• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ຍົກເລີກບັດເຫຼືອງ IUU ຢ່າງຂ້ຽວຂາດ: “ໜ້າທີ່ການເມືອງຈຸດສຸມ, ບໍ່ສາມາດແກ່ຍາວຕື່ມອີກ”

ໃນສະພາບການຄະນະກວດກາຂອງ EC ຄາດວ່າຈະມາຫວຽດນາມ ຄັ້ງທີ 5 ເພື່ອເຮັດວຽກກ່ຽວກັບການຕ້ານ IUU ໃນລະຫວ່າງວັນທີ 9-19 ມີນາ, ການຍົກເລີກບັດເຫຼືອງ IUU ໄດ້ກໍານົດວ່າແມ່ນ “ໜ້າທີ່ການເມືອງຈຸດສຸມ, ບໍ່ສາມາດແກ່ຍາວຕື່ມອີກ”.

ພາຍຫຼັງເວລາ 8 ປີ, ນັບແຕ່ເມື່ອຄະນະກຳມະການເອີລົບ (EC) ໝູນໃຊ້ “ບັດເຫຼືອງ” IUU (ຂຸດຄົ້ນສິນທະເລຜິດກົດໝາຍ, ບໍ່ລາຍງານ ແລະບໍ່ປະຕິບັດຕາມຂໍ້ກຳນົດ), ຫວຽດນາມ ໄດ້ມີການຫັນປ່ຽນຕົວເອງຢ່າງແຂງແຮງ ແລະກຳລັງຈັດຕັ້ງປະຕິບັດຫຼາຍມາດຕະການເພື່ອເອົາອິດທິພົນຊື່ສຽງຄືນໃໝ່.

ເຂດຈອດເຮືອຫາປາແຂວງອານຢາງ. ພາບ: TTXVN

ພິເສດ, ໃນສະພາບການຄະນະກວດກາ EC ຄາດວ່າ ຈະມາຫວຽດນາມ ຄັ້ງທີ 5, ເຮັດວຽກກ່ຽວກັບການຕ້ານການຂຸດຄົ້ນ IUU ໃນລະຫວ່າງວັນທີ 9-19 ມີນາ 2026, ການຍົກເລີກບັດເຫຼືອງ IUU ໄດ້ກໍານົດວ່າແມ່ນ “ໜ້າທີ່ການເມືອງຈຸດສຸມ, ບໍ່ສາມາດແກ່ຍາວຕື່ມອີກ”, ຍ້ອນວ່າບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບຂອງທົ່ວລະບົບການເມືອງເທົ່ານັ້ນ ຫາກຍັງເພື່ອທີ່ຕັ້ງ, ຮູບພາບຂອງປະເທດໃນເວທີສາກົນໃນສັງກາດໃໝ່ອີກດ້ວຍ.

ໜ້າທີ່ຮີບດ່ວນ, ສຳຄັນແຖວໜ້າ

ທ່ານ ເຈິ່ນດຶກທັງ ລັດຖະມົນຕີກະຊວງກະສິກຳ ແລະສິ່ງແວດລ້ອມ ໃຫ້ຮູ້ວ່າ ອົງການນີ້ໄດ້ສ້າງບົດລາຍງານສັງລວມກ່ຽວກັບການຕ້ານການຂຸດຄົ້ນ IUU ຕາມຄວາມຮຽກຮ້ອງຂອງ EC ນັບແຕ່ປີ 2017 ຈົນຮອດປະຈຸບັນ. ໃນໄລຍະຜ່ານມາ, ບັນດາຄະນະຂອງບັນດາກະຊວງ, ຂະແໜງການ, ສະມາຊິກຄະນະຊີ້ນຳ ໄດ້ດຳເນີນການກວດກາຢູ່ 18 ທ້ອງຖິ່ນ ແລະສືບຕໍ່ກວດກາຈຸດສຸມຢູ່ 15 ທ້ອງຖິ່ນຍັງເຫຼືອກ່ອນເມື່ອຄະນະ EC ເຂົ້າເຮັດວຽກ.

