• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ປະທັບໃຈ ສະຖາປັດຕະຍະກຳ ຝຣັ່ງ ຢູ່ ໄຊງ່ອນ

ຢູ່ ໄຊງ່ອນ ນະຄອນທີ່ສວຍງາມ ຍັງມີກິດຈະກຳຫຼາຍແຫ່ງ ຍັງຮັກ ສາໄວ້ໄດ້ ສະຖາປັດຕະຍະກຳ ຂອງ ຝຣັ່ງ. ບັນດາກິດຈະກຳ ດັ່ງ ກ່າວ ມີອາຍຸກວ່າ 100 ປີ, ປັດຈະບັນ ໄດ້ກາຍເປັນບ່ອນທ່ອງ ທ່ຽວທີ່ມີຊື່ສຽງ, ດຶງ ດູດນັກທ່ອງທ່ຽວ ມາຢ້ຽມຢາມເປັນຈຳນວນ ຫຼາຍພໍຄວນ. 
ພາຍຫຼັງການກໍ່ຮ່າງສ້າງຕົວຂຶ້ນ ແລະ ພັດທະນາມາເປັນເວລາ ກວ່າ 300 ປີ, ໄຊງ່ອນ ໃນສະໄໝກ່ອນ ແລະ ນະຄອນ ໂຮ່ຈີມິນ ໃນປັດຈຸບັນ ໄດ້ກາຍເປັນສູນກາງການຄ້າທີ່ມີຊີວິດຊີວາ. ຜ່ານການຜັນແປຂອງປະຫວັດສາດ, ຕາມຖະໜົນສາຍ ຕ່າງໆ ຍັງມີກິດຈະກຳຫຼາຍແຫ່ງທີ່ຍັງຮັກສາໄວ້ໄດ້ ສະຖາປັດຕະຍະກຳ ຂອງ ຝຣັ່ງ. ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເມື່ອມາຍັງ ນະຄອນ ໂຮ່ຈີມິນ ຕ່າງກໍ່ຢາກທ່ຽວຊົມ ແລະ ຊອກຮູ້ກ່ຽວກັບ ປະຫວັດຄວາມເປັນມາ ແລະ ການພັດທະນາຂອງ ນະຄອນ ຊຶ່ງເຄີຍຖືກຂະໜາມນາມວ່າ “ແກ້ວມະນີ ແຫ່ງຕາເວັນອອກໄກ”.


ໂບດ ດຶກບ່າ ໄຊງ່ອນ ໄດ້ຮັບການກໍ່ສ້າງໃນປີ 1877 ແລະ ສຳເລັດການເມື່ອປີ 1880. ເດືອນ ສິງຫາ 1876, ຂ້າຫຼວງແຄວ້ນ ນາມກີ່ Duperre ໄດ້ຈັດຕັ້ງການປະກວດອອກແບບການກໍ່ສ້າງ ໂບດ ດຶກບ່າ. ຜ່ານການອອກແບບ, ນັກສະຖາປານິກ J. Bourard ໄດ້ອອກແບບຕາມສະຖາປັດຕະຍະກຳ ໂຣມັນ ປະສານສົມທົບກັບສະຖາປັນຕະຍະກຳຂອງ ໂກທິກ ເອົາຊະນະ ການອອກແບບຂອງຜູ້ເຂົ້າຮ່ວມ 17 ສະບັບ. ບັນດາວັດຖຸຄື: ຊີມັງ, ເຫຼັກກ້າ, ຕະ ປູ ກຽວ... ລ້ວນແຕ່ໄດ້ນຳເຂົ້າມາແຕ່ ຝຣັ່ງ.​ ພິເສດ, ດ້ານໜ້າຂອງໂບດ ກໍ່ດ້ວຍດິນຈີ່ ທີ່ສັ່ງເຮັດຢູ່ນະຄອນ ຕູລູແຊ ຂອງ ຝຣັ່ງ. ນີ້ເປັນໜຶ່ງໃນບັນດາໂຄງການ ທີ່ມີ ສະຖາປັດຕະຍະກຳ ພິ ເສດຂອງ ໄຊງ່ອນ, ເປັນສະຖານທ່ີທ່ອງທ່ຽວ ທີ່ໜ້າຈັບໃຈ ຂອງ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ພາບ: ບ໋າຫງອກ



