ຕາມຢາງ - ບ່ອນທ່ີສາຍນໍ້າ ບອກເລົ່າເລື່ອງລາວ

ຕາມຢາງ - ບ່ອນທ່ີສາຍນໍ້າ ບອກເລົ່າເລື່ອງລາວ

ທະເລສາບ ຕາມຢາງ ທ່ີກວ້າງໃຫຍ່, ມີຄວາມງາມ ແບບ ທຳມະຊາດ ທີ່ໜ້າຫຼົງໄຫຼ. ເລິກລົງໄປໃຕ້ຜືນນ້ຳ ສີຄາມ ອັນກວ້າງໃຫຍ່ນັ້ນ ບໍ່ພຽງແຕ່ແມ່ນໂລກທີ່ອຸດົມສົມບູນ ຂອງສັດນ້ຳ ນາໆ ພັນເທົ່ານັ້ນ, ແຕ່ຍັງມີເລື່ອງລາວອັນລຶກລັບ ກ່ຽວກັບຊີວິດ ການເປັນຢູ່ ຂອງຊຸມຊົນ ໃນເຂດບຶງນ້ຳກ່ອຍ ທີ່ໃຫຍ່ທີ່ສຸດ ໃນ ອາຊີ ຕາເວັນອອກສ່ຽງໃຕ້ ແຫ່ງນີ້.

ຈາກມຸມສູງ, ບັນດາລຳເຮືອຈັກນ້ອຍ ຈຸ້ມໃສ່ກັນ ເບິ່ງຄືດັ່ງໃບໄມ້ ທີ່ບອບບາງ ຟູລ່ອງລອຍໄປຕາມກະແສນ້ຳ. ພາບ: ຮວ່າງຮ່າ/VNP

ໃນຍາມແລງທີ່ແສງຕາເວັນ ກຳລັງຈະລັບຂອບຟ້າ ຢູ່ແຄມຝັ່ງ, ສານເຈົ້າບູຊາເທບພະເຈົ້າແຫ່ງສາຍນ້ຳ ແລະ ທຸງທິວສີແດງ ທີ່ປິວສະໄຫວ ຕາມສາຍລົມ ເໝືອນດັ່ງ ຄຳເຊີນຊວນ ໃຫ້ ນັກທ່ອງທ່ຽວ ຈາກແດນໄກ ກ້າວເຂົ້າສູ່ດິນແດນແຫ່ງສາຍນ້ຳ ອັນລຶກລັບ ຂອງເມືອງ ເຫວ້.  

ບຶງ ຕາມຢາງ  ແມ່ນບຶງນ້ຳກ່ອຍ ທີ່ໃຫຍ່ທີ່ສຸດ ໃນອາຊີຕາເວັນອອກ ສ່ຽງໃຕ້, ມີເນື້ອທີ່ປະມານ 52 ກມ2, ແມ່ນຈຸດລວມຕົວຂອງສາມ ສາຍນ້ຳໃຫຍ່ຄື: ແມ່ນ້ຳຄື ໂອເລົາ, ແມ່ນ້ຳ ເຮືອງ ແລະ ແມ່ນ້ຳ ໂບ່ ກ່ອນຈະໄຫຼອອກສູ່ທະເລ ຜ່ານປາກນ້ຳ ທ້ວນອານ. ແຕ່ສະໄໝ ບູຮານ, ຕາມແຄມບຶງ ຍັງມີເສັ້ນທາງສາຍຫຼັກ ເໜືອ - ໃຕ້ ຕັດຜ່ານ. ໃນຄວາມຊົງຈໍາ ຂອງຫຼາຍຮຸ່ນຄົນ, ຕາມຢາງ ເຄີຍເປັນເຂດບຶງ ທີ່ກວ້າງໃຫຍ່, ຮົກເຮື້ອ ແລະ ຮຸນແຮງດຸເດືອດ, ຍ້ອນເຫດນັ້ນ, ຊີວິດຂອງຊາວບ້ານຢູ່ທີ່ນີ້ ຈຶ່ງຜູກພັນກັບເລື່ອງລາວ ອັນລຶກລັບ ທີ່ມີທັງຄວາມຈິງ ແລະ ຕຳນານປະປົນກັນ.

