ສໍາຜັດ ເທດສະການວິຫານ ຊ໋າຍ ກັບພິທີແຫ່ “ກະສັດ ຈໍາລອງ” ທ່ີເປັນເອກະລັກ

ສໍາຜັດ ເທດສະການວິຫານ ຊ໋າຍ ກັບພິທີແຫ່ “ກະສັດ ຈໍາລອງ” ທ່ີເປັນເອກະລັກ

 ຢູ່ຕາແສງ ທືເລິມ (ຮ່າໂນ້ຍ), ທ່າມກາງບັນຍາກາດອັນຄຶກຄື້ນ ຂອງເທດສະການປະເພນີ, ພິທີແຫ່ “ກະສັດ ຈໍາລອງ” ຢູ່ທີ່ວິຫານ ຊ໋າຍ ໄດ້ ນໍາມາເຊິ່ງປະສົບການ ທາງວັດທະນະທຳ ທີ່ພິເສດ ດ້ວຍຂະບວນແຫ່ ທ່ີສະຫງ່າຜ່າເຜີຍ, ຊຸດເສື້ອຜ້າອາພອນ ທີ່ສວຍສົດງົດງາມ ແລະ ພິທີກຳ ທີ່ເຕັມໄປດ້ວຍລັກສະນະເປັນສັນຍະລັກ, ເທດສະການນີ້ ບໍ່ພຽງແຕ່ຟື້ນຟູ ຄວາມຊົງຈຳ ທາງປະຫວັດສາດ ທີ່ຕິດພັນກັບ ເທບນິຍາຍ ກ່ຽວກັບ ກຳແພງ ໂກ໊ລວາ ເທົ່ານັ້ນ, ແຕ່ຍັງສ່ອງແສງ ໃຫ້ເຫັນເຖິງ ພະລັງຊີວິດ ທີ່ຍືນຍົງ ຂອງ ວັດທະນະທຳ ໝູ່ບ້ານ ຫວຽດນາມ ໃນຊີວິດປັດຈຸບັນ ອີກດ້ວຍ.

ຂະບວນແຫ່ “ກະສັດ ຈໍາລອງ” ເບິ່ງຈາກມຸມສູງ, ສີສັນ ຂອງ ທຸງຫ້າສີ ສ້າງສີສັນສວຍງາມໄປທົ່ວເສັ້ນທາງໃນບ້ານ ທືເລິມ. ພາບ: ກົງດາດ/VNP

ເທດສະການວິຫານ ຊ໋າຍ ພ້ອມດ້ວຍພິທີແຫ່ ກະສັດ ຈໍາລອງ ທ່ີເປັນສັນຍາລັກ ຫາກໍໄດ້ຮັບການຮັບຮອງ ຈາກລັດຖະບານ ໃຫ້ເປັນມໍລະ ດົກ ທາງວັດທະນະທໍາ ທ່ີເປັນນາມມະທໍາ ຂອງຊາດ. ນີ້ແມ່ນຈຸດເດັ່ນໃນພາບລວມ ຂອງ ມໍລະດົກວັດທະນະທຳ ຫວຽດນາມ, ປະກອບສ່ວນ ເຂົ້າໃນການອະນຸລັກຮັກສາ ແລະ ເຜີຍແຜ່ຄຸນຄ່າ ອັນເປັນມູນເຊື້ອ ໃນຊີວິດຍຸກໃໝ່.

ເທດສະການ ວິຫານ ຊ໋າຍ ຕັ້ງຢູ່ຕີນພູ ທັດຢ້ຽວ, ຂຶ້ນກັບຕາແສງ ທືເລິມ, ນະຄອນ ຮ່າໂນ້ຍ (ແຕ່ກ່ອນແມ່ນຕາແສງ ຖຸ້ຍເລິມ, ເມືອງ ດົງແອັງ). ພາບ: ກົງດາດ/VNP
ພິທີແຫ່ “ກະສັດ ຈໍາລອງ” ແມ່ນຈຸດເດັ່ນ ທີ່ເປັນເອກະລັກ ຂອງ ເທດສະການ ເພື່ອຈໍາລອງເຫດການ ໂອລົດ ແຫ່ງສະຫວັນ ໄດ້ສະເດັດມາຂາບໄຫວ້ບູຊາ ຕໍ່ເທບພະເຈົ້າ. ພາບ: ກົງດາດ/VNP

