• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ປະທັບໃຈພິທີໄຫວ້ບູຊາ ບັນພະບຸລຸດອາຊີບຢູ່ ເຫວ້

ໃນ​ຂອບ​ເຂດ​ງານ​ມະໂຫລານ ອາຊີບມູນເຊື້ອ ​ເຫ້ວ ປີ 2023, ຢູ່​ສວນສາທາລະນະ ຕືເຕື້ອງ ຢູ່​ແຄມ​ແມ່​ນ້ຳ​ ເຮືອງ, ນະຄອນ ​ເຫ້ວ, ​ໄດ້​ດຳ​ເນີນ​ພິທີ​ໄຫວ້ບູຊາ ບັນພະບຸລຸດ ອາຊີບ ​ແລະ ​ຂະບວນແຫ່ເພື່ອເຊີດຊູ ນາຍຊ່າງ, ​ໝູ່ບ້ານອາຊີບມູນເຊື້ອ​ ຫວຽດນາມ. ນີ້ແມ່ນໜຶ່ງ ໃນບັນດາເຫດການຕົ້ນຕໍ ຂອງງານມະໂຫລານ; ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢ່າງ​ສະຫງ່າ​ງາມ, ເຂັ້ມຂຸ້ນໄປດ້ວຍ​ພິທີ​ກຳ ​ແລະ ວັດທະນະ ທຳ ​ເຫ້ວ, ​ຊຶ່ງໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ ອັນດີງາມໃຫ້​ແກ່ ທ່ານຜູ້​ຊົມ.

ພິທີໄຫວ້ບູຊາບັນພະບຸລຸດ ອາຊີບ ​ແມ່ນ​ພິທີເພື່ອ​ລະນຶກ​ເຖິງ​ຄຸນງາມ ຄວາມດີ ​ຂອງ​ ບັນພະບຸລຸດ, ​ຜູ້ໃຫ້ອາຊີບ​ມູນ​ເຊື້ອ ​ຂອງຊາວ ​ຫວຽດ ນາມ ຢ່າງເປີດເຜີຍ, ​ທັງເປັນ​ການ​ອະທິດຖານ​ໃຫ້​ແກ່​ການ​ດຳ​ເນີນ​ທຸລະ​ກິດ, ​ການຜະລິດໄດ້​ຮັບ​ໂຊກລາບ, ຈະເລີນ​ເຕີບ​ໂຕ ແລະ ຮັ່ງມີ.

ພາຍຫຼັງພິທີໄຫວ້ບູຊາ ບັນພະບຸລຸດ ອາຊີບ ແມ່ນຂະບວນແຫ່ ເພື່ອເຊີດຊູ ນາຍຊ່າງ, ໝູ່ບ້ານອາຊີບມູນເຊື້ອ ຫວຽດນາມ ດ້ວຍການເຂົ້າຮ່ວມ ຂອງບັນດານັກສິລະປິນ ແລະ ນັກສິລະປະກອນ 350 ກວ່າຄົນ ໃນຊຸດອາພອນ ພື້ນເມືອງ ທີ່ມີສີສັນຫຼາກຫຼາຍ ທີ່ມາຈາກ 69 ໝູ່ບ້ານ ອາຊີບ, ພື້ນຖານຜະລິດ, ດ້ວຍບັນດາສະຫຼຽງ ບັນພະບຸລຸດ ອາຊີບ, ວົງ​ດົນ​ຕີ, ຄ້ອງ, ກອງ, ທຸງປີວ, ຄະນະ ຟ້ອນມັງກອນ. 

ຂະບວນແຫ່ ເລີ່ມຈາກສວນສາທາລະນະ ຕືເຕື້ອງ, ຂ້າມຂົວ ຈ່າງ ຕ່ຽນ ໄປຕາມຖະໜົນ ເຈິ່ນຮຶງດ້າວ, ຜ່ານຂົວ ຟູຊວນ, ຖະໜົນ ເລເລີ້ຍ ແລະ ມາເຖິງເວທີສະແດງ ສິລະປະ ເບຍກວກຮອກ.

ຂະບວນແຫ່ ​ໄດ້​ດຶງ​ດູດ​ຊາວເມືອງ ​ເຫ້ວ ແລະ ນັກ​ທ່ອງ​ທ່ຽວ​ ​ເຂົ້າ​ຮ່ວມ ແລະ ສະໜັບສະໜູນ ນັບເປັນ​ຈຳ​ນວນ​ຫຼວງ​ຫຼາຍ.

ພິທີ​ໄຫວ້ບູຊາ ບັນພະບຸລຸດ ອາຊີບ ​ແລະ ​ຂະບວນແຫ່ເພື່ອເຊີດຊູ ນາຍຊ່າງ, ​ໝູ່ບ້ານອາຊີບມູນເຊື້ອ​ ຫວຽດນາມ ໄດ້ຈັດຂຶ້ນຢູ່ສວນສາທາລະນະ ຕືເຕື້ອງ ຢູ່​ແຄມ​ແມ່​ນ້ຳ​ ເຮືອງ, ນະຄອນ ​ເຫ້ວ. ພາບ: ແທງຢາງ/VNP

ພາບບັນຍາກາດອັນສະຫງ່າລາສີຂອງພິທີ​ໄຫວ້ບູຊາ ບັນພະບຸລຸດ ອາຊີບ ​ແລະ ​ຂະບວນແຫ່ເພື່ອເຊີດຊູ ນາຍຊ່າງ, ​ໝູ່ບ້ານອາຊີບມູນເຊື້ອ​ ຫວຽດນາມ. ພາບ: ແທງຢາງ/VNP