ເມື່ອດວງອາທິດຂຶ້ນ ສາດແສງສີທອງ ເທິງໜ້ານໍ້າ ກໍແມ່ນເວລາ ທີ່ຊາວປະມົງ ເລີ່ມຕົ້ນວັນໃໝ່ ແຫ່ງການຊອກຢູ່ຫາກິນ. ພາບ: ແທັງຮ່ວາ/VNP  
 

ຊາວບ້ານເລົ່າວ່າ, ໃນເມື່ອກ່ອນ, ຜູ້ຄົນທີ່ອາໄສຢູ່ຕາມບຶງ ມີຊີວິດ ຢູ່ແບບກະຈັດກະຈາຍ ແລະ ເກືອບຈະຕັດຂາດຈາກໂລກພາຍນອກ. ເຂົາເຈົ້າມີຄວາມເຊື່ອ ໃນການປົກປ້ອງຄຸ້ມຄອງ ຂອງ ສິ່ງສັກສິດ ແຫ່ງສາຍນ້ຳ, ຈາກນັ້ນ ຈຶ່ງປະກົດມີຮີດຄອງປະເພນີທີ່ເປັນເອກະລັກ ຫຼາຍຢ່າງ, ສະທ້ອນໃຫ້ເຫັນເຖິງວັດທະນະທຳ ຂອງຊຸມຊົນຊາວ ປະມົງ ໃນເຂດບຶງແຫ່ງນີ້.  

ປັດຈຸບັນ, ຕາມຢາງ ໄດ້ກາຍເປັນໜຶ່ງໃນສະຖານທີ່ທ່ອງທ່ຽວ ທີ່ມີຊື່ສຽງຂອງເມືອງເກົ່າ ເຫວ້. ຄວາມງາມຂອງບ່ອນນີ້ ຢູ່ທີ່ ຄວາມເປັນທຳມະຊາດ ທີ່ຫາໄດ້ຍາກ: ໃນຍາມເຊົ້າ, ຜີວນ້ຳ ຈະລະຍິບລະຍັບ ດ້ວຍແສງສີທອງອ່ອນໆ ພາຍໃຕ້ ແສງຕາເວັນ ຍາມເຊົ້າ; ເມື່ອເຖິງຍາມແລງມາເຖິງ, ທົ່ວບໍລິເວນຈະກາຍເປັນສີ ມ່ວງອ່ອນໆ ທ່າມກາງແສງຕາເວັນ ກໍາລັງຈະລັບຂອບຟ້າ.

ພິທີຂໍພອນຈາກປາ (ເລ້ເກົ່າງື) ຂອງຊາວປະມົງ ຢູ່ເຂດບຶງນ້ຳກ່ອຍ ຕາມຢາງ ແມ່ນໄດ້ຈັດຂຶ້ນຢູ່ຕາມບຶງ, ເຊິ່ງເປັນສະຖານທີ່ ທຳມາຫາກິນ, ດຳລົງຊີວິດ ແລະ ເພິ່ງພາອາໄສຄວາມອຸດົມສົມບູນ ກໍຄືການປົກປັກຮັກສາ ຈາກເຂດແມ່ນ້ຳລຳເຊອັນກວ້າງໃຫຍ່ໄພສານ. ພາບ: ຮວ່າງຮ່າ/VNP
ຍາມແລງ ຢູ່ເທິງບຶງ ຕາມຢາງ. ພາບ: ແທັງຮ່ວາ/VNP

ທ່າມກາງທ້ອງຟ້າ ແລະ ໜ້ານ້ຳທີ່ກວ້າງໃຫຍ່ໄພສານນັ້ນ, ຊາວປະມົງ ຜູ້ອາໄສຢູ່ເທິງເຮືອໄມ້ ແບບລຽບງ່າຍ ໂຮມເຂົ້າກັນ ເປັນໝູ່ບ້ານນ້ອຍ. ເມື່ອເບິ່ງແຕ່ໄກ, ເຮືອເຫຼົ່ານັ້ນເໝືອນດັ່ງ ໃບໄຜ່ ນ້ອຍໆ ທີ່ພວມລ່ອງລອຍ ຢູ່ກາງສາຍນ້ຳອັນກວ້າງໃຫຍ່.                                                       

