• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປັນ​ຍາ​ປະ​ດິດ: ກອງ​ປະ​ຊຸມ​ສຸດຍອດ ເຊີ​ອູນ ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ

ວັນທີ 21 ພຶດສະພາ, ກອງປະຊຸມສຸດຍອດທົ່ວໂລກກ່ຽວກັບປັນຍາປະດິດ (AI), ໂດຍ ສ.ເກົາຫຼີ ແລະ ອັງກິດເປັນເຈົ້າພາບຈັດຂຶ້ນຕາມຮູບແບບທາງໄກ ແລະ ເຊິ່ງໜ້າຢູ່ ເຊີອູນ (ສ.ເກົາຫຼີ).
ທ່ານປະທານ Yoon Suk Yeol ກ່າວຄຳເຫັນທີ່ກອງປະຊຸມສຸດຍອດ AI Seoul, ໃນວັນທີ 21/5 (ພາບ: Yonhap)

ໃນກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາຖະແຫຼງການກ່ຽວກັບການຊຸກຍູ້ AI ທີ່ປອດໄພ, ປະດິດຄິດສ້າງ ແລະ ຮອບດ້ານ ເພື່ອແກ້ໄຂບັນດາສິ່ງທ້າທາຍ ແລະ ໂອກາດກ່ຽວຂ້ອງເຖິງເຕັກໂນໂລຢີ ພວມພັດທະນາຢ່າງວ່ອງໄວນີ້.

ໂດຍເອີ້ນວ່າ “ຖະແຫຼງການ ເຊີອູນ”, ເອກະສານສະບັບນີ້ໄດ້ຖືກຮັບຮອງເອົາໃນວາລະປະຊຸມທາງໄກຂອງການນຳບັນດາປະເທດໃນກອງປະຊຸມສຸດຍອດ AI ເຊີອູນ, ໂດຍທ່ານປະທານາທິບໍດີ ສ.ເກົາຫຼີ  Yoon Suk Yeol ແລະ ທ່ານນາຍົກລັດຖະມົນຕີ ອັງກິດ Rishi Sunak ເປັນປະທານຮ່ວມ.

ຖະແຫຼງການໄດ້ຍົກໃຫ້ເຫັນຢ່າງຈະແຈ້ງວ່າ ລັກສະນະປອດໄພ, ປ່ຽນໃໝ່ ແລະ ຮອບດ້ານຂອງ AI ແມ່ນບັນດາປັດໄຈກ່ຽວພັນກັນ ແລະ ການຖືບັນດາປັດໄຈນີ້ແມ່ນບຸລິມະສິດໃນການປຶກສາຫາລືສາກົນກ່ຽວກັບການບໍລິຫານ AI ນັ້ນ ແມ່ນມີຄວາມສຳຄັນທີ່ສຸດ. ຖະແຫຼງການສະບັບດັ່ງກ່າວກໍເນັ້ນໜັກເຖິງຄວາມສຳຄັນຂອງຄວາມສາມາດກະທົບຕອບລະຫວ່າງຂອບເຂດການບໍລິຫານ AI ຕາມວິທີສຳຜັດອີງໃສ່ຄວາມສ່ຽງ, ເພື່ອນຳມາເຊິ່ງຜົນປະໂຫຍດໃນລະດັບສູງສຸດ ແລະ ແກ້ໄຂຄວາມສ່ຽງຈາກ AI.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ເພີ່ມທະວີການຮ່ວມມື 2 ຝ່າຍກັບ UNESCO ແລະ ບັນດາປະເທດສະມາຊິກ

ຫວຽດນາມ ເພີ່ມທະວີການຮ່ວມມື 2 ຝ່າຍກັບ UNESCO ແລະ ບັນດາປະເທດສະມາຊິກ

ການນຳ UNESCO ແລະ ຫົວໜ້າຄະນະຜູ້ຕາງໜ້າລ້ວນແຕ່ຕີລາຄາສູງການພົວພັນຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ກັບ UNESCO ແລະ ບັນດາປະເທດສະມາຊິກ

Top