ປະຕູ ຕໍ່ວໍ່ ແລະ ບຸ໋ງ ບາຣີ - ບ່ອນທີ່ທໍາມະຊາດ ພົບກັບປະຫວັດສາດ ຮວ່າງຊາ

ປະຕູ ຕໍ່ວໍ່ ແລະ ບຸ໋ງ ບາຣີ - ບ່ອນທີ່ທໍາມະຊາດ ພົບກັບປະຫວັດສາດ ຮວ່າງຊາ

 

ເທິງເກາະ ຫຼີເຊີນ, ມີທັດສະນີຍະພາບ ສອງແຫ່ງທີ່ຕັ້ງ ຢູ່ຕິດກັນ ຄື: ປະຕູ ຕໍ່ວໍ່ ແລະ ບຸ໋ງ ບາຣີ ບໍ່ພຽງແຕ່ດຶງດູດໃຈ ດ້ວຍຄວາມງາມ ທີ່ເປັນເອກະລັກ ຂອງພູເຂົາໄຟເທົ່ານັ້ນ, ແຕ່ຍັງຮັກສາ ຄວາມຊົງຈຳ ກ່ຽວກັບກອງທະຫານເຮືອ ຮວ່າງຊາ ທີ່ເຄີຍຜ່ານ ຄື້ນທະເລ ອອກໄປປົກປັກຮັກສາ ອຳນາດອະທິປະໄຕ ເໜືອໝູ່ເກາະທະເລຂອງ ຫວຽດນາມ.

ເມື່ອເວົ້າເຖິງເກາະດ່ານໜ້າ ຫຼີເຊີນ (ແຂວງ ກວ່າງຫງາຍ), ຫຼາຍຄົນ ມັກຈະຄິດເຖິງ ທົ່ງກະທຽມສີຂຽວ, ບັນດາປາກ ພູເຂົາໄຟບູຮານ ແລະ ໜ້ານ້ຳທະເລ ທີ່ກວ້າງໃຫຍ່ໄພສານ. ເຖິງຢ່າງໃດກໍຕາມ, ຢູ່ເບື້ອງຫຼັງຄວາມງາມນັ້ນ ຍັງມີບັນດາ “ພະຍານ” ທີ່ງຽບສະຫງົບ ເຊິ່ງຕິດພັນກັບປະຫວັດສາດ ໝູ່ເກາະທະເລຂອງ ຫວຽດນາມ. ໃນນັ້ນ, ປະຕູ ຕໍ່ວໍ່ ແລະ ບຸ໋ງ ບາຣີ ແມ່ນສອງ ສະຖານທີ່ ສໍາຄັນ ທ່ີເປັນຕົວແທນ, ທັງມີ ຄຸນຄ່າ ທາງດ້ານທໍລະນີສາດ, ທັງຕິດພັນກັບປະເພນີ ການອອກສູ່ ທະເລ ຂອງ ປະຊາຊົນ ເທິງເກາະ.

ປະຕູ ຕໍ່ວໍ່ - ຮ່ອງຮອຍ ຂອງ ພູເຂົາໄຟ ແລະ ການເວລາ

ຕັ້ງຢູ່ຕິດກັບຝັ່ງທະເລເກາະໃຫຍ່, ປະຕູ ຕໍ່ວໍ່ ໄດ້ປາກົດຕົວຂຶ້ນ ຈາກສາຍ ລາວາຂອງພູເຂົາໄຟ ຢ໋ຽງຕຽນ ທີ່ໄດ້ພົ່ນລາວາ ອອກມາເມື່ອ ຫຼາຍພັນປີກ່ອນ. ເມື່ອສາຍ ລາວາ ພົບກັບ ນ້ຳທະເລ ທີ່ເຢັນ, ພວກມັນໄດ້ກາຍເປັນຫີນພູເຂົາໄຟ; ຜ່ານຂະບວນການຜຸພັງ ຂອງວັນເວລາ ແລະ ຖືກຄື້ນນ້ຳ ທະເລກັດເຊາະຢ່າງຕໍ່ເນື່ອງ, ບັນດາສ່ວນຫີນທີ່ອ່ອນກວ່າ ກໍຄ່ອຍໆ ຖືກເຊາະອອກໄປ, ສ້າງເປັນ ປະຕູຫີນທຳມະຊາດ ທີ່ປິ່ນໜ້າອອກສູ່ທະເລ.