ຊາວບ້ານຢູ່ເຂດບຶງແຫ່ງນີ້ ຫາລ້ຽງຊີບດ້ວຍອາຊີບຫາປາ. ເຂົາເຈົ້າ ໃສ່ໄຊ, ຫວ່ານແຫ, ໃສ່ມອງ ຫຼື ລົງແຊ່ນໍ້າເຢັນໆ ເພື່ອຫາຫອຍ ແລະ ສັດທະເລນາໆ ຊະນິດທີ່ ເປັນເອກະລັກຂອງເຂດນ້ຳກ່ອຍ ແຄມທະເລ. ຍ້ອນເງື່ອນໄຂທາງທຳມະຊາດ ທີ່ພິເສດນີ້ເອງ ໄດ້ພາໃຫ້ ອາຫານທະເລ ຂອງ ບຶງ ຕາມຢາງ ມີລົດຊາດທີ່ເຂັ້ມຂຸ້ນ ແລະ ຫວານສົດຊື່ນ.                                                        

ພາບທ່ີປະທັບໃຈ ກ່ຽວກັບທັດສະນີຍະພາບ ມອງ ທີ່ຢັ່ງຢາຍ ທົ່ວໜ້າບຶງ ຕາມຢາງ. ພາບ: ແທັງຮ່ວາ/VNP  
ເມື່ອດວງອາທິດຂຶ້ນ ສາດແສງສີທອງ ເທິງໜ້ານໍ້າ ກໍແມ່ນເວລາ ທີ່ຊາວປະມົງ ເລີ່ມຕົ້ນວັນໃໝ່ ແຫ່ງການຊອກຢູ່ຫາກິນ. ພາບ: ແທັງຮ່ວາ/VNP  
 

ບາງທີ, ຮູບພາບທີ່ລຽບງ່າຍ, ຄວາມເປັນທຳມະຊາດ ແລະ ຄວາມເກົ່າແກ່ນັ້ນເອງ ມັນໄດ້ສ້າງຄວາມປະທັບໃຈ ໃຫ້ແກ່ ຜູ້ຄົນ ຢ່າງເລິກເຊິ່ງ. ຂະເຈົ້າມັກມາ ຕາມຢາງ ບໍ່ພຽງແຕ່ເພື່ອເບິ່ງທິວທັດ ເທົ່ານັ້ນ, ແຕ່ເພື່ອມາສຳຜັດກັບຈັງຫວະຊີວິດທີ່ຊ້າໆ ຂອງຊຸມຊົນ ຊາວປະມົງ ທີ່ຍັງຄົງຮັກສາມູນເຊື້ອອັນລ້ຳຄ່າ ຂອງພາກກາງ ຫວຽດນາມ ໄວ້. ນີ້ຍັງເປັນບ່ອນທີ່ຈະໄດ້ນັ່ງເບິ່ງ ຊ່ວງເວລາ ທີ່ທ້ອງຟ້າ ແລະ ນ່ານນ້ຳ ມາບັນຈົບກັນ ໃນພື້ນທີ່ອັນກວ້າງໃຫຍ່, ເຕັມໄປດ້ວຍຄວາມຝັນ ແລະ ເບິ່ງຄືວ່າ ບໍ່ມີບ່ອນສິ້ນສຸດ.  

ພວກເຮົາອຳລາ ຕາມຢາງ ໃນຂະນະທີ່ແສງສີມ່ວງຍາມແລງ ເລີ່ມປົກຄຸມໜ້ານ້ຳ. ຢູ່ຮ້ານກິນດື່ມນ້ອຍໆ ແຄມຝັ່ງ, ກິ່ນຫອມ ຂອງກຸ້ງປາ ທີ່ຫາໄດ້ສົດໆ ໃໝ່ໆ ລອຍມາຕາມສາຍລົມ ເໝືອນ ດັ່ງຊັກຊວນໃຫ້ນັກເດີນທາງຢູ່ຕໍ່. ເຖິງຈະຕ້ອງກ່າວຄຳອຳລາ, ແຕ່ໃນໃຈຍັງຄົງຫວັງວ່າ ໃນອີກມື້ຕໍ່ໜ້າ ຈະໄດ້ກັບມາຢາມດິນແດນ ແຫ່ງສາຍນ້ຳອັນກວ້າງໃຫຍ່ແຫ່ງນີ້ອີກຄັ້ງໜຶ່ງ.

ບົດ: ແທັງຮ່ວາ - ພາບ: ແທັງຮ່ວາ, ຮວ່າງຮ່າ/VNP


Top