
ໂບດ ດຶກບ່າ ໄຊງ່ອນ ໄດ້ຮັບການກໍ່ສ້າງໃນປີ 1877 ແລະ ສຳເລັດການເມື່ອປີ 1880. ເດືອນ ສິງຫາ 1876, ຂ້າຫຼວງແຄວ້ນ ນາມກີ່ Duperre ໄດ້ຈັດຕັ້ງການປະກວດອອກແບບການກໍ່ສ້າງ ໂບດ ດຶກບ່າ. ຜ່ານການອອກແບບ, ນັກສະຖາປານິກ J. Bourard ໄດ້ອອກແບບຕາມສະຖາປັດຕະຍະກຳ ໂຣມັນ ປະສານສົມທົບກັບສະຖາປັນຕະຍະກຳຂອງ ໂກທິກ ເອົາຊະນະ ການອອກແບບຂອງຜູ້ເຂົ້າຮ່ວມ 17 ສະບັບ. ບັນດາວັດຖຸຄື: ຊີມັງ, ເຫຼັກກ້າ, ຕະ ປູ ກຽວ... ລ້ວນແຕ່ໄດ້ນຳເຂົ້າມາແຕ່ ຝຣັ່ງ. ພິເສດ, ດ້ານໜ້າຂອງໂບດ ກໍ່ດ້ວຍດິນຈີ່ ທີ່ສັ່ງເຮັດຢູ່ນະຄອນ ຕູລູແຊ ຂອງ ຝຣັ່ງ. ນີ້ເປັນໜຶ່ງໃນບັນດາໂຄງການ ທີ່ມີ ສະຖາປັດຕະຍະກຳ ພິ ເສດຂອງ ໄຊງ່ອນ, ເປັນສະຖານທ່ີທ່ອງທ່ຽວ ທີ່ໜ້າຈັບໃຈ ຂອງ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ພາບ: ບ໋າຫງອກ

ໂຮງລະຄອນ ນະຄອນ ໂຮ່ຈີມິນ ຕັ້ງຢູ່ຖະໜົນ ດົ່ງເຂີຍ, ເມືອງ 1. ໂຮງລະຄອນແຫ່ງນີ້ ເລີ່ມກໍ່ສ້າງ ເມື່ອປີ 1898 ແລະ ສຳເລັດ ໃນປີ 1900. ປີ 1998, ອຳນາດການປົກຄອງນະຄອນ ໄດ້ຈັດຕັ້ງການ ປະຕິສັງຂອນ ໂດຍຈຸດປະສົງເພື່ອອະນຸລັກຮັກສາ ສະຖາປັດ ຕະຍະກຳ ຕາມແບບດັ່ງເດີມ, ພາກສ່ວນປະດັບປະດາ, ແກະສະຫຼັກຈຳນວນໜຶ່ງ ຢູ່ດ້ານໜ້າໂຮງລະຄອນ ໄດ້ຮັບການ ຟື້ນຟູຄືນໃໝ່. ໂຮງລະຄອນຖືເປັນສະຖານທີ່ທ່ອງທ່ຽວແຫ່ງໜຶ່ງ ທີ່ໜ້າຈັບໃຈ ຂອງ ໄຊງ່ອນ. ພາບ: ບ໋າຫງອກ

ສຳນັກງານຂອງບໍລິສັດຂົນສົ່ງທາງລົດໄຟ ໄຊງ່ອນ ຕັ້ງຢູ່ແຈທາງ ຕັດຖະໜົນ ຮ່າມຫງີ ກັບ ຖະໜົນ ເລເລີ້ຍ, ເມືອງ 1. ສະໄໝ ຝຣັ່ງ ປົກຄອງ, ອາຄານຫຼັງນີ້ ເປັນບ່ອນຂາຍປີ້ ແລະ ຫ້ອງການບໍລິຫານ ຂອງບໍລິສັດລົດໄຟ ອິນດູຈີນ. ພາບ: ບ໋າຫງອກ