ຕັ້ງແຕ່ເຊົ້າໆ, ຕາມເສັ້ນທາງສາຍຕ່າງໆ ໃນໝູ່ບ້ານ ທືເລິມ ແມ່ນ ເຕັມໄປດ້ວຍສຽງຄ້ອງ ສຽງກອງ ແລະ ທຸງທິວ ຂອງ ງານບຸນທີ່ ປິວສະບັດ. ຊາວບ້ານ ແລະ ຂະບວນແຫ່ຕ່າງໆ ໄດ້ມາລວມຕົວກັນຢູ່ສາລາ ແລະ ວິຫານ ຊ໋າຍ ເພື່ອຈັດຕຽມ ເຂົ້າສູ່ພິທີຫຼັກ ຂອງ ເທດສະການ.

ຂະບວນແຫ່ ທີ່ປະກອບດ້ວຍທຸງ, ຄັນຈ້ອງ, ຄ້ອງ ແລະ ກອງ ຕໍ່ເນື່ອງກັນ ແຕ່ສາລາບ້ານ ຖຸຍໂລຍ ຂຶ້ນໄປຍັງວິຫານ ເຖື້ອງ ແລະ ວິຫານ ຊ໋າຍ, ສ້າງເປັນບັນຍາກາດເທດສະການ ທີ່ສະຫງ່າຜ່າເຜີຍ ແຕ່ເຕັມໄປດ້ວຍຊີວິດຊີວາ. ພາບ: ກົງດາດ/VNP
ໜ່ວຍກອງ, ເປີດຂະບວນແຫ່ ດ້ວຍຈັງຫວະທ່ີຄຶກຄື້ນ ໃຫ້ແກ່ຂະບວນແຫ່. ພາບ: ກົງດາດ/VNP

ເທດສະການນີ້ ຕິດພັນກັບຄວາມ ເຊື່ອຖື ດຶກຮວ່ຽນທຽນເຈິ່ນຫວູ໊  - ເທບພະເຈົ້າ ທີ່ໄດ້ຮັບການເຄົາລົບນັບຖືວ່າ ເປັນເທບສັກສິດ ທ່ີໄດ້ຊ່ວຍເຫຼືອ ກະສັດ ອານເຢືອງເວືອງ (ປີ 257 - 208 ກ່ອນ ຄິດຕະ ສັກກະລາດ) ໃນຕຳນານການສ້າງກຳແພງ ໂກ໊ລວາ.

ຊ່ວງເວລາການແຫ່ ວໍ ຢ່າງຄຶກຄື້ນມ່ວນຊື່ນ ໃນພິທີແຫ່ “ກະສັດ ຈໍາລອງ” ຢູ່ທີ່ວິຫານ ຊ໋າຍ. ພາບ: ກົງດາດ/VNP
ພິທີແຫ່ ກະສັດ ແມ່ນກິດຈະກຳວັດທະນະທຳຊຸມຊົນ ເຊິ່ງເປັນບ່ອນທີ່ປະຊາຊົນ ແລະ ນັກທ່ອງທ່ຽວ ໄດ້ດື່ມດ່ຳໄປກັບບັນຍາກາດທີ່ສັກສິດ. ພາບ: ກົງດາດ/VNP

ຈຸດເດັ່ນສຸດ  ຂອງ ເທດສະການ ແມ່ນຂະບວນແຫ່ “ ກະສັດ ຈໍາລອງ”. ບັນດາຜູ້ອາວຸໂສ ທີ່ໄດ້ຮັບການເຄົາລົບນັບຖື ໃນໝູ່ບ້ານ ຈະໄດ້ຮັບການຄັດເລືອກ ໃຫ້ຮັບບົດບາດເປັນກະສັດ, ເຈົ້ານາຍ ແລະ ເສນາອາມາດ, ໂດຍນຸ່ງ ຊຸດປະເພນີ ທີ່ສະຫງ່າງາມ. ຂະບວນແຫ່ປະກອບມີ ວໍ ຂອງ ກະສັດ, ວໍຂອງ ເຈົ້າພະຍາ ພ້ອມດ້ວຍຂ້າ ລາຊະການ ທ່ີມີຕໍາແໜ່ງຕ່າງໆ ເຊັ່ນ: ທະຫານຮັກສາ ລາດຊະວົງ, ທ່ີປຶກສາ, ຜູ້ບັນຊາການ ແລະ ເຈົ້າແຂວງ.