ໂຄ້ງຫີນພູເຂົາໄຟ ທຳມະຊາດ ຂອງ ປະຕູ ຕໍ່ວໍ່ ແມ່ນໜຶ່ງ ໃນບັນດາ ສັນຍະລັກ ທີ່ໂດດເດັ່ນຂອງ ຫຼີເຊີນ ແລະ ໄດ້ຮັບການຈັດອັນດັບ ເປັນເຂດບູຮານສະຖານແຫ່ງຊາດ. ພາບ: ກົງດາດ/VNP
ປະຕູ ຕໍ່ວໍ່ ແມ່ນຈຸດຢຸດພັກ ທີ່ບໍ່ຄວນພາດ ໃນການເດີນ ທາງ ເພື່ອຄົ້ນຫາເກາະ ຫຼີເຊີນ. ພາບ: ກົງດາດ/VNP

 

ຕັ້ງຢູ່ຕິດກັບຝັ່ງທະເລເກາະໃຫຍ່, ປະຕູ ຕໍ່ວໍ່ ໄດ້ປາກົດຕົວຂຶ້ນ ຈາກສາຍ ລາວາຂອງພູເຂົາໄຟ ຢ໋ຽງຕຽນ ທີ່ໄດ້ພົ່ນລາວາ ອອກມາເມື່ອ ຫຼາຍພັນປີກ່ອນ. ເມື່ອສາຍ ລາວາ ພົບກັບ ນ້ຳທະເລ ທີ່ເຢັນ, ພວກມັນໄດ້ກາຍເປັນຫີນພູເຂົາໄຟ; ຜ່ານຂະບວນການຜຸພັງ ຂອງວັນເວລາ ແລະ ຖືກຄື້ນນ້ຳ ທະເລກັດເຊາະຢ່າງຕໍ່ເນື່ອງ, ບັນດາສ່ວນຫີນທີ່ອ່ອນກວ່າ ກໍຄ່ອຍໆ ຖືກເຊາະອອກໄປ, ສ້າງເປັນ ປະຕູຫີນທຳມະຊາດ ທີ່ປິ່ນໜ້າອອກສູ່ທະເລ.  

ປະຊາຊົນ ທ້ອງຖິ່ນເອີ້ນທັດສະນີຍະພາບແຫ່ງນີ້ວ່າ ປະຕູ ຕໍ່ວໍ່ ເພາະ ມີຮູບຊົງ ຄ້າຍຄືກັບຮັງຂອງ ໂຕ ແມງໄຍ. ຄຽງຂ້າງກັບ ການປ່ຽນແປງທາງດ້ານທໍລະນີສາດ, ທ່ີນີ້ຍັງຕິດພັນກັບ ຕຳນານ ພື້ນເມືອງຫຼາຍເລື່ອງ ກ່ຽວກັບຄົນ ແປດສອກ ແລະ ຮອຍຕີນ ທີ່ຝາກໄວ້ເທິງໂກດຫີນ, ສະທ້ອນໃຫ້ ເຫັນເຖິງ ຈິນຕະນາການ ທີ່ອຸດົມສົມບູນ ຂອງປະຊາຊົນ ເກາະທະເລ ຜ່ານຫຼາຍເຊັ່ນຄົນ.  

ປະຕູຫີນມີຄວາມສູງ ປະມານ 2,5 ມ ແລະ ຍາວເກືອບ 20 ມ. ໃນແຕ່ລະຊ່ວງເວລາຂອງມື້, ທັດສະນີຍະພາບ ຈະມີ ຄວາມງາມ ທີ່ແຕກຕ່າງກັນ: ຍາມຮຸ່ງອາລຸນ ຍ້ອມສີເຫຼືອງ ໃສ່ໜ້າທະເລ, ຍາມແສງຕາເວັນສ່ອງຜ່ານປະຕູຫີນ ສ້າງເປັນ ມຸມແສງ ແລະ ເງົາທີ່ດຶງດູດ; ເມື່ອຍາມຕາເວັນໃກ້ຕົກດິນ, ກ້ອນຫີນທັງໝົດ ຈະປ່ຽນເປັນສີເຫຼືອງ ຢ່າງງົດງາມ. ຄວາມງາມນັ້ນເອງ ໄດ້ເຮັດໃຫ້ບ່ອນນີ້ ໃຫ້ກາຍເປັນ ຈຸດຢຸດພັກ ທີ່ຄຸ້ນເຄີຍ ຂອງ ນັກທ່ອງທ່ຽວ ແລະ ບັນດາຜູ້ທີ່ ຫຼົງໄຫຼ ກັບການຖ່າຍພາບ ເມື່ອມາຮອດ ຫຼີເຊີນ.  

