• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ບຸນເຕັດ ຂອງ ຊາວເຜົ່າ ຢ້າວ

ບຸນເຕັດ ເພື່ອພາວະນາໃຫ້ລະດູການໄດ້ຮັບຜົນດີ ຂອງຊາວເຜົ່າ ຢ້າວ ຢູ່ເມືອງ ມົກເຈົາ, ແຂວງ ເຊີນລາ ​​ຈະ​ແກ່ຍາວ​ແຕ່ 2-3ວັນ ເພື່ອສະແດງຄວາມຮູ້ບຸນຄຸນ ຕໍ່ເທວະດາ ຟ້າແຖນ, ສິ່ງສັກສິດ ແລະ ​ຂໍຄວາມໂຊກລາບ.

 

ຊາວ​ເຜົ່າ​ ຢ້າວ ​ແຂວນ​ຮູບ​​ເຄື່ອງບູຊາ​ຢູ່​ຕໍ່ໜ້າ ຕົ້ນລະດູການ.

ເຖິງ​ວ່າ​ບຸນເຕັດ ຈະຈັດຂຶ້ນພາຍໃນຂອບເຂດວົງຕະກຸນ ແຕ່ກໍມີ ຄວາມໝາຍລວມຕໍ່ວົງຄະນາຍາດທັງໝົດ ທີ່ຢູ່ໃນພື້ນທີ່ດຽວກັນ ອີກດ້ວຍ. ຕາມ​ປົກ​ກະ​ຕິ, ທຸກໆ​ ປີ ບັນດາວົງຕະກຸນຊາວເຜົ່າ ຢ້າວ ຈະທະຍອຍ ກັນຈັດງານບຸນ ເພື່ອຂໍໃຫ້ລະດູການ ໄດ້ຮັບຜົນດີ ແລະ ການຈັດພິທີຈະໄດ້ດຳເນີນແຕ່ວັນທີ 30 ຂອງ ມື້ບຸນ. ໃນ​ວັນ​ນີ້, ທຸກ​ຄອບຄົວໃນ​ວົງ​ຕະກຸນ​ ຈະ​ນຳ​ເຄື່ອງ​ບູຊາ (ເຂົ້າ, ເຫຼົ້າ, ໄກ່...) ມາປະກອບ​ໃຫ້​ຫົວໜ້າວົງຕະກຸນ. ຢູ່​ທີ່​ນີ້, ພ້ອມກັບ ເພື່ອນບ້ານ ເຂົາ ເຈົ້າຈະ​ກະກຽມ​ເຄື່ອງ​ບູຊາ, ໂດຍ​ສະ​ເພາະ​ແມ່ນເຮັດ “​ຕົ້ນລະດູການ” ນຳກັນ. “ຕົ້ນລະດູການ” ຈະເຮັດຈາກໄມ້ໄຜ່ ຫຼື ຕົ້ນ Dracontomelon dupereanum ຊຶ່ງໄດ້ຮັບການເລືອກເຟັ້ນ ຢ່າງລະ ອຽດ ເພື່ອໃຫ້ຕົ້ນໄມ້ມີຄວາມຂຽວງາມ, ໝາກດົກໜາ. ຄົນ​ທັງຫຼາຍ​ຈະ​ເຮັດເຂົ້າໜົມໄຢ່ (ເຂົ້າໜົມປຽກປູນ) ​ເປັນກ້ອນ ນ້ອຍໆ ແລະ ​ແຂວນ​ໃສ່​ຕົ້ນ​ລະດູການ​ ເພື່ອ​ເປັນ​ສັນ​ຍາ​ລັກ ​ໃຫ້​ແກ່​ການ​ເກັບ​ກ່ຽວ​ທີ່​ໄດ້ຮັບຜົນດີ ​ແລ້ວ​ຕັ້ງ​ຕົ້ນ​ລະດູການ ຢູ່​ຕໍ່ໜ້າ​ແທ່ນ​ບູຊາ​ຂອງ​ວົງຕະກຸນ.

ຊາວ​ເຜົ່າ ຢ້າວ ​ນຸ່ງຊຸດ​ເສື້ອ​ຜ້າ​​ສວຍ​ງາມ​ທີ່​ສຸດໃນຊຸມມື້ບຸນເຕັດ.
ເຄື່ອງ​ດົນຕີ​ຂອງ​ຊາວ​ເຜົ່າ ຢ້າວ​ ທີ່​ນຳ​ໃຊ້ ​​ໃນ​ການທຳພິ​ທີ​ບູຊາເສັ່ນໄຫວ້ ໃນບຸນເຕັດ. 
ຊາວ​ເຜົ່າ ​ຢ້າວ ​ແຂວນ​ຮູບ​​ເຄື່ອງບູຊາ​ ຢູ່​ຕໍ່ໜ້າຕົ້ນລະດູການ.
ທຸກຄົນ​ພ້ອມ​ກັນເຮັດຕົ້ນລະດູ​ການ ​ເພື່ອ​ກະກຽມ​ໃຫ້​ແກ່​ບຸນເຕັດ. 