ບັນດາຜູ້ອາວຸໂສ ທີ່ໄດ້ຮັບການຄັດເລືອກມາສະແດງເປັນ ກະສັດ ແລະ ເຈົ້າພະຍາ ລ້ວນແຕ່ແມ່ນຜູ້ສູງອາຍຸ, ມີຄຸນສົມບັດສິນທຳ ແລະ ເປັນແບບຢ່າງທີ່ດີໃນຄອບຄົວ. ພາບ: ກົງດາດ/VNP
ພິທີແຫ່ ວໍ ແລ່ນ ສ້າງບັນຍາກາດທີ່ຟົດຟື້ນມ່ວນຊື່ນ. ພາບ: ກົງດາດ/VNP

ໃນຂະບວນແຫ່, “ກະສັດ ຈໍາລອງ” - ຜູ້ທີ່ຊາວບ້ານໃຫ້ການຄັດເລືອກ ນັ່ງເທິງ ວໍ ພາຍໃຕ້ຮົ່ມຄັນຈ້ອງ, ໂດຍມີວົງດົນຕີ, ທີມຟ້ອນ ແລະ ເສນາອາມາດ ໄປພ້ອມ ເພື່ອເປັນການປ້ອງກັນ. ຂະບວນແຫ່ໄດ້ເຄື່ອນຜ່ານໄປຕາມເສັ້ນທາງຕ່າງໆ ໃນໝູ່ບ້ານ ດ້ວຍຊຸດອາພອນ ທີ່ຫຼາກຫຼາຍສີສັນ ແລະ ສຽງດົນຕີ ທີ່ກຶກກ້ອງ, ດຶງດູດຊາວບ້ານ ແລະ ນັກທ່ອງທ່ຽວ ເຂົ້າຊົມຢ່າງຫຼວງຫຼາຍ. ຂະບວນແຫ່ ໄດ້ຢຸດຢູ່ ດົ່ງເຈົ່າ, ຊຶ່ງເປັນບ່ອນທ່ີກະສັດ ລົງຈາກວໍແລ້ວຂຶ້ນໄປເທິງໂນນ ກໍ່ວ້ອງ ເພື່ອເຮັດພິທີຂາບໄຫ້ວບູຊາເທບພະເຈົ້າ ຮ່ວຽນທຽນ ຢູ່ວິຫານ ຊ໋າຍ.

ຂະບວນແຫ່ຜ່ານເຂດຊຸມຊົນທີ່ມີປະຊາຊົນອາໄສຢູ່ຢ່າງໜາແໜ້ນ, ປະຊาຊົນພາກັນມາເຕົ້າໂຮມກັນເພື່ອລໍຖ້າຮັບໂຊກລາບ. ພາບ: ກົງດາດ/VNP
ໜ່ວຍດົນຕີ ພິທີການ ທີ່ຮ່ວມເດີນທາງ ໄປຕະຫຼອດຂະບວນການ ຂອງ ເທດສະການ. ພາບ: ກົງດາດ/VNP

ຄຽງຄູ່ກັບພິທີ ຂອງ ກະສັດ, ວໍຂອງ ພະຍາ ກໍ່ໄດ້ເຄື່ອນໄປຍັງ ວິຫານ ເຖື້ອງ ເພື່ອເຮັດພິທີກໍາ ຕາມປະເພນີ ເຊັ່ນ: ການລອງດາບ ດ້ວຍການຟັນລົງໃສ່ຫີນ 3 ບາດ ເຊິ່ງເປັນພິທີກໍາ ທ່ີມີຄວາມໝາຍ ທີ່ເປັນສັນຍາລັກຫຼາຍຊັ້ນ ໃນຄວາມເຊື່ອຖື ຂອງ ຊຸມຊົນທັງຫຼາຍ ກ່ອນຈະເຂົ້າໄປຍັງວິຫານ ເພື່ອຂາບໄຫວ້ບູຊາ ປ້າຍ ສະຖິດ ດວງວິນຍານ ຂອງ ມະຫາກະສັດ ກາວເຊີນ. ຫຼັງຈາກສຳເລັດພິທີກຳຕ່າງໆ, “ກະສັດ ” ກໍ່ໄດ້ກັບຄືນສູ່ ສາລາບ້ານ ແລະ ປະທັບເທິງ ບັນລັງ ທ່າມກາງ ສຽງຮ້ອງໂຮ່ດີໃຈ ຂອງ ຊາວບ້ານ.