ກອງເຮືອຫາປາຂອງຊາວປະມົງນະຄອນ ດ່າໜັງ ອອກສູ່ທະເລເພື່ອຂຸດຄົ້ນອາຫານທະເລ. (ພາບ: ລານແອງ)

ຕາມບົດລາຍງານທີ່ກອງປະຊຸມ ຄັ້ງທີ 31 ຂອງຄະນະຊີ້ນຳແຫ່ງຊາດ ກ່ຽວກັບການຕ້ານການຂຸດຄົ້ນ  IUU, 100% ຈໍານວນເຮືອຫາປາ ມີເງື່ອນໄຂເຄື່ອນໄຫວທີ່ໄດ້ອັບເດດບົນພື້ນຖານຂໍ້ມູນອາຊີບຫາປາແຫ່ງຊາດ (VN-Fishbase) ຢ່າງຄົບຖ້ວນ. ບັນດາທ້ອງຖິ່ນກໍ່ໄດ້ດຳເນີນການກວດກາຄືນ, ອັບເດດ ແລະປະກາດເປີດເຜີຍກຳປັ່ນຖືກຍົກເລີກການລົງທະບຽນຈຳນວນ 19.042 ລຳ ເພື່ອຮັບໃຊ້ວຽກງານຄຸ້ມຄອງ, ກວດກາ, ກວດສອບ; ພ້ອມທັງມອບໜ້າທີ່ໃຫ້ອຳນາດການປົກຄອງທ້ອງຖິ່ນຄຸ້ມຄອງບັນດາກຳປັ່ນທີ່ມີເງື່ອນໄຂເຄື່ອນໄຫວບໍ່ຄົບ.

ກະຊວງກະສິກຳ ແລະສິ່ງແວດລ້ອມ ກໍ່ໄດ້ມີເອກະສານສະເໜີບັນດາທ້ອງຖິ່ນ ແລະກະຊວງປ້ອງກັນປະເທດ ປະສານສົມທົບດຳເນີນການກວດກາເຮືອຫາປາເຂົ້າ-ອອກທ່າກຳປັ່ນ ໃນລະບົບຊອກຫາຕົ້ນກຳເນີດສິນໃນນ້ຳເອເລັກໂຕນິກ (eCDT) ແລະຜ່ານຄ້າຍທະຫານຊາຍແດນ...

ໃນໂທລະເລກເລກທີ 18/CĐ-TTg ຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການສຸມໃສ່ກະກຽມການເຮັດວຽກກັບຄະນະກວດກາຂອງຄະນະກຳມະການເອີລົບ ຄັ້ງທີ 5, ທ່ານນາຍົກລັດຖະມົນຕີ ໄດ້ຮັບຮູ້, ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມ, ຈິດໃຈຮັບຜິດຊອບ ແລະໝາກຜົນບັນລຸໄດ້ໃນເບື້ອງຕົ້ນຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ກຳລັງກ່ຽວຂ້ອງ ແລະປະຊາຄົມຊາວປະມົງໃນການຈັດຕັ້ງປະຕິບັດບັນດາໜ້າທີ່ຕ້ານການຂຸດຄົ້ນ IUU, ເພື່ອຍົກເລີກບັດເຫຼືອງ “ບັດເຫຼືອງ” ໃນໄລຍະຜ່ານມາ.

ໃນຊຸມມື້ຕົ້ນປີໃໝ່, ເຮືອຫາປາທີ່ມີກໍາລັງແຮງສູງຫຼາຍຮ້ອຍລໍາຂອງແຂວງ ກວາງຈິ ໄດ້ພາກັນອອກສູ່ທະເລຢ່າງພ້ອມພຽງ. ການອອກທະເລໄລຍະສັ້ນຫຼາຍຄັ້ງທີ່ໄດ້ນໍາເອົາກຸ້ງປາເຕັມລໍາເຮືອກັບມາ ໄດ້ສ້າງແຮງຈູງໃຈໃຫ້ແກ່ພໍ່ແມ່ປະຊາຊົນສືບຕໍ່ອອກທະເລຢ່າງໃກ້ຊິດ, ຜະລິດຢ່າງປອດໄພ ແລະ ປະຕິບັດຕາມລະບຽບການຕ່າງໆຢ່າງເຂັ້ມງວດ. (ພາບ: ຕາຈວຽນ/TTXVN)