ເມື່ອ​ການ​ກະກຽມ​ທັງ​ໝົດ​ສຳ​ເລັດ​ແລ້ວ, ຫົວໜ້າ​ຕະກຸນ​ ຈະ​ຈັດ​ພິທີ​ບູຊາ​ເທວະ​ດາ​ຟ້າແຖນ ແລະ ​ບັນພະບຸລຸດ​ ຂອງ​ວົງຕະກຸນ ​​ເຊີນ​​ມາເຂົ້າຮ່ວມງານບຸນ​. ໃນຕອນເຊົ້າມື້ທໍາອິດ ຂອງປີໃໝ່ ຈະມີຄົນກຸ່ມໜຶ່ງ ຕື່ນແຕ່ເຊົ້າ ເຕັ້ນລໍາ ເພື່ອຂັບໄລ່ຜີຮ້າຍ, ສັດຮ້າຍ ແລະ ສິ່ງຊົ່ວຮ້າຍຂອງປີເກົ່າ. ເມື່ອແສງຕາເວັນຂຶ້ນ, ເຂົາເຈົ້າສືບຕໍ່ເຕັ້ນລຳ ເພື່ອຂໍຄວາມໂຊກລາບ ມາໃຫ້ ກັບຄອບຄົວ ແລະ ວົງຕະກຸນໂດຍໄວ...

ຈຸດ​ພິ​ເສດ​ໃນ​ງານບຸນ ແມ່ນພາກ​ສ່ວນ​ທຳພິທີ​ຂອງຊາວເຜົ່າ ຢ້າວ. ​ເມື່ອທຳ​ພິທີ​ໄຫວ້​ບູຊາ, ​ເຂົາ​ເຈົ້າ​ທັງເສັ່ນ​ໄຫວ້, ທັງເຕັ້ນ​ລຳ ແລ້ວທ່ອງບັນດາຄຳກອນ ທ່າມກາງສຽງດົນຕີ​ເຊັ່ນ: ລະ​ຄັງ, ​ແສ່ງ​ ແລະ ກອງ ທີ່ຄຶກຄື້ນ. ​ເປັນ​ທີ່​ສັງ​ເກດ​ວ່າ, ​ແມ່​ຍິງ​ເຜົ່າ ຢ້າວ​ບໍ່​ໄດ້​ເຂົ້າ​ຮ່ວມ​ພິທີ​ເປີດ ​ແລະ ປິດ. ສ່ວນໃນ​ທຸກ​ກິດ​ຈະ​ກໍາ ​ພິ​ທີ​ການ​ເຊື່ອມ​ຕໍ່​, ທຸກ​ຄົນ​ສາ​ມາດ​ເຂົ້າ​ຮ່ວມ​ໄດ້​. ​ເຊັ່ນ​ດຽວ​ກັນ​, ​​ຊາວເຜົ່າ ຢ້າວໃນວົງຕະ ກຸນ ທີ່ຈັດງານບຸນ ຈະເຕົ້າໂຮມກັນ ຢູ່​ອ້ອມຂ້າງ “ຕົ້ນລະດູການ” ໃນຕະຫຼອດ ຊຸມມື້ທຳພິທີ. 

ໃນ​ມື້​ທຳ​ອິດ​ຂອງ​ບຸນ​ເຕັດ, ປະ​ຊາ​ຊົນ ​ຈະ​ທໍາພິ​ທີບູຊາ ເຊີນເທວະດາ ຟ້າແຖນ ແລະ ​ບັນ​ພະ​ບຸ​ລຸດ ລົງມາເຂົ້າຮ່ວມ​ບຸນ​ເຕັດ.
ຊາວ​ເຜົ່າ ຢ້າວ ທຳພິທີບູຊາ ຂໍໃຫ້ລະດູການໄດ້ຮັບຜົນດີ ທ່າມກາງບັນຍາ ກາດສຽງດົນຕີ ຂອງ ກະດິ່ງ, ແສງ, ກອງທີ່ຄຶກຄື້ນ. 
ໃນ​ຕອນ​ເຊົ້າ​​ມື້​ທຳ​ອິດ​ຂອງ​ບຸນ​ເຕັດ, ຄົນ​ທັງຫຼາຍ​ຈະທຳການ​ເຕັ້ນ​ລຳ​ເພື່ອ​ຂັບ​ໄລ່​ສິ່ງຊົ່ວຮ້າຍ ​ແລະ ຄວາມໂຊກ​ຮ້າຍ​ຂອງ​ປີ​ເກົ່າ.
ຊາວ​ເຜົ່າ ຢ້າວ ທຳ​ພິທີ​ໄຫວ້​ບູຊາ ຂໍໃຫ້ລະດູການໄດ້ຮັບຜົນດີ ໂດຍຜ່ານບັນດາຄຳກອນ, ວາດເຕັ້ນທີ່ສືບທອດມາແຕ່ບູຮານ. 