ໂຮງລະຄອນ ນະຄອນ ໂຮ່ຈີມິນ ຕັ້ງຢູ່ຖະໜົນ ດົ່ງເຂີຍ, ເມືອງ 1. ໂຮງລະຄອນແຫ່ງນີ້ ເລີ່ມກໍ່ສ້າງ ເມື່ອປີ 1898 ແລະ ສຳເລັດ ໃນປີ 1900. ປີ 1998, ອຳນາດການປົກຄອງນະຄອນ ໄດ້ຈັດຕັ້ງການ ປະຕິສັງຂອນ ໂດຍຈຸດປະສົງເພື່ອອະນຸລັກຮັກສາ ສະຖາປັດ ຕະຍະກຳ ຕາມແບບດັ່ງເດີມ, ພາກສ່ວນປະດັບປະດາ, ແກະສະຫຼັກຈຳນວນໜຶ່ງ ຢູ່ດ້ານໜ້າໂຮງລະຄອນ ໄດ້ຮັບການ ຟື້ນຟູຄືນໃໝ່. ໂຮງລະຄອນຖືເປັນສະຖານທີ່ທ່ອງທ່ຽວແຫ່ງໜຶ່ງ ທີ່ໜ້າຈັບໃຈ ຂອງ ໄຊງ່ອນ. ພາບ: ບ໋າຫງອກ



ສຳນັກງານຂອງບໍລິສັດຂົນສົ່ງທາງລົດໄຟ ໄຊງ່ອນ ຕັ້ງຢູ່ແຈທາງ ຕັດຖະໜົນ ຮ່າມຫງີ ກັບ ຖະໜົນ ເລເລີ້ຍ, ເມືອງ 1. ສະໄໝ ຝຣັ່ງ ປົກຄອງ, ອາຄານຫຼັງນີ້ ເປັນບ່ອນຂາຍປີ້ ແລະ ຫ້ອງການບໍລິຫານ ຂອງບໍລິສັດລົດໄຟ ອິນດູຈີນ. ພາບ: ບ໋າຫງອກ



ໄປສະນີກາງ ໄຊງ່ອນ ຕັ້ງຢູ່ເຮືອນເລກ 2, ຈະຕຸລັດ ສັງຄົມສະ ຫະຊີບ ປາຣີ, ເມືອງ 1. ອາຄານຫຼັງນີ້ ຊາວ ຝຣັ່ງ ກໍ່ສ້າງ ເມື່ອປີ 1886-1891 ດ້ວຍແບບແຜນສະຖາປັດຕະຍະກຳຂອງ ເອີຣົບ ຕາມການອອກແບບຂອງນັກສະຖາປານິກ  Villedieu ແລະ ເລ ຂາ Foulhoux. ສະຖາປັດຕະຍະກຳ ແຫ່ງນີ້ ມີການປະສານ ສົມ ທົບ ກັບການປະດັບປະດາຂອງຕາເວັນອອກ. ພາບ: ບ໋າຫງອກ



ສຳນັກງານຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈີມິນ ຕັ້ງຢູ່ ເຮືອນເລກທີ 86, ຖະໜົນ ເລແທງຕົນ, ບ້ານ ເບັນແງ, ເມືອງ 1. ນີ້ເປັນໜຶ່ງໃນບັນດາກິດຈະກຳທີ່ເກົ່າແກ່ຂອງນະຄອນ, ໄດ້ກໍ່ສ້າງ ແຕ່ປີ 1898 ແລະ ສຳເລັດການກໍ່ສ້າງໃນປີ 1909 ໂດຍ ນັກສະ ຖາປານິກ  Femand Gardes ເປັນຜູ້ອອກແບບ ຕາມແບບແຜນ ຂອງ ຫໍລະຄັງຢູ່ພາກເໜືອປະເທດ ຝຣັ່ງ. ພາບ: ບ໋າຫງອກ



