ​ຄອບ​ຄົວ​ນີ້​ ຍັງ​ຄົງຕໍ່າຜ້າ​ປໍປ່ານ ​ແລະ ​ຍ້ອມສີ​ຜ້າ​ ທຸກ​ມື້.

ບັນດາລວດລາຍແກະສະຫຼັກ ຍັງຄົງປະກົດ ໃຫ້ເຫັນຢ່າງແຈ້ງຊັດ ຢູ່ປ່ອງຢ້ຽມ ຫ້ອງຮັບແຂກຂອງເຮືອນບູຮານ.

ຍິ່ງ​ໄປ​ກວ່າ​ນັ້ນ, ເມື່ອ​ໄປ​ຢ້ຽມ​ຢາມ​ເຮືອນບູຮານ, ພວກ​ເຮົາ​ຈະໄດ້​ເຂົ້າ​ສູ່​ບັນຍາກາດແຫ່ງການດຳລົງຊີວິດທີ່ເປັນເອກະລັກ ຂອງ ຄອບຄົວ ຊາວເຜົ່າ ນຸ່ງ ​ຢູ່ທີ່ນີ້​. ຢູ່​ເທິງ​ຂອບ​ປະຕູ​ໄມ້​ຂອງ​ຫ້ອງ​ຮັບ​ແຂກ, ປັດຈຸບັນໄດ້ຖືກປ່ຽນເປັນສີດຳຊໍ້າ ແລະ ໝັ້ນ​ຄົງຄືກັບ ຫີນ ຕາມວັນເວລາ ​ແມ່ນ​ຮວງເຂົ້າ​ ທີ່​ຖືກ​ເກັບ​ຮັກສາ​ໄວ້​ຕະຫຼອດ​ປີ. ນີ້​ແມ່ນ ບັນດາຮວງ​ເຂົ້າ​ ທີ່​ສັກ​ສິດ ​ໃນ​ງານບຸນ ໄຫວ້ຟ້າ ເພື່ອ ພາວະນາໃຫ້ລະດູ ເກັບກ່ຽວ ໄດ້ຮັບໝາກຜົນດີ, ຊຶ່ງແມ່ນ ພິທີ​ກໍາ ສຳຄັນ​ທີ່​ສຸດ​ຂອງ​ຊາວ​ເຜົ່າ ນຸ່ງ. ຢູ່​ໃນ​ຫ້ອງ​ ທີ່​ຢູ່​ໃກ້​ກັບ​ເຮືອນ​ຄົວ​ ຈະ​ເຫັນ​ເຄື່ອງ​ມືຕໍ່າ ປໍປ່ານ, ​ຍ້ອມ​ຜ້າ. ​ແມ່ຍິງ​ໃນ​ຄອບຄົວ​ນີ້​ ຍັງ​ປູກ​ປໍປ່ານ, ຕໍ່າຫູກ, ຍ້ອມ​ຜ້າ, ຫຍິບ​ຊຸດ​ອາພອນ​ແບບມູນເຊື້ອ ສີຄາມທີ່ລຽບງ່າຍ ​ແຕ່​ຈັບ​ຕາ​ຈັບໃຈ ໃນ​ທຸກໆ​ ວັນ.