ສິ້ນສຸດງານບຸນ, ຫົວໜ້າ​ຕະກຸນ ​ຈະ​ແຕ່ງຕັ້ງ​ຜູ້​ມີຄວາມເຊື່ອຖື​, ມີ​ສຸຂະພາບ​ແຂງ​ແຮງ​, ​ຄອບຄົວ​ມີ​ຊີວິດການເປັນຢູ່ ທີ່ອີ່ມໜໍາສຳລານ ສອງຄົນ ​ມາ​ເຕັ້ນ​ລຳ ​​ເພື່ອ​ຂໍ​ໂຊກລາບ, ຝົນຟ້າອາກາດ ເອື້ອອຳ ນວຍ, ລະດູການໄດ້ຮັບຜົນດີ ມາກັບວົງຕະກຸນ ຂອງຕົນ ແລະ ບັນ ດາຄອບຄົວໃນບ້ານ. ສຸດທ້າຍ ແມ່ນການທຳພິທີປົດ “ຕົ້ນລະດູການ” ລົງ ແລະ ແຈກຢາຍເຄື່ອງໂຊກລາບ ໃຫ້​ແກ່ບັນດາ​ຄອບຄົວ​ໃນ​ໝູ່​ບ້ານ.

ງານບຸນ ພາວະນາໃຫ້ລະດູການໄດ້ຮັບຜົນດີ ຫຼື ບຸນເຕັດເຕັ້ນ ແມ່ນກິດຈະກຳ ທີ່ມີພະລັງດຶງດູດ ແລະ ຜູກພັນ ວົງຄະນາຍາດຊາວເຜົ່າ ຢ້າວ ໃຫ້ມີຄວາມສະໜິດກັນຍິ່ງຂຶ້ນ. ງານບຸນ ​ບໍ່​ພຽງ​ແຕ່​ ນຳ​ມາ​ຊຶ່ງ​ຄວາມ​ເຊື່ອ​ໝັ້ນ ​ກ່ຽວ​ກັບລະດູ​ການ​ປູກ​ຝັງ​ໃໝ່ ໄດ້ຮັບຜົນດີ ​ແລະ ການ​ດຳລົງ​ຊີວິດ​ທີ່​ມີ​ຄວາມ​ສະຫງົບ​ສຸກ​ເທົ່າ​ນັ້ນ, ແຕ່​ຍັງ​ປະກອບ ສ່ວນ​ເຮັດໃຫ້​ ​ວັດທະນະ​ທຳ​ຂອງ​ຊຸມ​ຊົນ​ບັນດາ​ເຜົ່າ​ຢູ່ ມົກ​ເຈົາ, ​ເຊີນ​ລາ ມີຄວາມອຸດົມສົມບູນ ແລະ ເປັນເອກະລັກ ຍິ່ງຂຶ້ນ.

ປະຕິບັດໂດຍ: ຫວຽດເກື່ອງ - ແປໂດຍ: ບິກລຽນ

ຢາງຫວໍເຈື່ອງ ແລະ ຊຸດສະສົມອາວຸດ ສະໄໝ ລາຊະວົງ ເລ

ຢາງຫວໍເຈື່ອງ ແລະ ຊຸດສະສົມອາວຸດ ສະໄໝ ລາຊະວົງ ເລ

ຫວ່າງ​ມໍ່ໆ ​ມາ​ນີ້, ຫໍພິພິທະ​ພັນ​ ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ງານ​ວາງສະ​ແດງ ​ວັດ​ຖຸ​ບູຮານ ​ແລະ ​ເອກະສານ​ກວ່າ 200 ​ຊຸດ ກ່ຽວ​ກັບ​ ຢາງ ຫວໍເຈື່ອງ ໃນ​ຫົວ​ຂໍ້​: “​ຢາງຫວໍເຈື່ອງ ແລະ ຊຸດສະສົມອາວຸດ ສະ ໄໝ ລາຊະວົງ ເລ”. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ ໄດ້​ຊົມ​ໂຮງຮຽນມວຍ​ແຫ່ງ​ທຳ​ອິດ​ຂອງ ກຳແພງ ທັງລອງ ໃນເມື່ອກ່ອນ ດ້ວຍ​ຊຸດສະ​ສົມ​ ສົມບັດ ແຫ່ງ​ຊາດ ແລະ ອາວຸດ ສະໄໝ ລາຊະວົງ ​ເລ.

Top