ກອງປະຊຸມທົ່ວປະເທດ ລະຫວ່າງລັດຖະບານກັບບັນດາທ້ອງຖິ່ນແນໃສ່ຜັນຂະຫຍາຍມະຕິຂອງສະພາແຫ່ງຊາດຊຸດທີ 14 ກ່ຽວກັບໜ້າທີ່ພັດທະນາເສດຖະກິດ-ສັງຄົມປີ 2019 ໄດ້ສ້າງຄວາມ ເບີກບານສຳລານໃຈ, ຄວາມໄວ້ເນື້ອເຊື່ອໃຈຕໍ່ການນຳພາຂອງພັກ, ຕໍ່ພາລະກິດແຫ່ງການປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດຢ່າງມີໄຊ ໃຫ້ແກ່ປະຊາຊົນໃນ ທົ່ວປະເທດ. ວາລະສານຂ່າວພາບ ຫວຽດນາມ ຂໍໄດ້ຄັດອອກ ເພື່ອລົງໜັງສຶືພິມ ເນື້ອໃນຊີ້ນຳຈຳນວນໜຶ່ງຂອງສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ທີ່ກອງປະຊຸມດັ່ງກ່າວ.
ກ່າວຄຳຊີ້ນຳ, ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ຕ່າງໜ້າໃຫ້ການນຳພັກ, ລັດ ສະແດງຄວາມ ຊົມເຊີຍ, ຍ້ອງຍໍສັນລະເສີນ ແລະ ຂອບອົກຂອບໃຈ ເຖິງສະພາ ແຫ່ງຊາດ, ລັດຖະບານ, ອຳນາດການປົກຄອງ, ສ່ວນລວມ, ປະຊາຄົມວິສາຫະກິດ, ພະນັກງານ, ສະມາຊິກພັກ, ປະຊາຊົນ ແລະ ນັກຮົບໃນທົ່ວປະເທດ ຕໍ່ຜົນງານອັນດີເດັ່ນທີ່ບັນລຸໄດ້ໃນຊຸມປີຜ່ານມາ.
ເຖິງວ່າ ຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍປະການ,ປີ 2018, ຫວຽດນາມ ຍັງສືບຕໍ່ພັດທະນາໂດຍໄວ, ໃນທຸກ ຂົງເຂດ ແລະ ສຳເລັດທັງໝົດ 12 ເປົ້າໝາຍຕາມແຜນການ ທີ່ວາງອອກ.
ແຕ່ວ່າ ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ມີຄຳເຕືອນວ່າ ຢ່າປະໝາດ ແລະ ພໍອົກພໍໃຈ. ປະເທດຊາດຍັງຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍໃນຫຼາຍດ້ານ. ສະພາບການຂອງໂລກ ແລະ ພາກພື້ນສືບຕໍ່ມີການປ່ຽນແປງໂດຍໄວ, ສັບສົນ. ເສດຖະກິດໂລກຍັງຖືກເຄາະຮ້າຍ, ເປັນຕົ້ນແມ່ນການເງິນ-ເງິນຕາ ແລະ ການສົ່ງອອກໄດ້ຮັບຜົນກະທົບຈາກສົງຄາມດ້ານການຄ້າ.
ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ໄດ້ຊີ້ແຈ້ງໃຫ້ເຫັນ 4 ໜ້າທີ່ຈຸດສຸມຕ້ອງປະຕິບັດໃນປີ 2019. ກ່ອນອື່ນ ໝົດແມ່ນຕ້ອງສືບຕໍ່ປັບປຸງພື້ນຖານເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້, ຍົກສູງຄວາມສາມາດ ໃນການຮັບມືກັບການ ປ່ຽນແປງຢູ່ທ້ອງຕະຫຼາດ, ເປັນຕົ້ນແມ່ນຢູ່ທ້ອງຕະຫຼາດສາກົນ; ຮັກສາຕົວເລກຂະຫຍາຍຕົວ, ຍົກສູງຄຸນນະພາບການ ຂະຫຍາຍຕົວບົນພື້ນຖານປັບປຸງສະພາບແວດລ້ອມແຫ່ງການລົງທຶນເຮັດທຸລະກິດ, ຍົກສູງກຳລັງການຜະລິດ, ຄຸນນະພາບ, ປະສິດທິຜົນ ແລະ ຄວາມສາມາດແກ້ງແຍ່ງກັນຂອງພື້ນຖານເສດຖະກິດ.