ໃນເດືອນ ກັນຍາ 2025, ປະຕູ ຕໍ່ວໍ່ ໄດ້ຮັບການຈັດອັນດັບເປັນ ບູຮານ ສະຖານແຫ່ງຊາດ ຈາກກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ, ເຊິ່ງເປັນການ ຢັ້ງຢືນເຖິງ ຄຸນຄ່າພິເສດ ຂອງ ທັດສະນີຍະພາບ ໃນພື້ນທີ່ ວັດທະນະທຳ ທະເລ ຫຼີເຊີນ.

 

* ບຸ໋ງ ບາຣີ - ສະໜາມຝຶກ ຂອງ ກອງທະຫານເຮືອ ຮວ່າງຊາ

ຢູ່ຫ່າງຈາກ ປະຕູ ຕໍ່ວໍ່ ປະມານ 30 ມ, ຢູ່ຕີນພູ ຢ໋ຽງຕຽນ ແລະ ໃກ້ກັບວັດດຸກ, ບຸ໋ງ ບາຣີ ແມ່ນອ່າວນໍ້າທະເລ ຂະໜາດນ້ອຍ ຖືກອ້ອມຮອບ ດ້ວຍບັນດາຊັ້ນຫີນ ລາວາສີ ດຳເຫຼື້ອມ. ບ່ອນນີ້ບໍ່ພຽງແຕ່ ມີຄວາມງາມແບບທຳມະຊາດ ເທົ່ານັ້ນ, ແຕ່ຍັງບັນຈຸ ຄຸນຄ່າທາງປະຫວັດສາດ ທີ່ພິເສດ.  

ຕາມຕຳນານທ້ອງຖິ່ນ, ຮອຍຫຼຸບ ຂອງ ບຸ໋ງ ບາຣີ ໄດ້ຮັບການ ກໍ່ຕົວຂຶ້ນ ເມື່ອມີເທວະດາອົງໜຶ່ງ ຫາບດິນຜ່ານເຂດ ຕໍ່ວໍ່ ແລ້ວເຮັດໃຫ້ ດິນຕົກ ລົງ. ເຖິງຢ່າງໃດກໍຕາມ, ສິ່ງທີ່ເຮັດໃຫ້ ສະຖານທີ່ແຫ່ງນີ້ ໂດດເດັ່ນຍິ່ງຂຶ້ນ ແມ່ນຄວາມຜູກພັນກັບ ກອງທະຫານເຮືອ ຮວ່າງຊາ ຄຸ້ມຄອງ ບັກຫາຍ.

ເດັກນ້ອຍ ຢູ່ ເຂດພິເສດ ຫຼີເຊີນ ຝຶກລອຍນ້ຳ, ດຳນ້ຳ ຢູ່ ບຸ໋ງ ບາຣີ. ພາບ: ຫວຽດເກື່ອງ/VNP
ບັນດາທົ່ງເທົາທະເລ ແລະ ໂກດຫີນ ສ້າງເປັນ ທັດສະນີຍະພາບ ທີ່ສະຫງົບສຸກ ທ່ີເປັນເອກະລັກ ຂອງ ທະເລ ຫຼີເຊີນ. ພາບ: ກົງດາດ/VNP
 

 

ເມື່ອປະມານປີ 1776 ຫາ ປີ 1844, ບັນດາຊາຍໜຸ່ມຂອງ ກອງທະຫານເຮືອ ຮວ່າງຊາ ເຊິ່ງເຊື່ອວ່າ ໄດ້ຝຶກລອຍນ້ຳ - ດຳນ້ຳ, ຝຶກຄວາມທົນທານ ແລະ ກຳລັງກາຍ ຢູ່ທີ່ນີ້ ກ່ອນຈະ ຂຶ້ນ ບັນດາລຳເຮືອຫາປາ ທີ່ງ່າຍດາຍ ເພື່ອຂ້າມ ທະເລຕາເວັນອອກ, ປະຕິບັດພາລະກິດ ວັດແທກ ເສັ້ນທາງທະເລ, ປັກຫຼັກໝາຍ ແລະ ຢັ້ງຢືນ ສິດອະທິປະໄຕ ຢູ່ໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ.  