ຊ່ວງເວລາທີ່ ກະສັດຈຳລອງ ຫວ່ານເງິນໂຊກລາບ ໃຫ້ແກ່ປະຊາຊົນ. ພາບ: ກົງດາດ/VNP
ເງິນໂຊກລາບ ທີ່ໄດ້ຫວ່ານອອກມາ ທ່າມກາງສຽງຮ້ອງໂຮສະແດງຄວາມດີໃຈ. ພາບ: ກົງດາດ/VNP
ໃນຂະບວນແຫ່, ຜູ້ທີ່ຍ່າງຕາມຫຼັງ ກະສັດ ແລະ ເຈົ້າພະຍາ ແມ່ນ ທີ່ປຶກສາ (Quan Tán lý), ເຊິ່ງແມ່ນໜຶ່ງໃນ 4 ຂຸນນາງ ທີ່ນັ່ງເທິງຄານຫາມເຂົ້າຮ່ວມພິທີແຫ່. ນອກຈາກນັ້ນ, ຍັງມີຂຸນນາງອີກ 3 ທ່ານ ທີ່ໄດ້ຮັບສາຍານາມວ່າ "ສີ່ເສົາຫຼັກແຫ່ງລາຊະວົງ" ລວມມີ: ທະຫານຮັກສາລາດຊະວົງ (Quan Thự vệ), ຜູ້ບັນຊາການ (Quan Đề lĩnh) ແລະ ເຈົ້າແຂວງ (Quan Trấn thủ). ບັນດາທ່ານ ໄດ້ນັ່ງເທິງຄານຫາມ ໂດຍມີທະຫານຫາມຕະຫຼອດໄລຍะທາງຂອງຂະບວນແຫ່. ພາບ: ກົງດາດ/VNP
ໃນເທດສະການ ວິຫານ ຊ໋າຍ, ລະບົບບັນດາຂຸນນາງ ມີບົດບາດສຳຄັນເປັນພິເສດ, ສ້າງໂຄງປະກອບພິທີການທີ່ມີລັກສະນະຄືກັບລາຊະວົງຈຳລອງ ຢູ່ທ່າມກາງບ້ານຊ່ອງ. ບັນດາຂຸນນາງ ພ້ອມກັບ ກະສັດ ແລະ ເຈົ້າພະຍາ ປະກອບເປັນໂຄງຮ່າງການດຳເນີນພິທີ, ຮັບປະກັນຄວາມສັກສິດ ແລະ ມາດຕະຖານ ຂອງຂະບວນແຫ່ທັງໝົດ. ພາບ: ກົງດາດ/VNP
ເທດສະການ ວິຫານ ຊ໋າຍ ໄດ້ຖືກຈັດຂຶ້ນ ດ້ວຍຄວາມປາດຖະໜາໃຫ້ປີໃໝ່ມີຄວາມສະຫງົບສຸກ, ມີໂຊກລາບ ແລະ ມີຄວາມສຸກ. ໃນຖານະເປັນກິດຈະກຳທາງຄວາມເຊື່ອຖືໃນຕົ້ນ ລະດູບານໃໝ່, ເທດສະການນີ້ປຽບເໝືອນ "ຫໍພິພິທະພັນທີ່ມີຊີວິດ" ສ່ອງແສງໃຫ້ເຫັນຊີວິດດ້ານວັດທະນະທຳ ແລະ ຈິດໃຈ ທີ່ອຸດົມສົມບູນ ຂອງປະຊາຊົນ. ພາບ: ກົງດາດ/VNP

ບໍ່ພຽງແຕ່ແມ່ນການແຫ່ ວໍເທົ່ານັ້ນ, ເທດສະການນີ້ ຍັງແມ່ນໂອ ກາດ ໃຫ້ຊຸມຊົນ ໄດ້ມີສ່ວນຮ່ວມ ໃນທຸກຂັ້ນຕອນການກະກຽມ, ຕັ້ງແຕ່ ການຄັດເລືອກ ຊຸດອາພອນ, ການຈັດວາງພິທີກຳ ຈົນເຖິງການ ຈັດຕັ້ງ ຂະບວນແຫ່. ເຊິ່ງການມີສ່ວນຮ່ວມນີ້ເອງ ໄດ້ຊ່ວຍໃຫ້ເທດສະການ ໄດ້ຮັບການຮັກສາ ແລະ ສືບທອດກັນມາຫຼາຍເສັ່ນຄົນ, ສ້າງໃຫ້ເກີດພະລັງຊີວິດທີ່ຍືນຍົງ ຂອງ ມໍລະດົກວັດທະນະທຳ ໃນຊີວິດປັດຈຸບັນ


Top