ຖະຫວາຍເຄື່ອງບູຊາດ້ວຍຄວາມເຄົາ​ລົບ​. ພາບ: ແທງຢາງ/VNP

ຕີກອງໃນພິທີ. ພາບ: ແທງຢາງ/VNP

ເຈົ້າພາບ ງານບູຊາ ຄູ້ເຂົ່າຂາບໄຫວ້ຕໍ່ຮ້ານບູຊາ. ພາບ: ແທງຢາງ/VNP
ທີມງານດົນຕີ ດຳເນີນພິທີ. ພາບ: ແທງຢາງ/VNP
ພິທີການອ່ານຄຳສູດ. ພາບ: ແທງຮ່ວາ/VNP

ນັກ​ສິລະປິນຖະຫວາຍ​ທູບ​ທຽນ​ບູຊາ​ບັນພະບຸລຸດ. ພາບ: ແທງຮ່ວາ/VNP

ບັນດາ​ນັກ​ສິລະປິນ​ລຸ້ນຕ່າງໆ​ເຂົ້າ​ຮ່ວມ​ພິທີ​ໄຫວ້ບູຊາ ບັນພະບຸລຸດ ອາຊີບ ​ແລະ ​ຂະບວນແຫ່ເພື່ອເຊີດຊູ ນາຍຊ່າງ, ​ໝູ່ບ້ານອາຊີບມູນເຊື້ອ​ ຫວຽດນາມ. ພາບ: ແທງຮ່ວາ/VNP

ພິທີ​ຊັກ​ທຸງ​ນຳ​ພາ​ຂະ​ບວນ​ແຫ່​ເພື່ອ​ໃຫ້​ກຽດ​ແກ່​ບັນດາ​ນັກ​ສິລະບິນ ​ແລະ ຫັດຖະກຳ​ໝູ່​ບ້ານ. ພາບ: ແທງຢາງ/VNP

ຂະບວນແຫ່ຈະຜ່ານຂົວ ຈ່າງຕາຽນ. ພາບ: ແທງຢາງ/VNP

ຄະນະ​ສິງ​ ມັງ​ກອນ ສ້າງ​ບັນ​ຍາ​ກາດ​ງານ​ບຸນ​ ຂອງ​ ຂະ​ບວນ​ການແຫ່. ພາບ: ແທງຢາງ/VNP
ນັກ​ສິ​ລະ​ປິນ ຟານ​ທິ​ທ້ວນ (ຮ່າ​ໂນ້ຍ), ຜູ້​ມີ​ຊື່​ສຽງ​ດ້ານ​ເຕັກ​ນິກ​ການ​ເຮັດ​ຜ້າ​ໄໝ ດ້ວຍດອກບົວ ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ໄດ້​ເຂົ້າ​ຮ່ວມ​ຂະ​ບວນ​ການແຫ່. ພາບ: ແທງຮ່ວາ/ VNP
ບັນດາຍິງສາວ ກັບວ່າວພື້ນເມືອງ ເຫ້ວ ເຂົ້າຮ່ວມ ຂະບວນແຫ່. ພາບ: ແທງຮ່ວາ/VNP

ຄະນະລົດສາມລໍ້ທີ່​ບັນ​ທຸກ​ນັກ​ສິ​ລະ​ປິນ​ເຂົ້າ​ຮ່ວມ​ຂະ​ບວນ​ການ. ພາບ: ແທງຢາງ/VNP

ນັກສິລະປິນ 3 ຄົນ​ທີ່​ມີ​ຊື່​ສຽງ​ໃນ​ອາຊີບ​ຫັດຖະກຳ​ພື້ນ​ເມືອງ​ ເຫ້ວ. ພາບ: ແທງຮ່ວາ/VNP

ປະຕິບັດ: VNP/ແທງຮ່ວາ ແລະ ເຈິ່ນແທງຢາງ - ແປໂດຍ: ຢືຟຽນ

ວັດທະນະທໍາພື້ນເມືອງ ຜ່ານຄວາມຄິດສ້າງສັນ ຂອງ ຮຸ່ນ gen Z

ວັດທະນະທໍາພື້ນເມືອງ ຜ່ານຄວາມຄິດສ້າງສັນ ຂອງ ຮຸ່ນ gen Z

ງານ​ວາງສະ​ແດງ “ພື້ນເມືອງ ໃນ Gen Z” ​ໄດ້​ນຳ​ຮູບແຕ້ມ 39 ແຜ່ນ ຂອງ ບັນດາ​ນັກ​ຈິດຕະກອນ ອະພິປາຍ ຂຶ້ນກັບ Gen Z ​ໃນ​ທົ່ວ​ປະ​ເທດ​ ໂດຍ​ Tired City ສົມທົບ​ກັບ​ສູນເຄື່ອນໄຫວ ​ວັດທະນະທຳ ​ແລະ ວິ​ທະ​ຍາ​ສາດ ວັນໝຽວ - ກວັກຕືຢາມ ຈັດຂຶ້ນໄດ້​ສ້າງ ແຫຼ່ງ ກຳລັງ​ແຮງ​ໃຈ​ໃຫ້​ຜູ້​ຊົມ ທີ່ມີຄວາມຮັກມັກ ​ສິ​ລະ​ປະ​ ໃນ​ການ​ເດີນ​ທາງ​ໄປຊອກ​ຮູ້ ​ວັດ​ທະ​ນະ​ທໍາ​ ພື້ນ​ເມືອງ​ ຂອງ ​ຫວຽດ​ນາມ.

Top