ໄປສະນີກາງ ໄຊງ່ອນ ຕັ້ງຢູ່ເຮືອນເລກ 2, ຈະຕຸລັດ ສັງຄົມສະ ຫະຊີບ ປາຣີ, ເມືອງ 1. ອາຄານຫຼັງນີ້ ຊາວ ຝຣັ່ງ ກໍ່ສ້າງ ເມື່ອປີ 1886-1891 ດ້ວຍແບບແຜນສະຖາປັດຕະຍະກຳຂອງ ເອີຣົບ ຕາມການອອກແບບຂອງນັກສະຖາປານິກ Villedieu ແລະ ເລ ຂາ Foulhoux. ສະຖາປັດຕະຍະກຳ ແຫ່ງນີ້ ມີການປະສານ ສົມ ທົບ ກັບການປະດັບປະດາຂອງຕາເວັນອອກ. ພາບ: ບ໋າຫງອກ

ສຳນັກງານຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈີມິນ ຕັ້ງຢູ່ ເຮືອນເລກທີ 86, ຖະໜົນ ເລແທງຕົນ, ບ້ານ ເບັນແງ, ເມືອງ 1. ນີ້ເປັນໜຶ່ງໃນບັນດາກິດຈະກຳທີ່ເກົ່າແກ່ຂອງນະຄອນ, ໄດ້ກໍ່ສ້າງ ແຕ່ປີ 1898 ແລະ ສຳເລັດການກໍ່ສ້າງໃນປີ 1909 ໂດຍ ນັກສະ ຖາປານິກ Femand Gardes ເປັນຜູ້ອອກແບບ ຕາມແບບແຜນ ຂອງ ຫໍລະຄັງຢູ່ພາກເໜືອປະເທດ ຝຣັ່ງ. ພາບ: ບ໋າຫງອກ

ຫໍພິພິທະພັນ ປະຫວັດສາດ ນະຄອນ ໂຮ່ຈີມິນ ຕັ້ງຢູ່ເຮືອນເລກທີ 2, ຖະໜົນ ຫງວຽນບິງຄຽມ, ບ້ານ ເບັນແງ, ເມືອງ 1. ຫໍພິພິທະ ພັນ ແຫ່ງນີ້ ໄດ້ກໍ່ສ້າງຕາມສະຖາປັດຕະຍະກຳ “ອິນດູຈີນ ປ່ຽນ ແປງໃໝ່” (Styleindochinos), ໂດຍນັກສະຖາປານິກ ຝຣັ່ງ Delaval ເປັນຜູ້ອອກແບບ ແລະ ໄດ້ບໍລິສັດ Etablissements Lamorte Saigon ເປັນຜູ້ຮັບເໝົາ ກໍ່ສ້າງ ໃຊ້ເວລາ 3 ປີ 1926-1927-1928. ທຳອິດ, ເຮືອນຫຼັງນີ້ ໄດ້ ກໍ່ສ້າງເພື່ອເຮັດຫ້ອງວາງ ສະແດງ ເມກົກ, ຫຼັງຈາກນັ້ນ ຈະເຮັດຫ້ອງວາງສະແດງ ເສດຖະ ກິດ, ແຕ່ສຸດທ້າຍຕັດສິນໃຈນຳໃຊ້ເປັນ ຫໍພິພິທະພັນ. ປັດຈຸບັນ, ຫໍພິພິທະພັນແຫ່ງນີ້ ມີວັດຖຸພັນທີ່ມີຄ່າກວ່າ 30.000 ລາຍການ ແລະ ມີປື້ມ, ໜັງສືພິມ, ເອກະສານຮັບໃຊ້ໃຫ້ແກ່ວຽກງານຄົ້ນ ຄວ້າ ບັນດາຂະແໜງການຄົ້ນຄວ້າວັດຖຸບູຮານ, ຊົນຊາດວິທະ ຍາ, ປະຫວັດສາດ ... ກວ່າ 25.000 ສະບັບ. ພາບ: ບ໋າຫງອກ |