• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ນໍ້າໃຈລະຫວ່າງທະຫານ-ປະຊາຊົນ ຢູ່ເຂດປ້ອງກັນອາກາດ

ວັນທີ 14 ກຸມພາ, ບັນດາອົງການ, ກົມກອງຂຶ້ນກັບກອງພັນໃຫຍ່ລູກສອນໄຟ 282 (ກອງພົນປ້ອງກັນອາກາດ 375, ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ) ໄດ້ຈັດຕັ້ງລາຍການ “ລະດູບານໃໝ່ປ້ອງກັນອາກາດ-ບຸນເຕັດເຂັ້ມຂຸ້ນໄປດ້ວຍນໍ້າໃຈລະຫວ່າງທະຫານ ກັບປະຊາຊົນ” ໃນທ່າມກາງບັນຍາກາດອັນຟົດຟື້ນມ່ວນຊື່ນ, ອົບອຸ່ນ.
ການແຂ່ງຂັນຫໍ່ເຂົ້າຕົ້ມ. ພາບ: qdnd.vn

ລາຍການບໍ່ພຽງແຕ່ແມ່ນກິດຈະກໍາເຄື່ອນໄຫວທາງດ້ານວັດທະນະທຳຈິດໃຈ ໃນຕົ້ນລະດູບານໃໝ່ເທົ່ານັ້ນ, ຫາກຍັງມີຄວາມໝາຍດ້ານການເມືອງອັນເລິກເຊິ່ງ, ປະກອບສ່ວນສຶກສາອົບຮົມມູນເຊື້ອ, ເພີ່ມພູນຄູນສ້າງຄວາມເອກອ້າງທະນົງໃຈໃຫ້ພະນັກງານ, ນັກຮົບທີ່ພວມປະຕິບັດໜ້າທີ່ທັງກາງເວັນ ແລະກາງຄືນ, ເວນຍາມກຽມພ້ອມສູ້ຮົບ ແລະຄຸ້ມຄອງເຂດນ່ານຟ້າທີ່ໄດ້ຮັບມອບໝາຍ.

ໃນລາຍການໄດ້ດໍາເນີນຫຼາຍກິດຈະກຳທີ່ຟົດຟື້ນມ່ວນຊື່ນ, ເຕັມໄປດ້ວຍສີສັນວັດທະນະທຳຂອງຊາດ, ເຊັ່ນ: ການປະດັບປະດາແທ່ນບູຊາ, ການແຂ່ງຂັນຫໍ່ເຂົ້າຕົ້ມ, ການຂຽນຄໍາກອນຄູ່ກ່ຽວກັບລະດູບານໃໝ່; ການລະຫຼິ້ນພື້ນເມືອງ... ໄປພ້ອມກັບການແຂ່ງຂັນແມ່ນລາຍການສະແດງສິລະປະ ໂດຍພະນັກງານ, ນັກຮົບ, ສະມາຊິກຊາວໜຸ່ມ ທີ່ມາຈາກບັນດາກົມກອງແຮກສ່ຽວສະແດງ.

ບັນດາບົດເພງ, ວາດຟ້ອນຍ້ອງຍໍຊົມເຊີຍພັກ, ລຸງໂຮ່, ບ້ານເກີດເມືອງນອນ, ມູນເຊື້ອຂອງທະຫານປ້ອງກັນອາກາດ-ທະຫານອາກາດ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ, ປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີລະຫວ່າງທະຫານ ກັບປະຊາຊົນຢູ່ເຂດທີ່ກົມກອງຕັ້ງທັບ.

ການແຂ່ງຂັນຂຽນຄໍາກອນຄູ່ກ່ຽວກັບລະດູບານໃໝ່. ພາບ: qdnd.vn

ຜ່ານລາຍການດັ່ງກ່າວ, ສາຍພົວພັນສະໜິດສະໜົມລະຫວ່າງກົມກອງກັບຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນທ້ອງຖິ່ນສືບຕໍ່ໄດ້ຮັບການປັບປຸງ ແລະເພີ່ມພູນຄູນສ້າງ.

ນີ້ກໍ່ແມ່ນໂອກາດເພື່ອໃຫ້ກອງພັນໃຫຍ່ລູກສອນໄຟ 282   ແຜ່ຂະຫາຍພາບພົດນັກຮົບປ້ອງກັນອາກາດ ທີ່ມີຄວາມກ້າຫານ, ຄວາມຮັບຜິດຊອບ, ຕິດແທດກັບປະຊາຊົນ, ເຄົາລົບນັບຖືປະຊາຊົນ, ເພື່ອປະຊາຊົນຮັບໃຊ້; ປຸກລຸກບັນຍາກາດແຫ່ງການແຂ່ງຂັນອັນຟົດຟື້ນ,  ຕັດສິນໃຈປະຕິບັດສຳເລັດໜ້າທີ່ຢ່າງດີເດັ່ນໃນໂອກາດບຸນປີໃໝ່ປະຈໍາຊາດ ປີມະເມຍ 2026.

(ແຫຼ່ງຄັດຈາກ ໜັງສືພິມປະຊາຊົນ)

ສີສັນລະດູບານໃໝ່ທີ່ຕະຫຼາດຊາຍແດນເຕັມໄປດ້ວຍນໍ້າໃຈມິດຕະພາບ ຫວຽດນາມ-ລາວ

ສີສັນລະດູບານໃໝ່ທີ່ຕະຫຼາດຊາຍແດນເຕັມໄປດ້ວຍນໍ້າໃຈມິດຕະພາບ ຫວຽດນາມ-ລາວ

ຕະຫຼາດຊາຍແດນລາວບາວ ເປັນສະຖານທີ່ພົບປະແລກປ່ຽນ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳພື້ນເມືອງທີ່ເປັນເອກະລັກສະເພາະຂອງປະຊາຊົນທີ່ຢູ່ສອງຝາກຊາຍແດນ, ປະກອບສ່ວນຮັກສາຄວາມງາມທີ່ເປັນເອກະລັກຂອງພໍ່ແມ່ປະຊາຊົນທີ່ຢູ່ເຂດພູສູງ ແລະສະແດງໃຫ້ເຫັນນໍ້າໃຈສາມັກຄີ ແລະຄວາມສະໜິດຕິດພັນຍາວນານຂອງປະຊາຊົນສອງປະເທດຫວຽດນາມ ແລະລາວ ອ້າຍນ້ອງຢ່າງມີຊີວິດຊີວາ.

Top