ເຖິງຢ່າງໃດກໍ່ຕາມ, ຕາມເນື້ອໃນໂທລະເລກຂອງນາຍົກລັດຖະມົນຕີ, ວຽກງານຕ້ານການຂຸດຄົ້ນ IUU ຍັງມີຂໍ້ຈໍາກັດຈຳນວນໜຶ່ງ, ການຄວບຄຸມເຮືອຫາປາທີ່ມີເງື່ອນໄຂເຄື່ອນໄຫວບໍ່ຄົບ, ຫຼາຍກໍ່ລະນີເຮືອຫາປາລະເມີດການຂຸດຄົ້ນ IUU ຍັງບໍ່ທັນໄດ້ແກ້ໄຂເທື່ອ, ຍັງມີເຮືອຫາປາລະເມີດນ່ານນ້ຳທະເລຕ່າງປະເທດ, ຂາດຄວາມລະມັດລະວັງ, ຂາດຄວາມຂ້ຽວຂາດໃນການຈັດຕັ້ງປະຕິບັດຂອງບາງຂັ້ນ, ຂະແໜງການ, ທ້ອງຖິ່ນ. ເພາະສະນັ້ນ, ພາຍຫຼັງເວລາເກືອບ 4 ປີ, ຜ່ານການກວດກາຂອງ EC ເປັນ 4 ຄັ້ງ, ຫວຽດນາມ ຍັງບໍ່ທັນຍົກເລີກ “ບັດເຫຼືອງ” ເທື່ອ.

ຍ້ອນແນວນັ້ນ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ເລື່ອງຄະນະກວດກາ ຄາດວ່າ ຈະເຂົ້າກວດກາເປັນ ຄັ້ງທີ 5 ໃນເດືອນ ມີນາ 2026 ທີ່ມີຄວາມໝາຍສຳຄັນພິເສດ. ໝາກຜົນຂອງຄະນະກວດກາແມ່ນປັດໄຈຕັດສິນເຖິງເລື່ອງ EC ຍົກເລີກ “ບັດເຫຼືອງ” ຫຼື ຍົກລະດັບເຕືອນ “ບັດແດງ” ຕໍ່ກັບສິນ​ໃນ​ນ້ຳຫວຽດນາມ.

ເພາະສະນັ້ນ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງບັນດາສະຫາຍລັດຖະມົນຕີ, ຫົວໜ້າຂະແໜງການທີ່ກ່ຽວຂ້ອງ, ເລຂາພັກ ແລະປະທານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນທີ່ມີການເຄື່ອນໄຫວຂຸດຄົ້ນ, ເກັບຊື້, ປຸງແຕ່ງ, ສົ່ງອອກສິນໃນນ້ຳ, ໂດຍສະເພາະແມ່ນບັນດາທ້ອງຖິ່ນແຄມທະເລຖືວ່ານີ້ແມ່ນໜ້າທີ່ຮີບດ່ວນ, ສຳຄັນແຖວໜ້າເພື່ອຊີ້ນຳ, ນຳພາໂດຍກົງ, ລະດົມທຸກແຫຼ່ງກຳລັງ, ຈັດຕັ້ງປະຕິບັດຢ່າງຂ້ຽວຂາດ, ມີປະສິດທິຜົນ 123 ໜ້າທີ່ (ສຸມໃສ່ເຂົ້າ 5 ກຸ່ມບັນຫາຈຸດສຸມ) ເຊິ່ງລັດຖະບານ, ຄະນະຊີ້ນຳ ໄດ້ມອບໝາຍ, ລວມມີ: ຂອບນິຕິກຳ; ຄຸ້ມຄອງກອງກຳປັ່ນ; ຕິດຕາມ, ຄວບຄຸມ ແລະຕິດຕາມກວດກາເຮືອຫາປາ; ຊອກຫາຕົ້ນກຳເນີດການຂຸດຄົ້ນສິນໃນນ້ຳ; ປະຕິບັດ ກົດໝາຍ ແລະແກ້ໄຂກໍລະນີລະເມີດລະບຽບກົດໝາຍ.

ທ້ອງຖິ່ນ “ດຳເນີນທຸກວີທີການ, ປັບໃໝຢ່າງໜັກ”

ຢືນຢັນຄວາມຕັດສິນໃຈຈາກທ້ອງຖິ່ນ, ທ່ານ ຮວ່າງງວຽນຢິງ ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ໄດ້ຮຽກຮ້ອງບັນດາພະແນກ, ຂະແໜງການ, ທ້ອງຖິ່ນສືບຕໍ່ກວດກາຄືນສຳນວນເອກະສານ, ຕົວເລກຂໍ້ມູນຮັບປະກັນຄວາມຊັດເຈນ, ເປັນເອກະພາບ ແລະພ້ອມແລ້ວສະເໜອງເມື່ອຄະນະກວດກາຮຽກຮ້ອງ. ພ້ອມກັນນັ້ນ, ບັນດາວິສາຫະກິດປຸງແຕ່ງສົ່ງອອກຕ້ອງປັບປຸງລະບົບຊອກຫາຕົ້ນກຳເນີດ, ຂັ້ນຕອນຄວບຄຸມພາຍໃນ, ໃນຂະນະນັ້ນກຳລັງທີ່ກ່ຽວຂ້ອງເພີ່ມທະວີການລາດຕະເວນ, ຄຸ້ມຄອງເຮືອຫາປາທີ່ີເງື່ອນໄຂບໍ່ຄົບ, ຕັດສິນໃຈບໍ່ປະໃຫ້ເກີດກໍລະນີລະເມີດລະບຽບກົດໝາຍ, ປະກອບສ່ວນພ້ອມກັບທົ່ວປະເທດຍົກເລີກບັດເຫຼືອງ IUU ໂດຍໄວ.

