• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະລິມານສິນຄ້າຂົນສົ່ງຜ່ານທາງລົດໄຟ ຈີນ - ຫວຽດນາມ ເພີ່ມຂຶ້ນຢ່າງແຮງ

ສາຍໄຟຂົນສົ່ງສິນຄ້າລະຫວ່າງ ຈີນ - ຫວຽດນາມ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈດ້ານເວລາ ແລະ ຄ່າໃຊ້ຈ່າຍເໝາະສົມກັບຄວາມຕ້ອງການສົ່ງອອກສິນຄ້າຂາຍຍ່ອຍໄປຕະຫຼາດ ອາຊຽນ.
ລົດໄຟເຊື່ອມຕໍ່ ຈີນ - ຫວຽດນາມ (ພາບປະກອບ: TTXVN)

ໃນປີ 2025, ບັນດາຂະບວນລົດໄຟເຊື່ອມຕໍ່ ຈີນ - ຫວຽດນາມ ເລີ່ມເດີນທາງຈາກເຂດປົກຄອງດ້ວຍຕົນເອງຊົນເຜົ່າ ຈວ້າງ, ແຂວງ ກວາງສີ, ຈີນ ໄດ້ຂົນສົ່ງສິນຄ້າສົ່ງອອກລວມທັງໝົດ 37.000 ຕູ້ຄອນແທນເນີ, ເພີ່ມຂຶ້ນ 86% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024, ສ້າງລະດັບສະຖິຕິສູງສຸດມາຮອດປະຈຸບັນ. ປະຈຸບັນ, ປະລິມານສິນຄ້າຂົນສົ່ງຜ່ານສາຍນີ້ໄດ້ກວມເອົາ 73% ຈຳນວນລົດໄຟສົ່ງເຂົ້າ ຫວຽດນາມ ແລະ 86% ຍອດປະລິມານ container ສົ່ງອອກດ້ວຍທາງລົດໄຟມາຍັງ ຫວຽດນາມ. ນັບແຕ່ປີ 2025, ຂະແໜງລົດໄຟຂອງ ຈີນ ໄດ້ຍົກລະດັບບັນຈຸນຳໜັກຂອງລົດໄຟໃນສາຍ ເຜິງສຽງ (ກວາງສີ) - ດົ່ງດັງ (ຫວຽດນາມ) ຈາກ 1.000 ໂຕນຂຶ້ນເປັນ 1.300 ໂຕນ, ຜ່ານນັ້ນ ຊ່ວຍຍົກຜ່ານແດນຢູ່ດ່ານຊາຍແດນລົດໄຟ ເຜິງສຽງ ຂຶ້ນຕື່ມ 30%.

 ສາຍໄຟຂົນສົ່ງສິນຄ້າລະຫວ່າງ ຈີນ - ຫວຽດນາມ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈດ້ານເວລາ ແລະ ຄ່າໃຊ້ຈ່າຍເໝາະສົມກັບຄວາມຕ້ອງການສົ່ງອອກສິນຄ້າຂາຍຍ່ອຍໄປຕະຫຼາດ ອາຊຽນ.

(ແຫຼ່ງຄັດຈາກ VOV)

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ.

Top