ດ້ວຍພູມສັນຖານທ່ີມິດຊິດ ແຕ່ເຕັມໄປດ້ວຍຄວາມທ້າທາຍ ຂອງ ບຸ໋ງ ບາຣີ ໄດ້ປະກອບສ່ວນ ຫຼໍ່ຫຼອມ ຄຸນນະທາດ ຄວາມອາດຫານ ຂອງ ບັນດາທະຫານເຮືອ, ທັງສະທ້ອນ ໃຫ້ເຫັນເຖິງມູນເຊື້ອ ຄວາມຜູກພັນ ກັບ ທະເລຂອງ ປະຊາຊົນ ຫຼີເຊີນ ຜ່ານຫຼາຍເຊັ່ນຄົນ.

 

ເມື່ອເວົ້າເຖິງເກາະດ່ານໜ້າ ຫຼີເຊີນ (ແຂວງ ກວ່າງຫງາຍ), ຫຼາຍຄົນ ມັກຈະຄິດເຖິງ ທົ່ງກະທຽມສີຂຽວ, ບັນດາປາກ ພູເຂົາໄຟບູຮານ ແລະ ໜ້ານ້ຳທະເລ ທີ່ກວ້າງໃຫຍ່ໄພສານ. ເຖິງຢ່າງໃດກໍຕາມ, ຢູ່ເບື້ອງຫຼັງຄວາມງາມນັ້ນ ຍັງມີບັນດາ “ພະຍານ” ທີ່ງຽບສະຫງົບ ເຊິ່ງຕິດພັນກັບປະຫວັດສາດ ໝູ່ເກາະທະເລຂອງ ຫວຽດນາມ. ໃນນັ້ນ, ປະຕູ ຕໍ່ວໍ່ ແລະ ບຸ໋ງ ບາຣີ ແມ່ນສອງ ສະຖານທີ່ ສໍາຄັນ ທ່ີເປັນຕົວແທນ, ທັງມີ ຄຸນຄ່າ ທາງດ້ານທໍລະນີສາດ, ທັງຕິດພັນກັບປະເພນີ ການອອກສູ່ ທະເລ ຂອງ ປະຊາຊົນ ເທິງເກາະ.


ຈັງຫວະຊີວິດ ການທຳມາຫາກິນ ຂອງຊາວປະມົງ ປະສົມປະສານ ກັບຄວາມງາມ ທາງທຳມະຊາດ ສ້າງເປັນ ເອກະລັກສະເພາະ ຂອງ ປະຕູ ຕໍ່ວໍ່. ພາບ: ກົງດາດ/VNP

ໃນປັດຈຸບັນ, ອັນດັບການເດີນທາງໄປຍັງ ປະຕູ ຕໍ່ວໍ່ ແລະ ບຸ໋ງ ບາຣີ ບໍ່ພຽງແຕ່ແມ່ນການທ່ຽວຊົມ ທັດສະນີຍະພາບ ພູເຂົາໄຟ ທີ່ເປັນເອກະລັກເທົ່ານັ້ນ, ນັ້ນຍັງແມ່ນໂອກາດ ເພື່ອໃຫ້ ນັກທ່ອງທ່ຽວ ຮູ້ສຶກໄດ້ເຖິງ ການແຊກຊຶມ ລະຫວ່າງ ທຳມະຊາດ ແລະ ປະຫວັດສາດ, ລະຫວ່າງ ຄວາມງາມ ຂອງຫີນພູເຂົາໄຟ ທີ່ມີອາຍຸຫຼາຍພັນປີ ກັບຄວາມຊົງຈຳ ກ່ຽວກັບຜູ້ຄົນທີ່ໄດ້ກ້າຫານ ຂ້າມຜ່ານຄື້ນລົມ ເພື່ອປົກປັກຮັກສາ ສິດອະທິປະໄຕ ເໜືອໝູ່ເກາະອັນສັກສິດ ຂອງ ຫວຽດນາມ.

  • ບົດ: ກົງດາດ - ພາບ: ກົງດາດ, ຫວຽດເກື່ອງ, ທົງທ້ຽນ/VNP

 


Top