ຢາກເຮັດໄດ້ຄືແນວນັ້ນ, ຕ້ອງສືບຕໍ່ຍູ້ແຮງການປະຕິຮູບ ດ້ານບໍລິຫານ, ແກ້ໄຂສິ່ງກີດຂວາງໃຫ້ແກ່ການລົງທຶນຜະລິດ, ເຮັດທຸລະກິດຂອງປະຊາຊົນ ແລະ ວິສາຫະກິດ; ແກ້ໄຂສະພາບປະກາດໃຊ້ເອກະສານແນະນຳການປະຕິບັດກົດໝາຍຢ່າງຊັກຊ້າ, ຫຼື ປະກາດໃຊ້ເອກະສານທີ່ມີເນື້ອໃນບໍ່ຊັດເຈນ, ບໍ່ຖືກຕ້ອງ.
ຕ້ອງພັດທະນາຢ່່າງຄົບຊຸດ, ປອດໃສບັນດາຮູບແບບການ ຕະຫຼາດ, ເປັນຕົ້ນແມ່ນຕະຫຼາດສິນຄ້າ, ບໍລິການທີ່ຈຳເປັນ ແລະຕະຫຼາດສະໜອງບັນດາປັດໄຈຮັບໃຊ້ໃຫ້ແກ່ການຜະລິດ, ຮັບປະກັນການສະໜອງ ແລະ ຄວາມຕ້ອງການຢູ່ທ້ອງຕະຫຼາດຂອງບັນດາພື້ນຖານເສດຖະກິດ; ຍູ້ແຮງການຈັດກຽມຄືນ, ປ່ຽນແປງໃໝ່, ຍົກສູງຜົນງານການເຄື່ອນໄຫວຂອງບັນດາວິສາຫະກິດແຫ່ງລັດ; ລະດົມການເຂົ້າຮ່ວມຂອງບັນດາພາກສ່ວນ ເສດຖະກິດພາຍໃນ ແລະ ຕ່າງປະເທດໃຫ້ແກ່ການລົງທຶນ ພັດທະນາ.
ຄຽງຄູ່ກັນນັ້ນ, ຕ້ອງສືບຕໍ່ຍູ້ແຮງວຽກງານກໍ່ສ້າງກົດບັດຍັດ ເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມ; ພັດທະນາແຫຼ່ງຊັບພະຍາກອນມະນຸດເພື່ອຕອບສະໜອງໃຫ້ແກ່ຄວາມຕ້ອງການຂອງການປະຕິວັດອຸດສາຫະກຳຄັ້ງທີ 4; ພັດທະນາການກໍ່ສ້າງພື້ນຖານໂຄງລ່າງແບບຄົບຊຸດຕາມທິດ ທັນສະໄໝ; ປ່ຽນແປງໃໝ່ຮູບແບບການຂະຫຍາຍຕົວ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ເພື່ອໃຫ້ພື້ນຖານເສດຖະກິດຂອງ ຫວຽດນາມ ໄດ້ເຄື່ອນໄຫວຕາມກົນໄກການຕະຫຼາດ, ປະຕິບັດຢ່າງຄົບຖ້ວນ, ຖືກຕ້ອງຕາມກົດໝາຍຂອງການຕະຫຼາດ, ເໝາະສົມກັບການພັດທະນາປະເທດຊາດໃນສະພາບການໃໝ່.
ບົດ: VNP-ພາບ:VNA