ແຂວງກ່າເມົາ ໄດ້ຈັດຕັ້ງປະຕິບັດຫຼາຍມາດຕະການຕ້ານການຂຸດຄົ້ນ IUU ເພື່ອຍົກເລີກຄຳເຕືອນ “ບັດເຫຼືອງ” ຂອງ EC, ເພື່ອແນໃສ່ພັດທະນາອາຊີບທະເລຢ່າງປອດໄພ, ມີປະສິດທິຜົນ, ກະຈ່າງແຈ້ງ, ມີຄວາມຮັບຜິດຊອບ ແລະຍືນຍົງໃນອະນາຄົດ. ພາບ: TTXVN

ທີ່ກອງປະຊຸມກະກຽມເນື້ອໃນຮັບໃຊ້ການເຄື່ອນໄຫວຂອງຄະນະກວດກາຂອງ  EC ຄັ້ງທີ 5 ກ່ຽວກັບການຕ້ານການຂຸດຄົ້ນ IUU, ຫາກໍ່ໄດ້ຈັດຂຶ້ນ, ທ່ານ ຫງວຽນວັນເດືອກ ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ສືບຕໍ່ເນັ້ກໜັກວ່າ ຍົກເລີກ “ບັດເຫຼືອງ” IUU ບໍ່ພຽງແຕ່ແມ່ນໜ້າທີ່ວິຊາສະເພາະຂອງຂະແໜງສິນໃນນ້ຳເທົ່ານັ້ນ ຫາກຍັງແມ່ນຄວາມຮັບຜິດຊອບລວມຂອງທົ່ວລະບົບການເມືອງອີກດ້ວຍ.

(ແຫຼ່ງຄັດຈາກ ໜັງສືຶພິມກອງທັບປະຊາຊົນ)

 ສໍາຜັດ ເທດສະການວິຫານ ຊ໋າຍ ກັບພິທີແຫ່ ກະສັດ ຈໍາລອງ ທ່ີເປັນເອກະລັກ

ສໍາຜັດ ເທດສະການວິຫານ ຊ໋າຍ ກັບພິທີແຫ່ “ກະສັດ ຈໍາລອງ” ທ່ີເປັນເອກະລັກ

 ຢູ່ຕາແສງ ທືເລິມ (ຮ່າໂນ້ຍ), ທ່າມກາງບັນຍາກາດອັນຄຶກຄື້ນ ຂອງເທດສະການປະເພນີ, ພິທີແຫ່ “ກະສັດ ຈໍາລອງ” ຢູ່ທີ່ວິຫານ ຊ໋າຍ ໄດ້ ນໍາມາເຊິ່ງປະສົບການ ທາງວັດທະນະທຳ ທີ່ພິເສດ ດ້ວຍຂະບວນແຫ່ ທ່ີສະຫງ່າຜ່າເຜີຍ, ຊຸດເສື້ອຜ້າອາພອນ ທີ່ສວຍສົດງົດງາມ ແລະ ພິທີກຳ ທີ່ເຕັມໄປດ້ວຍລັກສະນະເປັນສັນຍະລັກ, ເທດສະການນີ້ ບໍ່ພຽງແຕ່ຟື້ນຟູ ຄວາມຊົງຈຳ ທາງປະຫວັດສາດ ທີ່ຕິດພັນກັບ ເທບນິຍາຍ ກ່ຽວກັບ ກຳແພງ ໂກ໊ລວາ ເທົ່ານັ້ນ, ແຕ່ຍັງສ່ອງແສງ ໃຫ້ເຫັນເຖິງ ພະລັງຊີວິດ ທີ່ຍືນຍົງ ຂອງ ວັດທະນະທຳ ໝູ່ບ້ານ ຫວຽດນາມ ໃນຊີວິດປັດຈຸບັນ ອີກດ້ວຍ.

Top