ຫໍພິພິທະພັນ ປະຫວັດສາດ ນະຄອນ ໂຮ່ຈີມິນ ຕັ້ງຢູ່ເຮືອນເລກທີ 2, ຖະໜົນ ຫງວຽນບິງຄຽມ, ບ້ານ ເບັນແງ, ເມືອງ 1. ຫໍພິພິທະ ພັນ ແຫ່ງນີ້ ໄດ້ກໍ່ສ້າງຕາມສະຖາປັດຕະຍະກຳ “ອິນດູຈີນ ປ່ຽນ ແປງໃໝ່”  (Styleindochinos), ໂດຍນັກສະຖາປານິກ ຝຣັ່ງ Delaval ເປັນຜູ້ອອກແບບ ແລະ ໄດ້ບໍລິສັດ Etablissements Lamorte Saigon ເປັນຜູ້ຮັບເໝົາ ກໍ່ສ້າງ ໃຊ້ເວລາ 3 ປີ 1926-1927-1928. ທຳອິດ, ເຮືອນຫຼັງນີ້ ໄດ້ ກໍ່ສ້າງເພື່ອເຮັດຫ້ອງວາງ ສະແດງ ເມກົກ, ຫຼັງຈາກນັ້ນ ຈະເຮັດຫ້ອງວາງສະແດງ ເສດຖະ ກິດ, ແຕ່ສຸດທ້າຍຕັດສິນໃຈນຳໃຊ້ເປັນ ຫໍພິພິທະພັນ. ປັດຈຸບັນ, ຫໍພິພິທະພັນແຫ່ງນີ້ ມີວັດຖຸພັນທີ່ມີຄ່າກວ່າ 30.000 ລາຍການ ແລະ ມີປື້ມ, ໜັງສືພິມ, ເອກະສານຮັບໃຊ້ໃຫ້ແກ່ວຽກງານຄົ້ນ ຄວ້າ ບັນດາຂະແໜງການຄົ້ນຄວ້າວັດຖຸບູຮານ, ຊົນຊາດວິທະ ຍາ, ປະຫວັດສາດ ... ກວ່າ 25.000 ສະບັບ. ພາບ: ບ໋າຫງອກ
 ບົດ ແລະ ພາບ: ບ໋າງອກ

ວັດ ຕາປະ – ວັດຂະແມທີ່ມີເອກະລັກໂດດເດັ່ນເທິງຍອດເຂົາ ຢູ່ແຂວງ ອານຢາງ

ວັດ ຕາປະ – ວັດຂະແມທີ່ມີເອກະລັກໂດດເດັ່ນເທິງຍອດເຂົາ ຢູ່ແຂວງ ອານຢາງ

ວັດ ຕາປະ (ຫຼື ວັດ ຈືນນຸມ ຕາມພາສາ ຂະແມ) ແມ່ນສະຖານທີ່ ພຸດທະສາສະໜານິກາຍຫິນະຍານເຜົ່າ ຂະແມ ທີ່ມີຊື່ສຽງ ແລະ ແມ່ນສະຖານທີ່ທ່ອງທ່ຽວທາງດ້ານຈິດວິນຍານທີ່ໂດດເດັ່ນຂອງ ແຂວງ ອານຢາງ. ດ້ວຍເນື້ອທີ່ທັງໝົດເກືອບ 4.000 ມ2 ຕັ້ງຢູ່ເທິງຈອມພູ, ວັດແຫ່ງນີ້ ໄດ້ຖືກສ້າງຂຶ້ນ ດ້ວຍສະຖາປັດຕະຍະກຳ ທີ່ເປັນເອກະລັກ, ໂຄງສ້າງທັງໝົດ ຂອງວັດ ໄດ້ຖືກຮອງຮັບ ດ້ວຍເສົາຊີມັງ ທີ່ແໜ້ນໜາ 120 ເສົາ ເຊິ່ງມີຄວາມສູງແຕ່ 5 ຫາ 18 ມ. ເມື່ອເບິ່ງຈາກທາງໄກ, ວັດ ຂະແມ ແຫ່ງນີ້ປຽບເໝືອນລອຍຢູ່ກາງອາກາດ ໂດຍມີປ່າພູ ທີ່ຂຽວງາມອ້ອມຮອບ, ກາຍເປັນຈຸດໝາຍປາຍທາງ ທີ່ດຶງດູດ ນັກທ່ອງທ່ຽວທຸກຄັ້ງທີ່ມາຢ້ຽມຢາມຕາແສງ ຈີໂຕນ.

Top